ສົມເດັຈພຣະເຈົ້າໄຊຍະເຊຕຖາທິຣາຊ ຍົກທັພປາບກະບົຖ ເມືອງອົງກາຣ

2007-09-07

ຈັດສເນີທ່ານໂດຍ: ວຽງໄຊ

ພຣະຍານະຄອນ ທີ່ເມືອງນະຄອນ ພ້ອມດ້ວຍພຣະສັງຄະຣາຊ ວັດມັຊຊິມາຣາມ ຕົນເກົ່າທີ່ຖຶກຖອດຍົສອອກຈາກຕຳ ແໜ່ງພຣະສັງຄະຣາຊແລ້ວນັ້ນ ພາກັນຄິດກາຣໃຫຍ່ ເປັນກະບົຖ ທໍຣະຍົສຕໍ່ແຜ່ນດິນ ດ້ວຍຫວັງວ່າ ຈະຕັ້ງຕົນເອງ ຂຶ້ນເປັນພຣະເຈົ້າແຜ່ນດິນ ສ່ວນພຣະສັງຄະຣາຊທີ່ຖຶກປົດນັ້ນ ກໍຄິດຈະເປັນພຣະມະຫາຣາຊຄຣູເຈົ້າ. ອັນນີ້ ກໍເຊັ່ນ ດຽວກັນກັບເຈົ້າຊາຍອະຊາຕະສັຕຣູ ແລະພຣະເທວະທັຕໃນຄັ້ງພຸທທະກາລ.

ຕົວກາຣທັງສອງນີ້ ໄດ້ແຕ່ງກົລອຸບາຍໃຫ້ຂ່າວມາເຖິງສົມເດັຈພຣະເຈົ້າໄຊຍະເຊຕຖາທິຣາຊ ວ່າ ພຣະຍາເມືອງ ອົງກາຣສຸຣະຄົຕແລ້ວ. ຕາມປວັຕກະຊວງສຶກສາທິກາຣຂອງຣາຊອານາຈັກຣ໌ລາວ ກ່າວວ່າ ຕາມຕຳນານທັງຫລາຍ ເມືອງອົງກາຣນັ້ນແມ່ນເມືອງອັຕະປືໃນປັຈຈຸບັນນີ້.

ພຣະຍາເມືອງອົງກາຣນນັ້ນ ມີຣາຊບຸຕຣີຢູ່ 2 ອົງຄ໌ ຄືນາງເທພະກາຍາ ແລະນາງອຸທຸມພອນ. ນາງທັງສອງນັ້ນ ມັກ ໄຄ່ໃຈປະສົງຄ໌ຢາກຈະເປັນບາທບໍຣິຈາຣິກາ ໃນສົມເດັຈພຣະເຈົ້າໄຊຍະເຊຕຖາທິຣາຊ. ຈຶ່ງໄດ້ແຕ່ງຣາຊສາຣໃຫ້ ພຣະພິກຂຸ 2 ຕົນ, ຄະຣຶຫັສ 20 ຄົນຖືສາຣນັ້ນຂຶ້ນມາຖວາຍສົມເດັຈພຣະເຈົ້າໄຊຍະເຊຕຖາທິຣາຊ ພໍມາເຖິງເມືອງ ສາຍ ຄືເມືອງ ລະຄອນສາຍ ໃນແຂວງສາຣະວັນປັຈຈຸບັນ.

ເຈົ້າເມືອງລະຄອນສາຍ ບໍ່ໃຫ້ພວກທູຕຂຶ້ນມາ. ພຣະພິກຂຸ 2 ຕົນນັ້ນ ຈຶ່ງໄດ້ລັກໜີເອົາສາຣນັ້ນມາຖວາຍສົມເດັຈພຣະ ເຈົ້າໄຊຍະເຊຕຖາທິຣາຊ.

ຝ່າຍສົມເດັຈພຣະເຈົ້າໄຊຍະເຊຕຖາທິຣາຊ ໄດ້ຮັບສາຣຈາກພິກຂຸ 2 ຕົນ ທີ່ພຣະຍານະຄອນແຕ່ງອຸບາຍໃຫ້ມານັ້ນ ກໍ ເຂົ້າພຣະທັຍເຊື່ອແນ່ວ່າເປັນຈິງ ຈຶ່ງແຕ່ງໃຫ້ພຣະຍາໂສມພະມິຕ 1, ພຣະຍາຈັນທ໌ 1, ທ້າວເຄ 1, ພັນຄົນໃຊ້ 1 ເປັນທູຕຖືຣາຊສາຣໄປເມືອງອົງກາຣ ແລະໃຫ້ຂຸນຫລວງອຸປະກາຣ ເປັນນາຍທາງ.

ພວກຄນະທູຕໄປເຖິງເມືອງອົງກາຣ ແລະເມື່ອພຣະຍາເມືອງອົງກາຣ ໄດ້ຊາບເຊັ່ນນັ້ນ ກໍພິໂຣທໂກທແຄ້ນເປັນຢ່າງ ຍິ່ງ ຈຶ່ງໄລ່ພວກທູຕລາວໜີອອກຈາກເມືອງ. ເມື່ອພວກທູຕເຫລົ່ານັ້ນ ກັບຄືນມາເຖິງເມືອງນະຄອນ ຈຶ່ງໄດ້ຮຽນເຣື່ອງ ໃຫ້ພຣະຍານະຄອນຊາບທຸກປະກາຣ. ພຣະຍາ ນະຄອນ ກໍທຳທ່າເໝືອນກັບວ່າ ມີຄວາມຄຽດແຄ້ນແທນພຣະເຈົ້າ ແຜ່ນດິນ ຄືສົມເດັຈພຣະໄຊຍະເຊຕຖາທິຣາຊເຈົ້າ.

ບັດນັ້ນ, ພຣະຍານະຄອນຈຶ່ງໃຫ້ພຣະຍາໂສມພະມິຕ ຂຶ້ນມາຂາບທູລສົມເດັຈພຣະເຈົ້າໄຊຍະເຊຕຖາທີຣາຊເຈົ້າວ່າ ຂໍ ໃຫ້ໄປຣົບເອົາເມືອງອົງກາຣ. ສ່ວນພຣະຍານະຄອນເອງຂໍຂັນອາສາທີ່ຈະຊ່ວຍໃນກາຣສູ້ຣົບຄັ້ງນີ້. ສົມເດັຈພຣະເຈົ້າ ໄຊຍະເຊຕຖາທິຣາຊກໍປົງພຣະທັຍເຊື່ອ.

ຄັນເຖິງປີຈຸລສັກຣາຊ 934 ຊຶ່ງກົງກັບຄຣິສຕະສັກຣາຊ 1572 ສົມເດັຈພຣະໄຊຍະເຊຕຖາທິຣາຊເຈົ້າ ຈຶ່ງໃຫ້ເກນ ໂຍທາ ລົງໄປຕີເອົາເມືອງອົງກາຣ. ເມື່ອໄປເຖິງເຂຕແດນເມືອງອົງກາຣແລ້ວ ພຣະຍານະຄອນກໍທຳອຸບາຍ ພາເອົາ ກອງທັພສົມເດັຈພຣະເຈົ້າໄຊຍະເຊຕຖາທິຣາຊ ເຂົ້າໄປໃນຣະຫວ່າງກອງທະຫາຣຂອງຕົນ ທີ່ໄດ້ລີ້ຊ່ອນພົລຢູ່ໃນປ່າ.

ບັດນັ້ນ, ກອງທະຫາຣຂອງພຣະຍານະຄອນ ເຫັນກອງທະຫາຣຂອງສົມເດັນພຣະເຈົ້າໄຊຍະເຊຕຖາທິຣາຊໄປຮອດ ແລ້ວ ກໍບຸກເຂົ້າໂຈມຕີ. ເມື່ອເປັນເຊັ່ນນັ້ນ ພຣະຍານະຄອນກໍພາເອົາສົມເດັຈພຣະເຈົ້າໄຊຍະເຊຕຖາທິຣາຊ ພ້ອມ ດ້ວຍທະຫາຣຈຳນວນນຶ່ງຂ້າມນ້ຳໜີໄປ. ນັບແຕ່ ນັ້ນມາ ສົມເດັຈພຣະເຈົ້າໄຊຍະເຊຕຖາທິຣາຊ ແລະກອງທະຫາຣ ຂອງພຣະອົງຄ໌ ພ້ອມທັງພຣະຍານະຄອນເອງ ກໍຫາຍສາບສູນໄປ.

ມີນັກປວັຕສາຕຣ໌ຫລາຍທ່ານ ເຊັ່ນ ທ່ານອາຈາຣຍ໌ມະຫາສີລາ ວີຣະວົງສ໌ ສັນນິຕຖານວ່າພຣະຍານະຄອນ ເປັນຜູ້ ສັງຫາຣພຣະເຈົ້າໄຊຍະເຊຕຖາທິຣາຊ ແຕ່ເຣື່ອງນີ້ ກໍເປັນພຽງກາຣສັນນິຕຖານ ຫລາຍຕຳນານກ່າວວ່າ ກາຣສ້ຽງ ພຣະຊົນມ໌ຂອງສົມເດັຈພຣະເຈົ້າໄຊຍະເຊຕຖາທິຣາຊນັ້ນ ແມ່ນຍ້ອນກາຣຫລົງທາງເຂົ້າໄປໃນປາທຶບດົງໜາ ເພາະວ່າ ຖ້າພຣະຍານະຄອນວາງແຜນກາຣລອບສັງຫາຣ ພຣະຍານະຄອນກໍຕ້ອງໄປປາກົດຕົວ ຢູ່ແຫ່ງໃດແຫ່ງນຶ່ງ.

ເມື່ອສົມເດັຈພຣະເຈົ້າໄຊຍະເຊຕຖາທິຣາຊ ຫາຍສາບສູນໄປແລ້ວ. ພຣະຍາແສນສຸຣິນ ແລະພຣະຍາຈັນກອງນາງ ກໍ ນຳເອົາກອງທັພ ກັບຄືນສູ່ນະຄອນວຽງຈັນທນ໌. ກາຣສົງຄາມຄາວນີ້ ເສັຍໄພ່ພົລໂຍທາ ເປັນຈຳນວນຫລາຍ.

ສົມເດັຈພຣະໄຊຍະເຊຕຖາທິຣາຊ ປະສູຕເມື່ອປີມະເມັຍ ຈຸລສັກຣາຊ 896 ກົງກັບຄຣິສຕະສັກຣາຊ 1543 ສເວີຍ- ຣາຊສົມບັຕິເປັນພຣະເຈົ້າແຜ່ນດິນລ້ານຊ້າງ ຢູ່ເປັນເວລາ 24 ປີສເດັຈສຸຣະຄົຕ ທີ່ຊາຍແດນເມືອງອົງກາຣ. ເມື່ອ ພຣະຊົນມາຍຸ ໄດ້ 38 ພັຣສາ. ພຣະອົງຄ໌ມີພຣະຣາຊໂອຣົສອົງຄ໌ນຶ່ງ ນາມວ່າ “ພຣະໜໍ່ເມືອງ” ທີ່ປະສູຕິຈາກ ພຣະສນົມເອກ ຜູ້ເປັນທິດາຂອງພຣະຍາແສນສຸຣິນ, ໃນເວລາທີ່ພຣະຣາຊບິດາສເດັຈສຸຣະຄົຕນັ້ນ ພຣະໜໍ່ເມືອງ ມີພຣະຊົນມາຍຸໄດ້ 5 ພັຣສາ.

ປະຫວັດສາດ ການຕໍ່ສູ້ ແລະພົງສາວະດານຂອງລາວ