ສົມເດັຈພຣະເຈົ້າໄຊຍະເຊຕຖາທິຣາຊ ຍົກທັພຕີເມືອງພິສນຸໂລກ ຄັ້ງທີ່ 2

2007-09-07

ຈັດສເນີທ່ານໂດຍ: ວຽງໄຊ

ເມື່ອຈຸລສັກຣາຊລ່ວງມາໄດ້ 931 ກົງກັບຄຣິສຕະສັກຣາຊ 1569 ພຣະເຈົ້າແຜ່ນດິນພມ່າໄດ້ຍົກທັພມາຕີ ກຣຸງສຣີ ອະຍຸທຍາ ອີກເທື່ອນຶ່ງ. ເສິກຄັ້ງນີ້ ເຫັນວ່າ ຈະເປັນເສິກໃຫຍ່.

ພຣະເຈົ້າແຜ່ນດິນກຣຸງສຣີອະຍຸທຍາ ພຣະມະຫິນທະຣາຊາ ຈຶ່ງຕຣັສສັ່ງ ໃຫ້ພຣະຍາຣາມ ຜູ້ເປັນເສນາບໍດີ ແຕ່ງ ສຸພະອັກສອນ ເຖິງເສນາບໍດີ ແຫ່ງກຣຸງສຣີສັຕະນາຄະນະຫຸຕວຽງຈັນທນ໌ ດັ່ງມີໃຈຄວາມຕອນນຶ່ງວ່າ:

“ກຣຸງສຣີອະຍຸທຍາ ໄດ້ເກີດມີສັຕຣູເຂົ້າມາຮາວີ ຄືພຣະເຈົ້າຫົງສາວະດີ ໄດ້ຍົກທັພເຂົ້າມາຍ່ຳຍີ ກຣຸງສຣີອະຍຸທຍາ ຖ້າວ່າ ກຣຸງສຣີອະຍຸທຍາ ປຣາໄຊຍ໌ ພັຍພິບັຕິ ກໍຈະເຟືອດຟາຍມາເຖິງ ກຣຸງສຣີສັຕະນາຄະນະຫຸຕດ້ວຍ. ດັ່ງນັ້ນ, ຈຶ່ງຂໍເຊີນ ພຣະເຈົ້າກຣຸງສຣີສັຕະນາຄະນະຫຸຕ ຍົກທັພລົງມາຊ່ວຍ ປາບປາມຂ້າເສິກໃຫ້ປຣາໄຊຍ໌.”

ຄັນຂຽນສຸພະອັກສອນແລ້ວ ຈຶ່ງແຕ່ງໃຫ້ຂຸນຣາຊເສນາ ກັບ ຂຸນມະຫາວິໄຊຍ໌ ພ້ອມດ້ວຍບ່າວໄພ່ 50 ຄົນ ຖືຂຶ້ນມາ. ຝ່າຍເສນາບໍດີ ໄດ້ຮັບສຸພະອັກສອນນັ້ນແລ້ວ ກໍພາ ຂຸນຣາຊເສນາ ແລະຂຸນມະຫາວິໄຊຍ໌ ເຂົ້າເຝົ້າພຣະເຈົ້າໄຊຍະ ເຊຕຖາທິຣາຊ. ເມື່ອພຣະອົງຄ໌ ຊົງຊາບດັ່ງນັ້ນ ກໍຊົງພຣະພິໂຣທ ຕຣັສວ່າ ພຣະເຈົ້າຫົງສາວະດີ ບໍ່ຕັ້ງຢູ່ໃນຂັຕຕິ ຍະຣາຊທັມມ໌ ປະເພນີ ປະພຶຕເປັນພາລທຸຈະຣິຕ ມີໃຈກຳເຣີບ ຍົກກອງທັພເຂົ້າມາຍ່ຳຍີ ກຣຸງສຣີອະຍຸທຍາອີກ.

ເຮົາຈະໄດ້ຕ້ອງໄປຕີ ເປັນທັພຂນາບ ເບີ່ງໜ້າພຣະເຈົ້າຫົງສາວະດີ ເປັນປະກາຣໃດ. ອີກປະກາຣນຶ່ງ ທາງພຣະຣາຊ ໄມຕຣີ ກຣຸງສຣີອະຍຸທຍາກໍຈະຖາວອນວັທນາ. ເມື່ອພຣະອົງຄ໌ ຕັດສິນພຣະທັຍ ເຊັ່ນນັ້ນແລ້ວ ຈຶ່ງມີ ພຣະຣາຊ ໂອງກາຣ ໃຫ້ແມ່ທັພຈັດກຳລັງພົລ ເພື່ອຍົກໄປປາບພຣະເຈົ້າຫົງສາວະດີ.ໃນຄາວນັ້ນ ໃຫ້ແມ່ທັພທັງຫລາຍ ເກນ ພົລທະຫາຣໄດ້ 50 ພັນຄົນ, ຊ້າງ 300 ຕົວ ແລະ ມ້າ 3,000 ຕົວ.

ຄັນເຖິງວັນເສົາ ແຮມ 5 ຄ່ຳ ເດືອນ 3 ໄດ້ສຸພະວາຣະດິຖີມະຫາມຸງຄຸລແລ້ວ ພຣະເຈົ້າໄຊຍະເຊຕຖາທິຣາຊ ໄດ້ ສເດັຈຂຶ້ນຂີ່ຊ້າງຕົ້ນ ພ້ອມດ້ວຍແສນທ້າວພຣະຍາແລະພົລໂຍທາຫາຣ ແຫ່ແຫນໄປຈົນເຖິງເມືອງພຣະງາມ. ຝ່າຍ ຊາວເມືອງນະຄອນໄທ ກໍໄດ້ແຕ່ງຄົນລົງໄປບອກພຣະມະຫາທັມມະຣາຊາ ເຈົ້າເມືອງພິສນຸໂລກ. ເຈົ້າເມືອງພິສນຸໂລກ ກໍໄປເຝົ້າ ພຣະເຈົ້າຫົງສາວະດີ ທີ່ຕັ້ງທັພລ້ອມກຣຸງສຣີອະຍຸທຍາຢູ່ນັ້ນ ໃຫ້ຊົງຊາບ.

ເວລານັ້ນ, ພຣະເຈົ້າຫົງສາວະດີ ລໍ້ຈັບ ເຈົ້າພຣະຍາຣາມເສນາບໍດີແຫ່ງກຣຸງສຣີອະຍຸທຍາ ຜູ້ແຕ່ງສຸພະອັກສອນ ມາ ຂໍຮ້ອງກອງທັພວຽງຈັນທນ໌ໄວ້ໄດ້ແລ້ວ ພຣະເຈົ້າຫົງສາວະດີ ຈຶ່ງບັງຄັບໃຫ້ ພຣະຍາຣາມ ແຕ່ງໜັງສືສບັບນຶ່ງອີກ ມາ ຕົວະສົມເດັຈພຣະເຈົ້າໄຊຍະເຊຕຖາທິຣາຊ ໃຈຄວາມໃນໜັງສືນັ້ນມີດັ່ງນີ້:

“ບັດນີ້ ກອງທັພຂອງພຣະເຈົ້າຫົງສາວະດີ ກຳລັງຂັດສົນດ້ວຍສະບຽງອາຫາຣ ທີ່ສຸດ ໄພ່ພົລໄດ້ຮັບຄວາມລຳບາກ ຫລາຍ ແລະຮອມຈະເລີກທັພກັບຄືນເມືອງແລ້ວ ຂໍໃຫ້ພຣະເຈົ້າລ້ານຊ້າງ ຟ້າວຍົກທັພລົງມາຕີຂນາບ ທາງເມືອງ ສະຣະບຸຣີ ໂດຍດ່ວນ.” ເມື່ອຂຽນເປັນທີ່ຮຽບຮ້ອຍແລ້ວ ພຣະເຈົ້າຫົງສາວະດີ ຈຶ່ງແຕ່ງໃຫ້ ພຣະມະຫາອຸປະຣາຊາ ຍົກພົລທະຫາຣພມ່າ ມາລັດທາງຢູ່ຮ່ອມພູ ດ້ານເໜືອຂອງເມືອງສະຣະບຸຣີ.

ສົມເດັຈພຣະເຈົ້າໄຊຍະເຊຕຖາທິຣາຊ ຫລົງກົລ ຂອງພຣະເຈົ້າຫົງສາວະດີ ຈຶ່ງມີພຣະຣາຊອາຈຍາ ໃຫ້ພຣະຍາຈັນ ກອງນາງ ຍົກພົລ 30 ພັນຄົນ ລົງມາທາງເມືອງລົພບຸຣີກ່ອນ.ເມື່ອກອງພົລຂອງພຣະຍາຈັນກອງນາງ ເຄື່ອນທັພລົງ ໄປນັ້ນ ກໍໄດ້ໄປພົບກັບກອງທະຫາຣຂອງເຈົ້າເມືອງຕອງອູ. ພຣະຍາຈັນກອງນາງ ສັ່ງທັພໃຫ້ບຸກໂຈມຕີ ກອງທະຫາຣ ຂອງພມ່າຢູ່ 2 ວັນ 2 ຄືນ ໄລ່ກອງທັພພມ່າໄປຮອດເມືອງມັດທະເລິງ ໃນດິນແດນຂອງພມ່າ ພຣະຍາຈັນກອງນາງ ໃຊ້ດາບຟັນເຈົ້າເມືອງຕອງອູ ຕາຍກັບຄໍຊ້າງ, ເມື່ອເປັນເຊັ່ນນັ້ນ ກອງທັພຂອງພມ່າ ກໍແຕກຕື່ນຖອຍໜີໄປ. ພຣະຍາ ຈັນກອງນາງ ຈັບຊ້າງມ້າ ແລະພົລທະຫາຣຂອງພມ່າໄດ້ເປັນຈຳນວນຫລວງຫລາຍ ເອົາມາຖວາຍ ສົມເດັຈພຣະເຈົ້າ ໄຊຍະເຊຕຖາທິຣາຊ ທີ່ຕັ້ງທັພຢູ່ເມຶອງພຣະງາມ ທາງດ້ານເໜືອ ຂອງເມືອງລົພບຸຣີ.

ຝ່າຍພຣະຍານະຄອນ ເຫັນພຣະຍາຈັນກອງນາງ ຜາບແພ້ພວກທະຫາຣພມ່າ ເຊັ່ນນັ້ນ ຈຶ່ງຂາບທູລສົມເດັຈພຣະເຈົ້າ ໄຊຍະເຊຕຖາທິຣາຊ ວ່າ ຄວນຟ້າວຍົກທັພຫລວງ ລົງໄປຕີ ພຣະເຈົ້າຫົງສາວະດີ ທີ່ລ້ອມກຣຸງສຣີອະຍຸທຍາຢູ່ນັ້ນ ໂດຍດ່ວນ ແລະເຫັນຈະໄດ້ໄຊຍ໌ຊນະ ຢ່າງງ່າຍດາຍ ຝ່າຍພຣະຍາແສນສຸຣິນ ໄດ້ຍິນເຊັ່ນນັ້ນ ກໍຟ້າວຄັດຄ້ານຂຶ້ນວ່າ ພຣະເຈົ້າຫົງສາວະດີ ເປັນຄົນມີຄວາມສລາດ ມີກົລະຍຸທດີ ກາຣຈະລົງໄປຕີເອົາໂລດນັ້ນ ເຫັນວ່າຈະບໍ່ໄດ້ດັ່ງທີ່ຄາດ ຄະເນໄວ້. ເຮົາຄວນຕັ້ງໝັ້ນຢູ່ທີ່ນີ່ກ່ອນ, ເມື່ອພຣະເຈົ້າຫົງສາວະດີຖອຍທັພ ເຮົາຈຶ່ງຄວນຍົກທັພອອກຕີຂນາບຫລັງ.

ພຣະຍານະຄອນ ບໍ່ຟັງຄວາມພຣະຍາແສນສຸຣິນ ແລະກ່າວວ່າ ພຣະຍາປູ່ ຟັງດູກ່ອນ ບາງທີພໍ່ລູກ ຈະເຂົ້າບຸກໂຈມຕີ ລຶບເອົາພຣະເຈົ້າຫົງສາວະດີເລີຍກໍໄດ້. ແຕ່ວ່າ ສົມເດັຈພຣະເຈົ້າໄຊຍະເຊຕຖາທິຣາຊ ກໍຊົງເຫັນດີຕາມຄຳສເນີ ຂອງ ພຣະຍານະຄອນ.

ດັ່ງນັ້ນ, ພຣະຍານະຄອນ ກັບ ພຣະຍາເພັຊຣ໌ ພໍ່ລູກ ຈຶ່ງຍົກພິລລົງໄປທາງ ເທພຈັນທ໌ຂ້າມນ້ຳປາສັກ ຈະອອກທົ່ງ ອະຍຸທຍາ ກໍໄປຈວບກັບທັພຂອງພຣະມະຫາອຸປະຣາຊ ທັພຂອງ ພຣະຍານະຄອນສູ້ບໍ່ໄດ້ ກໍຖອຍທັພກັບຄືນມາຫາ ທັພຫລວງ. ກອງທັພພມ່າ ໄລ່ຕິດຕາມຂຶ້ນມາເຖິງທັພຫລວງ. ຝ່າຍພຣະຍາແສນສຸຣິນ, ພຣະຍາຈັນກອງນາງ, ພຣະຍາ ພົລເທພ, ພຣະຍາເມືອງຊ້າຍ, ພຣະຍາແກ່ນທ້າວ ແລະ ພຣະຍາສຣີນະຄອນໂລກ ຈຶ່ງຍົກທັພອອກ ຕ້ານທານໄວ້ ເພື່ອໃຫ້ທັພຫລວງ ຂອງສົມເດັຈພຣະເຈົ້າໄຊຍະເຊຕຖາທິຣາຊ ຖອຍທັພໄດ້ ພຣະອົງຄ໌ຖອຍທັພຄືນມາ ທາງນ້ຳປາສັກ, ສ່ວນພຣະຍາແສນສຸຣິນນັ້ນ ຄ່ອຍປ້ອງກັນທາງໄວ້ ເພື່ອບໍ່ໃຫ້ພມ່າຕິດຕາມທັນ. ເສິກຄາວນີ້, ເສັຍໄພ່ ພົລເປັນຈຳນວນຫລວງຫລາຍ.

ປະຫວັດສາດ ການຕໍ່ສູ້ ແລະພົງສາວະດານຂອງລາວ