ປະຫວັດສາດລາວ ບົດທີ: 22

2007-09-07

ເຖິງວ່າທະຫານລາວອິສຣະຫາກໍ່ສ້າງຕັ້ງຂຶ້ນໄໝ່ ຊິວິດການເປັນຢູ່ ແມ່ນປະຊາຊົນເປັນຜູ້ອຸປະຖັມລ້ຽງດູ ແລະບໍ່ມີ ເວລາຝຶກແອບອາວຸດຕ່າງໆທີ່ປະກອບໃຫ້ ເປັນອາວຸດເກົ່າແກ່ເສດເຫລືອທີ່ທະຫານຍີ່ປຸ່ນປະຖິ້ມ ກັບປືນແກັ໊ບປືນເພີງ ບໍ່ຕ່າງຫຍັງກັບກອງທະຫານໃນສມັຍໂບຮານ ແຕ່ກໍກ້າສູ້ກັບກອງທັບທີ່ທັນສມັຍຂອງນັກລ່າອານານິຄົມຝຣັ່ງເສດ ເພື່ອ ອິສຣະພາບ ແລະອະທິປະໄຕຂອງອຸຕຸພູມທີ່ແສນຮັກຂອງຕົນ

ໃນວັນທີ 13 ກຸມພາ ປີ 1946, ກົມເຄື່ອນທີ່ຂອງນັກລ່າອານານິຄົມຝຣັ່ງເສດ ທັງສາມກົມໄດ້ເຄື່ອນທັບມາຈາກ ໄຊງ່ອນ ຜ່ານປະເທດຂເມນມາຕົ້ນໂຮມຢູ່ທີ່ເມືອງເພັຍໄຟ ແລ້ວສົ່ງກຳລັງນຶ່ງກອງພັນ ຂອງສອງກອງຮ້ອຍຄອມມັງ ໂດ້ ພາຍໃຕ້ການບັງຄັບບັນຊາການຂອງພັນຕຣີແຄນນິໂປ້ ບຸກຟໂຈມຕີເຂົ້າຍຶດເອົາເມືອງປາກເຊຢ່າງຮ້າຍແຮງ

ທະຫານລາວອິສຣະນຶ່ງກອງຮ້ອຍ ພາຍໃຕ້ການບັງຄັບບັນຊາການຂອງທ່ານ ເສີມ ມະໂນວຽງ ທຳການສູ້ຣົບໂຕ້ຕອບ ຢ່າງພິລະອາດຫານ ຕັ້ງແຕ່ຕອນເຊົ້າຂອງວັນທີ່ 11 ກຸມພາ ປີ 1946 ຈົນເຖິງ 12 ໂມງທ່ຽງ ກອງຮ້ອຍຂອງທ່ານ ເສີມ ມະໂນວຽງ ຈຶ່ງຖອຍຂ້າມແມ່ນ້ຳຂອງ ໄປຍັງເມືອງເກົ່າປະເທດໄທຍ໌. ກອງທະຫານນັກລ່າອານານິຄົມຝຣັ່ງເສດ ຈຶ່ງເຂົ້າຍຶດເອົາໂຕເມືອງປາກເຊໄດ້

ຫລັງຈາກເຂົ້າຍຶດເອົາເມືອງປາກເຊໄດ້ແລ້ວ ກົມເຄື່ອນທີ່ຍຸທະການພາກໄຕ້ໄດ້ເຂົ້າມາແທນ ມີພາລະໜ້າທີ່ຂຍາຍເຂດ ຍຶດຄອງໄປຍັງແຂວງສາຣະວັນ ແລະອັດຕະປື. ສ່ວນອີກສອງກົມຍຸທະການ ແມ່ນ້ຳຂອງ ແລະຕາເວັນອອກກໍ່ເຄື່ອນ ທັບຂຶ້ນໄປສົມທົບກັບກອງຮ້ອຍຂອງຮ້ອຍເອກດູເມີເນ່ ທີ່ເມືອງຄົງເຊໂດນ ແລະກໍ່ເຂົ້າຍຶດເອົາເຊໂນ

ເມື່ອເຂົ້າຍຶດເອົາເຊໂນແລ້ວ ກໍ່ແຍກກຳລັງອອກເປັນສອງປີກຄື: ກົມຍຸທະການຕາວັນອອກ. ເມື່ອໄດ້ຮັບການເສີມ ກຳລັງດ້ວຍກອງປືນໃຫຍ່ ກອງຍານເກາະ ກອງທະຫານກໍ່ສ້າງ ແລະທະຫານພານລາວ ສາມກອງຮ້ອຍ ຄື: ກອງ ຮ້ອຍ 13, 16 ແລະ 17 ກໍເຄື່ອນທັບໄປຍັງທິດຕາເວັນອອກ ບົນຖນົນເລກທີ່9 ສ່ວນກົມຍຸທະການແມ່ນ້ຳຂອງ ມີໜ້າທີ່ເຂົ້າຍຶດເອົາໂຕເມືອງສວັນນະເຂດ

ກົມຍຸທະການແມ່ນ້ຳຂອງ ຂອງນັກລ່າອານານິຄົມຝຣັ່ງເສດ ມີກຳລັງພົນສາມພັນກ່ວາຄົນ ສ່ວນທະຫານລາວອິສຣະ ມີພຽງແຕ່ 500 ຄົນ, ແຕ່ທ່ານພັນເອກໂອເຊີເຣັດ ບໍ່ກ້າຈະສັ່ງທະຫານບຸກໂຈມຕຣີໂດຍກົງ ແຕ່ຫັນມາໃຊ້ຍຸທະວີທີ ສອງດ້ານ. ດ້ານນຶ່ງ- ນັກລ່າອານານິຄົມຝຣັ່ງເສດ ໄດ້ທຳການຕິດຕໍ່ຂໍຄວາມຊ່ວຍເຫລືອຈາກຜູ້ບັນຊາການ ທະຫານ ຈີນຄະນາຊາດ ເພື່ອບັງຄັບໃຫ້ທະຫານລາວອິສຣະຍອມຈຳນົນ ແລະອີກດ້ານນຶ່ງ ກໍສົ່ງກຳລັງເຂົ້າມາກວນທະຫານ ລາວອິສຣະ ດ້ວຍການຍິງໃຫຍ່ໃສ່ເດີນຍົນບ້ານນາເຫລົາ ແລະທີ່ຕັ້ງຂອງທະຫານລາວອິສຣະ ຢູ່ບ້ານນາເຊັງ ແລະ ສົ່ງຣົດຖັງສອງຄັນເຂົ້າມາທາງສຳນັກງານໄປສະນີ

ໃຊ້ປືນໂກນຍິງກາດໄປທຸກດ້ານຢ່າງຫູດັບຕັບໄໝ້ ແຕ່ບໍ່ເຫັນທະຫານລາວອິສຣະຕອບໂຕ້ ກໍແລ່ນຂ້າມຂົວໄມ້ເຂົ້າໄປສູ່ ຕົວເມືອງ ທະຫານລາວອິສຣະຈຶ່ງຣະເບີດຂົວ, ຣົດຖັງທັງສອງຄັນ ຖືກທະຫານລາວອິສຣະຍິງທຳລາຍ. ນາຍທະຫານ ຝຣັ່ງເສດສອງຄົນ ໂດດລົງຈາກຣົດຖັງທີ່ຖືກໄຟໄໝ້ ບັງເອີນແລ່ນເຂົ້າໄປໃນເຂດຮັກສາການຂອງທະຫານວຽດນາມ ທະຫານຝຣັ່ງເສດທັງສອງຄົນ ກໍຫາຍສາບສູນໄປ ບໍ່ເຫັນຮອດຊາກສົບ

ເມື່ອກອງບັນຊາການຝຣັ່ງເສດ ຮູ້ຂ່າວການສູນເສັຽນາຍທະຫານຂອງຕົນ ກໍໃຊ້ປືນໃຫ່ຽຣະດົມຍິງເຂົ້າໃສ່ຕົວເມືອງ ສວັນນະເຂດຢ່າງໜັກໜ່ວງ ເຮັດໃຫ້ປະຊາຊົນຫລາຍຄົນເສັຍຊີວິດ ແລະບາດເຈັບ. ເຮືອນຊານບ້ານຢູ່ຫລາຍຫລັງ ຖືກທຳລາຍ ແລະເຜົາຜານ

ໃນຕອນແລງຂອງວັນທີ 12 ມິນາ ປີ 1946, ນາຍພົນຜູ້ບັນຊາການທະຫານຈີນຄະນະຊາດທີ່ສວັນນະເຂດ ໄດ້ມາ ພົບທ່ານອຸນຊະນະນິກອນ ເພື່ອແຈ້ງໃຫ້ຊາບວ່າ: ການປົດອາວຸດທະຫານຍີ່ປຸ່ນໄດ້ສິ້ນສຸດລົງແລ້ວ. ຣັຖບານຝຣັ່ງເສດ ກັບຣັຖບານຈີນຄະນາຊາດ ໄດ້ຕົກລົງກັນໃຫ້ຝຣັ່ງເສດເຂົ້າມາປົກຄອງລາວ. ດັ່ງນັ້ນກອງທະຫານຈີນຈະໄດ້ຖອນອອກ ຈາກລາວ ແຕ່ເພື່ອເວັ້ນຈາກການນອງເລືອດ, ນາຍພົນຈີນຄະນາຊາດໄດ້ແນະນຳໃຫ້ທ່ານອຸ່ນ ຊະນະນິກອນ ພົບພໍ່ ເຈຣະຈາກັນກັບຜູ້ຕ່າງໜ້າຝຣັ່ງເສດ ຊຶ່ງຝ່າຍຈີນຍິນດີ ຈະເປັນຄົນກາງ ແລະຮັກສາຄວາມປອດພັຍໃຫ້ ທ່ານອຸ່ນ ຊະນະນິກອນ ບໍ່ມີທາງຈະເລືອກຈຶ່ງຕົກລົງເຫັນດີ

ການພົບພໍ້ຣະຫວ່າງສອງຝ່າຍໄດ້ມີຂຶ້ນທີ່ຄ້າຍທະຫານຈີນຄະນະຊາດ ໃນວັນຕໍ່ມາ. ໃນການພົບພໍ້ ທ່ານ ອຸ່ນ ຊະນະ ນິກອນ ໄດ້ເອົາທ່ານ ພູມມີ ໜໍ່ສວັນ, ທ່ານ ກຸ ວໍຣະວົງ ແລະນາຍທະຫານລາວອິສຣະ 4 ຄົນໄປນຳ. ສ່ວນທາງ ຝ່າຍຝຣັ່ງເສດ ມີພັນເອກໂວເຊີຣເດັດ, ທ່ານ ພັນໂທ ເດີໂກເວເກີ້

ທ່ານ ອຸ່ນ ຊະນະນິກອນ ຈຳເປັນຕ້ອງໄດ້ຕົກລົງຖອນກຳລັງທະຫານລາວອິສຣະ ອອກຈາກຕົວເມືອງສວັນນະເຈດ ໃນວັນທີ 16 ມີນາ ປີ່ 1946 ຂ້າຣາຊການທະຫານລາວອິສຣະ ແລະປະຊາຂົນ ກໍ່ໄດ້ອົບພຍົບ ຂ້າມແມນ້ຳຂອງ ໄປ ມຸກດາຫານ ປະເທດໄທຍ໌. ເມືອງສວັນນະເຂດ ກາຍເປັນເມືອງຮ້າງ ປະໃຫ້ທະຫານນັກລ່າອານານິຄົມຝຣັ່ງເສດເຂົ້າ ຢຶດຄອງໃນວັນທີ 17 ມີນາ ປີ 1946.