ຈັດສເນີທ່ານໂດຍ: ວຽງໄຊ
ເມື່ອສັປະດາທີ່ຜ່ານມາ ເຮົາໄດ້ກ່າວໄວ້ແລ້ວວ່າ ໄດ້ເກີດເຫຕກາຣວຸ່ນວາຍຂຶ້ນໃນນະຄອນຊຽງໃໝ່ ຍ້ອນວ່າ ພຣະເຈົ້າ ໄຊຍະເຊຕຖາທິຣາຊ ຊົງມອບຣາຊກາຣບ້ານເມືອງ ໃຫ້ພຣະນາງເຈົ້າ ຈິຣະປະພາ ເປັນຜູ້ເບີ່ງແທນ.
ເມື່ອພຣະອົງຄ໌ຊົງຊາບເຫຕກາຣວຸ່ນວາຍຂຶ້ນ ໃນນະຄອນຊຽງໃໝ່ແລ້ວ ພຣະອົງຄ໌ຈຶ່ງໄດ້ມີພຣະຣາຊໂອງກາຣຮັບສັ່ງ ໃຫ້ ພຣະຍາເມືອງແພ່ ຜູ້ເປັນພຣະຍາສາມລ້ານ ກັບພຣະຍານະຄອນລ້ານ ແລະພຣະຍາຫົວວຽງ ຍົກກຳລັງຂຶ້ນໄປ ຈັດກາຣຜາບພວກກໍ່ກາຣວຸ່ນວາຍ ແລະສ້າງຄວາມສງົບຂຶ້ນໃຫ້ເປັນທີ່ຮຽບຮ້ອຍ.
ຄັນຕົກມາໃນປີຄຣິສຕະສັກຣາຊ 1553 ຊຶ່ງກົງກັບຈຸລສັກຣາຊ 915 ນັ້ນ ພວກເສນາອາມາຕຍ໌ມົນຕຣີ ນະຄອນຊຽງ ໃໝ່ ໄດ້ພ້ອມກັນໄປເຊີນເອົາ ເຈົ້າເມກຸຕິ ຜູ້ເປັນເຊື້ອພຣະວົງສ໌ພຣະເຈົ້າເມັງຣາຍ ຊຶ່ງໃນເວລານັ້ນ ຍັງຊົງຜນວດຢູ່ ໃຫ້ລາສິກອອກມາ ແລ້ວກໍອະພິເສກຂຶ້ນເປັນພຣະເຈົ້າແຜ່ນດິນ.
ສົມເດັຈພຣະເຈົ້າໄຊຍະເຊຕຖາທິຣາຊ ຊົງຊາບຂ່າວນັ້ນ ກໍຊົງພຣະພິໂຣທໂກດເຄືອງ ເປັນຢ່າງຍິ່ງ ເພາະຣະອົງຄ໌ຍັງ ຖືວ່າ ຊຽງໃໝ່ເປັນຂອງພຣະອົງຄ໌ຢູ່. ດັ່ງນັ້ນ ຄັນເຖີງປີຄຣິສຕະສັກຣາຊ 1555 ຈຸລສັກຣາຊ 917 ພຣະອົງຄ໌ຈຶ່ງໄດ້ ຍົກພົລໂຍທາ ຂຶ້ນໄປຕີນະຄອນຊຽງໃໝ່ ແລະຊົງມອບໃຫ້ພຣະຍານະຄອນ ຢູ່ຮັກສາເມືອງ. ເມື່ອກອງທັພຫລວງຂຶ້ນ ໄປເຖີງນ້ຳທາພຣະອົງຄ໌ຈຶ່ງຊົງມີພຣະຣາຊອາຈຍາ ຮັບສັ່ງໃຫ້ ພຣະຍາຂາວດອກໝາກ ຍົກພົລໄປຕັ້ງຢູ່ດອນຫາດ ສ້ອຍໃຫ້ ພຣະຍາຍົສລືກຽຣ ຊຶ່ງພາຍລຸນມາ ໄດ້ເລື່ອນຍົສຂຶ້ນເປັນ ພຣະຍາແສນສຸຣິນລືໄຊຍ໌ ນັ້ນ ຍົກພົລໄປຕັ້ງຢູ່ ບ້ານດ່ານ.
ຝ່າຍພຣະເຈົ້າເມກຸຕິ ເຈົ້ານະຄອນຊຽງໃໝ່ ໄດ້ແຕ່ງໃຫ້ພຣະຍາໄຊຍະເສນ ກັບ ແສນນ້ອຍ ເກນເອົາກຳລັງພົລຈາກ ເມືອງຝາງ, ເມືອງຊຽງຮາຍ ແລະ ຊຽງແສນ ຍົກອອກມາຕັ້ງຮັບຢູ່ເມືອງຜາໄດ່. ພຣະຍາໄຊຍະເສນ ຂີ່ຊ້າງ ຂວັນ ເມືອງງອຍ ຜ່ານມາທາງບ້ານດ່ານ ມາຈວບກັບພຣະຍາຍົສລືກຽຣ, ພຣະຍາຍົສລືກຽຣຂີ່ຊ້າງ ກຳແພງຈັກຣ໌ ເຂົ້າຊົນ ຖຶກຊ້າງຂວັນເມືອງງອຍ ລົ້ມລົງນ້ຳຂອງ ພຣະຍົສລືກຽຣຈຶ່ງເອົາງ້າວຟັນພຣະຍາໄຊຍະເສນຕາຍຄາຫົວຊ້າງນັ້ນເອງ, ເມື່ອເປັນເຊັ່ນນັ້ນ ກຳລັງທັພຂອງພຣະຍາໄຊຍະເສນ ຈຶ່ງໄດ້ແຕກໜີໄປ. ສ່ວນວ່າ ກອງຣົບຂອງແສນນ້ອຍ ເຫັນທ່າບໍ່ ດີ, ຈຶ່ງໄດ້ອວ່າຍກຳລັງພົລເສີກ ໜີໄປຢູ່ເມືອງຊຽງແສນ.
ສົມເດັຈພຣະເຈົ້າໄຊຍະເຊຕຖາທິຣາຊ ໄດ້ຍົກທັພຫລວງຂຶ້ນໄປຕັ້ງຢູ່ເມືອງຖິ່ນ ແລ້ວກໍມີພຣະຣາຊອາຈຍາໃຫ້ພຣະຍາ ຈັນທະບຸຣີ ສີສັທທັມມະໄຕຣໂລກ ກັບ ພຣະຍາແສນລຸງ ນຳໄປຕີແສນນ້ອຍ ທີ່ເມືອງຊຽງແສນໃຫ້ໄດ້. ໃນເວລານັ້ນ, ພຣະຍາທັກຂິນ ມີຄວາມຄຽດແຄ້ນໃຫ້ພຣະຍາຈັນທະບຸຣີຢູ່ ຈຶ່ງຫາເຫຕທູລສັບສໍ່ ສົມເດັຈພຣະເຈົ້າໄຊຍະເຊຕຖາ ທິຣາຊ ວ່າພຣະຍາຈັນທະບຸຣີເປັນໃຈກະບົຖເຂົ້າກັບແສນນ້ອຍ ແລ້ວພຣະຍາທັກຂິນຈຶ່ງຄິດອຸບາຍ ປຶກສາກັບພຣະຍາ ຈັນທະບຸຣີວ່າ ກາຣເສີກຄາວນີ້ ໜັກຢູ່ ເຫັນຈະຕີເອົານະຄອນຊຽງໃໝ່ບໍ່ໄດ້ ຂໍເຊີນພຣະເຈົ້າ ໃຫ້ຍົກທັພກັບຄືນກ່ອນ. ສ່ວນພຣະຍາຈັນທະບຸຣີ ຫລົງເຊື່ອ ພຣະຍາທັກຂິນ ກໍເຂົ້າເຝົ້າທູລພຣະເຈົ້າໄຊຍະເຊຕຖາທິຣາຊ ຕາມທີ່ໄດ້ປືກສາ ຫາຣືກັບພຣະຍາທັກຂິນນັ້ນ.
ສົມເດັຈພຣະເຈົ້າໄຊຍະເຊຕຖາທິຣາຊ ກໍຊົງພຣະພິໂຣທໂກດເຄືອງພຣະທັຍເປັນຢ່າງຍິ່ງ ຈຶ່ງມີພຣະຣາຊອາຈຍາຮັບ ສັ່ງໃຫ້ຕຳຣວດຫລວງ ຄຸມເອົາພຣະຍາຈັນທະບຸຣີໄປຂ້າຖິ້ມ. ເວລານັ້ນ ພຣະຍາແສນລຸງ ກໍເຈັບປ່ວຍໜັກ ຈຶ່ງໄດ້ທູລ ລາ ລ່ອງລົງມານະຄອນຊຽງທອງ. ພໍມາເຖີງນະຄອນຊຽງທອງ ກໍເຖີງແກ່ອະນິຈຈະກັມ. ບັດນັ້ນ, ສົມເດັຈພຣະເຈົ້າ ໄຊຍະເຊຕຖາທິຣາຊ ຈຶ່ງໄດ້ຊົງແຕ່ງຕັ້ງ ພຣະຍາເມືອງກາງໃຫ້ເປັນແມ່ທັພ ຍົກໄປຕີເອົາເມືອງຊຽງແສນ. ກຳລັງ ຂອງແສນນ້ອຍ ສູ້ບໍ່ໄດ້ ແສນນ້ອຍຈຶ່ງໄດ້ເອົາຕົວຫລົບໜີໄປເມືອງຕອງອູ ຄືຫົງສາວະດີ ປະເທສພມ່າ. ບັດນັ້ນ, ສົມ ເດັຈພຣະເຈົ້າໄຊຍະເຊຕຖາທິຣາຊ ຈຶ່ງໄດ້ສເດັຈຂຶ້ນໄປປະທັບຢູ່ເມືອງຊຽງແສນ ແລະຕັ້ງນະຄອນຊຽງແສນຂຶ້ນ ເປັນຣາຊທານີ. ພຣະອົງຄ໌ຊົງບຳຣຸງຊ້າງ ມ້າ ຣິພົລຢູ່ໃນທີ່ນັ້ນ ເຖີງ 9 ເດືອນ ເພື່ອຈະຕີເອົານະຄອນຊຽງໃໝ່ຄືນມາ ໃຫ້ໄດ້.
ຝ່າຍແສນນ້ອຍ ທີ່ຫລົບໜີໄປນັ້ນ ກໍໄປເຊີນເອົາເຈົ້າຟ້າຫົງສາວະດີ ບຸເຣງນອງ ຫຣືມັນທາຕຸຣາຊ ຍົກທັພມາຕີເອົາ ນະຄອນຊຽງໃໝ່ໄດ້. ບັດນັ້ນ, ເຈົ້າຟ້າຫົງສາວະດີ ຈຶ່ງມີພຣະຣາຊສາຣໃຫ້ນ້ອຍມັງເຈັຍ ຖືມາຖວາຍພຣະເຈົ້າໄຊຍະ ເຊຕຖາທິຣາຊ ຢູ່ເມືອງຊຽງແສນ. ພຣະຣາຊສາຣນັ້ນ ມີເນື້ອຄວາມວ່າ “ເມືອງຊຽງໃໝ່ ເປັນເມືອງລູກຂອງເຮົາ, ເຮົາ ກໍໄດ້ຮູ້ ໄດ້ແຈ້ງ, ແຕ່ພໍ່ເຈົ້າໄດ້ໃຊ້ໝື່ນກວ້ານ ກັບ ນາຍປະທຽບວິຊຸລ ໃຫ້ມາບອກເລົ່າ ຮອດເມືອງອັງວະ ຄືຫົງສາ ວະດີພຸ້ນ ວ່າພຣະເມກຸຕິ ທັງແສນນ້ອຍ ໄດ້ໂຄບ-ໂລບຊິງເອົາເມືອງຊຽງໃໝ່. ບັດນີ້, ເຮົາຜູ້ເປັນພໍ່ ກໍມາເອົາ ພຣະເມ ກູຕິ ແລະ ແສນນ້ອຍ ໄດ້ແລ້ວ. ບັດນີ້, ເມືອງຊຽງໃໝ່ນີ້ ລູກເຮົາຈັກມາເອົາຄືນ, ເຮົາຜູ້ພໍ່ ກໍຈັກມອບເວນຄືນໃຫ້.”
ເມື່ອສົມເດັຈພຣະເຈົ້າໄຊຍະເຊຕຖາທິຣາຊ ໄດ້ຊົງຊາບພຣະຣາຊສາຣດັ່ງນັ້ນແລ້ວ ຈຶ່ງແຕ່ງໃຫ້ແສນແຂກ ເອົາຊ້າງຕົວ ນຶ່ງ ຊື່ວ່າ ໄຕຣພົພ ໄປຖວາຍພຣະເຈົ້າມັນທາຕຸຣາຊ ບຸເຣງນອງ ທີ່ເມືອງຊຽງໃໝ່ ພ້ອມກັບພຣະຣາຊສາຣກ້ານນຶ່ງ ຊຶ່ງມີໃຈຄວາມວ່າ “ ເມືອງຊຽງໃໝ່ນີ້ ຫາກແມ່ນເມືອງຂອງເຮົາ ຜູ້ລູກແທ້, ພໍ່ເຮົາຕາຍ ເຮົາໄດ້ກັບເມືອບວຊຕົນຕົວ ແລະໄດ້ສ້າງມະຫາທາຕ ທັງກຸຕິວິຫາຣ ໃຫ້ທານ ຖົມະນາບຸນຄຸນ ພໍ່ເຮົາ, ເຮົາຈຶ່ງໄດ້ຝາກບ້ານ ຝາກເມືອງ ໄວ້ດອມ ພຣະສັງຄະເຈົ້າ ແລະເສນາທັງມວນ. ເຂົາບໍ່ຢູ່ໃນສັຈຈະ ອັນເຮົາຕັ້ງໄວ້ ລວດເອົາພຣະເມກຸຕິມາຕັ້ງແທນ. ບັດນີ້, ພໍ່ ເຮົາ ມາໄດ້ເມືອງຊຽງໃໝ່ແລ້ວ ເຮົາຂໍຖວາຍ ມອບໃຫ້ແກ່ພໍ່ເຮົາເຖີ້ນ, ເຮົາຈັກລ່ອງເມືອ ເມືອງລ້ານຊ້າງ ດັ່ງເກົ່າແລ.”
ພຣະຣາຊສາຣກ້ານນີ້ ໄດ້ສແດງໃຫ້ເຫັນວ່າ ສົມເດັຈພຣະເຈົ້າໄຊຍະເຊຕຖາທິຣາຊ ບໍ່ປາຖນາທີ່ຈະຍົກທັພເຂົ້າບຸກ ໂຈມຕີ ເອົາເມືອງຊຽງໃໝ່ ຄືນມາໃນຄາວນີ້ເທື່ອ. ຂໍໃຫ້ທ່ານຜູ້ຟັງ ຈົ່ງລໍຟັງເບີ່ງ ບົທບາທທ່າທີ ກົລະຍຸທ ຂອງສົມ ເດັຈພຣະເຈົ້າໄຊຍະເຊຕຖາທິຣາຊ ໃນຂັ້ນຕໍ່ໄປ ວ່າຈະເປັນຢ່າງໃດ?
|
|
ສຽງບັນທຶກໄວ້ |
|
|
ດາວໂລ້ດ |
|
|
ອີເມວລ໌ ເຣື້ອງ |
|
|
ລົງທະບຽນເປັນສະມາຊິກ |
|
|
ພິມເຣື້ອງນີ້ |