ຈັດສເນີທ່ານໂດຍ: ວຽງໄຊ
ເຫຕກາຣທີ່ພາໃຫ້ລາວກັບໄທ ເລີ້ມທະເລາະວິວາທກັນ ຈົນເກີດເປັນສົງຄາມຂຶ້ນ ໃນປີ ຄຣິສຕະສັກຣາຊ 1778 ນັ້ນ ກໍມີຫລາຍປະກາຣ ດັ່ງທີ່ຂ້າພະເຈົ້າໄດ້ເວົ້າສູ່ຟັງພຽງຫຍໍ້ໆໃນສັປດາກ່ອນນີ້ ຄືພຣະເຈົ້າສຸຣິຍະວົງສ໌ ແຫ່ງອານາຈັກຣ໌ ຫລວງພຣະບາງ ສັບສໍ່ໄທວ່າ ພຣະເຈົ້າສິຣິບຸນຍະສາຣ ເປັນໃຈພມ່າ ຈະຮ່ວມມືກັນບຸກໂຈມຕີກຣຸງທົນບຸຣີ ທີ່ພຣະ ເຈົ້າຕາກສິນ ຕັ້ງຕົວຂຶ້ນເປັນກະສັຕໄທ ຕ້ານທານການປົກຄອງຂອງພມ່າ ໃນພາຄເໜືອຂອງໄທສຍາມ ພຣະເຈົ້າ ຕາກສິນ ຂໍຣາຊທິດາຂອງພຣະເຈົ້າສິຣິບຸນຍະສາຣ ໄປເປັນອັຄະມະເຫສີ ພຣະເຈົ້າສິຣິບຸນຍະສາຣ ກໍບໍ່ໄດ້ເອົາ ພຣະທັຍໃສ່ ແລະບໍ່ຕອບສນອງຄວາມປະສົງຄ໌ແຕ່ປະກາຣໃດ. ແລະປະກາຣສຸດທ້າຍ ກໍຄື ທາງກຣຸງທົນບຸຣີ ຂໍໃຫ້ ສົ່ງເຂົ້າ ເພື່ອຈະໃຊ້ເປັນສະບຽງອາຫາຣໂຈມຕີພມ່າ ທາງພຣະເຈົ້າສິຣິບຸນຍະສາຣ ກໍຕອບໄປພໍແລ້ວໆ ວ່າໃຫ້ຝ່າຍ ໄທ ຂຶ້ນມາຂົນເອົາເອງ.
ອັນນີ້ເປັນເຫຕໃຫ້ຝ່າຍໄທ ມີຄວາມຄຽດແຄ້ນ ຈົນເຖິງໄດ້ຍົກທັພຂຶ້ນມາຕີນະຄອນວຽງຈັນທນ໌ເມື່ອ ພຣະວໍຣະປິດາ ຖຶກກອງທັພວຽງຈັນທນ໌ຕີແຕກຈາກເມືອງໜອງບົວລຸ່ມພູແລ້ວ ແລະແຕກໜີໄປຕັ້ງຫລັກແຫລ່ງຢູ່ ດອນມົດແດງ ແຂວງອຸບົລຣາຊທານີແລ້ວ. ເພື່ອຄວາມປອດໄພຍ໌ ພຣະວໍຣະຣາຊບິດາຈຶ່ງໄດ້ເຂົ້າໄປຂໍເພີ່ງບາຣະມີ ຂອງເຈົ້າໄຊ ຍະກຸມາຣ ເຈົ້າຄອງນະຄອນຈຳປາສັກດິ໌.
ຄັນເຖິງປີຄຣິສຕະສັກຣາຊ 1770 ພຣະເຈົ້າສິຣິບຸນຍະສາຣ ໄດ້ແຕ່ງໃຫ້ພຣະຍາອັຄຄະຣາຊ ຍົກກອງທັພລົງ ຕາມ ໄປຕີ ພຣະວໍຣະຣາຊບິດາ ທີ່ດອນມົດແດງ. ຝ່າຍພຣະເຈົ້າໄຊຍະກຸມາຣ ແຫ່ງນະຄອນຈຳປາສັກດິ໌ ກໍໄດ້ແຕ່ງໃຫ້ ພຣະຍາພົລຊຽງສາ ເອົາກອງທັພຂຶ້ນມາຕ້ານທານໄວ້ແລ້ວມີຣາຊສາຣຂຶ້ນມາທູລພຣະເຈົ້າສິຣິບຸນຍະສາຣ ທີ່ນະຄອນ ວຽງຈັນທນ໌ ທູລຂໍໂທສແທນ ພຣະວໍຣະຣາຊບິດາ ພຣະເຈົ້າສິຣິບຸນຍະສາຣ ຈຶ່ງມີພຣະຣາຊໂອງກາຣຮັບສັ່ງໃຫ້ ພຣະຍາອັຄະຣາຊ ຍົກທັພກັບຄືນວຽງຈັນທນ໌.
ຕໍ່ມາ ເຖິງປີຄຣິສຕະສັກຣາຊ 1777 ພຣະວໍຣະຣາຊບິດາ ຜິດໃຈກັບເຈົ້າໄຊຍະກຸມາຣ ຈຶ່ງໄດ້ພາພັຄພວກອົພະຍົບ ກັບຄືນໄປຍັງດອນມົດແດງ. ບັດນັ້ນ, ພຣະວໍຣະຣາຊບິດາ ໄດ້ແຕ່ງໃຫ້ລູກຊາຍຊື່ ທ້າວກ່ຳ ໃຫ້ນຳເອົາເຄື່ອງມຸງຄຸລ ບັນນາກາຣ ລົງໄປຂໍເປັນເມືອງຂຶ້ນກັບປະເທສໄທ.
ພ້ອມກັນນີ້ ພຣະວໍຣາຊບິດາ ກໍຟ້ອງຕໍ່ໄທວ່າ ພຣະເຈົ້າສິຣິບຸນຍະສາຣ ເປັນໃຈມີສັມພັນທະໄມຕຣີກັບປະເທສ ພມ່າ. ພໍດີ ໃນປີ ຄຣິສຕະສັກຣາຊ 1777 ນັ້ນເອງ ຝ່າຍພຣະສິຣິບຸນຍະສາຣ ຊາບຂ່າວວ່າ ພຣະວໍຣະຣາຊບິດາ ຜິດໃຈກັບ ເຈົ້າໄຊຍະກຸມາຣ ແຫ່ງນະຄອນຈຳປາສັກດິ໌ ແລ້ວອົພຍົບຄອບຄົວກັບຄືນໄປຢູ່ດອນມົດແດງ ແຂວງອຸບົລຣາຊທານີ ຂອງເກົ່າ. ພຣະອົງຄ໌ ຈຶ່ງໄດ້ແຕ່ງໃຫ້ພຣະຍາສຸໂພ ຍົກທັພລົງໄປຕີພຣະວໍຣາຊບິດາ ທີ່ດອນມົດແດງ.
ກອງທະຫາຣຂອງພຣະວໍຣາຊບິດາ ສູ້ກັບກຳລັງຂອງພຣະຍາສຸໂພ ບໍ່ໄດ້ ຈຶ່ງໄດ້ແຕກໜີໄປຢູ່ດອນກອງແລ້ວແຕ່ງ ໃຫ້ຄົນ ໄປຂໍກຳລັງຈາກ ເຈົ້າໄຊຍະກຸມາຣ ແຕ່ເຈົ້າໄຊຍະກຸມາຣ ບໍ່ຍອມໃຫ້. ພຣະຍາສຸໂພຈຶ່ງໄດ້ນຳໄປຕີ ພຣະວໍ ຣະຣາຊບິດາ ເຖິງດອນກອງ ແລ້ວຈັບພຣະວໍຣະຣາຊບິດາໄດ້. ບັດນັ້ນ, ພຣະຍາສຸໂພ ຈຶ່ງໄດ້ປະຫາຣຊີວິຕ ພຣະວໍຣາຊບິດາເສັຍ.
ສ່ວນທ້າວກ່ຳຜູ້ເປັນລູກ ຫລົບໜີໄດ້ ຈຶ່ງໄດ້ແຕ່ງໜັງສືໃ ຫ້ຄົນຖືໄປຍັງນະຄອນຣາຊສີມາ ແລ້ວຕໍ່ໄປຍັງກຸງເທພ ເພື່ອຂໍເອົາກອງທັພໄທກຸງເທພຂຶ້ນມາຊ່ວຍ.
ພຣະເຈົ້າຕາກສິນ ພຣະເຈົ້າແຜ່ນດີນໄທສຍາມ ຊຶ່ງມີຄວາມບໍ່ພໍໃຈກັບພຣະເຈົ້າສິຣິບຸນຍະສາຣເປັນທຶນຢູ່ແລ້ວ ເມື່ອໄດ້ ໂອກາສ ໃນຍາມທີ່ປະເທສລາວແຕກແຍກກັນພໍໄດ້ຮັບຂ່າວຈາກໜັງສືຂອງທ້າວກ່ຳ ກໍເຫັນເປັນໂອກາສ ອຳນວຍ ທີ່ ຈະຕ້ອງ ແກ້ແຄ້ນພຣະເຈົ້າສິຣິບຸນຍະສາຣ ຈຶ່ງໄດ້ແຕ່ງໃຫ້ພຣະຍາມະຫາກະສັຕສຶກຊຶ່ງພາຍລຸນມາໄດ້ຕັ້ງຕົວ ເປັນ ພຣະເຈົ້າ ແຜ່ນດິນໄທ ອົງຄ໌ທີ່ 1 ແລະຕັ້ງຣາຊວົງສ໌ຈັກຣີຂຶ້ນນັ້ນ ໃຫ້ເປັນແມ່ທັພ ຍົກພົລຂຶ້ນມາ ທາງບົກ ກຳລັງ ຫົວເມືອງ ຝ່າຍ ຕາເວັນອອກຮວມພົລໄດ້ 20,000 ກວ່າຄົນ ແລະໃຫ້ເຈົ້າພຣະຍາສຸຣະສີ ນ້ອງຊາຍຂອງ ພຣະຍາ ມະຫາກະສັຕສຶກ ຍົກທັພເຮືອ ຜ່ານຂຶ້ນມາທາງລຳແມ່ນ້ຳຂອງ ຮອດປະເທສກັມພູຊາ ເກັບເກນ ເອົາຊາວຂເມຣໄດ້ 10,000 ຄົນ ເພື່ອຕໍ່ເຮືອຣົບ ແລ້ວຍົກພົລຂຶ້ນມາຕາມລຳແມ່ນ້ຳຂອງ ໃນປີຄຣິສຕະສັກຣາຊ 1778.
ສ່ວນກອງທັພຂອງພຣະຍາມະຫາກະສັຕສຶກ ຍົກທັພຂຶ້ນມາທາງ ນະຄອນຣາຊສີມາ ແລ້ວເດີນທັພຕໍ່ມາເຖິງ ເມືອງສຸຣິນແລະເມືອງສີສະເກສ ແລ້ວມາໂຮມກັບກອງທັພ ທີ່ແດນເມືອງຈຳປາສັກດິ໌.ກອງທັພທັງສອງກອງທັພ ກໍເຂົ້າຕິເອົາເມືອງຈຳປາສັກດິ໌ໄດ້ຢ່າງງ່າຍດາຍ.
ເຈົ້າໄຊຍະກຸມາຣ ເຈົ້ານະຄອນຈຳປາສັກດິ໌ ບໍ່ກ້າຕໍ່ສູ້ກັບກອງທັພໄທ ຈຶ່ງໄດ້ຫລົບໜີໄປລີ້ຢູ່ດອນໄຊຍ໌. ແມ່ທັພໄທ ໄດ້ໃຊ້ໃຫ້ທະຫາຣໄປຕາມນຳຕົວມາໄດ້ ເຈົ້າໄຊຍະກຸມາຣ ເຫັນທ່າວ່າ ເອົາຕົວຣອດເປັນຍອດດີຈຶ່ງໄດ້ຍອມຂໍເປັນ ເມືອງ ຂຶ້ນຂອງປະເທສໄທ ນັບແຕ່ບັດນັ້ນເປັນຕົ້ນມາ.
|
|
ສຽງບັນທຶກໄວ້ |
|
|
ດາວໂລ້ດ |
|
|
ອີເມວລ໌ ເຣື້ອງ |
|
|
ລົງທະບຽນເປັນສະມາຊິກ |
|
|
ພິມເຣື້ອງນີ້ |