ປວັດສາດລາວ ບົດທີ 3:

2007-09-07

ຕລອດເວລາການປົກຄອງຂອງຝຣັ່ງເສດ, ຝຣັ່ງເສດບໍ່ສົນໃຈ ທີ່ຈະສ້າງສາພັທນາປະເທດລາວ ມີແຕ່ຈະຕັ້ງໃຈທຳ ການກອບໂກຍເອົາຊັບໃນດິນສິນໃນນ້ຳ ທັງກົດຂີ່ຂູດຮີດເກັບຊ່ວຍນຳປະຊາຊົນລາວ ປີລະ 2 ກີບ, ຄື ເງີນກີບເກົ່າ ຫົວໜາມ ທັງຖືກກະເກນໄປເປັນກຸລີຂ້າທາດ ແລ້ວໃຫ້ຄົນວຽດນາມມາເປັນນາຍຄຸມຂົ່ມເຫັງ ຜູ້ຊຶ່ງລາວບໍ່ພໍໃຈມາແຕ່ ປະຫວັດສາດ ກໍຍິ່ງເຮັດໃຫ້ຄົນລາວມີຄວາມຄຽດແຄ້ນໃຈໃຫ້ຝຣັ່ງເສດທະວີຂື້ນ ຈຶ່ງມີການຕໍ່ຕ້ານຝຣັ່ງເສດຜູ້ມາ ປົກຄອງ ໃດ້ອຸບັດຂື້ນຫລາຍແຫ່ງ ໃນຫລາຍຮູບແບບ ຄັ້ງແລ້ວຄັ້ງເຫລົ່າ ເປັນການລຸກຂື້ນຕໍ່ຕ້ານຂອງຊົນເຜົ່າຕ່າງໆ ຢູ່ຜົ້ງສາລີ ຊຳເໝືອ ຊຽງຂວາງ

ຂະບວນການຕໍ່ຕ້ານຂອງພໍ່ກະດວດ ແລະຂະບວນການຕໍ່ຕ້ານຂອງເຈົ້າໜີ່ບຸນ ອົງແກ້ວກົມມະດຳ ຢູ່ທາງພາກໃຕ້ຂອງ ລາວນັ້ນ ມັນກໍ່ບໍ່ແຕກຕ່າງຫຍັງກັບການທີ່ສະເດັດເຈົ້າ ອານຸວົງ ນຳພາປະຊາຊົນລາວລຸກຂື້ນ ຕໍ່ຕ້ານການລັກເລກ ແລະຣະບອບຂ້າທາດຂອງຣາຊການທີ່ ສາມຂອງໄທຍ໌ ເພື່ອໃຫ້ຕົນມີອິສຣະພາບ ອະທິປະໄຕ ໃນປີ 1828

ຄຽງຄູ່ກັບການລຸກຂື້ນຕໍ່ຕ້ານຝຣັ່ງເສດຂອງຊົນເຜົ່າກະຕູ່ ໃນເຂດພູກະແຕ ໃຕ້ການນຳຂອງນາຍເປີ່ຍ ຫລືອົງທອງ ທີ່ ບໍ່ຍອມເສັຽຊ່ວຍ ແລະໄປເປັນກຸລີຂ້າທາດໃຫ້ຝຣັ່ງເສດ ໃນປີ 1900 ຈົນເຖີງ 1903 ນັ້ນ, ກໍ່ແມ່ນຂະບວນການຂອງ ພໍ່ກະດວກ ຢູ່ແຂວງສວັນນະເຂດ

ພໍ່ກະດວດ ເປັນຄົນຢູ່ບ້ານ ຄຳສີດາ ຕາແສງ ຄຳກະຈ່າງ ເມືອງຄັນທະບຸຣີ ເປັນຄົນທີ່ຊາວບ້ານເຄົາຣົບແລະນັບຖື ຍ້ອນມີວິຊາອາຄົມປິ່ນປົວໂຣກໄພໄຂ້ເຈັບໃດ້, ທຸກໆປີໃດ ຫລັງຈາກການເກັບກ່ຽວເຂົ້ານາແລ້ວ ພໍກະດວດ ມັກເອົາ ງົວຄວາຍຂ້າມແມ່ນ້ຳຂອງ ໄປຂາຍໃດ້ຣາຄາດີ ໃນເຂດແຂວງອຸບົນຣາຊທານີ ແລະຈຳປາສັກ

ພໍ່ກະດວດມີສ່ຽວຜູ້ນຶ່ງຊື່ ນາຍ ໝັ້ນ ຢູ່ບ້ານດຽວກັນ ແຕ່ຂ້າມໄປຢູ່ ແຂວງ ອຸບົນຣາຊທານີ, ນາຍ ໝັ້ນ ໃດ້ຂະນານ ນາມໃຫ້ແກ່ຕົນເອງວ່າ ເປັນເຈົ້າປາສາດທອງ ແລະພະຍາທັມມິກະຣາດ, ໃດ້ລວບລວມສະມັກພັກພວກຮ່ວມກັບອົງ ຟ້າເລື່ອນ ທີ່ເມືອງຕາການ ຍົກກຳລັງ ປະມານ 1500 ຄົນ ມຸ້ງໜ້າໄປຍຶດເອົາເມືອງ ອຸບົນຣາຊທານີ ເກີດມີການ ປະທະກັນກັບທະຫານສະຍາມ ທີ່ທົ່ງສີເມືອງ ໃນວັນທີ 4 ເມສາ ປີ 1902 ທະຫານ ສະຍາມ ມີອາວຸດເໜືອກ່ວາ ຂອງ ເຈົ້າປາສາດທອງ ແລະອົງຟ້າເລືອນ, 300 ເສັຽຊີວິດ ແລະອີກ 400 ຄົນຖືກຈັບ ພວກທີ່ເຫລືອ ໃດ້ແຕກໜີ ຂ້າມແມ່ນ້ຳຂອງ ມາສົມທົບກັບພໍກະດວດ ທີ່ເມືອງ ເຂັມມະຣາດ ແລ້ວຍົກກຳລັງເຂົ້າຍຶດ ເມືອງ ສອງຄອນ ຊຶ່ງໃນ ສມັຍນັ້ນ ເປັນເມືອງເອກຂອງ ແຂວງສວັນນະເຂດທະຫານຝຣັ່ງເສດສູ້ບໍ່ໃດ້ ຈຶ່ງແຕກຖອຍມາຕັ້ງຫລັກຢູ່ສວັນນະເຂດ ໄຊຊະນະຂອງພໍ່ກະດວດ ແລະອົງໝັ້ນ ທີ່ ສອງຄອນ ໃດ້ສ້າງຄວາມນິຍົມຊົມຊອບຈາກປະຊາຊົນຫລາຍຂື້ນ

ໃນ ວັນທີ 19 ເມສາ 1902 ພໍ່ກະດວດແລະນາຍໝັ້ນ ໃດ້ຍົກກຳລັງ ປະມານ 1200 ຄົນ ບຸກເຂົ້າຢຶດເອົາເມືອງ ສວັນນະເຂດ ໃນຕົ້ນປີ 1903, ທະຫານຝຣັ່ງເສດ ໃດ້ຖອຍອອກມາຕັ້ງຢູ່ເໜືອຕົວເມືອງສວັນນະເຂດ ພໍໃດ້ຮັບກຳລັງ ກອງໝຸນ ມາຈາກໄຊງ່ອນ ກໍ່ເລີຍເປີກສາກຕີໂຕ້ຄືນ ແລະປິດລ້ອມກຳລັງຂອງພໍ່ກະດວດ ຢູ່ຫ້ວຍລົງກົ່ງ, ພໍ່ກະດວດ ແລະສະມັກພັກພວກ 100 ກ່ວາຄົນ ຖືກເສັຽຊີວິດໃນການສູ້ຣົບ, ພວກລູກນ້ອງຜູ້ໃກ້ຊິດໃດ້ນຳເອົາສົບຂອງພໍ່ກະດວດ ໄປຝັງໃວ້ຢູ່ບ້ານຄຳຫີນໄຮ້, ປັດຈຸບັນນີ້ ເອີ້ນວ່າ: “ດົງດຳດວນ”.