ຈັດສເນີທ່ານໂດຍ: ວຽງໄຊ
ໃນປີຈຸລສັກຣາຊ 932 ກົງກັບຄຣິສຕະສັກຣາຊ 1570 ເມື່ອພຣະເຈົ້າຫົງສາວະດີ ບຸກເຂົ້າກຣຸງສຣີອະຍຸທຍາ ແລະ ເອົາໄຟເຜົາເປັນເຖົ້າຖ່ານໝົດແລ້ວ ກໍເກັບເກນເອົາຊາຍສະກັນ ຊາວໄທສຍາມ ເຂົ້າເປັນທະຫາຣ ຮ່ວມກັບກອງ ທະຫາຣ ຂອງພມ່າ ຍົກທັພຂຶ້ນມາຕີ ນະຄອນວຽງຈັນທນ໌ ເພື່ອເປັນການແກ້ແຄ້ນ ຍ້ອນວ່າ ສົມເດັຈພຣະເຈົ້າ ໄຊຍະເຊຕຖາທິຣາຊ ເປັນໃຈກັບກຣຸງສຣີອະຍຸທຍາ ຮ່ວມກັນໂຈມຕີພມ່າ.
ສົມເດັຈພຣະເຈົ້າໄຊຍະເຊຕຖາທິຣາຊ ຊົງຊາບວ່າ ພຣະເຈົ້າຫົງສາວະດີ ຕີເອົາປະເທສໄທ ເປັນເມືອງຂຶ້ນໄດ້ແລ້ວ ແລະຈະຍົກທັພຂຶ້ນມາຕີນະຄອນວຽງຈັນທນ໌ອີກຕໍ່ນຶ່ງ ຈຶ່ງມີພຣະຣາຊອາຈຍາ ປະຊຸມມຸກມົນຕຣີເພື່ອປຶກສາຫາຣື ວ່າ ຈະເຮັດຢ່າງໃດ ໃນກາຣຈະຮັບມືກັບເສິກ ໃນຄາວນີ້ ແລະກອງທະຫາຣກໍກຳລັງເສັຍຂວັນ ຈາກກາຣປຣາໄຊຍ໌ ໃນ ຄາວຍົກທັພລົງໄປຊ່ວຍປ້ອງກັນ ກຣຸງສຣີອະຍຸທຍາ ເມື່ອປີທີ່ຜ່ານມານີ້ເອງ.
ພຣະຍາແສນສຸຣິນຂາບທູລວ່າ ພຣະເຈົ້າຫົງສາວະດີ ອົງຄ໌ນີ້ ມີພຣະປຣີຊາສາມາຖ ສລາດໃນກາຣທຳສົງຄາມ ເປັນ ຢ່າງຍິ່ງ ທັ້ງພຣະປັນຍາກໍຫລັກແຫລມ ເຮົາຈະຕ້ອງໄດ້ໃຊ້ກົລອຸບາຍທີ່ເໜືອກວ່າ ຈຶ່ງຈະສາມາຖເອົາຊນະພຣະອົງຄ໌ ໄດ້. ອີກປະກາຣນຶ່ງ ກຳລັງຂອງຝ່າຍເຮົາ ກໍມີນ້ອຍກວ່າ ດັ່ງນັ້ນ, ຂ້າພຣະບາທຈຶ່ງເຫັນວ່າ ຄວຣຈະຍ້າຍຄອບຄົວ ພົລະເມືອງ ອອກຈາກ ນະຄອນຫລວງ ລົງໄປລີ້ຊ່ອນຢູ່ທາງພາກໃຕ້ ໃຫ້ເຫລືອຢູ່ພຽງເລັກນ້ອຍ, ສ່ວນຄອບຄົວ ຂອງທ້າວພຣະຍາທັງຫລາຍ ໃຫ້ຍ້າຍໄປໄວ້ວຽງສຸຣິນ ຊຶ່ງເຂົ້າໃຈວ່າ ຄົງຈະແມ່ນໜອງຄູວຽງ ໃນເຂຕຕາແສງ ບ້ານ ນາຊອນໃຕ້. ຖ້າວ່າພຣະເຈົ້າຫົງສາວະດີ ຍົກພົລເຂົ້າມາວຽງຈັນທນ໌ ກໍຈະໃຊ້ວຽງຈັນທນ໌ເປັນສນາມ ແລະຕັ້ງຫລັກ ໝັ້ນຢູ່ໃນຕົວພຣະນະຄອນນີ້.
ສົມເດັຈພຣະເຈົ້າໄຊຍະເຊຕຖາທິຣາຊ ກໍຊົງເຫັນດີຕາມຄຳສເນີນັ້ນ. ຕໍ່ມາ ພຣະຍາແສນສຸຣິນກໍຈັດກາຣໂຍກຍ້າຍ ປະຊາຊົນ ອອກ. ແລະພ້ອມດຽວກັນນັ້ນ ກໍໄດ້ແຕ່ງໃຫ້ພຣະຍາຫາຣແກ້ວ,ພຣະຍາຫາຣຜາບ ແລະ ພຣະຍາ ທັມມະຄຸນ ເປັນກອງຫລອນ ຄຸມທະຫາຣຢູ່ຕາມປ່າ ນອກພຣະນະຄອນ.
ພໍວ່າກອງທັພພຣະເຈົ້າຫົງສາວະດີ ຍົກເຂົ້າມາໃກ້ພຣະຍານະຄອນ ກໍທຳອຸບາຍເໝືອນໜີພ່າຍເສິກ ຍ້າຍຄອບຄົວລົງ ໄປປາກງຶ່ມ. ພຣະເຈົ້າຫົງສາວະດີ ເຫັນດັ່ງນັ້ນ ກໍເຂົ້າພຣະທັຍວ່າທັພເມືອງລ້ານຊ້າງພ່າຍໜີ ບໍ່ສາມາຖອອກມາຕໍ່ສູ້ ໄດ້ ຈຶ່ງຍົກທັພຕິດຕາມລົງໄປແລະເຂົ້າຕີເອົາເມືອງທ່າບໍ່ ລົງໄປເຖິງເມືອງວຽງຄຸກ, ໜອງຄາຍ ແລ້ວກໍເກນທະຫາຣ ໃຫ້ເຮັດຂົວຂ້າມນ້ຳຂອງ ບ່ອນໃຕ້ດອນສັງຄີ ຍົກພົລໂຍທາມາຕັ້ງຢູ່ປາກງຶ່ມດ້ານເໜືອ. ສົມເດັຈ ພຣະເຈົ້າໄຊຍະ- ເຊຕຖາທິຣາຊ ໄດ້ຊາບດັ່ງນັ້ນ ຈຶ່ງຍ້າຍທັພລົງໄປຕັ້ງຢູ່ ໜອງຫານນ້ອຍ.
ພວກພມ່າ ມີທີ່ໝັ້ນຢູ່ປາກງຶ່ມນັ້ນ ບໍ່ເຫັນກອງທະຫາຣລາວຍົກອອກມາຕີ ກໍພາກັນເລີກທັພ ກັບຄືນໄປນະຄອນວຽງ ຈັນທນ໌. ສົມເດັຈພຣະເຈົ້າໄຊຍະເຊຕຖາທິຣາຊ ເມື່ອຊາບວ່າ ພວກພມ່າຖອນຈາກປາກງຶ່ມໄປແລ້ວ ກໍຍົກພົລຂຶ້ນມາ ຕັ້ງຢູ່ ວຽງປາກງຶ່ມດ້ານໃຕ້ ແລ້ວແຕ່ງທະຫາຣກອງຫລອນ ອອກລັດຕີພວກພມ່າ. ສ່ວນພວກພມ່າ ກັບຄືນໄປຕີວຽງ ປາກງຶ່ມອີກ. ກອງທັພລາວແລະພມ່າ ສູ້ຮົບກັນຢູ່ 3 ມື້ ກອງທະຫາຣລາວສູ້ບໍ່ໄດ້ ຈຶ່ງແຕກໜີ. ສົມເດັຈ ພຣະເຈົ້າ ໄຊຍະເຊຕຖາທິຣາຊ ຈຶ່ງໄດ້ຖອຍຣິພົລໄປຕັ້ງຢູ່ ວຽງສຸຣິນ.
ພວກພມ່າ ເມື່ອຕີເອົາວຽງປາກງຶ່ມໄດ້ແລ້ວ ກໍບໍ່ສາມາຖຕັ້ງຢູ່ໃນທີ່ນັ້ນໄດ້ ເພາະເປັນຣະດູຝົນ, ຂາດສະບຽງອາຫາຣ, ພົລທະຫາຣກໍເຈັບໄຂ້ ລົ້ມຕາຍໄປທຸກວັນ, ເມື່ອເປັນເຊັ່ນນັ້ນ, ພຣະເຈົ້າຫົງສາວະດີ ຈຶ່ງໄດ້ຖອຍທັພກັບຄືນໄປຢູ່ ນະຄອນວຽງຈັນທນ໌ ອີກເທື່ອໃໝ່.
ຝ່າຍພຣະຍາຫາຣແກ້ວ, ພຣະຍາຫາຣຜາບ ແລະ ພຣະຍາທັມມະຄຸນ ທີ່ຄຸມທັພເປັນກອງຫລອນຢູ່ນັ້ນ ກໍພາທະຫາຣ ອອກສະກັດ ລັດໂຈມຕີທະຫາຣພມ່າ ທີ່ອອກໄປທ່ຽວເກັບເກນເອົາອາຫາຣ ຕາມໝູ່ບ້ານຕ່າງໆ ແລະຕາມປ່າດົງ. ພວກທະຫາຣທີ່ຕັ້ງຢູ່ໃນຕົວເມືອງ ກໍຂາດແຄນສະບຽງອາຫາຣ ເກີດໂຣຄາພຍາທ ລົ້ມຕາຍເປັນຈຳນວນຫລາຍ. ເມື່ອ ເປັນເຊັ່ນນັ້ນ, ພຣະເຈົ້າຫົງສາວະດີ ຈຶ່ງຮັບສັ່ງໃຫ້ເລີກທັພກັບຄືນປະເທສ. ສ່ວນພຣະຍາແສນສຸຣິນ ກໍໄດ້ຕຽມທະຫາຣ ຄອຍດັກໂຈມຕີຢູ່ແລ້ວ, ໃນຣະຫວ່າງທາງທີ່ພວກພມ່າຖອຍໄປນັ້ນ ທະຫາຣຂອງພຣະຍາແສນສຸຣິນ ໄດ້ດັກສະກັດ ໂຈມຕີ ໄລ່ຕິດຕາມໄປເຖິງປາກໂສມ ຫຣື ບ້ານມະໂນສົມ ເຮັດໃຫ້ຝ່າຍພມ່າ ໄດ້ຮັບ ຄວາມເສັຍຫາຍຢ່າງໜັກ.
ເມື່ອພມ່າເລິກທັພກັບຄືນໄປໝົດແລ້ວ ສົມເດັຈພຣະເຈົ້າໄຊຍະເຊຕຖາທິຣາຊ ກໍສເດັຈກັບຄືນມາສເວີຍຣາຊສົມບັຕິ ໃນນະຄອນວຽງຈັນທນ໌ດັ່ງເກົ່າ. ເປັນອັນວ່າ ໄຊຍ໌ຊນະຂອງພຣະເຈົ້າໄຊຍະເຊຕຖາທິຣາຊ ໃນກາຣທຳສົງຄາມກັບ ພມ່າຄາວນີ້ ໄດ້ມາຍ້ອນໃຊ້ວິທີກາຣໂຈມຕີ ແບບກອງໂຈຣ ຈຶ່ງສາມາຖຜາບກຳລັງ ອັນມະຫາສາລ ຂອງພຣະເຈົ້າ ຫົງສາວະດີໄດ້.
|
|
ສຽງບັນທຶກໄວ້ |
|
|
ດາວໂລ້ດ |
|
|
ອີເມວລ໌ ເຣື້ອງ |
|
|
ລົງທະບຽນເປັນສະມາຊິກ |
|
|
ພິມເຣື້ອງນີ້ |