ສົມເດັຈພຣະເຈົ້າໄຊຍະເຊຕຖາມະຫາຣາຊ

2007-09-07

ຈັດສເນີທ່ານໂດຍ: ວຽງໄຊ

ເປັນນັກຮົບ, ເປັນສະຖາປະນິກ ແລະ ເປັນຜູ້ມີສັທທາອັນໜັກແໜ້ນ ໃນພຣະພຸທທະສາສນາດັ່ງທີ່ເຮົາໄດ້ ກ່າວ ໄວ້ ແລ້ວ ເມື່ອສັປະດາທີ່ຜ່ານມານີ້ວ່າ ພຣະເຈົ້າໄຊຍະເຊຕຖາມະຫາຣາຊໄດ້ຊົງສ້າງ ”ພຣະທາຕໂລກະຈຸລາມະນີເຈດີຍ໌” ຄືພຣະທາຕຫລວງ ກວມພຣະເຈດີຍ໌ເກົ່າທີ່ພຣະເຈົ້າອະໂສກະມະຫາຣາຊ ແຫ່ງອິນເດັຽ ໄດ້ສ້າງໄວ້ ເພື່ອບັນຈຸພຣະ ສາຣີຣິກະທາຕຂອງພຣະພຸທທະເຈົ້າ.

ຕຳນານພຣະທາຕຫລວງ ແລະ ພຣະອຸຣັງຄະທາຕນັ້ນ ໄດ້ກ່າວຢ້ຳໄວ້ອີກວ່າ ພຣະທາຕຫລວງນີ້ ບັນຈຸພຣະທາຕຫົວ ເໜົ່າຂອງພຣະພຸທທະເຈົ້າ ຕາມທີ່ກ່າວເຖີງ ໃນຄຳໄຫວ້ພຣະທາຕນັ້ນ, ບໍຣິເວຣທີ່ສ້າງພຣະເຈຍ໌ອົງຄ໌ເກົ່ານັ້ນ ຕາມ ຕຳນານອຸຣັງຄະທາຕເວົ້າວ່າ ແມ່ນໜອງຄັນແທເສືອນ້ຳ ຄືບໍຣິເວຣ ນະຄອນວຽງຈັນທນ໌ນີ້ເອງ.

ນອກຈາກ ສ້າງພຣະທາຕຫລວງແລ້ວ ພຣະອົງຄ໌ກໍຍັງໄດ້ສ້າງວັດທີ່ສຳຄັນໆ ອີກຫລາຍວັດ ເຊັ່ນ: ວັດປ່າຣືສີສັງຫອນ ອັນໄດ້ແກ່ ວັດດົງສີສັງວອນ ທຸກວັນນີ້, ສ້າງອູບມຸງກວມທາຕພຣະອໍຣະຫັນຕ໌ ທີ່ວັດປ່າມະຫາພຸທທະວົງສ໌ ບໍຣິເວຣ ວັດທາຕຝຸ່ນ, ສ້າງວັດປ່າກັນທອງ ທີ່ໜອງຍາງຄຳ, ແລ້ວກໍສເດັຈໄປສ້າງພຣະເຈດີຍ໌ ກວມພຣະທາຕຫົວເໜົ່າ ຢູ່ພູ ເຂົາຫລວງຄື ”ພຣະທາຕບັງພວນ” ຢູ່ໃນເຂຕບ້ານຫ້ວຍບັງພວນ ແຂວງໜອງຄາຍ ຊຶ່ງຕົກຢູ່ໃນຄວາມຄອບ ຄອງ ຂອງໄທໃນປັຈຈຸບັນ. ຊົງສ້າງວັດທີ່ໂພນໜອງກົກຢູ່ໃກ້ກັບພຣະທາຕບັງພວນນັ້ນ.

ເມື່ອພຣະອົງຄ໌ ຊົງສ້າງວັດແລະພຣະທາຕເຈດີຍ໌ ໃນເຂຕນະຄອນວຽງຈັນທນ໌ ສຳເຣັຈບໍຣະບວນແລ້ວ ພຣະອົງຄ໌ກໍໄດ້ ສເດັຈລົງໄປຍັງ “ເມືອງມະຣຸກຂະນະຄອນ” ຄືເມືອງທ່າແຂກເກົ່າ ໃນປັດຈຸບັນນີ້. ນະທີ່ນັ້ນ ພຣະອົງຄ໌ກໍໄດ້ພຣະຣາຊ ອາຈຍາໃຫ້ກໍ່ພຣະເຈດີຍ໌ກວມພຣະທາຕ “ສີໂຄຕະບູນ” ພຣະທາຕໜ່ວຍນີ້ນາມເດີມວ່າ ທາຕໂພ່ນ. ເມື່ອສ້າງແລ້ວ ພຣະອົງຄ໌ ກໍໄດ້ສເດັຈໄປນະມັສກາຣພຣະທາຕພນົມ ແລະຊົງພຣະກະຣຸນາ ໃຫ້ນາຍຊ່າງ ປະຕິສັງຂອນ ຊ່ອມແປງ ພຣະທາຕພນົມຂຶ້ນໃໝ່ອີກ ເມື່ອສຳເຣັຈຮຽບຮ້ອຍແລ້ວ ພຣະອົງຄ໌ ກໍສເດັຈກັບຄືນສູ່ພຣະນະຄອນ.

ໃນຣັຊສມັຍ ຂອງສົມເດັຈພຣະເຈົ້າໄຊຍະເຊຕຖາທິຣາຊນີ້ ພຣະພຸທທະສາສນາໃນປະເທສລາວ ມີຄວາມຈະເຣີນຮຸ່ງ ເຮືອງທີ່ສຸດ. ພຣະນະຄອນ ເຕັມໄປດ້ວຍ ວັດວາອາຮາມ, ພຣະທາຕເຈດີຍ໌ ມີກາຣປະດັບປະດາຢ່າງວິຈິຕພິສດາຣ. ໃນແຕ່ລະວັດ ໃຫ້ມີຫໍພຣະໄຕຣປິດົກ ປະຈຳທຸກວັດ ແລະມອບບ້ານ ໃຫ້ອຸປະຖາກວັດແຕ່ລະວັດ ທີ່ສ້າງຂຶ້ນນັ້ນ.

ຕາມຈົດໝາຍຂອງນາຍ ແກມ ເຟີຣ໌ ຄົນເຍີຣະມັນ ທີ່ເຂົ້າມາທ່ຽວປະເທສໄທ ແລະປະເທສລາວ ໃນເວລານັ້ນກ່າວໄວ້ ວ່າ ໃນພຣະນະຄອນວຽງຈັນທນ໌ ມີວັດຢູ່ 120 ແຫ່ງ. ນອກຈາກສ້າງວັດແລະພຣະທາຕເຈດີຍ໌ແລ້ວ ພຣະອົງຄ໌ຍັງ ສ້າງພຣະພຸທທະຮູບອົງຄ໌ສຳຄັນ ໃຫ້ເປັນມິ່ງບ້ານມິ່ງເມືອງອີກ ຄື ພຣະພຸທທະຮູບ ຫຣື ພຣະເຈົ້າອົງຄ໌ຕື້.

ໃນປະເທສລາວນັ້ນ ມີພຣະອົງຄ໌ຕຶ້ຫລາຍອົງຄ໌ ແຕ່ທີ່ສ້າງໂດຍສົມເດັຈພຣະເຈົ້າເຊຕຖາທິຣາຊ ຄົງຈະມີພຽງ 2 ອົງຄ໌ ເທົ່ານັ້ນ ຄື ທີ່ ວັດອົງຄ໌ຕື້ ວຽງຈັນທນ໌ ແລະພຣະເຈົ້າອົງຄ໌ຕື້ ໃນວັດນ້ຳໂມງ, ອຳເພີທ່າບໍ່ ຈັງຫວັດໜອງຄາຍ ຊຶ່ງ ປັຈຈຸບັນ ຕົກໄປຢູ່ໃນກາຣຄອບຄອງຂອງໄທ. ທີ່ເວົ້າເຊັ່ນນີ້ ກໍຍ້ອນວ່າ ສິລະປະກາຣສ້າງແລະສີມືກາຣຊ່າງ ແມ່ນໃນ ສມັຍຂອງພຣະເຈົ້າໄຊຍະເຊຕຖາທິຣາຊແທ້. ໂດຍສະເພາະແລ້ວ ພຣະເຈົ້າອົງຄ໌ຕື້ ທີ່ບ້ານນ້ຳໂມງນັ້ນ ບອກວ່າ ສ້າງ ເມື່ອຈຸລສັກຣາຊ 924 ໃຈຄວາມໃນສິລາຈາຣຶກສ໌ນັ້ນ ກ່າວວ່າ: ສົມເດັຈພຣະເຈົ້າໄຊຍະເຊຕຖາທິຣາຊ ພ້ອມດ້ວຍ ເສນາອາມາຕຍ໌ຣາຊມົນຕຣີ ແລະທວຍຄ້າ ຊາວຂາຍ ຊາວນາ ຊາວສວນທັງຫລາຍ ອັນມີທ້າວອິນທາທິຣາຊ, ທ້າວ ເສນາກັສສະປະ, ທ້າວເວສສຸວັນ, ທ້າວພຣະຍາສີ, ທ້າວຕານ, ແດງທິພ, ທ້າວອິນທະສອນ ໄຊຍະສິທ ໄດ້ສ້າງວັດ ໂກສິນ (ບ້ານນ້ຳໂມງ) ຂຶ້ນ ແລະໄດ້ຫລໍ່ພຣະເຈົ້າໃຫຍ່ອົງຄ໌ນຶ່ງ ຊື່ວ່າ “ພຣະເຈົ້າອົງຄ໌ຕື້”” ແລ້ວມອບບ້ານ 13 ບ້ານ ໃຫ້ເປັນຜູ້ອຸປະຖາກພຣະເຈົ້າອົງຄ໌ຕື້ນັ້ນ. 13 ບ້ານດັງກ່າວ ໄດ້ແກ່: ບ້ານວຽງຄຸກ, ກຳພ້າ, ກອງ-ນາງ, ກິນາຍໂມ້, ປາກໂຄ້ງ, ສີຊຽງໃໝ່, ໜອງແຊງສີ, ພັນພ້າວ, ໜອງກຸງຍາງຄຳ, ສາມຂາ, ທ່າບໍ່, ບໍ່ໂອທະນາ ແລະບ້ານພ້າວ.

ນອກຈາກສ້າງພຣະເຈົ້າອົງຄ໌ຕື້ນີ້ແລ້ວ ພຣະອົງຄ໌ຍັງໄດ້ຫລໍ່ພຣະເສີມ, ພຣະສຸກ ແລະພຣະໄສ ອີກດ້ວຍ. ປັຈຈຸບັນນີ້ ພຣະເສີມໄດ້ຖຶກໄທນຳເອົາໄປປະດິສຖານໄວ້ທີ່ ສີມາ”ວັດສະປະທຸມ” ບາງກອກ. ພຣະໄສ ປະດິສຖານຢູ່ທີ່ວັດໂພໄຊ ເມືອງໜອງຄາຍ ສ່ວນພຣະສຸກນັ້ນ ຈົມລົງນ້ຳ ທີ່ເວີນສຸກໃນຂນະທີ່ກອງທະຫາຣໄທນຳເອົາຂ້າມແມ່ນ້ຳຂອງໄປເລີຍ ເກີດແພຫລົ້ມຈຶ່ງໄດ້ຈົມລົງກາງແມ່ນ້ຳຂອງ ໃຕ້ເມືອງໜອງຄາຍ ແລະບໍຣິເວນນັ້ນກໍເອີ້ນວ່າ“ເວີນພຣະສຸກ” ມາຈົນ ກາລະບັດນີ້.

ທີ່ເມືອງໜອງຄາຍ ພຣະອົງຄ໌ກໍໄດ້ສ້າງ “ວັດມະໂນຣົມນ໌ຈັນທະບຸຣີ” ຂຶ້ນ ທີ່ໜ້າໂຮງປະທັບແລະໄດ້ສ້າງວັດ ໜອງຂຶ້ນອີກວັດໜຶ່ງຄື “ວັດສີເມືອງ” ໃນປັຈຈຸບັນ ແລະໄດ້ຫລໍ່ພຣະພຸທທະຮູບຂຶ້ນອົງຄ໌ນຶ່ງ ຊື່ວ່າ “ພຣະໄຊຍະ ເຊຕຖາ” ຊື່ງປະດິສຖານ ຢູ່ທີ່ວັດສີເມືອງ ໃນເມືອງໜອງຄາຍໃນປັຈຈຸບັນ.

ໃນດ້ານວັນນະກັມມ໌ ພຣະອົງຄ໌ກໍໄດ້ສົ່ງເສີມໃຫ້ຈເຣີນຮຸ່ງເຮືອງ ສືບຕໍ່ຈາກຣັຊກາລຂອງພຣະຣາຊບິດາ ນັກປຣາຊຍ໌ ອາຈາຣຍ໌ ໄດ້ຮັບກາຣອຸປະຖັມບຳຣຸງແລະໃຫ້ກຽຕເປັນພິເສສດັ່ງເຮົາຈະເຫັນໄດ້ຈາກ ວັນນະຄະດີຕ່າງໆ ທີ່ໄດ້ແຕ່ງ ຂຶ້ນໃນສມັຍນັ້ນ ເຊັ່ນ: ພຣະອະຣິຍະວົງສາເຖຣະ ໄດ້ແຕ່ງຕຳນານພຣະແກ້ວ, ພຣະບາງ ແລະພຣະແຊກຄຳ ຕໍ່ ຈາກສະບັບທີ່ໄດ້ແຕ່ງໄວ້ແລ້ວ ໃນຣັຊກາລຂອງພຣະເຈົ້າໂພທິສາຣະຣາຊ, ພື້ນຂຸນບຸຣົມສະບັບທີ 2 ກໍແມ່ນ ສົມເດັຈພຣະອະຣິຍະວົງສາ ມະຫາເຖຣະ ເປັນຜູ້ແຕ່ງ ພຣະອົງຄ໌ເປັນຜູ້ຊ່ຽວຊານໃນດ້ານພາສາບາລີ, ໜັງສືທີ່ທ່ານ ແຕ່ງມັກໃຊ້ພາສາບາລີ ແລ້ວກໍແປເປັນຣ້ອຍແກ້ວ. ນອກຈາກນີ້ກໍມີວັນນະກັມມ໌ອື່ນໆ ອີກ. ແຕ່ວ່າ ໃນສມັຍນັ້ນ ບໍ່ ມັກບອກຊື່ຜູ້ແຕ່ງ ແລະວັນເດືອນປີ.

ປະຫວັດສາດ ການຕໍ່ສູ້ ແລະພົງສາວະດານຂອງລາວ