ປວັດສາດລາວ ບົດທີ 2:

2007-09-07

ຫລັງຈາກຣັຖບາລຝຣັງເສດໄດ້ສົ່ງກຳລັງມາຍືດຄອງເກາະຊີໆ ໃນວັນທີ 5 ມິຖຸນາ ປີ 1862 ແລະມາຍຶດເອົາຂະເມນ ໃນວັນທີ 11 ສິງຫາ ປີ 1862 ແລ້ວ. ຜູ້ສຳເຣັດຣາຊກາຣຝຣັ່ງເສດ ຢູ່ໂກາະຊີໆ ໄດ້ຈັດສົ່ງເຈົ້າໜ້າທີເຂົ້າມາສຳລວດດິນແດນທາງຝັ່ງຊ້າຍຂອງແມ່ນ້ຳຂອງ ມີ 4 ຄະນະຄື: ຄະນະຂອງທ່ານຝຣັງຊິກາກີ້ ຈາກໃຊງ່ອນ ໃນປີ 1886 ຂື້ນມາຕາມລຳແມ່ນ້ຳຂອງ ຜ່ານປະເທດຂະເມນ ແລະ ລາວ ໄປເຖິງມົນທົນຍຸນານ ຂອງປະເທດຈີນເປັນເວລາ 2 ປີ. ຄະນະຂອງທ່ານຮາກມັ້ງ ໃນປີ 1867 ເຖິງປີ 1884 ເຂົ້າມາທຳການສຳລວດຢູ່ທາງພາກໄຕ້ຂອງລາວ. ຄະນະຂອງທ່ານ ໂບຣກົສ ປາວີ້ ໃນປີ 1887 ເຖິງປີ 1889 ເຂົ້າມາສຳລວດຢູ່ທາງພາກເຫນືອຂອງລາວ ແຕ່ຫລວງພະບາງ ໄປເຖິງເມືອງແຖນ. ຄະນະຂອງທ່ານກຸເປ້ ເຂົ້າມາສຳລວດຢູ່ແຂວງຫົວພັນ ເມືອງພວນໃນປີ 1888 ລາຍງານທຸກສະບັບຂອງຄະນະທີ່ເຂົ້າມາສຳລວດ ລ້ວນແຕ່ສະແດງໃຫ້ເຫັນ ເຖິງຄວາມອຸດົມສົມບູນທີ່ເຕັມໄປດວ້ຍແຕ່ສັພຍາກອນທັມະຊາດທີ່ມີຄ່າຣາຄາແພງຢູ່ບົນສອງຝັ່ຼງແມ່ນ້ຳຂອງ ທຳໃຫ້ຣັຖບາລຝຣັ່ງເສດມີຄວາມຫິວກະຫາຍ ທີ່ຈະເຂົ້າມາຄອບຄອງດິນດອນຕອນນີ້ ແຕ່ມີອຸປະສັກສຳຄັນ ຄື ອານາເຂດຢູ່ທາງພາກເຫນືອຂອງປະເທດຂະເມນ ແລະສອງຝາກຝັ່ຼງແມ່ນ້ຳຂອງ ພັດຕົກຢູ່ໃນຄວາມ ຢຶດຄອງຂອງສຍາມ.

ຣັຖບາລຝຣັ່ງເສດກໍເລີຍອີງໃສ່ການຕາຍຂອງທ່ານມາຊິ້ ຜູ້ຮັກສາກົງສຸນຝຣັ່ງເສດ ປະຈຳການຢູ່ ຫລວງພະບາງທີ່ເສັຽຊີວິດຢູ່ບົນເສັ້ນທາງຫລວງພະບາງໃນເດືອນມິນາ ປີ 1893 ແລະມີເຈົ້າໜ້າທີຝຣັ່ງເສດ ສອງຄົນຄືທ່ານ ຊັງເປນົ້ວ ແລະທ່ານ ແອັດສະກິຣ້າ ຖືກເຈົ້າໜ້າທີສຍາມຈັບກຸ່ມ ແລະທຳການທາລຸນ ພ້ອມກັນນັ້ນທາງການສຍາມ ຍັງໄດ້ທຳການຂັບໄລ່ຜູ້ຕ່າງໜ້າຝຣັ່ງເສດ ຄືທ່ານວາຣະຕົ້ງ ອອກຈາກໜອງຄາຍ ມາເປັນຂໍ້ອ້າງຖືວ່າສຍາມຈົງໃຈເກາະຜິດກັບຕົນ ແລະພ້ອມກັນນັ້ນກໍອາສັຍແຜ່ນທີໆເຈົ້າຊີວິດອານາມ ແຕ້ມແຕ່ງຂື້ນກວມເອົາດິນດອນທາງຝຼັ່ງຊ້າຍຂອງແມ່ນ້ຳຂອງວ່າເປັນຂອງອານາມ ແລະຢູ່ທາງຝາກຝຼັ່ງ ຕາເວັນອອກສຽງໄຕ້ຂອງສຍາມວ່າເປັນດິນແດນຂອງຂະເມນ. ຝຣັ່ງເສດຈຶ່ງທວງໃຫ້ສຍາມມອບດິນແດນດັ່ງກ່າວ ມາໃຫ້ຝຣັ່ງເສດ.

ເມື່ອທາງການສຍາມປະຕິເສດ ບໍ່ຍ່ອມປະຕິບັດ ມາໃນວັນທີ 23 ເມສາ ປີ 1893 ຜູ້ສຳເຣັດຣາຊກາລຝຣັ່ງເສດ ປະຈຳອິນໂດຈີນຈຶ່ງສັ່ງໃຫ້ທະຫານເຂື່ອນພົລເຂົ້າສູ່ປະເທດລາວ ສາມດ້ານຄື: ດ້ານນຶ່ງຈາກຊຽງແຕງ ຂື້ນມາຍຶດເອົາດອນໂຂງ ໃນວັນທີ 22 ພຶດສະພາ ປີ 1893. ດ້ານທີສອງ ເຂົ້າມາທາງລາວບ້າວ ມາຍຶດເອົາ ເມືອງເຊໂປນ, ເມືອງພິມ ແລະ ສອງຄອນແລ້ວປັກທຸງຂື້ນຢູ່ເຂັມມະຣາດໃນວັນທີ 26 ພືດສະພາ ປີ 1893. ດ້ານທີສາມເຂົ້າມາທາງບ້ານນາແປ ມາຍຶດເອົາເມືອງຄຳເກີດ ແຂວງຄຳມ່ວນ ພະຍາຍອດເມືອງຂວາງ ຜູ້ບັນສາການ ທະຫານສຍາມຢູ່ຄຳເກີດຕິດຕໍ່ຂໍຍ່ອມຈຳນົນ ແລະໃຫ້ທ່ານກຸສະກູແຣ້ງຂ້າມໄປທ່າອູເທນເພື່ອໄປຮັບເອົາໜັງສືມອບໝາຍ ແຂວງຄຳມ່ວນຈາກຂ້າຫລວງໃຫ່ຽຂອງສຍາມ ທ່ານກຸສະກູແຣ້ງ ເລີຍຖືກທະຫານສຍາມລອບສັງຫານ ຢູ່ແກ້ງເກັດ ເມື່ອຊາບຂ່າວດັ່ງກ່າວ ຜູ້ສຳເຣັດຣາຊກາລຝຣັ່ງເສດ ປະຈຳອິນໂດຈີນ ກໍຟ້າວສັ່ງໃຫ ້ກອງທັບເຮືອຢຸໂກະແຊ້ງຊີ້ນ ເອົາເຮືອລົບສອງລຳໄປຍຶດເອົາເກາະ ສະນິມ ແລະປິດປາກນ້ຳເຈົ້າພະຍາ ໃນຕອນແລງ ວັນທີ 12 ກໍຣະກະດາ ປີ 1893 ແລ້ວຢືນຄຳຂາດໃຫ້ຣັຖບາລສຍາມ ຖອນທະຫານທັງໜົດອອກຈາກດິນແດນ ທາງຝຼັ່ງຊ້າຍ ແລະເກາະດອນຕ່າງໆຂອງແມ່ນ້ຳຂອງ ສອບສວນເອົາຄວາມຜິດຕໍ່ຜູ້ຄາດຕະກັມຊາວຝຣັ່ງເສດ ທີ່ແກ້ງເອດໃຫ້ໃຊ້ຄ່າເສັຽຫາຍໃຫ້ຝຣັ່ງເສດ 2 ລ້ານກີບ ແລະວາງເງິນ 3 ລ້ານກີບ ປະກັນຄ່າທຳຂວັນ ແລະຄ່າເສັຽຫາຍຕ່າງໆ ທີ່ທາງການສຍາມກະທຳຕໍ່ປະເທດຂະເມນ.

ໃນທີສຸດທາງການສຍາມກໍ່ຕົກລົງຍ່ອມປະຕິບັດຕາມເງື່ອນໄຂຂອງຝຣັ່ງເສດ ເຊັນສັນຍາສັນຕິພາບກັບ ຣັຖບາລຝຣັ່ງເສດ ໃນວັນທີ 20 ຕຸລາ ປີ 1893. ດັ່ງນັ້ນຕັ້ງແຕ່ມື້ນັ້ນມາ ລາວທີ່ຢູ່ຝຼັ່ງຊ້າຍຂອງ ແມ່ນ້ຳຂອງໄດ້ພົ້ນຈາກການເປັນຫົວເມືອງຂື້ນຂອງສຍາມ ພັດກາຍມາເປັນຫົວເມືອງຂື້ນຂອງຝຣັ່ງເສດ. ໃນ 60 ປີ ທີ່ຝຣັ່ງເສດເຂົ້າມາປົກຄອງລາວບໍ່ໄດ້ສົນໃຈທີ່ຈະສ້າງສາພັທະນາປະເທດລາວຄືນັບຕັ້ງແຕ່ປີ 1893 ມາຮອດປີ 1945 ທົ່ວປະເທດລາວມີຫົນທາງປູດ້ວຍຫີນແລະດິນມີພຽງ 4,779 ກິໂລແມັດ ໃນນັ້ນ 1740 ກິໂລແມັດ ໃຊ້ການບໍ່ໄດ້ໃນລະດູຝົນ ມີໂຮງຮຽນຊັ້ນປະຖົມ 12 ຫລັງ ແລະມີໂຮງຮຽນມັທະຍົມ 1 ຫລັງ ທີ່ຫາກໍ່ສ້າງຂື້ນໃນປີ 1921 ແລະມີໂຮງໝໍຂນາດນ້ອຍ 5 ແຫ່ງ ຢູ່ແຂວງຫລວງພະບາງ ທ່າແຂກ ສະຫວັນນະເຂດ ປາກເຊ ແລະສາລະວັນ.

ການທີຝຣັ່ງເສດບໍ່ສົນໃຈທີ່ຈະສ້າງສາພັທະນາປະເທດລາວ ແລະບໍ່ໃຫ້ຄົນລາວມີການສຶກສາຮຳ່ຮຽນນັ້ນ ແມ່ນ ພວກເຂົາເຈາະຈົ່ງເອົາຄົນວຽດນາມ ເຂົ້າມາເປັນນາຍຂົ່ມເຫັງລາວ ແລະ ກືນກິນ ຊາດລາວ ດັ່ງໃນປີ 1928 ນະຄອນຫລວງວຽງຈັນມີປະຊາກອນລາວ ພຽງ 9,570 ຄົນ ແຕ່ມີຄົນວຽດນາມເຂົ້າມາຢູ່ເຖິງ 12,400 ຄົນ.