ເມື່ອຜູ້ຕ່າງໜ້າລາວອິສຣະໄດ້ເຂົ້າເຝົ້າສົມເດັດເຈົ້າເພັຊຣາດທີ່ໂຮງປະທັບໜອງເທວະດາ ເພື່ອທູນຖວາຍຣາຍງານກ່ຽວ ກັບສ່ວນປະກອບຣັຖບານລາວອິສຣະ ຮ່າງຣັຖທັມມະນູນ ແລະການອອກແບບທຸງຊາຕລາວເອກກະຣາດ ເພື່ອໃຫ້ ພຣະອົງທຣົງຊາບ ແລະຫລັງຈາກນັ້ນ ສົມເດັດເຈົ້າເພັຊຣາດ ໄດ້ທຣົງແນະນຳໃຫ້ຜູ້ຕາງໜ້າຂະບວນການລາວອິສຣະ ໃຫ້ພາກັນເລັ່ງລັດຈັດຕັ້ງກຳລັງປະກອບອາວຸດຂຶ້ນໃຫ້ໄວເທົ່າທີ່ຈະໄວໃດ້
ຈາກນັ້ນ ບັນດາບຸກຄົນສຳຄັນຂອງຂະບວນການລາວອິສຣະ ກໍ່ຟ້າວຮຽກກອງປະຊຸມເພື່ອພິຈາຣະນາຫາຊ່ອງທາງ ຈັດ ຕັ້ງກອງກຳລັງປະກອບອາວຸດຂຶ້ນ ຕາມຄຳແນະນຳຂອງສົມເດັດເຈົ້າເພັຊຣາດ. ສະມາຊິກຈຳນວນນຶ່ງ ສະແດງຄວາມ ອ່ອນກຳລັງໃຈ ເມື່ອຊາບວ່າ ສົມເດັດເຈົ້າເພັຊຣາດມີການແບ່ງຮັບແບ່ງສູ່ ແຕ່ສະມາຊິກສ່ວນຫລວງຫລາຍຕັດສິນໃຈ ຕໍ່ສູ້ແບບເອົາຫົວຂາດຄາ ເພື່ອຄວາມເປັນເອກກະພາບ ແລະຄວາມເປັນເອກກະຣາດຂອງປະເທດຊາຕ ເພື່ອ ພິຈາຣະນາການຈັດຕັ້ງກຳລັງປະກອບອາວຸດ ບັນດາສະມາຊິກ ໄດ້ແລກປ່ຽນຄຳຄິດຄຳເຫັນຢ່າງຍືດຍາວແລະດຸເດືອດ ທີ່ສຸດ ເນື່ອງຈາກສະມາຊິກໃນຂະບວນການລາວອິສຣະ ສ່ວນຫລາຍບໍ່ມີຜູ້ໃດເປັນທະຫານ ຫລື ໄດ້ຜ່ານໂຮງຮຽນ ເສນາທິການ ຫລື ສະຖາບັນຍຸທສາດການເມືອງ ການທະຫານມາກ່ອນ ທັງບໍ່ມີເງີນຄຳ ແລະອາວຸດຍຸທພັນ ແລະເມື່ອ ຈັດຕັ້ງຂຶ້ນແລ້ວ ຈະໃຫ້ຜູ້ໃດເປັນຄູຝຶກ ຫລືເປັນຜູ້ບັງຄັບບັນຊາ
ໃນທີ່ສຸດ ທີ່ປະຊຸມໄດ້ຕົກລົງກັນເປັນເອກກະສັນ ຈັດຕັ້ງກອງກຳລັງປະກອບອາວຸດຂຶ້ນ ໂດຍໃຫ້ຊື່ວ່າ “ກອງປະກອບ ອາວຸດລາວອິສຣະ” ຂຶ້ນໂດຍໄວ ໂດຍມອງເຫັນເງື່ອນໄຂທີ່ຈະອຳນວຍໃຫ້ຢູ່ສາມປະການ ຄື :
ປະການທີນຶ່ງ: ອາດຕິດຕໍ່ຂໍຄວາມຊ່ວຍເຫລືອຈາກໜ່ວຍຣາຊການລັບຂອງອາເມຣິການ ທີ່ສາກົນນະຄອນ ປະການທີ່ສອງ: ອາດຕິດຕໍ່ຂໍອາວຸດນຳນາຍທະຫານຍີປຸ່ນທີ່ເຄີຍຮູ້ຈັກຮັກແກ່ນກັນໄດ້ ແທນທີ່ຈະເອົາໄປມອບໃຫ້ກຳ ລັງພັນທະມິດ ທີ່ເຂົ້າມາປົດອາວຸດໜົດ ປະການທີ່ສາມ: ຊອກຄົນລາວທີ່ເຄີຍເປັນທະຫານຝຣັ່ງເສດ ເຊັ່ນ: ທ່ານສຶງ ຣັຖຕະນະສະໃໝ ແລະທ່ານອ້ວນ ລາທິກຸນ ມາເປັນຄູຝຶກ ຫລືມາເປັນຜູ້ບັງຄັບບັງຊາ ຫລືອາດຕິຕໍ່ຊ່ວຍເຫລືອຈາກນາຍທະຫານຂອງຕ່າງປະເທດ ມາ ເປັນ ຄູຣ ຝຶກແອບໃຫ້
ກ່ຽວກັບການໄປຕິດຕໍ່ຂໍອາວຸດຈາກ ອາເມຣິກາ ນັ້ນ ທີ່ປະຊຸມໄດ້ມອບໃຫ້ ທ່ານ ອຸ່ນ ຊນະນິກອນ ກັບ ທ່ານທັມ ໄຊຍະສິດເສນາໄປພົບໜ່ວຍຣາຊການຫລັບຂອງອາເມຣິກາ ຢູ່ສາກົນນະຄອນ ແລະອາເມຣິກາກໍ່ຕົກລົງຈະໃຫ້ຄວາມ ຊ່ວຍເຫືອຢ່າງເຕັມທີ່ ແລະພ້ອມກັນນັ້ນ ກໍ່ແຕ່ງນາຍທະຫານອາເມຣິກັນ 2 ຄົນ ເດີນທາງມາເຂົ້າເຝົ້າສົມເດັດເຈົ້າ ເພັຊຣາດ ທີ່ວຽງຈັນ ແລະໄປສຳຣວດເບິ່ງສະຖານ ທີ່ສະຫະຣັດຈະສົ່ງເຄື່ອນບິນມາປ່ອນອາວຸດລົງໃຫ້ອີກດ້ວຍ ສ່ວນ ການສະແຫວງຫາຊ່ອງທາງເພື່ອຕິດຕໍ່ຂໍອາວຸດຈາກກອງທະຫານຍີ່ປຸ່ນ ທີ່ປະຊຸມໄດ້ຕົກລົງກັນວ່າ ຢູ່ຫລວງພຣະບາງ ມອບພາລະໃຫ້ທ່ານເພົ້າ ປັນຍາ ທ່ານ ຄຳຜາຍ ບຸຜາ ຢູ່ທ່າແຂກມອບພາລະໃຫ້ທ່ານສິງຄະໂປ ຈຸນລະມະລີ ຢູ່ ສວັນນະເຂດ ມອບພາລະໃຫ້ທ່ານພູມມີ ໜໍ່ສວັນ ແລະຢູ່ເມືອງເຊໂປນ ມອບໃຫ້ທ່ານໂອຄຳ ອານຸຣັກ ຕ່າງກໍ່ໄດ້ຮັບ ຜົນສົມຄວນ ເປັນຕົ້ນແມ່ນຢູ່ທ່າແຂກ ທ່ານສິງຄະໂປ ຈຸນລະມະລີ ບໍ່ພຽງແຕ່ຂໍອາວຸດມາໄດ້ 100 ກະບອກເທົ່ານັ້ນ ແຕ່ຍັງຊັກຊວນນາຍທະຫານຍີ່ປຸ່ນ ຊັ້ນຮ້ອຍໂທສອງຄົນ ມາເປັນຄູຝຶກທະຫານລາວອິສຣະອີກດ້ວຍ
ສຳຣັບເມືອງສວັນນະເຂດ ຊາວໜຸ່ມໄດ້ສະມັກເຂົ້າເປັນທະຫານລາວອິສຣະ 200 ກວ່າຄົນ ຖືກສົ່ງໄປຝຶກແອບ ແລະ ການໃຊ້ອາວຸດ ຢູ່ບ້ານຫົວດອນຕານ ແລະບ້ານຄັນທະຈານ ຊຶ່ງສະຖານທີ່ສະດວກໃຫ້ແກ່ການຄົ້ນຫາຂອງນັກບິນທີ່ຈະ ມາປ່ອນອາວຸດໃຫ້
ນອກຈາກໄດ້ແຕ່ຕັ້ງໃຫ້ທ່ານພູມມີ ໜໍ່ສວັນ ເປັນຜູ້ບັນຄັບບັນຊາກອງປະກອບອາວຸດລາວອິສຣະຢູ່ສວັນນະເຂດແລ້ວ ທ່ານ ອຸ່ນ ຊນະນິກອນ ຍັງໄດ້ແຕ່ງຕັ້ງໃຫ້ທ່ານໂອຄຳ ອານຸຣັກ ແລະທ່ານ ເກ ທອງປານ ເປັນຜູ້ຈັດຕັ້ງ ແລະບັງຄັບ ບັນຊາກອງປະກອບອາວຸດລາວອິສຣະ ຢູ່ເມືອງເຊໂປນອີກຕື່ມ
ພາຍໃນເວລາສອງອາທິດ ຢູ່ເຊໂປນ ມີຊາວໜຸ່ມ 100 ກ່ວາຄົນ ສະມັກເຂົ້າເປັນທະຫານ ແລະມີອາວຸດທີ່ທະຫານຍີ່ ປຸ່ນມາມາໃຫ້ສາມລຳກວຽນ ມີປືນ 75 ກະບອກພ້ອມດ້ວຍລູກປືນ ແລະນອກຈາກນັ້ນ ຍັງໄດ້ເກັບໄດ້ຈາກກອງ ທະຫານຝຣັ່ງເສດ ທີ່ປົບໜີຈາກຄ້າຍທ່າໂຄ ແລະຄ້າຍທະຫານສິ້ວທີ່ເມືອງເຊໂປນຈຳນວນນຶ່ງ ລວມເປັນ 100 ກະບອກ ມາປະກອບໃຫ້ທະຫານລາວອິສຣະ ທີ່ຈັດຕັ້ງຂຶ້ນໃໜ່ ໂດຍມີກວນບ້ານທີ່ເຄີຍເປັນທະຫານຝຣັ່ງເສດມາກ່ອນ ມາເປັນຜູ້ຝຶກແອບ.
|
|
ສຽງບັນທຶກໄວ້ |
|
|
ດາວໂລ້ດ |
|
|
ອີເມວລ໌ ເຣື້ອງ |
|
|
ລົງທະບຽນເປັນສະມາຊິກ |
|
|
ພິມເຣື້ອງນີ້ |