ພຣະໂພທິສາຣະຣາຊ ນຳເອົາຣາຊໂອຣົສ ເຈົ້າເຊຕຖະວັງໂສ ຂຶ້ນໄປສເວີຍຣາຊເປັນພຣະເຈົ້າແຜ່ນດິນຊຽງໃໝ່

2007-09-07

ຈັດສເນີທ່ານໂດຍ: ວຽງໄຊ

ເມື່ອສັປະດາທີ່ຜ່ານມາ ເຮົາໄດ້ເລົ່າເລື່ອງ ສົມເດັຈພຣະໂພທິສາຣະຣາຊເຈົ້າ ສົ່ງພຣະຣາຊໂອຣົສພຣະເຈົ້າເຊຕຖະວັງ ໂສ ຂຶ້ນໄປສເວີຍຣາຊ ເປັນພຣະເຈົ້າແຜ່ນດິນແຫ່ງອານາຈັກຣ໌ຊຽງໃໝ່ ຕາມຄຳທູນເຊີນຂອງເສນາມົນຕຣີ ແລະພຣະສັງ ຄະເຈົ້າແຫ່ງຊຽງໃໝ່.

ກາຣທີ່ເຈົ້າເຊຕຖະວັງໂສ ໄດ້ຖຶກທູນເຊີນໃຫ້ຂຶ້ນຄອງຣາຊສົມບັຕິເປັນພຣະເຈົ້າແຜ່ນດິນແຫ່ງຊຽງໃໝ່ນີ້ກໍຍ້ອນວ່າ ພຣະອົງຄ໌ເປັນຣາຊໂອຣົສຂອງພຣະເຈົ້າໂພທິສາຣະຣາຊ ທີ່ປະສູຕຈາກພຣະນາງເຈົ້າຍອດຄຳ ພຣະອັຄຄະມະເຫສີ ທີ່ເປັນຣາຊທິດາຂອງພຣະເຈົ້າແຜ່ນດິນຊຽງໃໝ່.

ໃນປີຄຣິສຕະສັກຣາຊ 1548 ຄັ້ນສົມເດັຈພຣະໂພທິສາຣະຣາຊ ມີພຣະຣາຊໂອງກາຣ ໃຫ້ຈັດແຈງແຕ່ງຂບວນແຫ່ ສຳ ເຣັດຮຽບຮ້ອຍແລ້ວ ພຣະອົງຄ໌ກໍຍົກຣິພົລໂຍທາຫາຣ ອອກຈາກພຣະນະຄອນ ແຫ່ພຣະຣາຊໂອຣົສ ແລະໄດ້ໄປເຖິງ ນະຄອນຊຽງແສນ ເມື່ອເດືອນ 9 ອອກໃໝ່ 10 ຄ່ຳ. ໃນຣະຫວ່າງທີ່ພຣະອົງຄ໌ ຊົງປະທັບຢູ່ນະຄອນຊຽງແສນນັ້ນ ພຣະ ອົງຄ໌ ກໍໄດ້ຊົງບຳເພັນພຣະຣາຊກຸສົນ ທຳພິທີບວຊກຸລບຸຕຣ໌ ໃນອຸທະກະສີມາສິມນ້ຳໃນແມ່ນ້ຳຂອງ ເປັນປະຖົມະ- ຣືກກ່ອນ ເມື່ອຊົງບຳເພັນພຣະຣາຊກຸສົລຮຽບຮ້ອຍແລ້ວ ພຣະອົງຄ໌ກໍສເດັຈອອກຈາກນະຄອນຊຽງແສນ ແລະໃນເດືອນ 9 ແຮມ 7 ຄ່ຳ ກໍສເດັຈເຖິງນະຄອນຊຽງຮາຍ ປະທັບຢູ່ນະຄອນນັ້ນ ເປັນເວລາ 9 ວັນ ຈຶ່ງສເດັຈຍົກຂບວນອອກໂດຍ ສຖົລະມາກທາງບົກ ເຖິງຜານໄຊຍ໌ໝື່ນຂອມ, ຕາແສງໜອງແກ້ວ ທີ່ທາງຊຽງໃໝ່ໃຫ້ມາປຸກໄວ້ຕ້ອນຮັບສເດັຈ ໃນເດືອນ 10 ແຮມ 5 ຄ່ຳວັນພະຫັສ.

ໃນວັນແຮມ 6 ຄ່ຳ ມື້ຕໍ່ມາ ພວກເສນາອາມາຕຍ໌ນະຄອນຊຽງໃໝ່ຊື່ງມີແສນພິງໄຊຍ໌, ໝື່ນສາມລ້ານ, ເຈົ້າແສນຄ້າວ ນົນ ທະຄີຣີ, ເຈົ້າໝື່ນຫລວງພານ, ເຈົ້າໝື່ນຫລວງຈ່າບ້ານ ເຈົ້າໝື່ນຫລວງພຶທທາ, ເຈົ້າໝື່ນຫລວງລ່າມແຂກ, ເຈົ້າຍານະ- ກິຕຕິ ພ້ອມດ້ວຍບໍຣິວາຣ ກໍໄດ້ຈັດເຄື່ອງຣາຊອຸປະໂພກອອກມາຖວາຍ ຢູ່ທີ່ຜານໄຊຍ໌ ແລ້ວກໍອັນເຊີນເອົາພຣະເຈົ້າເຊຕ ຖະວັງໂສ ຊື່ງໃນຕຳນານນີ້ກ່າວວ່າ ພຣະເຈົ້າໄຊຍະເຊຕຖາທິຣາຊ ຊຶ່ງນັບແຕ່ບັດນີ້ເປັນຕົ້ນໄປ ເຮົາຈະບໍ່ໄດ້ຍິນພຣະ ນາມວ່າ ເຈົ້າເຊຕຖະວັງໂສ ຈະໄດ້ຍິນແຕ່ພຣະນາມໃໝ່ວ່າ “ພຣະເຈົ້າໄຊຍະເຊຕຖາທິຣາຊ” ພຽງພຣະນາມດຽວເທົ່າ ນັ້ນ. ໄດ້ມີກາຣແຫ່ພຣະເຈົ້າໄຊຍະເສຖາທິຣາຊ ເຂົ້າໄປປະທັບຢູ່ວັດຊຽງຍືນກ່ອນ ສົມເດັຈພຣະເຈົ້າໄຊຍະເຊຕຖາທິຣາຊ ຊົງລົດເຄື່ອງຊົງຕົ້ນອອກໄວ້ ແລ້ວກໍຊົງເຄື່ອງພຣະພູສາຂາວ ຖືຂັນດອກໄມ້ທູບທຽນ ເຂົ້າໄປບູຊາພຣະສັພພັນຍູເຈົ້າ ໃນ ວິຫາຣວັດຊຽງຍືນ. ເຖິງຍາມທ່ຽງຈຶ່ງສເດັຈເຂົ້າວຽງ ທາງປະຕູຊ້າງເຜືອກຫົວວຽງ ແລ້ວສເດັຈຂຶ້ນສູ່ຣາຊມົນທຽຣ. ເຖິງ ຍາມຄ່ຳ ສເດັຈໄປໄຫວ້ພຣະແກ້ວ. ເດືອນ 10 ແຮມ 7 ຄ່ຳ ຍາມແລງ ສເດັຈພຣະຣາຊດຳເນີນໂດຍພຣະບາທໄປໄຫວ້ ພຣະເຈດີຍ໌ຫລວງ ຫຣື ພຣະທາຕຸຫລວງ.

ເຖິງວັນພຸດ ເດືອນ 11 ຂຶ້ນ 4 ຄ່ຳ ຕົກຖຶກຣືກສ໌ໜ່ວຍ 26 ຍາມທ່ຽງ ທຳພິທີມູຣະທາພິເສກຫົດສົງຄ໌ທີ່ສວນແຮ ແລ້ວກໍຕັ້ງ ພິທີອະພິເສກ ເຈົ້ານາງຕົ້ນທິພຍ໌ ແລະ ເຈົ້ານາງຕົ້ນຄຳພຣະທິດາຂອງພຣະເມືອງເກສເກົ້າ ເຈົ້ານະຄອນຊຽງໃໝ່ ໄວ້ໃນ ຕຳແໜ່ງອັຄຄະມະເຫສີ ຊ້າຍ ຂວາ ແຕ່ວ່າໃນເວລານັ້ນ ພຣະນາງເຈົ້າທັງສອງນີ້ຍັງເຍົາວັຍຢູ່, ເດືອນ 11 ແຮມ 5 ຄ່ຳ ສເດັຈອອກໄປໄຫວ້ພຣະທາຕຸດອຍສຸເທພ. ເດືອນ 11 ແຮມ 10 ຄ່ຳ ສເດັຈອອກຫໍຄຳ ຊົງແຕ່ງຕັ້ງເສນາຂ້າຣາຊກາຣທັງ ຫລາຍ ຝ່າຍນະຄອນຊຽງໃໝ່ ຄື:

1. ໃຫ້ແສນພິງ ໄຊຍ໌ແກ້ວ ເປັນແສນຫລວງ ສິທທິຣາຊປະກອນ 2. ໃຫ້ໝື່ນສາມລ້ານ ເປັນພຣະຍາສາມລ້ານລືໄຊຍ໌ເສນາບໍດີ ໃຫ້ໄປກິນເມືອງຊຽງຮາຍ, 3. ໃຫ້ໝື່ນແກ້ວ ມະໂນ ເປັນພຣະຍາສຖິດອຳນາຈ 4. ໃຫ້ໝື່ນຫລວງພານ ເປັນພຣະຍາ ວະຊິຣະອຳນາຈ ໃຫ້ໄປກິນເມືອງພານ, 5. ໃຫ້ໝື່ນພິງຍີ່ ເປັນພຣະຍາສຸທັສສະອຳນາຈ ໃຫ້ໄປກິນເມືອງຊຽງແສນ, ພຣະຍາໃຫຍ່ທັງ 5 ທີ່ກ່າວມານີ້ ພຣະຣາຊທານຍົສ ເຄື່ອງທອງຄຳ. 6. ໃຫ້ພຣະຍາ ໝື່ນຫລວງລ່າມແຂກ ເປັນແສນແຂກ ໄຊຍ໌ມົງຄົລ, 7. ໃຫ້ໝື່ນຄ້າວ ເປັນແສນຄ້າວເພຣີ ໃຫ້ໄປກິນເມືອງລຳພູນ, ນາມະຍົສຊັ້ນແສນ ທັງສອງທ່ານນີ້ ພຣະຣາຊ ທານຍົສ ເຄື່ອງເງິນ,

ສ່ວນພຣະຍາ ກົງກາງຣາຊ ຜູ້ເປັນພຣະເຈົ້າລຸງນັ້ນ ພຣະອົງຄ໌ຊົງແຕ່ງຕັ້ງໃຫ້ເປັນແສນເມືອງ. ຄັນຊົງແຕ່ງຕັ້ງ ຂ້າຣາຊ ກາຣ ໃຫ້ຂຶ້ນດຳຣົງຕຳແໜ່ງ ເປັນທີ່ສຳເຣັຈບໍຣິບວນແລ້ວ ພຣະໂພທິສາຣະທັມມິກະຣາຊ ພຣະຣາຊບິດາ ກໍຊົງບໍຣິຈາຄ ພຣະຣາຊຊັພຍ໌ ເປັນຈຳນວນມະຫາສານທີ່ພຣະອົງຄ໌ໄດ້ນຳໄປຈາກນະຄອນຊຽງທອງ ກັບຊັພຍ໌ສົມບັຕິທີ່ເສນາ ອາມາຕຍ໌ ໃນນະຄອນຊຽງໃໝ່ ນຳເອົາມາຖວາຍແດ່ພຣະອົງຄ໌ນັ້ນ ພຣະອົງຄ໌ກໍຊົງພຣະຣາຊທານ ແດ່ ພຣະສັງຄະເຈົ້າ ແລະແກ່ຍາຈົກວະນິພົກອະນາຖາທັງຫລາຍ.

ໃນຣະຫວ່າງທີ່ພຣະເຈົ້າໂພທິສາຣະຣາຊ ຊົງປະທັບຢູ່ໃນນະຄອນຊຽງໃໝ່ນີ້. ສົມເດັຈພຣະເຈົ້າ ບຸເຣງນອງ ຫຣື ມັນ ທາຕຸຣາຊ ພຣະເຈົ້າແຜ່ນດິນເມືອງຕອງອູ, ປະເທດພມ່າ ກໍໄດ້ສົ່ງຣາຊທູຕມາຂອດພຣະຣາຊໄມຕຣີ ແລະພ້ອມ ດຽວກັນ ນັ້ນ ພຣະເຈົ້າຕອງອູກໍໄດ້ສົ່ງພຣະຣາຊສາຣ ມາຊັກຊວນພຣະໂພທິສາຣະຣາຊເຈົ້າ ໄປຕີເອົາເມືອງອະຍຸທຍາ. ພຣະອົງຄ໌ ຈຶ່ງຊົງແຕ່ງໃຫ້ໝື່ນຂວາ ກັບ ນາຍປະທຽບວິຊຸລ ໄປສືບຄວາມເມືອງ ພ້ອມກັບທູຕພມ່າ ທີ່ມານັ້ນ.

ຣາຍກາຣ”ປວັຕສາຕຣ໌ລາວ” ປະຈຳວັນນີ້ ກໍເຫັນວ່າ ສົມຄວນແກ່ເວລາແລ້ວ ເຮົາຈຶ່ງຂໍຍຸຕິໄວ້ແຕ່ພຽງເທົ່ານີ້ກ່ອນ ພົບ ກັບທ່ານຜູ້ຟັງໃໝ່ອີກສັປະດາໜ້າ, ສະບາຍດີ.

ປະຫວັດສາດ ການຕໍ່ສູ້ ແລະພົງສາວະດານຂອງລາວ