ປະຫວັດສາດລາວ ບົດທີ: 21

2007-09-07

ດັ່ງທີ່ພວກເຮົາໄດ້ຮູ້ກັນມາແລ້ວວ່າ ທ່ານນາຍພົນ ເດີໂກນ ຮູ້ດີວ່າ ຊີວິດການເປັນຢູ່ຂອງປະຊາຊົນຝຣັ່ງເສດ ທີ່ຢູ່ໃຕ້ ແອກຄອບຄອງຂອງຕ່າງຊາດມາບໍ່ທໍ່ໃດເດືອນ ກໍວ່າມີຄວາມລຳບາກກາກກັມຫລາຍທີ່ສຸດ. ແຕ່ທ່ານເດີໂກ້ນ ບໍ່ຍອມ ເຂົ້າໃຈເຖິງຄວາມທຸກຍາກລຳບາກກາກກັມຂອງຊົນຊາດຕ່າງໆ ທີ່ເປັນຫົວເມືອງຂຶ້ນມາຫລາຍທົສວັດນັ້ນເລີຍ

ດັ່ງນັ້ນ ໃນວັນທີ 17 ສິງຫາ ປີ 1945, ນາຍພົບເດີ້ໂກ້ນ ປະທານຣັຖບານຊົ່ວຄາວແຫ່ງສາທາຣະນະຣັດຝຣັ່ງເສດ ໄດ້ອອກດຳຣັດແຕ່ງຕັ້ງນາຍພົລເຮືອ ແທຣີ້ ດັກຊັງລີເຍີ້ ເປັນຂ້າຫລວງໃຫຍ່ຂອງຝຣັ່ງເສດ ປະຈຳອິນໂດຈີນ, ຊຶ່ງໃນ ຕຳແໜ່ງນີ້ ທ່ານເປັນທັງຜູ້ຕ່າງໜ້າສູງສຸດຂອງຣັຖບານຝຣັ່ງເສດ ປະຈຳອິນໂດຈີນ ແລະທັງເປັນຜູ້ບັນຊາການສູງສຸດ ຂອງກອງທັບບົກ, ກອງທັບເຮືອ, ກອງທັບອາກາດ ໂດຍມີພາລະໜ້າທີ່ຄື: ຝື້ນຟູອຳນາດຂອງຝຣັ່ງເສດຄືໄໝ່ ໃນທົ່ວ ດິນແດນອິນໂດຈີນ

ອາສັຍອຳນາດດັ່ງກ່າວ, ນາຍພົນເຮືອ ດັກ ຊັງລີເຍີ້ ໄດ້ແຕ່ງຕັ້ງນາຍພົນເດີເກີ້ຣ ເປັນຜູ້ບັນຊາການ ແລະນາຍພັນ ເອກຊານບຸສເດີ້ ເກີເວີເກີ້ ເປັນຫົວໜ້າເສນາທິການເພື່ອຍຶດຄອງຕົວເມືອງສຳຄັນຕ່າງໆຂອງລາວ ທີ່ຢູ່ໃຕ້ການຄວບ ຄຸມຂອງຣັຖບານລາວອິສຣະ

ໃນກາງເດືອນທັນວາ ປີ 1945 ນາຍພົນເດີເກີ້ຣ ໄດ້ເຫັນດີເຫັນຊອບນຳແຜນຣົບ ທີ່ກົມເສນາທິການໄດ້ສເນີ, ໃນນັ້ນ ຝຣັ່ງເສດຈະຕ້ອງໃຊ້ກຳລັງ 9 ກອງພັນ, ໂດຍແບ່ງອອກເປັນສາມກົມຍຸທະການຄື: ກຸມຍຸທະການແມ່ນ້ຳຂອງ ພາຍ ໃຕ້ການບັງຄັບບັນຊາຂອງທ່ານພັນເອກ ໂອເຊີເຣັກ ມີສອງກອງຮ້ອຍຍານເກາະ, ສອງກອງຮ້ອງປືນໃຫຍ່ ແລະມີ ເຄື່ອງບິນສູ້ຣົບສປີດຟລາຍສອງຝູງ

ກົມຍຸທະການຕາເວັນອອກ ພາຍໃຕ້ການບັງຄັບບັນຊາຂອງທ່ານພັນໂກ ຊາກແຊ້ວ ປະກອບດ້ວຍນຶ່ງກອງຮ້ອຍຍານ ເກາະ, ນຶ່ງໜວດປືນໃຫຍ່, ສອງໜວດທະຫານກໍ່ສ້າງ. ກົມຍຸທການພາກໄຕ້ ພາຍໃຕ້ການບັງຄັບບັນຊາຂອງທ່ານພັນ ເອກ ໂວເຊີເຣັດ, ກຳລັງດັ່ງກ່າວ ມີໜ້າທີ່ສົມທົບກັບທະຫານຝຣັ່ງເສດ ທີ່ລົບໜີຈາກການໄລ່ຈັບກຸມຂອງກອງທະຫານ ຍີ່ປຸ່ນ ໄປລີ້ຊ່ອນຢູ່ຕາມປ່າດົງພົງໄພອັນໜາທືບຂອງລາວ.

ເມື່ອໄດ້ຮັບການຊ່ວຍເຫລືອຈາກກອງທະຫານອັງກິດ ແລະກອງທະຫານຈີນ ກົ໊ກມິງຕັ້ນ ທີ່ເຂົ້າມາປົດອາວຸດຍີ່ປຸ່ນ ຈຶ່ງ ໄດ້ລວບລວມພົນມາຈັດຕັ້ງເປັນກອງຮ້ອຍ ລໍຖ້າກຳລັງຫລວງທີ່ຈະຂຶ້ນມາຈາກໄຊງ່ອນ ເຊັ່ນ: ກອງຮ້ອຍຂອງພັນເອກ ມີເຊີໂຣສ ທີ່ໜອງແຮດ ແຂວງຊຽງຂວາງ, ກອງຮ້ອຍຂອງພັນຕຣີ ເມີຊີ້ ທີ່ບ້ານເກີນ ແລະເມືອງໂພນໂຮງແຂວງວຽງ ຈັນ, ກອງຮ້ອຍຂອງຮ້ອຍເອກໂດວີ້ ທີ່ປາກຊັນ, ກອງຮ້ອຍຂອງພັນຕຣີຣູເຊ້ ທີ່ເມືອງຄຳເກີດ ຍົມມະຣາດ, ກອງຮ້ອຍ ຂອງຮ້ອຍເອກມໍຣິສ ທີ່ເມືອງມະຫາໄຊ, ກອງຮ້ອຍຂອງຮ້ອຍເອກເຮເວີເນັ້ຽ ທີ່ເຊບັ້ງໄຟ ແຂວງຄຳມ່ວນ, ກອງຮ້ອຍ ຂອງພັນຕຣີ ອິນເດີແນ້ວ ທີ່ບ້ານໂພນສິມໂພນສູງ, ກອງຮ້ອຍຂອງຮ້ອຍໂທ ເຊີ້ແມນ ທີ່ບ້ານນາຍົມ ແລະບ້ານ ຈະໂລະແຂວງສວັນນະເຂດ, ກອງຮ້ອຍຂອງພັນຕຣີ ອາລາ ທີ່ສາຣະວັນ, ກອງຮ້ອຍຂອງຮ້ອຍເອກ ດູເມີເນັ້ຍ ທີ່ ຄົງເຊໂດນ ແລະກອງຮ້ອຍຂອງພັນຕຣີ ຣູບີ ທີ່ເມືອງເພັຍໄຟເປັນຕົ້ນ

ສຳຣັບຢູ່ທາງພາກເໜືອຂອງລາວນັ້ນ, ນາພົນເດີເກີ້ຣ ໄດ້ສັ່ງໃຫ້ນາຍທະຫານຝຣັ່ງເສດ ແລະຊາວພື້ນເມືອງ ປະມານ 1,700 ຄົນ ຈຳນວນທັງໜົດ 5,692 ຄົນ ທີ່ລົບໜີຈາກການຈັບກຸມຂອງທະຫານຍີ່ປຸ່ນ ໄປໂຕ້ໂຮມກັນຢູ່ໃນມົນທົນ ຢູ່ນ່ານ ຊອງປະເທດຈີນ ໃຫ້ເຄື່ອນລົງມາຢູ່ຜົງສາລີ ແລະເມືອງໄຊແຂວງຫລວງພຣະບາງ

ແຕ່ກຳລັງປະກອບອາວຸຂອງທະຫານລາວອິສຣະ ທີ່ຫາກໍ່ສ້າງຕັ້ງຂຶ້ນໄໝ່ ສ່ວນຫລາຍແມ່ນຊາວໜຸ່ມແລະນັກຮຽນ ບໍ່ມີ ເວລາທີ່ຈະໄດ້ຮັບການຝຶກແອບ ອາວຸດຕ່າງໆທີນຳມາປະກອບໃຫ້ແຕ່ລະກອງນັ້ນ ນອກຈາກເປັນອາວຸດເກົ່າແກ່ ເສດ ເຫລືອຈາກທີ່ທະຫານຍີ່ປຸ່ນ ໃຫ້ເຫລືອປະຖິ້ມໄວ້ ກັບປືນເຂົ້າຂີ້ໝ້ຽນທີ່ທະຫານຝຣັ່ງເສດຝັງດິນເວລາລົບໜີຈາກການ ໄລ່ຈັບກຸມຂອງທະຫານຍີ່ປຸ່ນ, ແລ້ວຍັງມີປືນແກັບປືນເພີງ ແລະຫອກດາບຫລາວແຫລມ ບໍ່ຕ່າງການຫັຍງກັບກອງ ທະຫານໃນສມັຍໂບຮານ, ແລະມີກຳລັງພົນບໍ່ເຖິງ 10 ພັນຄົນ, ແຕ່ກໍກ້າສູ້ກັບກອງທະຫານທີ່ທັນສະມັຍຂອງນັກລ່າ ເມືອງຂຶ້ນຝຣັ່ງເສດ ທີ່ມີທັງເຄື່ອງບິນ ຣົດຫຸ້ມເກາະ ແລະປືນໃຫຍ່ຫລາຍຊນິດ ແລະມີກຳລັງພົນເຖິງ 30 ພັນຄົນ ຢ່າງບໍ່ມີຄວາມຕົກສະທ້ານຢ້ານກົວ ຍ້ອນມີຄວາມຮັກຊາດ ສູ້ເພື່ອຄວາມເປັນອິສຣະພາບ ແລະອະທິປະໄຕຂອງຊາດ.