ຣັຊກາລຂອງພຣະສຸມັງຄະລະ ໄອຍະໂກໂພທິສັຕ

2007-09-07

ຈັດສເນີທ່ານໂດຍ: ວຽງໄຊ

ເມື່ອສັປະດາທີ່ຜ່ານມາ ເຮົາໄດ້ເລົ່າເຖີງກາຣຫາຍສາບສູນຂອງສົມເດັຈພຣະເຈົ້າໄຊຍະເຊຕຖາທິຣາຊ ໃນຄາວທີ່ ພຣະອົງຄ໌ສເດັຈໄປຕີເມືອງອົງກາຣ ຫຣືເມືອງອັຕະປື. ເມື່ອຣາຊອານາຈັກຣ໌ຂາດກະສັຕຍ໌ປົກຄອງແຜ່ນດິນ ແລະຣາຊ ໂອຣົສກໍຍັງຊົງພຣະເຍົາວ໌ ຄືມີພຣະຊົນມາຍຸໄດ້ພຽງ 5 ພັຣສາຢູ່ນັ້ນ ບ້ານເມືອງຈຶ່ງມີຄວາມກະດ້າງກະເດື່ອງ ຍ້ອນ ວ່າຂາດຜູ້ນຳ.

ເມື່ອເປັນເຊັ່ນນັ້ນ, ຜູ້ທີ່ມີອຳນາຈອິທທິພົລ ມີຄວາມສລຽວສລາດ ກໍສວຍໂອກາສຂຶ້ນກຳອຳນາຈ. ພຣະຍາແສນສຸຣິນ ທະລືໄຊຍ໌ ໄດ້ສຖາປະນາຕົນເອງຂຶ້ນເປັນພຣະເຈົ້າແຜ່ນດິນແທນສົມເດັຈພຣະເຈົ້າໄຊຍະເຊຕຖາທິຣາຊ ໂດຍຖຶສິທວ່າ ຕົນມີຄວາມໃກ້ຊິດພຣະເຈົ້າແຜ່ນດິນ.

ນາມເດີມຂອງທ່ານ ຊື່ວ່າຈາຣຍ໌ຈັນທ໌ ເປັນບຸຕຣ໌ຂອງກວານບ້ານ ບ້ານໜອງຄາຍ ຄືເມືອງໜອງຄາຍ ທີ່ຢູ່ໃນຄວາມ ຄອບຄອງຂອງໄທໃນທຸກວັນນີ້. ຕາມພົງສາວະດາຣລາວ ກ່າວວ່າ ຈາຣຍ໌ຈັນທ໌ຜູ້ນີ້ ເກີດເມື່ອປີຈຸລສັກຣາຊ 873 ກົງ ກັບຄຣິສຕະສັກຣາຊ 1511 ເມື່ອຄາວຍັງນ້ອຍຢູ່ນັ້ນ ທ່ານໄດ້ຂຶ້ນໄປບວຊຢູ່ໃນສຳນັກຂອງສົມເດັຈພຣະມະຫາຣາຊຄຣູ ຈັນສີໂທ ຄືສົມເດັຈພຣະສັງຄະຣາຊ ທີ່ນະຄອນຊຽງທອງ ທ່ານເປັນຜູ້ຝັກໃຝ່ໃນການສຶກສາຮ່ຳຮຽນ ຈົນໄດ້ຮັບເຖຣະພິ ເສກເປັນສົມເດັຈ ເມື່ອລາສິກຂາອອກມາ ທ່ານຈຶ່ງໄດ້ນາມຍົສວ່າ ຈາຣຍ໌ຈັນທ໌ ແລະໄດ້ເຂົ້າຮັບຣາຊກາຣຢູ່ໃນະຄອນ ຊຽງທອງ.

ຍ້ອນທ່ານມີຄວາມສລຽວສລາດ ມີຄວາມສາມາຖ ຈຶ່ງໄດ້ຮັບການເລື່ອນຕຳແໜ່ງຖານະຂຶ້ນເປັນລຳດັບ ຈົນເຖີງຊັ້ນ ພຣະຍາຍົສລືກຽຣ ໃນຣັຊກາລຂອງສົມເດັຈພຣະໂພທິສາຣະຣາຊ, ພຣະຣາຊບິດາຂອງສົມເດັຈພຣະເຈ້າ ໄຊຍະ ເຊຕຖາ ທິຣາຊ. ສົມເດັຈພຣະໂພທິສາຣະຣາຊເຈົ້າ ຊົງພຣະຣາຊອາຈຍາແຕ່ງຕັ້ງໃຫ້ພຣະຍາຍົສລືກຽຣ ລົງມາເປັນ ເຈົ້າເມືອງ ຢູ່ເມືອງປາກຫ້ວຍຫລວງ ຄືບ້ານຫ້ວຍຫລວງ ໃນເຂຕອຳເພີໂພນພິໄສ ແຂວງໜອງຄາຍ ປັຈຈຸບັນ. ເມືອງ ປາກຫ້ວຍຫລວງນັ້ນ ເປັນຖິ່ນກຳເນີດຂອງທ່ານ.

ໃນປີຈຸລສັກຣາຊ 917 ກົງກັບຄຣິສຕະສັກຣາຊ 1555 ພຣະຍາຍົສລືກຽຣ ໄດ້ເປັນກຳລັງສຳຄັນຂອງສົມເດັຈພຣະ ເຈົ້າໄຊຍະເຊຕຖາທິຣາຊ ໃນຄາວທີ່ພຣະອົງຄ໌ຍົກຣິພົລ ຂຶ້ນໄປຕີເມືອງຊຽງແສນ. ຍ້ອນວ່າທ່ານມີຄວາມສາມາຖໃນ ກາຣສົງຄາມ ທ່ານຈຶ່ງໄດ້ຖຶກເລື່ອນຍົສ ຂຶ້ນເປັນພຣະຍາແສນສຸຣິນທະລຶໄຊຍ໌. ຕໍ່ຈາກນັ້ນມາ ທ່ານກໍໄດ້ເປັນທີ່ໄວ້ ພຣະທັຍຂອງສົມເດັຈພຣະເຈົ້າໄຊຍະເຊຕຖາທີຣາຊ ໃນກາຣຊ່ວຍພຣະອົງຄ໌ ສ້າງນະຄອນວຽງຈັນທນ໌ຂຶ້ນເປັນ ຣາຊທານີ, ສ້າງພຣະທາຕຫລວງ ແລະວັດວາອາຮາມຕ່າງໆ ນອກຈາກນັ້ນແລ້ວ ທ່ານກໍເປັນກຳລັງ ໃນກາຣອອກ ທັພຈັບເສິກຂອງສົມເດັຈພຣະເຈົ້າໄຊຍະເຊຕຖາທິຣາຊ ຫລາຍຄັ້ງຫລາຍຫົນ.

ທ່ານພຣະຍາໄດ້ຖວາຍທິດາຂອງຕົນ ໃຫ້ເປັນນາງສນົມເອກຂອງສົມເດັຈພຣະເຈົ້າໄຊຍະເຊຕຖາທີຣາຊ. ດ້ວຍເຫຕ ນັ້ນ, ເມື່ອສົມເດັຈພຣະເຈົ້າໄຊຍະເຊຕຖາທິຣາຊ ສເດັຈສຸຣະຄົຕ ແລະຣາຊໂອຣົສຂອງພຣະອົງຄ໌ ຄື ພຣະໜໍ່ເມືອງ ທີ່ປະສູຕິຈາກພຣະສນົມເອກ ຄືທິດາຂອງພຣະຍາແສນສຸຣິນທະລືໄຊຍ໌ນັ້ນ ກໍຍັງນ້ອຍຢູ່ ພຣະຍາແສນສຸຣິນທະລືໄຊຍ໌ ຈຶ່ງໄດ້ເປັນຜູ້ສຳເຣັຈຣາຊກາຣແທນພຣະຫນໍ່ເມືອງຜູ້ເປັນຫລານ ທີ່ຈະຂຶ້ນຄອງຣາຊສົມບັຕິເປັນພຣະເຈົ້າແຜ່ນ ດິນແທນພຣະຣາຊບິດາ ໃນຂັ້ນຕໍ່ໄປ.

ເສນາອາມາຕຍ໌ທັງຫລາຍ ບາງພວກກໍ່ບໍ່ມີຄວາມຍິນດີນຳກາຣຂຶ້ນວ່າຣາຊກາຣ ໂດຍພຣະຍາແສນສຸຣິນທະລືໄຊຍ໌, ແຕ່ໃນຖານະທີ່ພຣະໜໍ່ເມືອງເປັນພຣະເຈົ້າຫລານ ພຣະຍາແສນສຸຣິນທະລືໄຊຍ໌ ຈຶ່ງອ້າງສິທທິ ຂຶ້ນວ່າຣາຊກາຣ ປົກຄອງປະເທສ ໃນຣະຫວ່າງທີ່ຂາດພຣະເຈົ້າແຜ່ນດິນຢູ່ນັ້ນ. ພຣະຍາຈັນກອງນາງຢາກຈະອະພິເສກພຣະໜໍ່ເມືອງ ຂຶ້ນສເວີຍຣາຊສົມບັຕິ ເຖີງແມ່ນວ່າ ພຣະອົງຄ໌ຍັງເຍົາວັຍຢູ່ກໍຕາມ ແຕ່ພຣະຍາແສນສຸຣິນທະລືໄຊຍ໌ບໍ່ຍອມ. ທັງສອງ ຝ່າຍເກີດວິວາທຜິດຖຽງກັນຂຶ້ນ ຕ່າງກໍກະກຽມກຳລັງໃສ່ກັນ ແຕ່ພຣະສົງຄ໌ອົງຄະເຈົ້າຂໍໃຫ້ທັງສອງຝ່າຍຍຸຕິກາຣທະ ເລາະວິວາທກັນ ໃຫ້ເຫັນແກ່ຄວາມໝັ້ນຄົງຂອງປະເທສຊາຕ ໃນຄາວທີ່ແຜ່ນດິນຍັງຂາດກະສັຕຍ໌ປົກຄອງຢູ່. ດັ່ງນັ້ນ ເຫຕກາຣຮຸນແຮງ ຈຶ່ງໄດ້ຍຸຕິລົງ.

ແຕ່ຕໍ່ມາອີກ 3 ເດືອນ ສອງຝ່າຍກໍເກີດຜິດຖຽງກັນຂຶ້ນອີກ ເທື່ອນີ້ ເຖີງວ່າພຣະສົງຄ໌ຈະຂໍແຜ່ເມຕຕາທັມມ໌ນຳ ກໍ່ບໍ່ມີ ກາຣຍິນຍອມ. ພຣະຍາແສນສຸຣິນທະລືໄຊຍ໌ ໄດ້ສັ່ງໃຫ້ ແສນມົນທຽນ ເອົາຊ້າງອອກສູ້ຮົບກັບທັພຝ່າຍຂອງພຣະຍາ ຈັນກອງນາງ. ແສນມົນທຽນໄດ້ຟັນພຣະຍາຈັນກອງນາງຕາຍກັບຄໍຊ້າງ ເຣື່ອງຈຶ່ງໄດ້ຍຸຕິລົງ.

ບັດນັ້ນ, ພຣະຍາແສນສຸຣິນທະລືໄຊຍ໌ ຈຶ່ງໄດ້ປະກາສຕົວຂຶ້ນຄອງຣາຊສົມບັຕິ ເປັນພຣະເຈົ້າແຜ່ນດິນ ໃນປີຈຸລສັ ກຣາຊ 934 ກົງກັບຄຣິສຕະສັກຣາຊ 1572.

ເມື່ອຂຶ້ນສເວີຍຣາຊແລ້ວ ເສນາອາມາຕຍ໌ມົນຕຣີທັງຫລາຍ ຈຶ່ງໄດ້ຖວາຍພຣະນາມວ່າ “ພຣະສຸມັງຄະລະ ອັຍະໂກໂພ ທິສັຕ” ໃນເວລາທີ່ທ່ານຂຶ້ນຄອງຣາຊສົມບັຕິ ປະກາສຕົນເປັນພຣະເຈົ້າແຜ່ນດິນນັ້ນ ທ່ານມີອາຍຸໄດ້ 65 ພັຣສາ.

ໃນຣະຫວ່າງທີ່ພຣະສຸມັງຄະລະ ໄອຍະໂກໂພທິສັຕ ຂຶ້ນຄອງຣາຊສົມບັຕິນີ້ ໄພ່ຟ້າປະຊາກອນຂາດສັທທາ ບໍ່ມີຄວາມ ເຫລື້ອມໃສໃນພຣະເຈົ້າແຜ່ນດິນ ຍ້ອນວ່າທ່ານເປັນໄພ່ ອ້າງສິທທິວ່າຕົນເປັນພໍ່ເຖົ້າຂອງພຣະໜໍ່ເມືອງ. ດ້ວຍເຫຕນີ້ ພົລະເມືອງສ່ວນໃຫຍ່ ຈຶ່ງບໍ່ມີຄວາມພໍໃຈ ແລະບ້ານເມືອງກໍຂາດຄວາມໄວ້ວາງໃຈໃນຜູ້ເປັນເຈົ້ານາຍ. ເຫຕກາຣ ວຸ່ນວາຍ ໃນຄັ້ງນີ້ ເຮັດໃຫ້ພມ່າມາຣຸກຣານປະເທສອີກເທື່ອນຶ່ງ.

ປະຫວັດສາດ ການຕໍ່ສູ້ ແລະພົງສາວະດານຂອງລາວ