ຈັດສເນີທ່ານໂດຍ: ວຽງໄຊ
ເມື່ອສັປະດາທີ່ຜ່ານມາ ເຮົາໄດ້ເລົ່າເຖີງ ການແລກປ່ຽນຣາຊສາຣກັນ ຣະຫວ່າງ ສົມເດັຈພຣະເຈົ້າໄຊຍະເຊຕຖາ ທິຣາຊ ແລະ ພຣະເຈົ້າຫົງສາວະດີ.
ຫລັງຈາກທີ່ສົມເດັຈພຣະເຈົ້າໄຊຍະເຊຕຖາທິຣາຊ ສົ່ງຣາຊສາຣຕອບໄປແລ້ວ ຝ່າຍພຣະເຈົ້າຫົງສາວະດີມັນທາຕຸຣາຊ ຈຶ່ງໃຫ້ນ້ອຍເມັງເຈັຍ ນຳເອົາຣາຊສາຣກັບຄືນມານຳແສນແຂກຣາຊທູຕຜູ້ນຳສາຣຂອງສົມເດັຈພຣະເຈົ້າໄຊຍະເຊຕຖາ ທິຣາຊໄປນັ້ນອີກ ໂດຍບອກວ່າ ຂໍເຊີນສົມເດັຈພຣະເຈົ້າໄຊຍະເຊຕຖາທິຣາຊ ກັບຄືນໄປເອົານະຄອນຊຽງໃໝ່.
ສົມເດັຈພຣະເຈົ້າໄຊຍະເຊຕຖາທິຣາຊ ຊົງຊາບທັນເຫຕກາຣແລະກົລອຸບາຍຂອງພຣະເຈົ້າຫົງສາວະດີ ແລະຮູ້ກຳລັງ ຂອງພຣະອົງຄ໌ເອງເປັນຢ່າງດີ ແລະວ່າ ພຣະເຈົ້າຫົງສາວະດີຈະຫລອກລວງຈັບເອົາພຣະອົງຄ໌ໄປ ພຣະອົງຄ໌ຈຶ່ງມີ ພຣະຣາຊອາຈຍາ ໃຫ້ຈັບນ້ອຍເມັງເຈັຍໄວ້ ແລ້ວກໍເລີຍເລີກທັພກັບຄືນມານະຄອນຊຽງທອງ.
ຝ່າຍພຣະເຈົ້າມັນທາຕຸຣາຊ ພຣະເຈົ້າແຜ່ນດິນແຫ່ງຫົງສາວະດີ ເມື່ອໄດ້ຊາບຂ່າວວ່າ ນ້ອຍເມັງເຈັຍ ຖຶກຈັບ ແລະ ຖຶກຄຸມຕົວໄປແລ້ວ ຈຶ່ງໄດ້ແຕ່ງໃຫ້ ອິມເມ ເປັນແມ່ທັພຍົກພົລ ອອກຕິດຕາມມາຕີເອົານ້ອຍເມັງເຈັຍຄືນ. ກອງທັພ ຂອງພມ່າໄດ້ຕິດຕາມມາທັນຢູ່ໃກ້ແດນເມືອງ ແລ້ວກໍຍົກກຳລັງເຂົ້າຕີກອງຣະວັງຫລັງ ແລະໄດ້ຈັບເອົາພຣະຍາກາງສິວິ ໄຊຍ໌ 1, ແສນຊ້າງທ່າວ 1, ແສນໄຊຍະໂຊຕ ແລະນ້ອຍເມັງເຈັຍ ຜູ້ເປັນຣາຊທູຕນັ້ນຄືນໄປ.
ຝ່າຍສົມເດັຈພຣະເຈົ້າໄຊຍະເຊຕຖາທິຣາຊ ເມື່ອຊາບຂ່າວນັ້ນແລ້ວ ກໍຍົກພົລເລີຍລົງມາເຖິງນະຄອນຊຽງທອງ ດັ່ງ ເດີມ. ບັດນີ້ ເຮົາຈັກກ່າວເຖິງບັ້ນທີ່ສົມເດັຈພຣະເຈົ້າໄຊຍະເຊຕຖາທິຣາຊ ຍົກຣິພົລຈະຕຸຣົງຄະເສນາ ລົງມາສ້າງ ນະຄອນວຽງຈັນທນ໌ໃຫ້ເປັນຣາຊທານີ ກ່ອນແລ.
ຄັນລຸເຖິງ ຈຸລສັກຣາຊ 922 ກົງກັບ ຄຣິສຕະສັກຣາຊ 1560 ສົມເດັຈພຣະເຈົ້າໄຊຍະເຊຕຖາທິຣາຊ ຊົງພິຈາຣະນາ ເຫັນວ່າ ນະຄອນຊຽງທອງເປັນພູມປະເທສທີ່ຄັບແຄບ ບໍ່ກວ້າງຂວາງ ແລະອີກປະກາຣນຶ່ງ, ກໍຢູ່ໃນຣະຫວ່າງທາງ ເດີນຂອງພມ່າ ຊື່ງເປັນສັຕຣູກັບນະຄອນຊຽງທອງ ທັງຍັງພິຈາຣະນາເຫັນວ່າ ພູມປະເທສອັນເປັນທີ່ຕັ້ງນະຄອນ ວຽງຈັນທນ໌ນັ້ນກວ້າງຂວາງສາມາຖສ້າງສາເປັນເມືອງໃຫຍ່ໄດ້, ມີບ່ອນທຳມາຫາກິນສະດວກສະບາຍ, ອຸດົມໄປ ດ້ວຍເຂົ້າປາອາຫາຣ ສົມຄວນທີ່ຈະຕັ້ງໃຫ້ເປັນຣາຊທານີໄດ້.
ບັດນັ້ນ, ພຣະອົງຄ໌ຈຶ່ງໄດ້ປຶກສາຫາຣືກັບເສນາອາຕຍ໌ຣາຊມົນຕຣີ ທັງຫລາຍ, ພວກເສນາມົນຕຣີ ກໍມີຄວາມເຫັນດີ ເຫັນຊອບນຳ. ດັ່ງນັ້ນ, ພຣະອົງຄ໌ຈຶ່ງຊົງມອບເວນນະຄອນຊຽງທອງໃຫ້ພຣະສັງຄະເຈົ້າຢູ່ເຝົ້າຮັກສາພ້ອມດ້ວຍ ພຣະບາງເຈົ້າ. ສ່ວນພຣະອົງຄ໌ນັ້ນ ກໍໄດ້ເຊີນເອົາພຣະແກ້ວມໍຣະກົຕແລະພຣະແຊກຄຳ ກັບພຣະຣາຊສົມບັຕທັງມວນ ແລ້ວກໍຍົກຈະຕຸຣົງຄະເສນາ ຊ້າງ ມ້າ ໂຍທາຫາຣ ລົງມານະຄອນວຽງຈັນທນ໌.
ເມື່ອສຖາປະນານະຄອນວຽງຈັນທນ໌ຂຶ້ນເປັນຣາຊທານີແລ້ວ ຈຶ່ງໄດ້ຂນານນາມໃໝ່ວ່າ: “ພຣະນະຄອນ ຈັນທະບຸຣີ ສຣີສັຕະນາຄະນະຫຸຕ ອຸຕະມະ ຣາຊທານີ” ໃນປີກົດສັນ ຄືປີວອກ, ຈຸລສັກຣາຊ 922 ສ່ວນນະຄອນຊຽງທອງ ໄດ້ຂນານນາມໃໝ່ວ່າ: “ພຣະນະຄອນຫລວງພຣະບາງ” ນັບແຕ່ກາລະບັດນັ້ນເປັນຕົ້ນມາ. ກາຣທີ່ຂນານນາມ ນະຄອນຊຽງທອງໃໝ່ນີ້ ກໍເພາະເຫຕວ່າ ພຣະບາງເຈົ້າຍັງສຖິຕປະດິສຖານເປັນມິ່ງຂວັນ ຂອງພຣະນະຄອນນັ້ນຢູ່.
ພຣະນະຄອນວຽງຈັນທນ໌ນັ້ນ ເມື່ອຖຶກສຖາປະນາຂຶ້ນເປັນຣາຊທານີແລ້ວ ສົມເດັຈພຣະເຈົ້າໄຊຍະເຊຕຖາທິຣາຊ ຈຶ່ງ ຊົງສ້າງພຣະມະຫາຜາສາທຣາຊວັງຫລວງຂຶ້ນ, ພ້ອມທັງ ສ້າງ ຫໍພຣະແກ້ວ ພຣະແຊກຄຳ ໃຫ້ໃຫຍ່ໂຕຣະໂຫຖານ ວິຈິຕພິສດາຣທີ່ສຸດ ຢ່າງສົມພຣະກຽຕ.
ໃນຂນະນັ້ນ, ພຣະຍາຄຳຄອນ ເຈົ້າເມືອງພວນ ຊຽງຂວາງ ກໍໄດ້ນຳເອົາຊ້າງຕົວນຶ່ງຊື່ວ່າ ຂວັນຫລວງ ມາຖວາຍ ສົມ ເດັຈພຣະເຈົ້າໄຊຍະເຊຕຖາທິຣາຊ ແລະພ້ອມດຽວກັນນັ້ນ ກໍໄດ້ທູລຂໍເອົາຄອບຄົວໄທພວນ ທີ່ໄດ້ຍ້າຍລົງມາຢູ່ວຽງ ຈັນທນ໌ກັບຄືນໄປຍັງຊຽງຂວາງ. ສົມເດັຈພຣະເຈົ້າໄຊຍະເຊຕຖາທິຣາຊ ກໍຊົງພຣະກະຣຸນາໂຜດເກົ້າໃຫ້ຕາມຄຳຂໍນັ້ນ.
ໃນປີຄຣິສຕະສັກຣາຊ 1560 ຈຸລສັກຣາຊ 922 ນັ້ນເອງ ພຣະອົງຄ໌ກໍໄດ້ສ້າງ “ພຣະທາຕສີສອງຮັກ” ຂຶ້ນ ທີ່ເມືອງ ດ່ານຊ້າຍ ຮ່ວມກັບພຣະເຈົ້າແຜ່ນດິນກຣຸງສຣີອະຍຸທຍາ ເພື່ອໃຫ້ເປັນເຂຕໝາຍຊາຍແດນ ຣະຫວ່າງປະເທສທັງສອງ.
ໃນກາຣສ້າງພຣະທາຕສີສອງຮັກ ປັກປັນເຂຕແດນກັບກຣຸງສຣີອະຍຸທຍານີ້ ໄດ້ມີສິລາເລຂຈາຣຶກດ້ວຍອັກສອນທັມມ໌ ແລະເປັນພາສາລາວ ດັ່ງມີຂໍ້ຄວາມໃນຕອນນຶ່ງວ່າ: “…ສົມເດັຈພຣະມະຫາກະສັຕເຈົ້າ ແຫ່ງກຣຸງສິສັຕະນາຄ, ສົມ ເດັຈພຣະມະຫາກະສັຕເຈົ້າ ກຣຸງສຣີອະໂຍທະຍາ ມະຫາດິລົກ…ທັງສອງ ພຣະອົງຄ໌ຈຶ່ງຈາກັນ ໃຫ້ເປັນພຣະຣາຊ ໄມຕຣີ ໂດຍປຸພພະປະເພນີ, ຢ່າໄດ້ທຳໂລພລ້ຽວແກ່ກັນ ຈົນເທົ່າສ້ຽງພຣະອາທິຕຍ໌ ພຣະຈັນທຣ໌ເຈົ້າ ຕົກລົງມາສູ່ ເໜືອແຜ່ນດິນ ອັນນີ້ເທີ້ນ.”
ໃນກາຣສ້າງພຣະທາຕສີສອງຮັກ ໃຫ້ເປັນຫລັກໝາຍເຂຕແດນ ຣະຫວ່າງສອງປະເທສນີ້ສົມເດັຈພຣະເຈົ້າໄຊຍະ ເຊຕຖາທິຣາຊ ແຫ່ງກຣຸງສຣີສັຕະນາຄະນະຫຸຕ ໄດ້ແຕ່ງໃຫ້ມະຫາອຳມາຕຍ໌ຊື່ວ່າ “ອົງຄ໌ຈັນທະປະສິທທິຣາຊພັກດີ ແລະ ໝື່ນອຸປາລີ “ ເປັນປະທານ ພ້ອມດ້ວຍພຣະສົງຄ໌ຣາຊຄຣູເຈົ້າອີກຫລາຍອົງຄ໌ ຄື: ພຣະອຸປາລິເຖຣະ 1, ພຣະອະຣິຍະກັສປະ 1, ພຣະມະຫາທັມມະເສນາບໍດີ 1, ພຣະພຸທທະມະຫາວິລາສເຖຣະ 1, ພຣະອະຣິຍະທິກະ ມຸນີ1.
ຝ່າຍກຣຸງສຣີອະຍຸທຍານັ້ນ ໄດ້ແຕ່ງ “ພຣະພົລ ເທພນາຍົກ” ເປັນປະທານ ພ້ອມດ້ວຍຄນະສົງຄ໌ເຈົ້າຣາຊາຄນະ ຄື: ພຣະຄຣູບໍຣົມຈະຣິຍາ 1, ພຣະອະຣິຍະມຸນີ 1, ພຣະສຣີວິສຸທທິອຸຕະມະ1, ພຣະຄຣູສຸເມທາຈາຣຍ໌ 1, ພຣະມະຫາ ສັທທັມມະມາຕຸລະ 1, ພຣະມະຫາພຣົມະສາຣ 1, ພຣະມະຫາຣາຊມຸນີ 1 ແລະນອກນີ້ ກໍມີພຣະສົງຄ໌ບໍຣິວາຣ ຝ່າຍ ລະ 70 ອົງຄ໌.
ມະຫາອາມາຕຍ໌ແລະພຣະສົງຄ໌ທັງສອງຝ່າຍມາປະຊຸມກັນ ທີ່ພຣະທາຕສຣີສອງຮັກ ໂດຍຖືເອົາເຂຕພັທະສີມາວັດ ພຣະທາຕສຣີສອງຮັກນັ້ນ ເປັນເອກະສີມາອັນດຽວກັນ ແລ້ວອ່ານພຣະຣາຊໂອງກາຣຄຳສັຕະຍາທິຕຖານ ຂອງພຣະ ມະຫາກະສັຕທັງສອງພຣະອົງຄ໌ ດັ່ງເຮົາຈະນຳເອົາມາສເນີທ່ານໃນສັປະດາໜ້າ.
|
|
ສຽງບັນທຶກໄວ້ |
|
|
ດາວໂລ້ດ |
|
|
ອີເມວລ໌ ເຣື້ອງ |
|
|
ລົງທະບຽນເປັນສະມາຊິກ |
|
|
ພິມເຣື້ອງນີ້ |