ດັ່ງທີ່ພວກເຮົາໄດ້ຮູ້ມາແລ້ວວ່າ ສົມເດັດພຣະເຈົ້າມະຫາອຸປລາດ ເພັຊຣາດ ໄດ້ຕອບໂຕ້ທ່ານ ຫລູຍບຣາໄຊ ຂ້າ ຫລວງໃຫຍ່ຝຣັ່ງເສດວ່າ ອຳນາດການປົກຄອງອານານິຄົມຝຣັ່ງເສດໃນລາວ ໄດ້ສູນສິ້ນໄປພ້ອມກັບການຍຶດຄອງຂອງ ຍີ່ປຸ່ນ ແລະນັບຕັ້ງແຕ່ມື້ນີ້ເປັນຕົ້ນໄປ ລາວຈະປົກຄອງຕົນເອງໃນຖານະຂອງປະເທດເອກຣາຊ ທາງທີ່ດີ ໃຫ້ນັກ ປົກຄອງຝຣັ່ງເສດກັບເມືອ ຫຼືຢາກຈະຢູ່ ກໍໃຫ້ຢູ່ໃນຖານະເປັນພົລເມືອງລາວ ຫຼືຊາວຕ່າງດ້າວນັ້ນ
ເປັນຄຳຕອບທີ່ຖືກຕ້ອງ ແລະເປັນທັມທີ່ສຸດ ແຕ່ເປັນການເຈັບແສບສຳຣັບນັກລ່າອານານິຄົມ ດັ່ງນັ້ນ ເມື່ອເຫັນວ່າ ບໍ່ ສາມາດທີ່ຈະເຮັດໃຫ້ສົມເດັດເຈົ້າມະຫາອຸປລາດ ເພັຊຣາດ ປ່ຽນແປງນ້ຳພຣະທັຍ ເພື່ອປະເທດຊາດ ແລະເພື່ອ ປະຊາຊົນລາວໄດ້ ທ່ານ ຫລູຍບຣາໄຊ ຂ້າຫຼວງໃຫ່ຽຝຣັ່ງເສດ ກໍ່ຟ້າວອອກເດີນທາງໄປຫລວງພຣະບາງ ຮ່ວມກັບຜູ້ ຕ່າງໜ້າຊົ່ວຄາວຂອງຣັຖບານຝຣັ່ງເສດ ປະຈຳພຣະຣາຊສຳນັກ ຄື ທ່ານ ອິນຟາວ ເພື່ອໄປສ້າງຄວາມເຂົ້າໃຈຜິດ ຣະຫວ່າງຫຼວງພຣະບາງກັບວຽງຈັນ ຫາວ່າ ສົມເດັດເຈົ້າເພັຊຣາດ ຄິດຄົດຕໍ່ພຣະຣາຊວັງ ແລະຈະແຕ່ງຕັ້ງຕົນເອງຂຶ້ນ ເປັນພຣະເຈົ້າແຜ່ນດິນ ແຫ່ງຣາຊອານາຈັກລາວແທນ. ສົມເດັດເຈົ້າເພັຊຣາດ ມອງເຫັນເຈດຕະນາຮ້າຍຂອງຝຣັ່ງເສດ ຈຶ່ງສົ່ງໂທຣະເລກດ່ວນ ໄປຍັງພຣະຣາຊວັງຫລວງພຣະບາງ ໃນວັນທີ 2 ກັນຍາ ປີ 1945
“ກຣາບບັງຄົມທູນ ພຣະບາດສົມເດັດພຣະເຈົ້າມະຫາຊີວິດ ສີສວ່າງວົງສ໌ ທຣົງຊາບເຖິງຄວາມມຸ້ງມາດປາຖນາ ຂອງ ໄຜ່ຟ້າປະຊາກອນລາວສີ່ແຂວງພາກໃຕ້ ໃຫ້ທ້ອມໂຮມລາວທັງສອງພາກເຂົ້າເປັນເອກກະພາບ ແລະເປັນເອກຣາດຈຶ່ງ ຂໍພຣະປາຣະມີພິທັຍ ຈາກພຣະບາດສົມເດັດພຣະເຈົ້າມະຫາຊິວິດ.”
ແຕ່ແທນທີ່ຈະໄດ້ຮັບຄຳເຫັນຊອບ ຈາກພຣະບໍຣົມມະຫາຣາຊວັງຫລວງພຣະບາງ ກັບເປັນໂທຣະເລກສາມສະບັບ ຊຶ່ງ ມີຂໍ້ຄວາມສຳຄັນດັ່ງນີ້:
ສະບັບທີ່ນຶ່ງ: ລົງວັນທີ 7 ກັນຍາ ປີ 1945, ເຖິງພຣະນະທ່ານເຈົ້າມະຫາປະຣາດອຸປລາດທີ່ວຽງຈັນວ່າ ພຣະບາດ ສົມເດັດພຣະເຈົ້າມະຫາຊີວິດ ມີພຣະຣາຊປະສົງ ໃຫ້ອານາຈັກຫລວງພຣະບາງເປັນອານານິຄົມຂອງຝຣັ່ງເສດຕໍ່ໄປ. ສະບັບທີສອງ: ລົງວັນທີ 10 ກັນຍາ ປີ 1945, ເຖິງພຣະນະທ່ານອູ່ທອງ ສຸວັນນຸວົງສ໌ ຣັຖມົນຕຣີວ່າການຄັງທີ່ ມາຣາຊການທີ່ວຽງຈັນ ໂດຍມີຣາຊອົງການໃຫ້ປັບປຸງຕໍ່າແໜ່ງນາຍົກຣັຖມົນຕຣີ ເພື່ອໃຫ້ເໝາະສົມກັບບ້ານເມືອງ ແລະການປົກຄອງຊຶ່ງຄັດແຍ່ງກັບມະຕິມະຫາຊົນ. ເຣື່ອງນີ້ ພຣະອົງບໍ່ໄດ້ສຶກສາກັບເຈົ້າຕົວທີ່ກ່ຽວໝາຍ ເຖິງສົມເດັດ ເຈົ້າເພັຊຣາດມາກ່ອນ ແລະໄດ້ທຣົງປົດຕໍ່າແໜ່ງສັກດິນາຂອງມະຫາອຸປລາດ ແລ້ວຈຶ່ງໃຫ້ທ່ານຮີບຂຶ້ນໄປຫລວງ ພຣະບາງ ເພື່ອຮັກສາໜ້າທີ່ແລະຕຳແໜ່ງຕາມປົກກະຕິ.
ສະບັບທີສາມ: ເຖິງພຣະນະທ່ານ ພຸ່ນ ປັນຍາ ໃຫ້ເຜີຍແຜ່ພຣະຣາຊອົງການນີ້ ໃຫ້ປະຊາຊົນ ແລະໃຫ້ຕົກລົງກັບ ພຣະນະທ່ານ ອູ່ທອງ ເພື່ອຈັດພິທີປ້ອງກັນຊິວິດ ແລະຊັບສິນຂອງຣາຊດອນ ໃຫ້ຊີ້ແຈງເຣື່ອງທັງໝົດນີ້ ໃຫ້ພຣະຍາ ຄຳມ້າວຊາບ ເພື່ອປະຕິບັດຕາມຄຳສັ່ງນີ້
ເຊົ້າວັນທີ 11 ກັນຍາ ປີ 1945 ສົມເດັດເຈົ້າເພັຊຣາດ ມີໂທຣະເລກໂຕບ ໄປຍັງພຣະບໍຣົມຣາຊວັງຫລວງພຣະບາງ ວ່າ ພຣະອົງທຣົງຍິນຍອມປະຕິບັດຕາມຣາຊປະສົງຂອງພຣະເຈົ້າມະຫາຊິວິດສີສວ່າງວົງສ໌ ແລະພ້ອມກັນນັ້ນ ກໍ່ທຣົງ ໃຫ້ທ່ານ ກະຕ່າຍ ໂດນສະສຸຣິດ ຣາຊເລຂານຳເອົາໂທຣະເລກ ທັງສາມສະບັບຈາກຫລວງພຣະບາງ ແລະຖແລງ ການຂອງສົມເດັດເຈົ້າເພັຊຣາດ ທີ່ຖອນພຣະອົງອອກຈາກການຍຸ້ງຍາກກ່ຽວກັບວຽກບ້ານການເມືອງ ອອກເຜີຍແຜ່ໃຫ້ ປະຊາຊົນຊາບນຳດ້ວຍ
ໃນຂະນະທີ່ປະເທດຊາດບ້ານເມືອງກຳລັງຕົກຢູ່ໃນຄວາມສັບສົນ ຍ້ອນພຣະບາດສົມເດັດພຣະເຈົ້າມະຫາຊິວິດ ທຣົງຫລົງເຊື່ອກົນອຸບາຍຂອງຂ້າຫລວງຝຣັ່ງເສດ. ໃນວັນທີ 10 ກັນຍາ ປີ 1945 ປະຊາຊົນວຽດນາມ ທີ່ມາອາສັຍ ທຳມາຫາກິນຢູ່ວຽງຈັນ ປະມານ 500 ຄົນ ພາຍໃຕ້ການນຳຂອງພັກຄອມມູນິສອິນໂດຈີນ ພາກັນຖືທຸງສີແດງດາວ ເຫລືອງຮູບໂຮ່ຈິມິນ ແລະປ້າຍຄຳຂັວນອອກເດີນຂະບວນຕາມຖນົນກາງນະຄອນວຽງຈັນ ໂຮ່ຮ້ອງສນັບສນຸນວັນປະ ກາດຍຶດອຳນາດຂອງວຽດມິນທີ່ຮ່າໂນ້ຍ ໃນວັນທີ 19 ສິງຫາ ປີ 1945 ພ້ອມກັບໃສ່ຮ້າຍປ້າຍສີເຈົ້າໜ້າທີ່ລາວວ່າ ທຳການກົດຂີ່ຂົ່ມເຫັງຕົນ ຮ້າຍແຮງໄປກ່ວານັ້ນ ພວກເດີນຂະບວນດັ່ງກ່າວ ຍັງປະກາດວ່າ ເມືອງລາວເປັນພາກສ່ວນ ນຶ່ງຂອງປະເທດວຽດນາມ
ໃນຂະນະທີ່ຂະບວນການລາວເປັນລາວ ກຳລັງມີການເຄື່ອນໄຫວທີ່ຈະປະກາດປະເທດລາວເປັນເອກກະຣາດ ເອກກະພາບຢູ່ແລ້ວ ດັ່ງນັ້ນ ຄຳປະກາດດັ່ງກ່າວຂອງຊາວວຽດນາມ ທີ່ເດີນຂະບວນ ກໍ່ປໍ່ຕ່າງຫຍັງກັບການຖອກ ນ້ຳມັນເຊື້ອເພີງ ໃສ່ກອງໄຟແຫ່ງຄວາມຮັກຊາຕຂອງປະຊາຊົນລາວ ແລະໃນທັນໃດນັ້ນ ຊາວໜຸ່ມນັກຮຽນ ນັກສຶກສາ ຂ້າຣາຊການ ແລະປະຊາຊົນຊາວນະຄອນວຽງຈັນ ແລະໝູ່ບ້ານອ້ອມແອ້ມນັບເປັນພັນໆຄົນ ໄດ້ລຸຫລັ່ງຖັ່ງເທເຂົ້າ ປະທະກັບຊາວວຽດນາມທີ່ເດີນຂະບວນຈົນແຕກສລຸຜູຜ່າຍໄປ ປະຊາກສົບໄວ້ຢູ່ກາງຖນົນ 5 ສົບ ຄວາມຄຽດແຄ້ນໄດ້ຣະບາດໄປທົ່ວນະຄອນວຽງຈັນ ເຮືອນຊານບ້ານຊ່ອງ ແລະຮ້າຍຄ້າຂອງຊາວຽດນາມ ຫລາຍສິບ ຫັຼງຖືກໄຟເຜົາຜານ
ເມື່ອເຫັນເປັນເຊັ່ນນັ້ນ ສົມເດັດເຈົ້າເພັຊຣາດ ທຣົງມີຄຳສັ່ງໃຫ້ຊາວວຽດນາມ ທີ່ມາອາສັຍທຳມາຫາກິນຢູ່ໃນປະເທດ ລາວ ໜີອອກຈາກລາວໃຫ້ໝົດພາຍໃນກຳນົດສາມເດືອນ ຊາວວຽດນາມສ່ວນນຶ່ງ ໄດ້ອົບພະຍົບຂ້າມນ້ຳຂອງໄປຢູ່ປະ ເທດໄທຍ໌ ແລະອີກສ່ວນນຶ່ງປະມານ 10 ພັນຄົນ ໄດ້ອົບພະຍົບລົງໄປຕາມທາງເລກທີ 13 ໄປເຖິງທ່າແຂກ ແລ້ວນຳ ທາງເລກທີ 8 ໄປສູ່ປະເທດວຽດນາມ ແຕ່ຖືກກອງທະຫານຝຣັ່ງເສດກັນໄວ້ຢູ່ບ້ານນາກາຍ ຈຶ່ງຖອຍກັບຄືນມາຢູ່ເມືອງ ທ່າແຂກ.
|
|
ສຽງບັນທຶກໄວ້ |
|
|
ດາວໂລ້ດ |
|
|
ອີເມວລ໌ ເຣື້ອງ |
|
|
ລົງທະບຽນເປັນສະມາຊິກ |
|
|
ພິມເຣື້ອງນີ້ |