ສົມເດັຈພຣະເຈົ້າໄຊຍະເຊຕຖາທິຣາຊຍົກຣິພົລໂຍທາຫາຣ ໄປຕີເມືອງພິສນຸໂລກ ຄັ້ງທີ່ 1

2007-09-07

ຈັດສເນີທ່ານໂດຍ: ວຽງໄຊ

ສົມເດັຈພຣະມະຫາຈັກພັຕ ຜູ້ຄອງກຣຸງສຣີອະຍຸທຍາ ຊຶ່ງເປັນພຣະຣາຊບິດາ ຂອງພຣະນາງເທພກະສັຕຣີ ໄດ້ສລະ ຣາຊສົມບັຕິອອກຊົງຜນວດ, ຝ່າຍພຣະມະຫິນທະຣາຊາ ຣາຊໂອຣົສກໍໄດ້ຂຶ້ນຄຣອງຣາຊສົມບັຕິ ເປັນພຣະເຈົ້າແຜ່ນ ດິນແທນ. ພຣະມະຫິນທະຣາຊາ ມີຄວາມຄຽດແຄ້ນໃຫ້ພຣະມະຫາທັມມະຣາຊາ ຜູ້ເປັນອ້າຍເຂີຍ ຊຶ່ງເປັນເຈົ້າເມືອງ ພິສນຸໂລກ ຍ້ອນເຂົ້າໃຈວ່າ ພຣະທັມມະຣາຊາ ເອົາໃຈຝັກໃຝ່ຕໍ່ພຣະເຈົ້າຫົງສາວະດີ.

ພຣະມະຫິນທະຣາຊາ ໄດ້ມີພຣະຣາຊສາຣມາຖວາຍ ພຣະເຈົ້າໄຊຍະເຊຕຖາທິຣາຊ ເພື່ອຂໍໃຫ້ພຣະອົງຄ໌ ຍົກທັພໄປ ຕີເອົາເມືອງພິສນຸໂລກ. ພຣະເຈົ້າໄຊຍະເຊຕຖາທິຣາຊ ຊົງຊາບພຣະຣາຊສາຣນັ້ນແລ້ວ ກໍຊົງມີຄວາມພໍພຣະທັຍເປັນ ຢ່າງຍິ່ງ ຈຶ່ງມີພຣະຣາຊອາຈຍາ ໃຫ້ພຣະຍາຈັນກອງນາງ, ພຣະຍາຂາວດອກໝາກ, ພຣະຍາຣາຊວັດ ແລະພຣະຍາ ຍົສລືກຽຣ ເກນທັພໄດ້ພົລແສນນຶ່ງ ຊ້າງ ພັນຕົວ ຍົກໄປຕີເອົາເມືອງເຂັມ ຄື 12 ພັນນາລື້. ສ່ວນພຣະອົງຄ໌ ເກນພົລ ໄດ້ 280 ພັນຄົນ ຍົກພົລລົງໄປຕີເອົາເມືອງພິສນຸໂລກ.

ພຣະອົງຄ໌ ຍົກທັພຫລວງ ລົງໄປທາງເມືອງນະຄອນໄທ ເຖິງເມືອງພິສນຸໂລກ ໃນເດືອນຍີ່ ແຮມ 13 ຄ່ຳ ຈຸລສັກ ຣາຊ 929 ແລະປະທັບຕັ້ງຄ່າຍຢູ່ ຕຳບົລໂພຮຽງ ຫ່າງຈາກຕົວເມືອງພິສນຸໂລກປະມານ 2 ຫລັກກິໂລແມຕເຄີ່ງ, ສ່ວນທັພຂອງພຣະຍາແສນສຸຣິນ ຕັ້ງຢູ່ບ້ານເຕົາໄຫ, ທັພຂອງພຣະຍາມືໄຟ ຕັ້ງຢູ່ເມືອງເຂົາພາມ, ທັພພຣະຍາ ນະຄອນ ຕັ້ງຢູ່ບ້ານສະແກ້ວ ແລະ ທັພພຣະຍາມືເຫລັກ ຕັ້ງຢູ່ບ້ານບາງສະແກ ທັພທັງໝົດ ທີ່ຈະຍົກເຂົ້າຕີເມືອງ ພິສນຸໂລກຄັ້ງນີ້ ມີຢູ່ 5 ທັພດ້ວຍກັນ.

ກ່ອນທີ່ທັພລາວ ຍັງບໍ່ທັນຍົກໄປເຖິງເມືອງພິສນຸໂລກ, ພຣະມະຫາທັມມະຣາຊາ ເຈົ້າເມືອງພິສນຸໂລກ ບໍ່ໄດ້ຊາບ ກົລອຸບາຍ ຂອງພຣະມະຫິນທະຣາຊາ. ຄັນໄດ້ຊາບວ່າ ກອງທັພຂອງພຣະເຈົ້າໄຊຍະເຊຕຖາທິຣາຊ ແຫ່ງລ້ານຊ້າງ ຈະຍົກທັພລົງມາຕີເອົາເມືອງ ຈຶ່ງໄດ້ສົ່ງຂ່າວໄປຫາ ພຣະມະຫິນທະຣາຊາ ໃຫ້ຍົກເອົາຣິພົລ ຂຶ້ນມາຊ່ວຍປ້ອງກັນ ເມືອງ. ພຣະມຫິນທະຣາຊາ ໄດ້ສົ່ງພຣະຍາສີຫະຣາຊເດໂຊ ກັບພຣະທ້າຍນ້ຳ ຂຶ້ນມາກ່ອນ ແລ້ວຮັບສັ່ງເປັນ ຄວາມ ລັບວ່າ ຫາກກອງທັພຂອງ ພຣະເຈົ້າໄຊຍະເຊຕຖາທິຣາຊ ເຂົ້າເມືອງໄດ້ແລ້ວ

ກໍໃຫ້ຈັບເອົາ ພຣະມະຫາທັມມະຣາຊາໄວ້. ເມື່ອພຣະຍາສີຫະຣາຊເດໂຊ ໄປເຖິງເມືອງພິສນຸໂລກແລ້ວ ເລີຍບອກ ຄວາມລັບນັ້ນ ແກ່ພຣະມະຫາທັມມະຣາຊາ. ດັ່ງນັ້ນ ພຣະມະຫາທັມມະຣາຊາ ຈຶ່ງຟ້າວແຕ່ງຣາຊທູຕ ໄປຍັງເມືອງຫົງ ສາວະດີ ເພື່ອຂໍໃຫ້ພຣະເຈົ້າຫົງສາວະດີ ສົ່ງກອງທັພມາຊ່ວຍປ້ອງກັນເມືອງ.

ຝ່າຍພຣະມະຫິນທະຣາຊາ ແຫ່ງກຣຸງສຣີອະຍຸທຍາ ຄັນໄດ້ຊາບວ່າ ກອງທັພແຫ່ງກຣຸງສຣີສັຕະນາຄະນະຫຸຕ ເຄື່ອນ ກຳລັງທັພລົງມາໃກ້ເມືອງພິສນຸໂລກແລ້ວ ຈຶ່ງຍົກກອງທັພເຮືອຂຶ້ນມາຕາມລຳແມ່ນ້ຳ ແລ້ວສົ່ງຣາຊສາຣເຂົ້າໄປໃນ ເມືອງພິສນຸໂລກວ່າ ຈະມາຊ່ວຍປ້ອງກັນເມືອງ. ພຣະທັມມະຣາຊາ ຊາບກົລອຸບາຍ ຂອງພຣະມະຫິນທະຣາຊາກ່ອນ ແລ້ວ ຈຶ່ງສົ່ງຣາຊທູຕໃຫ້ນຳສາຣໄປແຈ້ງໃຫ້ ພຣະມະຫິນທະຣາຊາວ່າ ບໍ່ໃຫ້ຍົກທັພເຂົ້າໄປໃນເມືອງໃຫ້ຍັບຍັ້ງ ທັພ ໄວ້ນອກເມືອງກ່ອນ.

ຄາວນັ້ນ, ສົມເດັຈພຣະເຈົ້າໄຊຍະເຊຕຖາທິຣາຊ ໄດ້ຕັ້ງຄ່າຍລ້ອມເມືອງພິສນຸໂລກໄວ້ໄດ້ແລ້ວ ຈຶ່ງໄດ້ໃຫ້ທະຫາຣບຸກ ເຂົ້າໄປໃນເມືອງ ແຕ່ພວກຊາວເມືອງ ໄດ້ທຳກາຣຕໍ່ສູ້ປ້ອງກັນໄວ້ ຢ່າງແຂງຂັນ ຍິງປືນແລະຫລາວແຫລມສາດໃສ່ ທະຫາຣຂອງພຣະເຈົ້າໄຊຍະເຊຕຖາທິຣາຊ ຢ່າງໜັກ. ສົມເດັຈພຣະເຈົ້າໄຊຍະເຊຕຖາທິຣາຊເຈົ້າ ສເດັຈຂຶ້ນຊ້າງ ພຣະທີ່ນັ່ງ ເຂົ້າໄປຢືນຢູ່ຂ້າງພຣະວິຫາຣ ແລະມີພຣະຣາຊໂອງກາຣ ສັ່ງໃຫ້ທະຫາຣພູນດິນຂຶ້ນເພື່ອບັງຕົວ. ພວກ ຊາວເມືອງ ໄດ້ຍິງປືນສຸມມາໃສ່ ແຕ່ກໍບໍ່ສາມາຖທີ່ຈະຊອດກອງດິນເຂົ້າໄປຫາພຣະອົງຄ໌ໄດ້.

ບັດນັ້ນ, ກອງທະຫາຣລາວ ຈຶ່ງໄດ້ຂ້າມເຂົ້າໄປຂຸດກຳແພງເມືອງ ແລະເກືອບຈະສຳເຣັຈແລ້ວ ກໍພໍດີພຣະເຈົ້າຫົງສາວ ວະດີ ແຕ່ງໃຫ້ພຣະຍາເສືອຫາຣ ແລະ ພຣະຍາພຸກາມເປັນແມ່ທັພ ຄຸມທະຫາຣ 10 ພັນຄົນ ລົງມາຊ່ວຍທັນ. ກອງ ທັພ ຂອງພຣະຍາເສືອຫາຣ ແລະ ຂອງພຣະຍາພຸກາມ ບຸກໂຈມຕີຜ່າຄ້າຍຂອງພຣະຍາມືເຫລັກ ລ່ວງເຂົ້າມາຊ່ວຍ ຊາວເມືອງພິສນຸໂລກໄດ້. ພວກຊາວເມືອງຈຶ່ງໄດ້ກຳລັງເພີ່ມຂຶ້ນ. ສ່ວນກອງທັພເຮືອ ຂອງພຣະມະຫິນທະຣາຊາ ກໍຖຶກກອງທັພຂອງພມ່າໂຈມຕີ ເອົາໄຟເຜົາເຮືອ ຈຶ່ງໄດ້ແຕກທັພຖອຍຄືນໄປ.

ສົມເດັຈພຣະເຈົ້າໄຊຍະເຊຕຖາທິຣາຊ ຕັ້ງກຳລັງລ້ອມເມືອງພິສນຸໂລກໄວ້ໄດ້ 20 ວັນ, ເມື່ອຊົງເຫັນວ່າ ກາຣຈະບຸກ ເຂົ້າໂຈມຕີເອົາເມືອງພິສນຸໂລກນັ້ນ ຄົງຈະບໍ່ສຳເຣັຈ ຈຶ່ງມີພຣະຣາຊອາຈຍາ ໃຫ້ເລິກທັພກັບຄືນພຣະນະຄອນ ໂດຍ ຜ່ານທາງບ້ານມຸງ ດອນຊຸມພູ. ເວລາຖອຍທັພກັບຄືນນັ້ນ ພຣະອົງຄ໌ຊົງຈິນຕະນາວ່າ ຮ້າຍດີ ພວກພມ່າ ຄົງຈະຍົກ ກຳລັງຕິດຕາມມາ ພຣະອົງຄ໌ຈຶ່ງຕຣັດສັ່ງໃຫ້ ພຣະຍາແສນສຸຣິນ, ພຣະຍາເພັຊຣ໌, ພຣະຍາປາກ ແລະ ພຣະຍາ ສຸຣະເສນ ຄ່ອຍຖອຍທັພລໍ້ມາຕາມຫລັງ ຈົນເຖິງບ້ານຕຳບົລວາຣີ ຊຶ່ງເປັນທາງແຄບ. ພຣະຍາແສນສຸຣິນ ຈັດ ກອງທະຫາຣ ລີ້ຢູ່ສອງຟາກທາງ ສ່ວນພຣະຍາແສນສຸຣິນ ແລະທະຫາຣນັ້ນຂີ່ມ້າຄ່ອຍໆ ລໍ້ມາ ເພື່ອໃຫ້ພວກພມ່າໄລ່ ຕິດຕາມ.

ພຣະຍາພຸກາມ ແລະພຣະຍາເສືອຫາຣ ເຫັນວ່າກອງທັພລາວເລີກທັພກັບຄືນ ຈຶ່ງໄລ່ຕິດຕາມມາເຖີງບ້ານຕຳບົລວາຣີ. ພຣະຍາເສືອຫາຣ ແລະ ພຣະຍາແສນສຸຣິນ ມີທະຫາຣໜ້ອຍ ກໍຍົກທະຫາຣເຂົ້າໄລ່ ສົມເດັຈພຣະເຈົ້າໄຊຍະເຊຕຖາ ທິຣາຊ ກໍສັ່ງໃຫ້ກອງທະຫາຣອອກຕີຕ້ານໄວ້. ທັນໃດນັ້ນ ກອງທະຫາຣລາວ ທີ່ລີ້ຢູ່ສອງຟາກທາງຊ່ອງແຄບນັ້ນ ກໍ ບຸກຕະລຸມເຂົ້າໂຈມຕີທະຫາຣພມ່າ ຢ່າງບໍ່ຮູ້ສັກຕົວ ໃຫ້ກະຈັດກະຈາຍໄປ, ໃນຄາວນັ້ນ ພວກພມ່າໄດ້ຮັບຄວາມ ເສັຍຫາຍໜັກ. ທະຫາຣພມ່າຕາຍ 3 ຄົນ ໄດ້ຮັບບາດເຈັບ 2 ຄົນ, ເສນາຜູ້ໃຫຍ່ເມືອງພິສນຸໂລກຕາຍ 13 ຄົນ ແລະຈັບຫລານຂອງພຣະເຈົ້າຫົງສາວະດີໄດ້ຜູ້ນຶ່ງ. ຈັບຊ້າງໄດ້ 35 ຕົວ ແລະຖຶກຂ້າຕາຍ 25 ຕົວ, ນອກນີ້ ກໍຍຶດ ສາຕຣາອາວຸທໄດ້ເປັນຈຳນວນຫລວງຫລາຍ.

ສົມເດັຈພຣະເຈົ້າໄຊຍະເຊຕຖາທິຣາຊ ກໍຍົກທັພກັບຄືນພຣະນະຄອນ, ສ່ວນພຣະຍາຈັນກອງນາງ ທີ່ຍົກທັພຂຶ້ນ ໄປຕີ ເມືອງເຂັມ 12 ພັນນາລື້ນັ້ນ ກໍໄດ້ຈັບເອົາແສນເມືອງຜູ້ນຶ່ງມາໄດ້ ພ້ອມດ້ວຍຊ້າງ 20 ຕົວ ແລະມ້າອີກ 200 ຕົວ.

ປະຫວັດສາດ ການຕໍ່ສູ້ ແລະພົງສາວະດານຂອງລາວ