ປວັດສາດລາວ ບົດທີ 8:

2007-09-07

ໃນວັນທີ 16 ທັນວາ ປີ 1938 ຈອມພົລ ປໍ ພິບຸນສົງຄາມ ເຮັດການຣັດຖະປະຫານໂຄ່ນລົ້ມ ຣັຖບານຂອງ ພຍາພຣະຫົນ ພົນຍຸທະເສນາ ຂຶ້ນເປັນນາຍົກຣັຖມົນຕຣີ ແລ້ວປ່ຽນຊື່ ສຍາມ ມາເປັນໄທຍ໌ ຕາມແຜນນະໂຍບາຍ ໄທຍ໌ໃຫ່ຽ ຂອງຫລວງວິຈິດວາທະການ ເຈົ້າຂອງເພັງຂ້າມໂຂງສູ່ແດນໄທຍ໌ ໂດຍສວຍໂອກາດການແຜ່ຂຍາຍກຳລັງ ຂອງຍີ່ປຸ່ນ ເຂົ້າມາຍຶດຄອງດິນແດນສ່ວນນຶ່ງຂອງຈີນ ແລະໝູ່ເກາະດອນຕ່າງໆ ບົນມະຫາສະມຸດ ປາຊີວິກ ໃນປີ 1939 ແລະການຍອມຈຳນົນຂອງຝຣັ່ງເສດ ຕໍ່ກອງທັບເຍັຽຣະມັນ

ໃນວັນທີ 18 ມິຖຸນາ ປີ 1940, ຈອມພົນ ປໍພິບຸນສົງຄາມ ໄດ້ຕິດຕໍ່ຂໍຮ່ວມມືເປັນພັນທະມິດ ກັບຍີ່ປຸ່ນ ດ້ວຍການສົ່ງ ທ່ານ ວານິດ ປັນຍານາດ ໄປເຊີນນາວາຕີຣ ໂຕນິໂກະ ຊິນິສິ ທູດທະຫານເຮືອຍີ່ປຸ່ນ ປະຈຳບາງກອກມາພົບໂດຍ ທາງລັບ ແລະພ້ອມກັນນັ້ນ ກໍ່ໄດ້ສົ່ງຈົດໝາຍສເນີໃຫ້ຣັຖບານຝຣັ່ງເສດ ເປີດການເຈຣະຈາກັນໄໝ່ ກ່ຽວກັບ ສົນທິສັນຍາຝຣັ່ງ-ສຍາມ ສະບັບປີ 1893 ໂດຍສະເພາະແມ່ນເລື້ອງຊາຍແດນ ໃຫ້ຖືເອົາແມ່ນ້ຳຂອງ ແຕ່ເໜືອລົງໄຕ້ ເປັນຊາຍແດນ ຣະຫວ່າງສອງປະເທດ, ນອກຈາກນີ້ ຣັຖບານໄທຍ໌ ຍັງທວງໃຫ້ຝຣັ່ງເສດ ຍົກແຂວງພຣະຕະບອງ, ສຽມຣຽບ ແລະສີໂສພົນຂອງຂເມນໃຫ້ແກ່ຕົນຕື່ມອີກ

ໃນວັນທີ 18 ກັນຍາ ປີ 1940 ຣັຖບານຝຣັ່ງເສດ ໃດ້ສົ່ງຈົດໝາຍຕອບປະຕິເສດ ບໍ່ຮັບຂໍ້ສເນີຂອງຣັຖບານໄທຍ໌ ທັງ ເວົ້າວ່າ ສົນທິສັນຍາສະບັບປີ 1893 ຍັງມີຜົນບຳຄັບໃຊ້ຕາມເດີມ ຫາກໄທຍ໌ຕ້ອງການຢາກໃຫ້ມີການລົງນາມ ໃນສັນຍາບໍ່ຮຸກຮານກັນ ກໍ່ໃຫ້ຕິດຕໍ່ໄປທາງໂທຣະເລກ ໄປພ້ອມໆກັນກັບການສົ່ງຈົດໝາຍໄປຂູ່ຣັຖບານຝຣັ່ງເສດ ວ່າ ເຫດການຮ້າຍແຮງຈະເກີດຂຶ້ນ ຫາກຝຣັ່ງເສດບໍ່ຍອມຮັບເອົາເງື່ອນໄຂຂອງຕົນ

ໃນເດືອນທັນວາ ປີ 1940 ຈອມພົນ ປໍ ພິບຸນສົງຄາມ ໄດ້ສົ່ງກຳລັງເຂົ້າປະຊິດຊາຍແດນ ແລ້ວທຳການເກາະຜິດກັບ ຝຣັ່ງເສດ ດ້ວຍການຍິງປືນໃຫ່ຽຂ້າມຂອງໄປຍັງສວັນນະເຂດ ທ່າແຂກ ວຽງຈັນ ແລະສົ່ງກຳລັງບຸກເຂົ້າດິນຂເມນ ເກີດມີການປະທະກັນຢ່າງໜັກ ກັບກອງທະຫານຝຣັ່ງເສດ, ຝຣັ່ງເສດໄດ້ທຳການໂຕ້ຕອບ ດ້ວຍການສົ່ງເຮືອບິນ ໄປ ຖຶ້ມຣະເບີດໃສ່ໄທຍ໌ ແລະພ້ອມກັນນັ້ນ ກໍ່ສົ່ງເຮືອຣົບຈາກໄຊງ່ອນ ໄປຍັງອ່າວໄທຍ໌ ດ້ວຍເຄື່ອງບິນຖຶ້ມຣະເບີດ ລົງໃສ່ ເກາະຊ້າງ ແລະໃນຂະນະດຽວກັນນັ້ນ ເຮືອເຕ໊າະປີໂດ ສາມລຳ ແລະເຮືອຣົບສາມລຳຂອງໄທຍ໌ ຖືກຍິງຈົມ ຕໍ່ມາ ຣັຖບານຍີ່ປຸ່ນ ທຳຕົນເປັນຄົນກາງ ເພື່ອໄກ່ເກັ່ຽກໍຣະນີຜິດພາດ ຣະຫວ່າງ ໄທຍ໌ກັບຝຣັ່ງເສດ ໂດຍໃຫ້ທັງສອງ ຝ່າຍຢຸດຍິງກັນ ແລະພ້ອມກັນນັ້ນ ກໍ່ໃຫ້ສົ່ງຜູ້ຕ່າງໜ້າຂອງທັງສອງຝ່າຍໄປປະຊຸມກັນໂດຍສັນຕິວິທີ ທີ່ໂຕກ໋ຽວ

ກອງປະຊຸມໃດ້ເກີດຂຶ້ນ ໃນວັນທີ 4 ມົກກະຣາ ປີ 1941 ພາຍໄຕ້ການເປັນປະທານຂອງທ່ານ ໂມຊູໂກະ ຣັຖມົນຕຣີການຕ່າງປະເທດຍີ່ປຸ່ນ ມາເຖິງວັນທີ 21 ກຸມພາ ປີ 1941 ຜູ້ຕ່າງໜ້າຝຣັ່ງເສດ ປະກາດຖອນຕົວ ເພາະ ເຫັນທາງໄທຍ໌ຮຽກຮ້ອງຕ້ອງການຫລາຍເກີນໄປ ຄຽງຄູ່ກັບການບັງຄັບໃຫ້ຜູ້ຕ່າງໜ້າຝຣັ່ງເສດສືບຕໍ່ການມາເຈຣະຈາ ນັ້ນ ຍີ່ປຸ່ນໄດ້ສົ່ງເຮືອຣົບ 60 ລຳ ເຂົ້າໄປນາບຂູ່ເຮືອຣົບຝຣັ່ງເສດ ທີ່ອ່າວໄທຍ໌ ພ້ອມກັບຂູ່ວ່າ ຫາກຝຣັ່ງເສດ ບໍ່ ຍອມຮັບເອົາເງື່ອນໄຂຂອງໄທຍ໌ ຍີ່ປຸ່ນຈະຊ່ວຍໄທຍ໌ດຳເນີນການໂດຍກົງ

ມາໃນວັນທີ 6 ມີນາ ປີ 1941 ຜູ້ຕ່າງໜ້າຝຣັ່ງເສດ ໄດ້ກັບມາປະຊຸມກັນໄໝ່ ແລະສີ່ວັນຕໍ່ມາ ຝຣັ່ງເສດຈຶ່ງຍອມ ປະຕິບັດຕາມຂໍ້ສເນີຂອງຝ່າຍໄທຍ໌ ແຕ່ຖືກແກ່ຍາວໄປເຖິງວັນທີ 9 ມິນາ ປີ 1941 ຈຶ່ງມີການລົງນາມກັນ ເປັນທາງ ການ ຄື: ຝຣັ່ງເສດ ຕ້ອງຍົກດິນແດນທາງຝັ່ງຂາວຂອງອານາຈັກຫລວງພຣະບາງ ແລະຈຳປາສັກຂອງລາວ ແຂວງ ພຣະຕະບອງ ສີໂສພົນ ແລະສຽມຣຽບຂອງຂເມນ ໃຫ້ແກ່ໄທຍ໌ ແຕ່ຝຣັ່ງເສດຣູ້ດີວ່າ ບໍ່ສະເພາະແຕ່ດິນແດນສອງ ແຂວງຝັ່ງຂາວຂອງແມ່ນ້ຳຂອງນັ້ນ ແຕ່ພາກອິສານທັງໝົດທີ່ຢູ່ໄຕ້ການປົກຄອງຂອງໄທຍ໌ນັ້ນ ເປັນດິນແດນອັນຊອບ ທັມຂອງອານາຈັກລາວລ້ານຊ້າງ ແຕ່ຖືກສຍາມເຂົ້າມາຄອບຄອງດ້ວຍກຳລັງ ດັ່ງນັ້ນ, ການຍົກສອງແຂວງຂອງລາວ ໄທຍ໌ຄັ້ງນີ້ ກໍ່ຍ້ອນຖືກບັງຄັບເຊັ່ນດຽວກັນ ຍ້ອນມີການພົວພັນກັນຣະຫວ່າງໄທຍກັບຍີ່ປຸ່ນ ນັບມື້ນັບແໜ້ນ

ມາໃນວັນທີ 8 ທັນວາ ປີ 1941 ຍີ່ປຸ່ນໄດ້ຍົກທັບເຂົ້າສູ່ປະເທດໄທຍ໌ ຕາມຂໍ້ຕົກລົງກັນໂດຍທາງລັບ ກັບຣັຖບານ ຂອງຈອມພົນ ປໍ ພິບູແນສົງຄາມ ແລະຫລັງຈາກນັ້ນມາ ປະມານນຶ່ງເດືອນ ຄືໃນວັນທີ 25 ມົກກະຣາ ປີ 1942, ຈອມພົນປໍພິບູນສົງຄາມ ນາຍົກຣັຖມົນຕຣີ ກໍ່ປະກາດສົງຄາມກັບສະຫະຣັຖອາເມຣິກາ ແລະອັງກິດ

ຄຳປະກາດສົງຄາມຂອງຈອມພົນ ປໍ ພິບຸນສົງຄາມ ຖືກສົ່ງໄປຍັງທ່ານເສຣີປະໂມດ ເອກອັຄຣາຊທູຕໄທຍ໌ ປະຈຳ ວໍຊິງຕັນນ໌ ແຕ່ທ່ານເສຣີປະໂມດ ບໍ່ຍອມມອບໃຫ້ຣັຖມົນຕຣີວ່າການຕ່າງປະເທດສະຫະຣັຖ ພຽງແຕ່ແຈ້ງໃຫ້ຊາບວ່າ ທ່ານມີປະກາດສຳຄັນຈາກຣັຖບານໄທຍ໌ ແຕ່ທ່ານບໍ່ປາຖນາທີ່ສົ່ງໃຫ້.