ພມ່າ ຍົກທັພເຂົ້າຕີວຽງຈັນທນ໌ ຄັ້ງທີ່ 1

2007-09-07

ຈັດສເນີທ່ານໂດຍ: ວຽງໄຊ

ໃນຣາຍກາຣ ”ປວັຕສາຕຣ໌ລາວ” ເມື່ອສັປະດາທີ່ຜ່ານມາ ເຮົາໄດ້ເວົ້າເຖີງຕອນທີ່ສົມເດັຈພຣະມະຫາຈັກພັຕ ໄດ້ແຕ່ງ ໃຫ້ ພຣະຍາແມນ ພ້ອມດ້ວຍໄພ່ພົລ 1,000 ຄົນ ໄປນຳເອົາພຣະນາງເທພກະສັຕຣີ ຜູ້ເປັນຣາຊທິດາ ຂຶ້ນມາຖວາຍ ພຣະເຈົ້າໄຊຍະເຊຕຖາທິຣາຊ.

ໃນປີຈຸລສັກຣາຊ 925 ກົງກັບຄຣິສຕະສັກຣາຊ 1563. ພຣະອົງຄ໌ຈຶ່ງໄດ້ສົ່ງເຖົ້າແກ່ ແລະເສນາມົນຕຣີໄປຮັບເອົາ ພຣະນາງເຈົ້າ”ເທພກະສັຕຣີ” ສ່ວນພຣະອົງຄ໌ເອງ ກໍຍົກຣິພົລໂຍທາໄປຄອຍຮັບພຣະນາງເຈົ້າ ຢູ່ທີ່ເມືອງໜອງຫານ ແລະພ້ອມກັນນັ້ນ ກໍໄດ້ທຳກາຣສເລີມສລອງ “ພຣະທາຕໜອງຫານ” ໄປດ້ວຍ.

ສ່ວນທາງນະຄອນວຽງຈັນທນ໌, ພຣະອົງຄ໌ຊົງພຣະຣາຊອາຈຍາ ແຕ່ງໃຫ້ພຣະມະຫາອຸປະຣາຊາ ເປັນຜູ້ກສາຣາຊກາຣ ງານເມືອງຖ້າ. ໃນເວລານັ້ນ, ຝ່າຍແສນນ້ອຍກັບພຣະຍາສາມລ້ານ ເມືອງຊຽງໃໝ່ ໄດ້ເອົາໃຈອອກຫ່າງ ຈາກພຣະ ເຈົ້າຫົງສາວະດີ, ພຣະເຈົ້າຫົງສາວະດີ ຈຶ່ງໄດ້ແຕ່ງໃຫ້ “ອິມເມ” ເປັນແມ່ທັພ ລົງມາຈັບເອົາແສນນ້ອຍ ແລະພຣະຍາ ສາມລ້ານ. ແສນນ້ອຍຮູ້ຕົວທັນ ຈຶ່ງໄດ້ພາຄອບຄົວໄປຢູ່ເມືອງຊຽງແຂງ ສ່ວນພຣະຍາສາມລ້ານ ໄດ້ພາຄອບຄົວແລະ ບ່າວໄພ່ເຂົ້າເພິ່ງເມືອງລ້ານຊ້າງ.

ເມື່ອອິມເມ ແມ່ທັພພມ່າ ຍົກທັພເຂົ້າມາເຖີງນະຄອນຊຽງໃໝ່ ບໍ່ເຫັນແສນນ້ອຍກັບພຣະຍາສາມລ້ານ ຈຶ່ງໄດ້ຍົກ ທັພຕິດຕາມລົງມາເມືອງລ້ານຊ້າງ ແລະຍົກທັພເຂົ້າບຸກໂຈມຕີ ນະຄອນວຽງຈັນທນ໌. ຝ່າຍພຣະເຈົ້າໄຊຍະເຊຕຖາ ທິຣາຊ ຊາບຂ່າວວ່າ ພມ່າຍົກທັພເຂົ້າຕີພຣະນະຄອນ ກໍຟ້າວເລີກທັພກັບຄືນມາ ແຕ່ໃນເວລານັ້ນ ພວກທະຫາຣພມ່າ ກໍເຂົ້າເມືອງໄດ້ແລ້ວແລະໄດ້ຈັບເອົາ ເຈົ້ານາງຄຳໄຂ, ເຈົ້ານາງແທ່ນຄຳ, ພຣະຍານະຄອນ ພ້ອມທັງພຣະມຫາ ອຸປະຣາຊ ໜີໄປເມືອງພມ່າ.

ໃນມື້ເພັງ ເດືອນ 8 ອອກໃໝ່ 3 ຄ່ຳ ສົມເດັຈພຣະເຈົ້າໄຊຍະເຊຕຖາທິຣາຊ ໄດ້ມີພຣະຣາຊອາຈຍາ ໃຫ້ພຣະຍາ ຊ້າຍ ແຂນຫັກ ຍົກກຳລັງທະຫາຣ ອອກຕິດຕາມຕີກອງທັພພມ່າ. ກຳລັງຂອງພຣະຍາຊ້າຍ ແຂນຫັກ ໄດ້ຕິດຕາມ ຂັບໄລ່ພມ່າໄປເຖີງເມືອງນ່ານ ແລະຈັບເອົາຊ້າງຣົບຂອງພມ່າໄດ້ 2 ຕົວ, ພຣະອົງຄ໌ຊົງພິຈາຣະນາເຫັນວ່າ ພຣະຍາ ຊ້າຍ ແຂນຫັກ ມີຄວາມກ້າຫາຣ ແລະຈົງຮັກພັກດີ ຕໍ່ຣາຊກາຣແຜ່ນດິນ ຈຶ່ງໄດ້ຊົງພຣະກະຣຸນາ ຕັ້ງພຣະຍາຊ້າຍ ແຂນຫັກ ຂຶ້ນເປັນ ແສນເມືອງ ອັນເປັນຕຳແໜ່ງມະຫາອຸປະຣາຊ ແລະຍົກຖານະ ແສນຊ້າງທ່າວ ໃຫ້ເປັນ ພຣະຍານະຄອນ.

ເມື່ອພຣະອົງຄ໌ ສເດັຈເຖິງພຣະນະຄອນວຽງຈັນທນ໌ແລ້ວ ພຣະອົງຄ໌ຈຶ່ງມີພຣະຣາຊອາຈຍາ ໃຫ້ຈັບເອົາ ພຣະຍາຜ້າ ຂາວ ເຈົ້າເມືອງພວນ ພ້ອມທັງແສນໝື່ນທັງຫລາຍ ແລະພຣະຍາພູມໃຕ້ ມາປະຫາຣຊີວິຕທັງໝົດ. ພຣະອົງຄ໌ຊົງ ພຣະພິໂຣທໂກທແຄ້ນວ່າ ພຣະຍາຜ້າຂາວແລະແສນໝື່ນທັງຫລາຍ ທີ່ບໍ່ພ້ອມກັນຮັກສາເມືອງ ປ່ອຍໃຫ້ພວກ ກອງທະຫາຣພມ່າເຂົ້າຢຽບຢ່ຳພຣະນະຄອນ ແລະຈັບເອົາພຣະມະຫາອຸປະຣາຊໄປໄດ້. ໃນຕອນນີ້ ບໍ່ໄດ້ກ່າວເຖີງ ພຣະນາງເຈົ້າເທພກະສັຕຣີ ຣາຊທິດາຂອງສົມເດັຈພຣະມະຫາຈັກພັຕ ແຫ່ງກຣຸງສຣີອະຍຸ ທຍາ ທີ່ໄດ້ສົ່ງຂຶ້ນມາຖວາຍເປັນພຣະອັຄຄະມະເຫສີ ຂອງພຣະອົງຄ໌ນັ້ນ ແຕ່ຢ່າງໃດ.

ບັດນີ້ ຈັກກ່າວເຖິງ ກາຣທຳນຸບຳຣຸງ ພຣະພຸທທະສາສນາ ແລະກາຣບຸຣະນະສ້າງສາ ວັດວາອາຣາມໃນພຣະນະ ຄອນວຽງຈັນທນ໌ ໃຫ້ຈເຣີນຣຮຸ່ງເຮືອງ ໃຫ້ສົມກັບເປັນຣາຊທານີ.

ຊົງສ້າງພຣະທາຕຫລວງ ວຽງຈັນທນ໌

ເມື່ອປີຈຸລສັກຣາຊ 928 ຊື່ງກົງກັບຄຣິສຕະສັກຣາຊ 1566, ພຣະເຈົ້າໄຊຍະເຊຕຖາທິຣາຊຊົງພຣະກະຣຸນາໂຜດເກົ້າ ໃຫ້ສ້າງພຣະທາຕຫລວງຂຶ້ນ ໃນຣາຊອຸທະຍານ ດ້ານຕາເວັນອອກຂອງພຣະນະຄອນ, ນະ ສຖານທີ່ນັ້ນ ມີເຈດີຍ໌ເກົ່າ ໜ່ວຍນຶ່ງ ຊຶ່ງອິງຕາມຕຳນານ”ອຸຣັງຄະທາຕ” ຄື ປວັຕກາຣສ້າງ ”ພຣະທາຕພະນົມ” ນັ້ນ ກ່າວວ່າ ເຈດີຍ໌ເກົ່າໜ່ວຍນີ້ ແມ່ນພຣະເຈົ້າອະໂສກະຣາຊ ໄດ້ມີພຣະຣາຊໂອງກາຣໃຫ້ສ້າງໄວ້ເພື່ອບັນຈຸພຣະສາຣີຣິກະທາຕຂອງພຣະພຸທທະເຈົ້າ ໃນສມັຍກ່ອນຄຣິສຕະສັກຣາຊ 307 ພຸ້ນແລ້ວ.ພຣະເຈົ້າໄຊຍະເຊຕຖາທິຣາຊຊົງພຣະດຳຣິວ່າ: ໃນອະນາຄົຕຂ້າງໜ້າ ພຣະນະຄອນນີ້ ຈະຂຍາຍກວ້າງຂວາງອອກ ດັງນັ້ນ ຈຶ່ງຈະເສີມຂຍາຍພຣະທາຕນີ້ ໃຫ້ເປັນສງ່າຣາສີ ແກ່ຣາຊທານີ.

ໄດ້ມີກາຣລົງແຮກ ກໍ່ຣິກສ໌ ຄືກາຣທຳພິທີບຸຣະນະເສີມສ້າງພຣະທາຕ ໃນມື້ເດືອນອ້າຍເພັງ ຈຸລສັກຣາຊ 928 ຄ.ສ. 1566. ເມື່ອສ້າງສຳເຣັຈບໍຣະບວນແລ້ວ ຈຶ່ງໄດ້ຂນານນາມພຣະເຈດີຍ໌ໜ່ວຍນີ້ວ່າ “ພຣະທາຕເຈດີຍ໌ ໂລກະລາມະນີ”.

ຕາມຣາຊປະເພນີທີ່ເຄີຍປະຕິບັຕມາ ແຕ່ບຸຣານະກາລນັ້ນ ຫາກມີການສ້າງຖາວອນວັຕຖຸ ໂດຍສະເພາະ ກໍແມ່ນວັດ ແລະ ພຣະທາຕເຈດີຍ໌ນັ້ນ ເມື່ອສ້າງສຳເຣັຈຮຽບຮ້ອຍແລ້ວ ກໍຈະມີກາຣແຕ່ງຕັ້ງຄົນອຸປະຖາກຮັກສາ. ໃນສມັຍກ່ອນ ບໍ່ມີກາຣຕັ້ງເບັ້ຍຫວັດ ເງິນເດືອນ ຄືສມັຍນີ້. ດັງນັ້ນ ກາຣອຸປະຖາກຮັກສາ ຈຶ່ງໄດ້ມອບໃຫ້ເປັນພາຣະຂອງປະຊາ ຣາສດອນ. ເມື່ອປະຊາຣາສດອນໃນໝູ່ບ້ານໃດ ຖຶກມອບໝາຍພາຣະກາຣອຸປະຖາກຮັກສາພຣະທາຕເຈດີຍ໌ ກໍຈະໄດ້ ຮັບກາຣຍົກເວັ້ນພາສີອາກອນ ແລະຈັດທີ່ທຳມາຫາກິນໃຫ້ ເພື່ອເປັນການຕອບແທນ.

ປະຊາຣາສດອນ ທີ່ຢູ່ອ້ອມແອ້ມພຣະທາຕຫລວງນີ້ ພຣະເຈົ້າໄຊຍະເຊຕຖາທິຣາຊ ໄດ້ພຣະຣາຊທານ ທີ່ດິນ ໄຮ່ນາ ໃຫ້ທຳມາຫາກິນ ໝາກຜົລກໍໃຫ້ແບ່ງກິນ ແບ່ງທານ.

ປະຫວັດສາດ ການຕໍ່ສູ້ ແລະພົງສາວະດານຂອງລາວ