ຣັຊກາລພຣະໜໍ່ເມືອງ

2007-09-07

ຈັດສເນີທ່ານໂດຍ: ວຽງໄຊ

ເຫຕກາຣບ້ານເມືອງໃນຊຸມປີຈຸລສັກຣາຊ 941 ຫຣືຄຣິສຕະສັກຣາຊ 1579 ນີ້ ມີກາຣປ່ຽນແປງ ຢ່າງວ່ອງໄວ ປະຊາຊົນເກີດທຸກເຂັນ ຍ້ອນຜູ້ນຳຂາດທົສຣາຊທັມມ໌ ຊ້ຳບໍ່ໜຳ ປະເທສຊາຕ ກໍຕົກເປັນເມືອງສ່ວຍ ຂອງພມ່າ ອີກດ້ວຍ.

ເມື່ອອິນແຊະນັນກູ ຍົກທັພລົງມາເຖິງວຽງຈັນທນ໌ ກໍລ້ອມຈັບເອົາພວກກະບົຖຂ້າສ່ວຍ ສົ່ງຂຶ້ນໄປເມືອງຫົງສາວະດີ. ເມື່ອພຣະຣາຊອານາຈັກຣ໌ ຂາດພຣະເຈົ້າແຜ່ນດິນລົງເຊັ່ນນັ້ນແລ້ວ ຕົກມາໃນປີຈຸລສັກຣາຊ 942 ຫຣືຄຣິສຕະ ສັກຣາຊ 1580 ພຣະເຈົ້າຫົງສາວະດີ ຈຶ່ງໄດ້ສົ່ງພຣະສຸມັງຄະລະອັຍະໂກໂພທິສັຕ ລົງມາເປັນພຣະເຈົ້າແຜ່ນດິນລ້ານ ຊ້າງອີກ ເປັນຫົນທີ່ສອງ. ພຣະສຸມັງຄະລະອັຍະໂກໂພທິສັຕ ສເວີຍຣາຊຄັ້ງນີ້ໄດ້ພຽງ 2 ປີ ກໍສ້ຽງພຣະຊົນມ໌ ຮວມ ອາຍຸໄດ້ 75 ພັຣສາ.

ເມື່ອພຣະສຸມັງຄະລະອັຍະໂກໂພທິສັຕ ສ້ຽງພຣະຊົນມ໌ແລ້ວ ເສນາມົນຕຣີທັງຫລາຍ ຈຶ່ງໄດ້ໄດ້ອຸປະພິເສກ ພຣະຍາ ນະຄອນນ້ອຍ ບຸຕຣ໌ພຣະສຸມັງຄະລະໄອຍະໂກໂພທິສັຕ ຂຶ້ນເປັນພຣະເຈົ້າແຜ່ນດິນແທນ. ພຣະຍານະຄອນນ້ອຍ ຄຣອງເມືອງໄດ້ບໍ່ເຖີງ 1 ປີ ຊາວເມືອງບໍ່ມີຄວາມນິຍົມ ເພາະເຫັນວ່າທ່ານເປັນເຊື້ອໄພ່ ຈຶ່ງໄດ້ພາກັນຈັບສົ່ງຂຶ້ນ ໄປຍັງເມືອງຫົງສາວະດີ. ບັດນັ້ນ ຣາຊອານາຈັກຣ໌ ກໍຂາດກະສັຕຍ໌ປົກຄອງແຜ່ນດິນອີກ.

ພໍຮອດຈຸລສັກຣາຊ 953 ຄ.ສ.1591 ພວກເສນາອາມາຕຍ໌ ແລະພຣະສັງຄະເຈົ້າທັງຫລາຍ ຈຶ່ງໄດ້ປຶກສາຫາຣືກັນ ພ້ອມພຽງ ໃຫ້ໄປຂໍເອົາ “ພຣະໜໍ່ເມືອງ” ຣາຊໂອຣົສຂອງສົມເດັຈພຣະເຈົ້າໄຊຍະເຊຕຖາທິຣາຊ ທີ່ພມ່າໄດ້ຈັບເອົາ ໄປໄວ້ເມືອງຫົງສາວະດີ ລົງມາເປັນພຣະເຈົ້າແຜ່ນດິນສືບຣາຊສົມບັຕິຕໍ່ໄປ.

ພຣະໜໍ່ເມືອງ ພ້ອມດ້ວຍເສນາມົນຕຣີ ທີ່ຂຶ້ນໄປຮັບສເດັຈລົງມານັ້ນ ໄດ້ມາເຖິງນະຄອນວຽງຈັນທນ໌ ໃນເດືອນ 7 ອອກໃໝ່ 5 ຄ່ຳ ຈຸລສັກຣາຊ 953. ພໍຖືງເດືອນ 8 ອອກໃໝ່ 9 ຄ່ຳເສນາມົນຕຣີທັງຫລາຍ ຈຶ່ງໄດ້ປະກອບ ພິທີຣາຊາພິເສກຂຶ້ນສເວີຍຣາຊເປັນພຣະເຈົ້າແຜ່ນດິນ ໃນເວລານັ້ນ ພຣະອົງຄ໌ມີພຣະຊົນມາຍຸໄດ້ 20 ພັຣສາ.

ເມື່ອພຣະໜໍ່ເມືອງ ຂຶ້ນສເວີຍຣາຊສົມບັຕິແລ້ວ ປະເທສຊາຕບ້ານເມືອງ ປະຊາຊົນທົ່ວຣາຊອານາຈັກຣ໌ ກໍມີຄວາມ ໂສມະນັສຍິນດີ ບັນດາຫົວເມືອງທີ່ແຂງເມືອງ ໃນຄາວທີ່ພຣະຍານະຄອນນ້ອຍຂຶ້ນຄອງຣາຊສົມບັຕິ ກໍມີຄວາມຍິນດີ ມາຂໍສວາມິພັກຖວາຍຣາຊບັນນາກາຣ ຕາມຣາຊປະເພນີທີ່ເຄີຍປະຕິບັຕິມາ.

ພຣະໜໍ່ເມືອງຂຶ້ນສເວີຍຣາຊໄດ້ 7 ປີ ກໍສເດັຈສຸຣະຄົຕ ໃນປີຈຸລສັກຣາຊ 960 ຄຣິສຕະສັກຣາຊ 1598 ຮວມ ພຣະຊົນມາຍຸໄດ້ 27 ພັຣສາ. ພຣະອົງຄ໌ບໍ່ມີຣາຊໂອຣົສສືບຣາຊສົມບັຕິ.

ເມື່ອພຣະໜໍ່ເມືອງ ສເດັຈສຸຣະຄົຕແລ້ວ ເສນາອາມາຕຍ໌ ພຣະສັງຄະເຈົ້າທັງຫລາຍ ຈຶ່ງໄດ້ຕົກລົງປົງໃຈກັນ ເຊີນເອົາ “ພຣະວໍຣະວົງສາ” ໂອຣົສຂອງພຣະນາງເຈົ້າຄຳໄຂ ພຣະຣາຊຂະນິສຖາ ຫຣືນ້ອງສາວຫລ້າ ຂອງສົມເດັຈພຣະເຈົ້າ ໄຊຍະເຊຕຖາທິຣາຊ. ໃຫ້ກັບຄືນມາຄອງຣາຊສົມບັຕິ ເວລານັ້ນ ພຣະວໍຣະວົງສາຍັງຖືກພມ່າກັກໄວ້ທີ່ເມືອງຫົງສາ ວະດີຢູ່. “ຣັຊກາລຂອງພຣະວໍຣະວົງສາ”

ໃນປີຈຸລສັກຣາຊ 960 ນັ້ນເອງ ເສນາອາມາຕຍ໌ທັງຫລາຍ ຈຶ່ງໄດ້ແຕ່ງທູຕຂຶ້ນໄປເມືອງຫົງສາວະດີ ເພື່ອທູລຂໍເອົາ ພຣະວໍຣະວົງສາລົງມາສເວີຍຣາຊ ເປັນພຣະເຈົ້າແຜ່ນດິນ ພຣະເຈົ້າຫົງສາວະດີກໍຊົງອະນຸມັຕໃຫ້ຕາມຄຳຂໍ. ແຕ່ເນື່ອງ ຈາກວ່າໃນເວລານັ້ນ ພຣະວໍຣະວົງສາ ຍັງເຍົາວັຍຢູ່ ຄືມີພຣະຊົນມາຍຸພຽງ 13 ພັຣສາ ເສນາມົນຕຣີເຫັນວ່າ ບໍ່ ສາມາຖ ທີ່ຈະຄຸ້ມຄອງປຣະເທສຊາຕໄດ້ ຈຶ່ງໄດ້ມອບໃຫ້ບິດາຂອງພຣະວໍຣະວົງສາ ເປັນຜູ້ສຳເຣັຈຣາຊກາຣແທນ ດ້ວຍເຫຕນີ້ ຊາວເມືອງຈຶ່ງເອີ້ນທ່ານວ່າ “ພຣະວໍຣະປິຕາ”.

ຈຳເພາະໃນຣະຍະນີ້ ປະເທສພມ່າບໍ່ຄ່ອຍຈະມີຄວາມສງົບ ຍ້ອນວ່າ ເມື່ອພຣະເຈົ້າບຸເຣງນອງສຸຣະຄົຕແລ້ວ ຣາຊ ໂອຣົສຂອງພຣະອົງຄ໌ ຄືພຣະເຈົ້ານັນທະບຸເຣງນອງ ຂຶ້ນຄອງຣາຊສົມບັຕິແທນ. ພຣະອົງຄ໌ບໍ່ມີຄວາມສາມາຖໃນ ກາຣສົງຄາມ ດັ່ງນັ້ນ ພຣະນະເຣສວນເຈົ້າຄອງນຄອນສຣີອະຍຸທຍາ ເຫັນວ່າເປັນໂອກາສດີ ທີ່ຈະປົດປ່ອຍປະເທສ ຊາຕອອກຈາກກາຣເປັນຫົວເມືອຂຶ້ນຂອງພມ່າ ຈຶງໄດ້ປະກາສຕົນເປັນອິສຣະບໍ່ຂຶ້ນກັບພມ່າອີກຕໍ່ໄປ. ແລ້ວກໍຍົກ ກຳລັງຂຶ້ນໄປຕີເມືອງຫົງສາວະດີ. ມີຊາວລາວທີ່ຖຶກພມ່າກວາດຕ້ອນໄປຍັງປະເທສພມ່າ ໃນເວລານັ້ນເຫັນວ່າເປັນ ໂອກາສ ອຳນວຍ ຈຶ່ງໄດ້ພາກັນອົພຍົບກັນຄືນປະເທສ, ແຕ່ວ່າ ເຈົ້າຄອງນະຄອນຊຽງໃໝ່ ທີ່ຂຶ້ນກັບພມ່ານັ້ນ ກໍ່ສົ່ງ ກຳລັງອອກສະກັດກັ້ນໄວ້.

ພຣະວໍຣະປິຕາໄດ້ຊາບດັ່ງນັ້ນ, ຈຶ່ງໄດ້ສົ່ງກຳລັງເຂົ້າຕີເອົາເມືອງພະເຍົາ, ເມືອງເຊີງ, ເມືອງລໍ, ເມືອງຊຽງແສນ, ເມືອງຫາງແລະເມືອງຊຽງຮາຍ ທີ່ຂຶ້ນກັບເມືອງຊຽງໃໝ່ນັ້ນໄວ້ໃນຄອບຄອງ.

ເມື່ອຕີເອົາຫົວເມືອງເຫລົ່ານີ້ໄວ້ໄດ້ແລ້ວ ພຣະວໍຣະປິຕາຈຶ່ງສົ່ງກອງທັພເຂົ້າບຸກໂຈມຕີນະຄອນຊຽງໃໝ່, ໃນຂນະນັ້ນ ທາງກອງທັພຂາດສະບຽງອາຫາຣ ໄພ່ພົລໂຍທາກໍເຈັບເປັນລົ້ມຕາຍລົງເປັນຈຳນວນຫລາຍ ພວກແມ່ທັພນາຍກອງ ຈຶ່ງໄດ້ສັ່ງໃຫ້ຖອຍທັພກັບຄືນນະຄອນວຽງຈັນທນ໌.

ພຣະວໍຣະປິຕາ ເຫັນພວກແມ່ທັພກັບຄືນນະຄອນ ບໍ່ຍອມສູ້ຣົບຍຶດເອົານະຄອນຊຽງໃໝ່ ກໍມີຄວາມໂກທແຄ້ນໃຫ້ແກ່ ພວກແມ່ທັພ ແລະມີຄຳສັ່ງບໍ່ໃຫ້ເຂົາເຈົ້າເຂົ້າມານະຄອນວຽງຈັນທນ໌ດັ່ງນັ້ນ, ຈຶ່ງເກີດມີເຫຕກາຣວຸ່ນວາຍຂຶ້ນ.

ປະຫວັດສາດ ການຕໍ່ສູ້ ແລະພົງສາວະດານຂອງລາວ