ອົພະຍົບ “ລາວຫລົງ”

2007-09-07

ຟັງລໍາລ່ອງ “ລາວຫລົງ”   ; (ປະພັນໂດຍ: ທ້າວ ກໍາພ້າ; ໝໍລໍາ: ເຂັມທອງ ສຽງໃສ; ໝໍແຄນ: ສົມສີ ລີ້ນທອງ)

ຊາວລາວ ທີ່ຖືກກວາດຕ້ອນ ໄປຍັງປະເທດໄທຍ໌ ສມັຍ ເຈົ້າອານຸ ໄດ້ຫລົບໜີ ໄປຕັ້ງ ຖິ່ນຖານ ໃນປະເທດພະມ້າ; ໃນເມື່ອ ມີການສູ້ຣົບກັນ ຣະຫວ່າງທະຫານພະມ້າ ແລະ ຊົນເຜົ່າກະຣ່ຽງ ເມື່ອ 40 ປີກ່ອນ, ເຮັດໃຫ້ ຊາວລາວ ກຸ່ມດັ່ງກ່າວ ໄດ້ຮັບ ຄວາມລໍາບາກ ໃນການດໍາລົງຊີວິດ ສນັ້ນ ຈຶ່ງພາກັນຫລົບໜີ ເຂົ້າໄປຕັ້ງຖິ່ນຖານ ຢູ່ໃນເຂດຊາຍ ແດນໄທ-ພະມ້າ ອີກເທື່ອໃໝ່. ກຸ່ມຊາວລາວ ເຫລົ່ານີ້ ເອີ້ນຕົນເອງວ່າ: “ລາວຫລົງ”

ພາກແນະນຳເຣື້ອງ: ການຈະນະບູຣີ ຂອງໄທ ຊຶ່ງມີຊື່ສຽງ ດ້ານການທ່ອງທ່ຽວ ແລະ ຂົວຂ້າມແມ່ນໍ້າເຂ ທີ່ກອງທັບຍີ່ປຸ່ນ ໃຊ້ສະເລີຍເສິກ ຈາກປະເທດພັນທະມິດ ສ້າງ ສມັຍສົງຄາມໂລກ ຄັ້ງທີ 2 ເພື່ອເປັນທາງຣົຖໄຟ ຕິດຕໍ່ຈາກໄທຍ໌ ໄປຍັງປະເທດພະມ້າ ແລະ ມີຜູ້ເສັຍຊີວິດຍ້ອນ ເປັນຈໍານວນຫລວງຫລາຍນັ້ນ, ອາດບໍ່ມີຜູ້ໃດ ຮູ້ວ່າ ນອກຈາກ ມີສເນ່ ທາງດ້ານ ການທ່ອງທ່ຽວ ທັມມະຊາດ ແລ້ວ, ຍັງມີຊຸມຊົນພະມ້າ ເຊື້ອສາຍລາວ ຫລື ລາວຫລົງ ອາສັຍຢູ່. ກ່ຽວກັບເຣື່ອງນີ້, ມະນີຈັນ ມີລາຍງານ ມາສເນີທ່ານ.

ຕອນທີ 1: ເມື່ອ 40 ປີກ່ອນ, ມີຊົນຊາວລາວ ຈໍານວນນຶ່ງ ໄດ້ໜີພ່າຍ ສົງຄາມພາຍໃນ ຂອງປະເທດພະມ້າ ໄປລີ້ພັຍ ຢູ່ແຂວງ ການຈະນະບູຣີ, ປະເທດໄທຍ໌, ທີ່ມີຊາຍແດນ ຕິດກັບ ປະເທດພະມ້າ. ເມື່ອຖືກ ເຈົ້າໜ້າທີ່ກ່ຽວຂ້ອງ ຖາມພວກເຂົາເຈົ້າວ່າ: ເປັນຄົນຊາຕໃດ? ພວກເຂົາ ກໍຈະຕອບວ່າ ເປັນຄົນລາວ; ຖ້າເຈົ້າໜ້າທີ່ ຫາກຖາມຕໍ່ໄປວ່າ ລາວອິສານ ຫລື ລາວ ຈາກ ສປປລາວ, ພວກກ່ຽວ ກໍຈະບອກວ່າ ເປັນລາວ ຈາກ ປະເທດພະມ້າ. ເມື່ອເປັນແນວນັ້ນ, ຍິ່ງເຮັດໃຫ້ ເຈົ້າໜ້າທີ່ ສົງໃສຫລາຍຂຶ້ນ ແລະ ຖາມຕໍ່ໄປວ່າ ລາວຈາກພະມ້າ ແມ່ນລາວຫຍັງ, ຊຸມຊົນລາວ ດັ່ງກ່າວ ຕອບໂດຍອີງຕາມ ສະພາບ ຊີວິດການເປັນຢູ່ ຂອງພວກຕົນວ່າ ພວກຕົນເປັນ “ລາວຫລົງ”. ສາຣະຄະດີ ຊີວິດທີ່ເລືອກບໍ່ໄດ້ ຂອງຄົນລາວ ເຫລົ່ານີ້ ຈະແບ່ງອອກເປັນ 4 ຕອນ. ສໍາລັບວັນນີ້, ມະນີຈັນ ຈະນໍາສເນີທ່ານ ຕອນທີ 1.

ຕອນທີ 2: ສາຣະຄະດີ ກ່ຽວກັບ ອົພະຍົບພະມ້າ ເຊື້ອສາຍລາວ ຫລື ຊຸມຊົນລາວ ທີ່ເອີ້ນຕົນວ່າ “ລາວຫລົງ” ໃນມື້ນີ້, ມະນີຈັນ ຈະນໍາສເນີທ່ານ ເຣື່ອງຄວາມເປັນມາ ຂອງພວກກ່ຽວວ່າ ໜີຈາກເມືອງລາວ ໄດ້ຢ່າງໃດ? ແລະ ກໍໄປອາສັຍ ຢູ່ປະເທດໄທຍ໌ ໄດ້ແນວໃດ ຂໍເຊີນທ່ານຮັບຟັງໄດ້ ໃນອັນດັບຕໍ່ໄປ.

ຕອນທີ 3: ຜູ້ເຖົ້າຜູ້ແກ່ ໃນຊຸມຊົນອົພະຍົບພະມ້າ ເຊື້ອສາຍລາວ ມັກຈະສະເທື່ອນໃຈ ຈົນນໍ້າຕາໄຫລ ເມື່ອໄດ້ຍິນຄໍາວ່າ “ວຽງຈັນ” ເພາະຄໍາວ່າ “ວຽງຈັນ” ຖືກຝັງຢູ່ໃນຈິດໃຈວ່າ ເປັນຖິ່ນກໍາເນີດ ຂອງບັນພະບູຣຸດ ຂອງພວກຕົນ, ແລະ ຈະມີໃຜແດ່ ທີ່ມີໂອກາດ ຂ້າມແມ່ນໍ້າຂອງ ໄປຈົນເຖິງວຽງຈັນ. ສ່ວນເລິກ ໃນຈິດໃຈ ຂອງແຕ່ລະຄົນ ມີພຽງຄວາມຫວັງວ່າ ໃນຊາດນີ້ ຈະຕ້ອງໄປເຫັນວຽງຈັນ ໃຫ້ໄດ້. ທັງໝົດທີ່ກ່າວມານັ້ນ ຄືທີ່ມາ ຂອງສາຣະຄະດີ “ລາວຫລົງ” ຕອນທີ 3.

ຕອນທີ 4: ມະນຸດເຮົາ ເລືອກບ່ອນເກີດບໍ່ໄດ້ ແຕ່ໜ້າຈະເລືອກບ່ອນ ຢູ່ໄດ້, ສໍາລັບອົພະຍົບ ພະມ້າ ເຊື້ອສາຍ ລາວ ຫລື ລາວຫລົງ ແລ້ວ, ຊີວິດ ຂອງເຂົາເຈົ້າ ຈະເປັນ ຄືແນວໃດ? ອານາຄົດ ເຂົາເຈົ້າເດ? ຈະເລືອກທີ່ຢູ່ ໄດ້ບໍ່? ຄໍາຕອບເຫລົ່ານີ້ ມະນີຈັນ ຈະນໍາມາສເນີທ່ານ ໃນສາຣະຄະດີ ຊີວິດ ທີ່ເລືອກເກີດບໍ່ໄດ້ ຂອງຄົນລາວຫລັງ ຕອນທີ 4 ຊຶ່ງຈະເປັນຕອນສຸດທ້າຍ.

ຟັງການສຳພາດ ກ່ຽວກັບ ການສ້າງວີດີໂອ “ລາວຫລົງ”>>