ຈັດສເນີທ່ານໂດຍ: ວຽງໄຊ
ໃນສັປະດາທີ່ຜ່ານມາ ເຮົາໄດ້ກ່າວເຖິງຄັ້ງເມື່ອສົມເດັຈພຣະເຈົ້າໄຊຍະເຊຕຖາທິຣາຊ ຮ່ວມກັບ ພຣະເຈົ້າແຜ່ນດິນ ແລະພົງສາວະດານຂອງລາວແລະພົງສາວະດານຂອງລາວກຣຸງສຣີອະຍຸທຍາ ສ້າງ “ພຣະທາຕສຣີສອງຮັກ” ໃຫ້ເປັນ ເຄື່ອງໝາຍ ຊາຍແດນ ຣະຫວ່າງປະເທສທັງສອງ ແລະໃຫ້ເປັນສັນຍາລັກສ໌ແຫ່ງຄວາມເປັນຍາຕສືບຊາຕວົງ ຕະກູລມາຕັ້ງແຕ່ຂຸນບຸຣົມະຣາຊາ ດັ່ງທີ່ພຣະຣາມາທິບໍດີ ອູ່ທອງ ພຣະເຈົ້າແຜ່ນດິນກຣຸງສຣີອະຍຸທຍາ ໄດ້ ມີພຣະຣາຊສາຣເຖີງພຣະເຈົ້າຟ້າງຸ່ມ ໃນຕອນທີ່ພຣະເຈົ້າຟ້າງຸ່ມ ຈະຍົກທັພເຂົ້າໂຈມຕີກຣຸງສຣີອະຍຸທຍາ ໃນປີ ຄຣິສຕະສັກຣາຊ 1353 ນັ້ນວ່າ:
“ເຮົາຫາກເປັນພີ່ນ້ອງກັນມາແຕ່ຂຸນບຸຣົມພຸ້ນດາຍ ຄັນເຈົ້າພຣະຍາ ຢາກໄດ້ບ້ານໄດ້ເມືອງ ກໍໃຫ້ເອົາແຕ່ເຂຕແດນ ດົງ ສາມເສົ້າ ດົງພຣະຍາໄຟຂຶ້ນເມືອ ເຖິງເທົ້າ ພູພຣະຍາພໍ່ ແລະ ແດນເມືອງນະຄອນໄທ ເປັນເຈົ້າຖ້ອນ…”
ເມື່ອນະຄອນຊຽງໃໝ່ ໄດ້ຕົກໄປຢູ່ພາຍໃຕ້ກາຣຄອບຄອງຂອງພມ່າແລ້ວ ພຣະອັຄຄະມະເຫສີຊ້າຍຂວາຂອງສົມເດັຈ ພຣະເຈົ້າໄຊຍະເຊຕຖາທິຣາຊ ໃນຄາວທີ່ພຣະອົງຄ໌ຂຶ້ນຄອງຣາຊສົມບັຕເປັນພຣະເຈົ້າແຜ່ນດິນອານາຈັກຣ໌ລ້ານນາ ຊຽງໃໝ່ນັ້ນ ກໍຕົກຄ້າງຢູ່ຊຽງໃໝ່ຕໍ່ມາ. ດັ່ງນັ້ນ, ເມື່ອພຣະອົງຄ໌ຂຶ້ນສເວີຍຣາຊເປັນພຣະເຈົ້າແຜ່ນດິນລ້ານຊ້າງ ແລະ ລົງມາສ້າງ“ວຽງຈັນທນ໌” ເປັນຣາຊທານີ ພຣະອົງຄ໌ຈຶ່ງຍັງບໍ່ທັນມີພຣະອັຄຄະມະເຫສີເທື່ອ.
ບັດນັ້ນ ຈັກກ່າວເຖີງບັ້ນທີ່ ສົມເດັຈພຣະເຈົ້າໄຊຍະເຊຕຖາທີຣາຊ ຂໍເອົານາງ ເທພະກະສັຕຣີ ຈາກກຣຸງສຣີອະຍຸທຍາ ກ່ອນແລ.
ໃນປີຄຣິສຕະສັກຣາຊ 1562 ຈຸລສັກຣາຊ 924 ສົມເດັຈພຣະເຈົ້າໄຊຍະເຊຕຖາທິຣາຊ ໄດ້ຊົງຊາບຂ່າວວ່າ ນາງ ເທພກະສັຕຣີ ອັນເປັນພຣະຣາຊທິດາຂອງພຣະມະຫາຈັກພັຕ ພຣະເຈົ້າແຜ່ນດິນກຣຸງສຣີອະຍຸທຍາ ມີພຣະສະຣີຣະ ໂສພາ ງາມເລິສ ທັງເປັນໜໍ່ເນື້ອແນວກະສັຕຜູ້ກ້າຫາຣ ພຣະອົງຄ໌ຄິດໄຄ່ຢາກໄດ້ມາເປັນພຣະອັຄຄະມະເຫສີ, ຈຶ່ງໄດ້ ແຕ່ງພຣະຣາຊສາຣໄປຂໍ ຊຶ່ງມີໃຈຄວາມດັງນີ້:
“ຂ້າພຣະອົງຄ໌ ຜູ້ຜ່ານພິພົພ ກຣຸງສຣີສັຕະນາຄະນະຫຸຕ ຂໍຖວາຍອະພິວາທ ວັນທະນາ ມາຍັງ ສົມເດັຈພຣະປິ ຕຸຣາທິຣາຊ ຜູ້ຜ່ານພິພົພ ກຣຸງເທພ ທວາຣາວະດີ ສຣີອະຍຸທຍາ ມະຫາດິລົກະພົບ ນົພະຣັຕນະ ຣາຊທານີບຸຣີຣົມ ອຸດົມດ້ວຍ ພຣະມະຫາສຖານມະເຫົາຣານຍິ່ງ ເປັນມິ່ງມົງກຸຕ ດ້ວຍເສຕະກຸນຊອນ ຊາວຕົວ ປະເສີຖສີເມືອງ. ຂ້າພຣະອົງຄ໌ ຍັງໄປ່ມີ ເອກອັຄຄະຣາຊກັລະຍານີ ທີ່ຈະສືບສີສຸຣິຍະວົງສ໌ ໃນກຣຸງສຣີສັຕະນາຄະນະຫຸຕ ຕໍ່ໄປ. ຂ້າພຣະອົງຄ໌ ຂໍພຣະຣາຊທານ ພຣະຣາຊທິດາ ອົງຄ໌ຊົງພຣະນາມວ່າ “ເທພກະສັຕຣີ” ໄປເປັນປິ່ນສີສຸຣາງຄະນິກອນ ກັລະຍາ ໃນມະຫານະຄະເຣດປາຈິນທິສ ເປັນທາງ ພຣະຣາຊສັມພັນທະມິຕ ໄມຕຣີ ສຸວັນນະປະຖະພີ ແຜ່ນດຽວກັນ ຊົ່ວກັລະປາວະສານ”.
ສົມເດັຈພຣະເຈົ້າມະຫາຈັກພັຕ ພຣະເຈົ້າແຜ່ນດິນອະຍຸທຍາ ໄດ້ຮັບພຣະຣາຊສາຣນັ້ນແລ້ວ ຈຶ່ງໃຫ້ທ້າວພຣະຍາ ມຸຂມົນຕຣີທັງຫລາຍ ມາປຶກສາກັນ ແລະເຫັນວ່າ ກຣຸງສຣີອະຍຸທຍາ ແລະກຣຸງຫົງສາວະດີ ເປັນຂ້າເສີກກັນ ຊອກ ຊ້ຳປະດຸຈດັ່ງວັນນະໂຣຄຢູ່ໃນຊວງ ຈະຮັກສາຢຽວຢາເປັນອັນຍາກ. ພຣະເຈົ້າກຣຸງສຣີສັຕະນາຄະນະຫຸຕ ກໍເປັນ ເຈົ້າກຣຸງກະສັຕອັນໃຫຍ່ ໄດ້ມີພຣະຣາຊສາຣມາແລ້ວ ຄວຣທີ່ຈະພຣະຣາຊທານໃຫ້ ຈະໄດ້ເປັນພຣະຣາຊສັມພັນທະ ມິຕໄມຕຣີ ຖ້າມີກາຣສົງຄາມພາຍໜ້າ ຈະໄດ້ເປັນກຳລັງມະຫາຍຸທກາຣ. ສົມເດັຈພຣະເຈົ້າຈັກະພັຕ ຊົງເຫັນດີນຳ ຈຶ່ງມີພຣະຣາຊສາຣຕອບຄືນມາ ເພື່ອໃຫ້ແຕ່ງທູຕໄປຮັບເອົາ.
ຝ່າຍສົມເດັຈພຣະໄຊຍະເຊຕຖາທິຣາຊເຈົ້າ ຈຶ່ງແຕ່ງໃຫ້ຣາຊທູຕ ກັບບ່າວໄພ່ 500 ຄົນ ພ້ອມດ້ວຍເຖົ້າແກ່ໃຫ້ລົງໄປ ຮັບເອົາ ພຣະນາງເທພກະສັຕຣີ. ພວກເຖົ້າແກ່ລົງໄປເຖີງ ກຣຸງສຣີອະຍຸທຍາແລ້ວ ພໍດີ ພຣະນາງເທພກະສັຕຣີ ເກີດ ອາພາທໜັກ ມາບໍ່ໄດ້. ສົມເດັຈພຣະມະຫາຈັກພັຕຜູ້ເປັນບິດາ ຊົງຈິນຕະນາວ່າ ຖ້າຈະຕອບພຣະຣາຊສາຣຄືນມາວ່າ ນາງເທພກະສັຕຣີອາພາທ ຈະຫາວ່າເຮົານີ້ ເຈຣະຈາເປັນສອງ ເສັຍຄອງພຣະຣາຊໄມຕຣີ. ດັ່ງນັ້ນ, ພຣະອົງຄ໌ ຈຶ່ງຍົກ “ພຣະນາງແກ້ວຟ້າ” ຜູ້ນ້ອງໃຫ້ມາແທນ ພ້ອມນາງສນົມ 500 ຄົນ, ຂ້າຊາຍ 500 ຄົນ, ພວກເຖົ້າແກ່ຈຶ່ງແຫ່ ແຫນພຣະນາງແກ້ວຟ້າຂຶ້ນມາ.
ຝ່າຍສົມເດັຈພຣະໄຊຍະເຊຕຖາທິຣາຊເຈົ້າ ຄັນຊົງຊາບວ່າ ບໍ່ແມ່ນພຣະນາງເທພກະສັຕຣີກໍເສັຍ ພຣະທັຍ ຈຶ່ງມີ ພຣະຣາຊອາຈຍາວ່າ “ເຮົາ ປະສົງຄ໌ຂໍພຣະນາງເທພກະສັຕຣີ ເຊິ່ງເປັນພຣະຣາຊທິດາຂອງພຣະນາງສຸຣິໂຍໄທ ຜູ້ ເສັຍພຣະຊົນ ແທນພຣະຣາຊສາມີກັບຄໍຊ້າງ ເປັນສະກຸລວົງສ໌ກະຕັນຍູ ອັນປະເສີຖ” ຄັນມີພຣະຣາຊອາຈຍາດັ່ງນັ້ນ ແລ້ວ ຈຶ່ງຊົງແຕ່ງໃຫ້ພຣະຍາແສນ, ພຣະຍານະຄອນ, ພຣະຍາເທພມຸນຕຣີ ເປັນຣາຊທູຕໄປສົ່ງພຣະນາງແກ້ວຟ້າ ແລະພຣະຣາຊສາຣກັບເຄື່ອງຣາຊບັນນາກາຣ ໄປຖວາຍພຣະມະຫາຈັກພັຕອີກ.
ໃນພຣະຣາຊສາຣນັ້ນ ມີໃຈຄວາມວ່າ: “ເດີມ ພຣະອົງຄ໌ ພຣະຣາຊທານນາງເທພກະສັຕຣີໃຫ້ ກິຕຕິສັພນີ້ ກໍຊາບໄປ ທົ່ວນິຄົມຊົນະບົທຂອບຂັນທະສີມາ ກຣຸງສຣີສັຕະນາຄະນະຫຸຕ ຖ້ວນແລ້ວ, ເຖິງແມ່ນວ່າ ພຣະນາງແກ້ວຟ້າ ຈະມີ ສີສັນວັນນະໂສພາ ງາມກວ່າ ພຣະນາງເທພກະສັຕຣີ ຮ້ອຍທໍ່ພັນທີ ກໍຕາມ ກໍບໍ່ລຶບລ້າງກິຕຕິສັພ ພຣະນາງເທພ ກະສັຕຣີເສັຍໄດ້ ແລະກໍເປັນທີ່ອັປະຍົສ ອັບອາຍມາກຍິ່ງນັກໜາ. ຂ້າພຣະອົງຄ໌ ຈຶ່ງຂໍສົ່ງ ພຣະນາງແກ້ວຟ້າ ຄືນມາ, ຂໍພຣະອົງຄ໌ ຈົ່ງພຣະຣາຊທານ ພຣະນາງເທພກະສັຕຣີແກ່ຂ້າ, ດຸຈດັ່ງ ຊົງອະນຸຍາຕໄປແຕ່ກ່ອນນັ້ນ”.
ຝ່າຍສົມເດັຈພຣະມະຫາຈັກະພັຕ ໄດ້ຊາບພຣະຣາຊສາຣນັ້ນແລ້ວ ກໍມີຄວາມລະອາຍພຣະທັຍຢ່າງຍິ່ງ. ພໍພຣະນາງ ເທພກະສັຕຣີ ສວ່າງຫາຍແລ້ວ ພຣະອົງຄ໌ຈຶ່ງແຕ່ງໃຫ້ພຣະຍາແມນ ກັບບ່າວໄພ່ 1,000 ຄົນ ມາສົ່ງພຣະນາງ ເທພກະສັຕຣີ.
|
|
ສຽງບັນທຶກໄວ້ |
|
|
ດາວໂລ້ດ |
|
|
ອີເມວລ໌ ເຣື້ອງ |
|
|
ລົງທະບຽນເປັນສະມາຊິກ |
|
|
ພິມເຣື້ອງນີ້ |