ຈັດສເນີທ່ານໂດຍ: ວຽງໄຊ
ພຣະໂພທິສາຣະຣາຊເຈົ້າ ຄືພຣະເຈົ້າຣາຊາ ຜູ້ສ້າງສາຣະປະໂຍຊນ໌ໃຫ້ແກ່ຊາຕ ແລະພຣະພຸທທະສາສນາ ຫລາຍທີ່ສຸດເປັນປວັຕກາຣ ນັບແຕ່ສົມເດັຈພຣະເຈົ້າຟ້າງຸ່ມ ມະຫາຣາຊ ຜູ້ຊົງທ້ອນໂຮມປະເທສຊາຕເປັນຕົ້ນມາ.
ເມື່ອຄຣິສຕະສັກຣາຊ ລ່ວງມາເຖິງ 1532 ກົງກັບ ຈຸລະສັກຣາຊ 894 ເຈົ້າເມືອງເມືອງຊຽງຂວາງ ກັບຜູ້ເປັນ ອາວ ທີ່ມີຍົສເປັນແສນເມືອງ ເກີດຜິດຖຽງກັນຂຶ້ນ ແສນເມືອງຈຶ່ງໄດ້ຫລົບໜີມາຍັງນະຄອນຊຽງທອງ ແລະເຈົ້າ ຊຽງຂວາງ ກໍຄິດກະບົຖທໍຣະຍົສແຂງເມືອງຂຶ້ນອີກ ບໍ່ຍອມມາອ່ອນນ້ອມ ຕໍ່ນະຄອນຊຽງທອງ, ບັດນັ້ນ ສົມເດັຈ ພຣະໂພທິສາຣະຣາຊ ຈຶ່ງໄດ້ມີພຣະຣາຊອາຈຍາ ຮັບສັ່ງໃຫ້ພຣະຍາປາກຫ້ວຍຫລວງ 1, ເຈົ້າພູມເໜືອ 1, ເຈົ້າ ພູມໃຕ້ 1 ຍົກກອງທັພໄປຕີເມືອງຊຽງຂວາງ. ພວກແມ່ທັພທັງ 3 ສູ້ຣົບຢູ່ເປັນເວລາ 2 ປີ ເຈົ້າເມືອງເມືອງຊຽງ ຂວາງ ຈຶ່ງໄດ້ຍອມອ່ອນນ້ອມ.
ໃນປີຄຣິສຕະສັກຣາຊ 1533 ສົມເດັຈພຣະໂພທິສາຣະຣາຊເຈົ້າ ໄດ້ສເດັຈລົງມາປະທັບ ຢູ່ນະຄອນວຽງຈັນທນ໌. ໃນເວລານັ້ນ, ທາງກຣຸງສຣີອະຍຸທຍາ ກໍແມ່ນສົມເດັຈພຣະເຈົ້າອາທິຕະຍາຣາຊ ໄດ້ຂຶ້ນສເວີຍຣາຊສົມບັຕິເປັນ ພຣະເຈົ້າແຜ່ນດິນ. ຄາວນັ້ນ ມີເຈົ້າໄທອົງຄ໌ນຶ່ງ ນາມວ່າ ”ພຣະໄຊຍະຣາຊາ” ເກີດຄວາມຂັດແຍ້ງກັນຂຶ້ນ ກັບ ພຣະເຈົ້າອາທິຕຍະຣາຊ, ຈຶ່ງໄດ້ໜີມາຂໍເພິ່ງພຣະບໍຣົມໂພທິສົມພາຣສົມເດັຈພຣະເຈົ້າໂພທິສາຣະຣາຊ ຢູ່ນະຄອນ ວຽງຈັນທນ໌.
ໃນປີຄຣິສຕະສັກຣາຊ 1533 ອີກເຊັ່ນກັນ ພຣະເຈົ້າແຜ່ນດິນກຣຸງສຣີອະຍຸທຍາ ກໍໄດ້ຍົກທັພຂຶ້ນມາຕີວຽງ ຈັນທນ໌. ກອງທັພອະຍຸທຍາ ຕີເມືອງວຽງຄຸກໄດ້ແລ້ວ ກໍຍົກທັພຂ້າມແມ່ນ້ຳຂອງ ມາຕັ້ງຢູ່ທົ່ງສາລາຄຳ ທາງດ້ານ ໃຕ້ຂອງນະຄອນວຽງຈັນທນ໌ ໄດ້ 5 ວັນ ພຣະໂພທິສາຣະຣາຊເຈົ້າ ໄດ້ແຕ່ງໃຫ້ພຣະຍາແສນຫລວງລ້ານຊ້າງ ເຈົ້າເມືອງນະຄອນ ຍົກທັພອອກໄປສູ້ຣົບ. ກອງທັພອະຍຸທຍາສູ້ບໍ່ໄດ້ ເສັຍໄພ່ພົລຊ້າງມ້າເປັນຈຳນວນຫລວງ ຫລາຍ ຈຶ່ງຖອຍທັພ ກັບຄືນໄປ.
ບັດນັ້ນ, ພຣະໄຊຍະຣາຊາ ຈຶ່ງໄດ້ທູລຂໍໃຫ້ສົມເດັຈພຣະເຈົ້າໂພທິຣະຣາຊເຈົ້າ ຍົກທັພໄປຕີ ກຣຸງສຣີອະຍຸທຍາ. ໃນປີ ຄຣິສຕະສັກຣາຊ 1534 ສົມເດັຈພຣະເຈົ້າໂພທິສາຣະຣາຊເຈົ້າຈຶ່ງໄດ້ເກນພົລໂຍທາຫາຣ ລົງໄປຕີ ເອົາກຣຸງສຣີອະຍຸທຍາ ພໍໄປເຖິງ ນະຄອນວຽງງາມ ຊື່ງຄົງຈະແມ່ນ ເຂົາພຣະງາມ ທາງທິສເໜືອຂອງລົພບຸຣີ ໃນປະເທສໄທປັຈຈຸບັນນີ້. ພຣະອົງຄ໌ກໍຊົງພັກພົລໂຍທາໄວ້ໃນທີ່ນັ້ນ ເປັນເວລາ 10 ວັນ ຊາວນະຄອນສຣີອະຍຸ ທຍາບໍ່ຍອມອອກມາຣົບ ພຣະອົງຄ໌ກໍເລີກທັພກັບຄືນມາ.
ໃນປີຄຣິສຕະສັກຣາຊ 1535 ພຣະອົງຄ໌ໄດ້ຍົກທັພໄປຕີເອົາເມືອງພິສນຸໂລກ.
ໃນປີຄຣິສຕະສັກຣາຊ 1539 ພຣະອົງຄ໌ໄດ້ສເດັຈໄປນະມັສກາຣ ພຣະທາຕຸພນົມ ແລະໄດ້ສ້າງວິຫາຣຂຶ້ນ ໃນ ບໍຣິເວຣພຣະທາຕຸພນົມ ຫລັງນຶ່ງ ຫລັງຄາມຸງດ້ວຍແຜ່ນກົ່ວທັງມວນ. ພ້ອມກັນນັ້ນ ພຣະອົງຄ໌ ກໍໄດ້ຊົງສລະຂ້າ ໃຊ້ສອງຄົນອ້າຍນ້ອງ ທີ່ພຣະອົງຄ໌ນຳເອົາມາເປັນຂ້າຫັຖບາທ ຄືເປັນຄົນຮັບໃຊ້ຊັ້ນໃນວັງ ໃຫ້ເປັນຄົນອຸປະ ຖາກ ພຣະທາຕຸພນົມ. ຂ້າສອງຄົນນີ້ຜູ້ອ້າຍຊື່ວ່າ ຂ້າສະເອັງ ສ່ວນຜູ້ນ້ອງ ໄດ້ຮັບຍົສເປັນ ພັນເຮືອຫິນ ໃຫ້ເປັນນາຍ ກຳກັບຄົນອຸປະຖາກພຣະທາຕຸ ຊື່ງໃນເວລານັ້ນ ມີຢູ່ທັງໝົດ ສາມພັນຄົນ. ໜ້າທີ່ຂອງພັນເຮືອຫິນນັ້ນກໍຄື ໃນ ເວລາອອກພັຣສາທຸກໆ ປີ ໃຫ້ນຳເອົາດອກໄມ້ ທູບທຽນ ມາບູຊາພຣະທາຕຸພນົມບໍ່ໃຫ້ຂາດ.
ສົມເດັຈພຣະໂພທິສາຣະຣາຊເຈົ້າ ມີພຣະຣາຊໂອຣົສ 3 ອົງຄ໌ ແລະ ພຣະຣາຊທິດາ3 ອົງຄ໌ ຄື: 1.ເຈົ້າເຊຕຖະວັງໂສ ປະສູຕຈາກ ພຣະນາງເຈົ້າ ຍອດຄຳ ຜູ້ເປັນພຣະຣາຊທິດາ ຂອງພຣະເຈົ້າ ຊຽງໃໝ່. 2. ພຣະລ້ານຊ້າງ ປະສູຕຈາກ ມະເຫສີຝ່າຍຊ້າຍ ຜູ້ເປັນພຣະຣາຊທິດາ ຂອງພຣະເຈົ້າແຜ່ນດິນ ອະຍຸທຍາ. 3.ເຈົ້າທ່າເຮືອ ຫຣື ພຣະວໍຣະວັງໂສ ປະສູຕຈາກ ພຣະສນົມເອກ ຜູ້ເປັນທິດາຂອງເຈົ້າຂວາເທພາ.
ສ່ວນຣາຊທິດາ 3 ອົງຄ໌ນັ້ນ ໄດ້ແກ່: 1. ເຈົ້ານາງແກ້ວກຸມາຣີ, 2. ເຈົ້ານາງເຫລົາ ຫຣື ເຈົ້ານາງແທ່ນຄຳ 3. ເຈົ້ານາງຄຳໄຂ. ຄັນເຖິງປີ ຄຣິສຕະສັກຣາຊ 1548 ສົມເດັຈພຣະເມືອງເກສແກ້ວ ພຣະເຈົ້າແຜ່ນດິນຊຽງໃໝ່ ສເດັຈສຸຣະຄົຕ. ພຣະອົງຄ໌ບໍ່ມີຣາຊໂອຣົສສືບຣາຊສົມບັຕິແທນ, ເສນາອາມາຕຍ໌ຣາຊມົນຕຣີພ້ອມດ້ວຍພຣະສັງ ຄະເຈົ້າ ອັນມີ ພຣະຍາແສນຫລວງ, ພຣະຍາສາມລ້ານ ກັບພຣະຍາຊຽງແສນ ເປັນປະມຸຂ ຈຶ່ງໄດ້ພ້ອມກັນມາ ຂໍເອົາ ເຈົ້າເຊຕຖະວັງໂສ ຂຶ້ນເມືອສເວີຍຣາຊ ເປັນພຣະເຈົ້າແຜ່ນດິນຊຽງໃຫມ່.
ໃນເວລານັ້ນ ເຈົ້າເຊຕຖະວັງໂສ ມີພຣະຊົນມາຍຸໄດ້ 14 ພັຣສາ. ພຣະໂພທິສາຣະຣາຊເຈົ້າ ກໍມີພຣະທັຍຍິນດີ ຈຶ່ງຊົງພຣະຣາຊອາຈຍາ ໃຫ້ຕົກແຕ່ງປຸນແປງຂບວນແຫ່ພຣະຣາຊໂອຣົສໄປຍັງນະຄອນຊຽງໃໝ່. ໃນຂບວນແຫ່ ນັ້ນ ມີໄພ່ພົລເຖິງ ສາມແສນຄົນ, ຊ້າງ 2,000 ຕົວ ພ້ອມດ້ວຍອາມາຕຍ໌ມົນຕຣີຜູ້ໃຫຍ່ 9 ຄົນຄື: ພຣະຍາກົງ ກາງຣາຊ ຜູ້ເປັນພຣະພີ່ຊາຍມາຣດາຂອງເຈົ້າເຊຕຖະວັງໂສ 1, ພຣະຍາສຣີສັທທັມໄຕຣໂລກ 1, ພຣະຍາ ອໍຣະຊຸນ 1, ພຣະຍາທັງສາມນີ້ ເປັນມະຫາຣາຊບັນດິຕ, ນອກນີ້ ກໍມີ ພຣະຍານະຄອນ 1, ພຣະຍາວິຊິຕ ສົງຄາມ 1, ພຣະຍາສຸຣະເດຊ 1, ພຣະຍາທັກສິນ 1, ພຣະຍາຍົສລືກຽຣ 1, ພຣະຍາພັນຊ້າຍ 1 ໃຫ້ນຳ ຂບວນແຫ່ຣາຊໂອຣົສ ຂຶ້ນເມືອສເວີຍຣາຊເປັນພຣະເຈົ້າແຜ່ນດິນເມືອງຊຽງໃໝ່.
ພ້ອມກັບກາຣແຫ່ພຣະຣາຊໂອຣົສ ຂຶ້ນໄປຊຽງໃໝ່ໃນຄາວນັ້ນ ພຣະອົງຄ໌ກໍໄດ້ມີພຣະຣາຊອາຈຍາ ແຕ່ງໃຫ້ ພຣະຍາວຽງ ກັບ ແສນນະຄອນ ເປັນເຈົ້າຖືພົລ ສອງແສນຄົນ ພ້ອມດ້ວຍຊ້າງຣົບສອງພັນຕົວ ຍົກໄປຕີເອົາ ເມືອງພຣະບຶງນຳ. ເມືອງພຣະບືງ ນີ້ ໃນຕຳນານໂຍນົກ ເອີ້ນວ່າ “ເມືອງພຣະບາງ” ຊື່ງໄດ້ແກ່ ອຳເພີ ສວ່າງບຸຣີ ໃນປະເທສໄທເວລານີ້.
ເຮົາຂໍຍຸຕິຣາຍກາຣ”ປວັຕສາຕຣ໌ລາວ" ປະຈຳສັປະດາ ໄວ້ແຕ່ພຽງເທົ່ານີ້ກ່ອນ. ພົບກັນໃໝ່ສັປະດາໜ້າ, ຕາມ ເວລາແລະສຖານີດຽວກັນນີ້, ສະບາຍດີ.
|
|
ສຽງບັນທຶກໄວ້ |
|
|
ດາວໂລ້ດ |
|
|
ອີເມວລ໌ ເຣື້ອງ |
|
|
ລົງທະບຽນເປັນສະມາຊິກ |
|
|
ພິມເຣື້ອງນີ້ |