ປວັດສາດລາວ ບົດທີ 5:

2007-09-07

ກົມມະດຳ ຊື່ເດີມວ່າ ນາຍ ນວນ ຊົນເຜົ່າລະເວນ, ເປັນຜູ້ນຶ່ງທີ່ຮ່ວມກັບຂະບວນຂອງອົງແກ້ວ ໃນເວລາເລີ້ມຕົ້ນ ຕໍ່ມາ ໃນເດືອນ ພຶສພາ ປີ 1907 ໄດ້ແຍກຕົວອອກໄປຕັ້ງພົນລະພັກຂຶ້ນ ຢູ່ໃນເຂດພູຫລວງ ປະກາດຕົນເອງວ່າ ເປັນເຈົ້າຂອງ ແລະມີງ້າວຈຽງເປັນອາວຸດສັກສິດ

ກົມມະດຳ ມີອ້າຍນ້ອງສາມຄົນ ໄດ້ແກ່: ນາຍ ນຽງ ຕໍ່ມາປ່ຽນຊື່ເປັນ ກົມມະແສນ, ນາຍ ນຳ ປ່ຽນຊື່ເປັນ ກົມມະ ຫລວງ ແລະ ນາຍ ນັນ ປ່ຽນຊື່ເປັນ ຫລວງວິຊາ ແລະມີບຸດຊາຍສາມຄົນ ຄື: ສີທົນ, ຍູ້ສົ່ງ ແລະນາຍພັນ ກົມມະດຳ ມີພັນລະຍານ້ອຍຜູ້ນຶ່ງ ຊື່ງ ນາງ ຮວນ, ເປັນບຸດສາວຂອງໜື່ນລ້ານ ຢູ່ບ້ານໜອງອີ່ແຕັດ ໃນແຂວງ ອັດ ຕະປື.

ໃນປີ 1899, ກົມມະດຳ ຖືກເຈົ້າໜ້າທີ່ຝຣັ່ງເສດຈັບຕົວ ໄປຄຸມຂັງໃນລັກຄວາຍ ແລະຈູດເຮືອນຊາວບ້ານ. ພ້ອມໆ ກັບການໃຊ້ກົນອຸບາຍຫລອກລວງອົງແກ້ວນັ້ນ ພວກກຳອຳນາດຝຣັ່ງເສດ ໃດ້ເຕົ້າໂຮມກຳລັງເປັນ ສາມປີກ ກຽມເປີດ ການກວດລ້າງເຂົ້າສູ່ເຂດພູຫລວງ ກົມມະດຳຊາບຂ່າວນີ້ກ່ອນ ຈຶ່ງຖ່ວງເວລາໃວ້ ດ້ວຍການສົ່ງຈົດໝາຍໄປຫາຂ້າ ຫລວງຝຣັ່ງເສດ ປະຈຳແຂວງສາຣະວັນ ວ່າ: ຕົນຍິນຍອມຈະເຂົ້າມອບຕົວ ແລະຍິນດີມາພົບຂ້າຫລວງຝຣັ່ງເສດ ຫາກທາງການຝຣັ່ງເສດຕົກລົງຮັບເງື່ອນຂັຍ ໃນສາມຂໍ້ຂອງຕົນ ຄື: 1. ສະຖານທີ່ພົບພໍ້ກັນ ແມ່ນກົມມະດຳເປັນຜູ້ເລືອກ 2. ຫົວໜ້າຝຣັ່ງເສດທີ່ໄປເຈຣະຈາ ຕ້ອງນຳເອົາເຈົ້າເມືອງໜອງບົກໄປພ້ອມ 3. ຜູ້ທີ່ຈະໄປພົບກັບກົມມະດຳ ຕ້ອງຖືກກວດ ບໍ່ໃຫ້ຖືອາວຸດໄປນຳ

ຂ້າຫລວງຝຣັ່ງເສດປະຈຳແຂວງສາຣະວັນ ໄດ້ຮັບຈົດໝາຍຂອງກົມມະດຳ ໃນວັນທີ 9 ຕຸລາ ປີ 1910 ແລະໄດ້ ຕອບວ່າ ຕົກລົງໄປພົບພໍ້ກັນ, ຈຶ່ງມີຂຶ້ນໃນວັນທີ 13 ຕຸລາ ປີ 1910

ໃນການພົບພໍ້ກັນຄັ້ງນີ້ ກົມມະດຳ ໄດ້ສເນີເງື່ອນໄຂ ສີ່ຂໍ້ ເພື່ອຈະເຂົ້າມອບຕົວ ຄື: ໃຫ້ປົດເຈົ້າເມືອງແລະຂ້າຣາຊການທັງໜົດ ທີ່ຝຣັ່ງເສດຕັ້ງຂຶ້ນ ໃນເຂດບໍຣິເວນ 1. ຕ້ອງແຕ່ງຕັ້ງກົມມະດຳເປັນເຈົ້າຂອງປົກຄອງບໍຣິເວນທັງໜົດ 2. ຂັບໄລ່ຊົນເຜົ່າອຶ່ນໆອອກ ຈາກເຂດພູຫລວງບໍຣິເວນ 3. ໃຫ້ລຸດເງີນເສັຽຊ່ວຍຈາກປະຊາຊົນ ໃຫ້ຍັງເຫລືອ 1 ກີບ, 50 ອັດ ຕໍ່ປີ ແລະໃຫ້ເລີກການກະເກນເອົາປະຊາຊົນໄປເປັນກຸລີ ຂ້າທາດ

ຂ້າຫລວງຝຣັ່ງເສດ ທຳທ່າຮັບເງື່ອນໄຂທີ່ກົມມະດຳໄດ້ວາງອອກ ແລະນັດພົບກັບກົມມະດຳໄໝ່ອີກ ກ່ອນພິທີ ຮັບນ້ຳ ໃນວັນທີ 17 ຕຸລາ ປີ 1910, ຫລັງຈາກນັ້ນ ຂ້າຫລວງຝຣັ່ງເສດກໍ່ວາງແຜນກຳຈັດກົມມະດຳ ດ້ວຍການສົ່ງ ກຳລັງ 27 ຄົນ ພາຍໃຕ້ການບັງຄັບບັນຊາຂອງ ໄຊຍະກຸມມານ ຊຶ່ງເປັນລູກຊາຍຂອງເຈົ້າເມືອງໜອງ ບົກ ໄປລີ້ຊ່ອນຢູ່ ອ້ອມສາລາ ອັນເປັນທີ່ບ່ອນຈະພົບກັນ

ຂະນະດຽວກັນນັ້ນ, ທ່ານ ໂດເປ໋ ຂ້າຫລວງຝຣັ່ງເສດ ກໍ່ເຊື່ອງປືນພົກໄວ້ໃນໝວກ, ສ່ວນເຈົ້າເມືອງໜອງບົກ ແລະ ຂ້າຣາຊການອີກຜູ້ນຶ່ງ ກໍ່ເຊື່ອງປືນພົກໃວ້ໃນຫໍ່ກະດາດ.

ການພົບພໍ້ກັນໄດ້ມີຂຶ້ນ ທີ່ສາລາ ບ້ານ ທົ່ງຫວາຍ, ພໍຂຶ້ນໄປໃນສາລາ ຂ້າຫລວງຝຣັ່ງເສດ ກໍປົດໝວກອອກ ແລະຈັບ ເອົາປືນພົກ ເລັ່ງກະສຸນລັ່ນໄກໄປຍັງຮ່າງກາຍຂອງກົມມະດຳ ຊຶ່ງຢູ່ຫ່າງບໍ່ເຖິງ ສາມແມັດ, ລູກກະສຸນສາມນັດເຂົ້າ ສ້ວງກົມມະດຳ ແລະນັດຕໍ່ໄປ ກໍ່ເລັ່ງໃສ່ ຫລວງວິຊາ ທີ່ໂດດເຂົ້າໄປຊ່ວຍກົມມະດຳ ຜູ້ເປັນອ້າຍ ແລະພ້ອມກັນນັ້ນ ລູກນ້ອງຂອງກົມມະດຳສາມຄົນ ຖືງ້າວແລ່ນອອກມາຈາກຫ້ອງ ຈຶ່ງເກີດມີການຕໍ່ສູ້ອົນຣະວົນເກີດຂຶ້ນ ກົມມະດຳສວຍ ເອົາໂອກາດນັ້ນ, ຫລົບໜີເຂົ້າປ່າໄປ

ຫລັງຈາກນັ້ນມາ, ຕລອດເວລາ 16 ປີ ທີ່ທາງການຝຣັ່ງເສດ ໄດ້ສົ່ງກຳລັງອອກຕິດຕາມກົມມະດຳ ຫລາຍສິບຄັ້ງ ແຕ່ກົມມະດຳ ກໍ່ຫລົບໜີໄປໄດ້ສມີ

ໃນທີ່ສຸດ ໃນເດືອນ ສິງຫາ ປີ 1936 ຂ້າຫລວງໃຫຍ່ຂອງຝຣັ່ງເສດ ປະຈຳປະເທດລາວ ໄດ້ຣະດົມກຳລັງທະຫານ ສິ້ວ ໝົດທັງສີ່ແຂວງພາກໄຕ້ ສົມທົບກັບທະຫານແກວ ສອງກອງຮ້ອຍ ອອກກວດລ້າງຜູ້ຄົນທີ່ຖືກສົງສັຍ ວ່າເປັນ ສະມັກພັກພວກ ຫລືຮູ້ບ່ອນລີ່ຊ່ອນຂອງກົມມະດຳ ກໍ່ຖືກຈັບກຸມມາທໍຣະມານ.

ໃນທີ່ສຸດ ບ່ອນລີ້ຊ່ອນຂອງກົມມະດຳ ແລະຄອບຄົວ ຈຶ່ງເປີດເຜີຍອກກ ກົມມະດຳ ຈຶ່ງຖືກທະຫານຝຣັ່ງເສດ ຍິງ ເສັຽຊີວິດ ຢູ່ໃນຕູບແຫ່ງນຶ່ງ ບົນພູດ່າງ ໃນ ວັນທີ 3 ກັນຍາ ປີ 1936, ແລ້ວຈັບເອົາສີທົນ ຜູ້ເປັນລູກຊາຍ ໄປຄຸມ ຂັງໄວ້ຢູ່ຜົ້ງສາລີ.