ຣັຊກາລສົມເດັຈ ພຣະວໍຣະວົງສາທັມມິກະຣາຊ

2007-09-07

ຈັດສເນີທ່ານໂດຍ: ວຽງໄຊ

ເມື່ອສັປະດາທີ່ຜ່ານມານີ້ ເຮົາໄດ້ເລົ່າເຫຕກາຣທີ່ເກີດຂຶ້ນ ໃນຣັຊກາລຂອງພຣະວໍຣະວົງສາຄ້າງໄວ້. ພຣະວໍຣະປິຕາ ຜູ້ສຳເຣັຈຣາຊກາຣແທນພຣະວໍຣະວົງສານັ້ນ ເມື່ອເຫັນພວກແມ່ທັພນາຍກອງກັບຄືນປະເທສ ບໍ່ຍອມເຂົ້າຕີເອົາ ນະຄອນຊຽງໃໝ່ ກໍເກີດຄວາມໂກທແຄ້ນຈະປະຫາຣຊີວິຕພວກແມ່ທັພນາຍກອງເຫລົ່ານັ້ນ. ດ້ວຍເຫຕນີ້, ພວກ ແມ່ທັພນາຍກອງຈຶ່ງໄດ້ພ້ອມກັນເຊີນເອົາພຣະວໍຣະວົງສາຜູ້ເປັນໂອຣົສ ໜີໄປຕັ້ງທັພຢູ່ສນາມພະລານໄຊ ແລ້ວຍົກ ກຳລັງເຂົ້າມາຕີເອົາພຣະນະຄອນວຽງຈັນທນ໌.

ຕາມພົງສາວະດາຣລາວ ສບັບກະຊວງສຶກສາທິກາຣ ກ່າວວ່າ ສອງພໍ່ລູກ ສູ້ຣົນກັນຢູ່ເປັນເວລາ 4 ເດືອນ ແຕ່ບໍ່ມີ ຝ່າຍໃດຈະເອົາຊນະໄດ້ ທັງນີ້ ກໍຍ້ອນວ່າ ພວກທະຫາຣຂອງທັງສອງຝ່າຍ ເປັນຄົນທີ່ເຄີຍຢູ່ຮ່ວມກັນມາກ່ອນ ແລະ ກາຣສູ້ຣົບນັ້ນ ອາຈຈະເຮັດໄປຕາມຄຳສັ່ງຂອງຜູ້ເປັນນາຍ ແຕ່ບໍ່ມີໃຈທີ່ຈະສູ້ຣົບກັນຢ່າງແທ້ຈິງ. ບ້ານເມືອງກໍເກີດອຶດ ຢາກ ສະບຽງອາຫາຣກໍຂາດແຄນ ປະຊາຊົນທີ່ຍາກຈົນຢູ່ແລ້ວກໍຍິ່ງຍາກຈົນລົງໄປຕື່ມອີກ. ເມື່ອເປັນເຊັ່ນນັ້ນພຣະອົງຄ໌ ຈຶ່ງເຫັນວ່າ ຖ້າຈະປ່ອຍໃຫ້ມີກາຣສູ້ຣົບກັນຕໍ່ໄປ ບ້ານເມືອງກໍຈະມີຄວາມເດືອດຮ້ອນຢູ່ຕໍ່ໄປຢ່າງບໍ່ມີມື້ສິ້ນສຸດ. ເພາະ ສນັ້ນ, ພຣະສັງຄະເຈົ້າຈຶ່ງໄດ້ໄປປະຊຸມກັນຢູ່ທີ່ຫາດດອນຈັນທ໌ ເມື່ອລົງຄວາມເຫັນກັນແລ້ວ ຈຶ່ງໄດ້ອອກໄປຂໍຮ້ອງໃຫ້ ທັງສອງຝ່າຍເຫັນແກ່ປະເທສຊາຕແລະປະຊາຣາສດອນ ຂໍໃຫ້ຍຸຕິກາຣສູ້ຣົບກັນແລະໃຫ້ອະພັຍແກ່ກັນ. ບັດນັ້ນພຣະວໍ ຣະວົງສາ ຈຶ່ງໄດ້ເຂົ້າໄປຂໍຂະມາໂທສພຣະບິດາ ຊ້ອງໜ້າ ພຣະສັງຄະເຈົ້າ.

ພຣະວໍຣະປິຕາກໍມອບເວຣຣາຊສົມບັຕິທັງມວນ ໃຫ້ແກ່ພຣະວໍຣະວົງສາ ສ່ວນຕົນແລະຄອບຄົວ ກໍໜີລົງໄປຢູ່ເມືອງ ນະຄອນ ພະນົມ ໃນປີຈຸລສັກຣາຊ 965 ຄຣິສຕສັກຣາຊ 1603ເຣື່ອງພຣະວໍຣະປິຕາສລະຣາຊສົມບັຕິນີ້ ມີຫລາຍ ຕຳນານບອກບໍ່ກົງກັນ. ບາງສບັບກໍກ່າວວ່າເມື່ອສລະຣາຊສົມບັຕິແລ້ວ ທ່ານກໍໄດ້ອອກບວຊ.

ເມື່ອເຫຕກາຣບ້ານເມືອງສງົບລົງແລ້ວ ເສນາອາມາຕຍ໌ກໍທຳພິທີຣາຊາພິເສກພຣະວໍຣະວົງສາ ຂຶ້ນເປັນພຣະເຈົ້າ ແຜ່ນດິນລ້ານຊ້າງ ແລະຖວາຍພຣະນາມວ່າ“ພຣະວໍຣະວົງສາທັມມິກະຣາຊ” ເມື່ອຂຶ້ນສເວີຍຣາຊແລ້ວ ພຣະອົງຄ໌ ກໍ ປະກາສແຍກຕົວອອກຈາກກາຣເປັນຫົວເມືອງຂຶ້ນ ຂອງພມ່າ ພໍດີໃນເວລານັ້ນ ພມ່າກໍອ່ອນກຳລັງ, ບໍ່ສາມາຖທີ່ຈະ ສແດງອຳນາຈອິທິພົລເໜືອປະເທສເພື່ອນບ້ານຄືທີ່ເຄີຍປະຕິບັຕມາແຕ່ກ່ອນ. ປະເທສຊາຕບ້ານເມືອງພາຍ ໃຕ້ກາຣປົກຄອງຂອງພຣະວໍຣະວົງສາທັມມິກະຣາຊ ຈຶ່ງມີຄວາມສຸກະເສີມສຳຣານຕລອດມາ.

ສົມເດັຈພຣະວໍຣະວົງສາ ມີຣາຊໂອຣົສທີ່ປາກົຕນາມຢູ່ 2 ພຣະອົງຄ໌ຄື ພຣະອຸປະຍຸວະຣາຊແລະ ພຣະໝ່ອມແກ້ວ. ໃນປີຈຸລສັກຣາຊ 983 ກົງກັບຄຣິສຕະສັກຣາຊ 1621 ສົມເດັຈພຣະວໍວົງສາທັມມິກະຣາຊພ້ອມດ້ວຍພຣະ ມະເຫສີ ແລະພຣະຣາຊໂອຣົສ ເສນາມົນຕຣີ ໄດ້ສເດັຈຂຶ້ນເມືອນະມັສກາຣ ພຣະບາງ ຢູ່ທີ່ນະຄອນຫລວງພຣະບາງ. ເມື່ອສົມ ເດັຈພຣະວໍຣະວົງສາ ສເດັຈອອກຈາກນະຄອນຫລວງໄປນັ້ນ ພວກເສນາມົນຕຣີ ກໍໄດ້ທູລສັບສໍ່ສົມເດັຈພຣະວໍຣະວົງ- ສາ ວ່າພຣະອຸປະຍຸວະຣາຊ ຈະຍາດຊິງຣາຊສົມບັຕິ ພຣະອົງຄ໌ຈຶ່ງຮັບສັ່ງໃຫ້ຈັບພຣະຣາຊໂອຣົສໄປປະຫາຣຊີວິຕ ແຕ່ພຣະອຸປະຍຸວະຣາຊຮູ້ຕົວກ່ອນ ຈຶ່ງໄດ້ຫລົບໜີ.

ພຣະຣາຊບິດາ ຈຶ່ງໄດ້ຮັບສັ່ງໃຫ້ໝ່ອນໄຊຍ໌ ຍົກກອງທະຫາຣຕິດຕາມໄປຈັບຕົວ ກອງທະຫາຣຂອງໝ່ອມໄຊຍ໌ໄດ້ລົງ ມາທັນຢູ່ບ້ານຂ່ວງ ຈຶ່ງໄດ້ເກີດມີກາຣສູ້ຣົບກັນ ໃນທີ່ນັ້ນ. ທະຫາຣຂອງໝ່ອມໄຊຍ໌ ໄດ້ຮັບຄວາມເສັຍຫາຍລົ້ມຕາຍ ເປັນຈຳນວນຫລາຍ ສ່ວນບ່າວໄພ່ ຊາວພວນ ທີ່ເຂົ້າຂ້າງໝ່ອມໄຊຍ໌ ກໍໄດ້ຮັບຄວາມເສັຍຫາຍໜັກ ແລະເສັຍຄົນ ສຳຄັນໄປອີກ 2 ຄົນ.

ເມື່ອສູ້ຣົບກັນແລ້ວ ພຣະອຸປະຍຸວະຣາຊ ຈຶ່ງໄດ້ນຳເອົາໄພ່ພົລ ຖອຍທັພລົງມາຕັ້ງທີ່ໝັ້ນ ຢູ່ວັດນ້ຳໂມງ. ໝ່ອມໄຊຍ໌ຍັງ ບໍ່ຍອມຖອຍ ໄດ້ສົ່ງກຳລັງຕິດຕາມມາເຖິງນ້ຳໂມງ ແຕ່ເຂົ້າໄປໃນວັດບໍ່ໄດ້ ເພາະພຣະອຸປະຍຸວະຣາຊໄດ້ອັດປະຕູກຳ ແພງວັດໄວ້. ໝ່ອມໄຊຍ໌ໄດ້ໃຫ້ກຳລັງຂອງຕົນມ້າງກຳແພງທາງດ້ານປາກນ້ຳໂມງ ເມື່ອເປັນເຊັ່ນນັ້ນ ພຣະອຸປະຍຸວະ ຣາຊ ພ້ອມດ້ວຍກຳລັງກໍຫລົບໜີໄປຕັ້ງທີ່ໝັ້ນຢູ່ວຽງຄຸກ.

ສ່ວນພຣະວໍຣະວົງສາ ຜູ້ເປັນພຣະຣາຊບິດາ ກໍໄດ້ເກນໄພ່ພົລຈາກຫລວງພຣະບາງ ລົງມາຕັ້ງທີ່ໝັ້ນຢູ່ບ້ານທ່າແຂກ ເໜືອບ້ານສິຖານໃຕ້ເພື່ອຈະທຳກາຣສູ້ຣົບກັບກຳລັງຂອງພຣະອຸປະຍຸວະຣາຊ. ໃນເວລານັ້ນ ເສນາມົນຕຣີຜູ້ໃຫຍ່ ເຫັນ ວ່າພຣະວໍຣະວົງສາບໍ່ມີຄວາມຍຸຕິທັມມ໌ ທີ່ຈະນຳ ລ້າງຜານຜູ້ເປັນຣາຊໂອຣົສທີ່ບໍ່ມີຄວາມຜິດ ຈຶ່ງໄດ້ຫັນໄປເຂົ້າຂ້າງ ພຣະອຸປະຍຸວະຣາຊ. ເມື່ອເຫັນວ່າ ໄພ່ພົລເສນາມົນຕຣີ ບໍ່ເຂົ້າຂ້າງຕົນແລ້ວ ພຣະວໍຣະວົງສາທັມມິກະຣາຊ ຈຶ່ງເສັຍ ພຣະທັຍເປັນຢ່າງຍິ່ງ ແລະໄດ້ຖອຍທັພກັບຄືນໄປຕັ້ງທີ່ໝັ້ນຢູ່ພະລານໄຊຍ໌ ແລ້ວຢາດນ້ຳໝາຍທານຣາຊ ສົມບັຕິໃຫ້ ແກ່ຣາຊໂອຣົສ. ຫລັງຈາກນັ້ນ ກໍພາມະເຫສີ, ໝ່ອມໄຊຍ໌ ພ້ອມດ້ວຍພຣະຍາອະນຸຊິຕ ທັງໝື່ນລູກທ້າວທັງຫລາຍ ຫລົບໜີໄປທາງບ້ານຊຽງແດງ.

ຝ່າຍພຣະອຸປະຍຸວະຣາຊ ກໍໄດ້ແຕ່ງຕັ້ງໃຫ້ພຣະຍາວຽງ ນຳເອົາກຳລັງອອກຕິດຕາມໄປທັນຢູ່ບ້ານຊຽງແດງ. ພຣະຍາ ວຽງໄດ້ປະຫາຣຊີວິຕພຣະວໍຣະວົງສາທັມມິກະຣາຊພ້ອມດ້ວຍຄອບຄົວຂອງພຣະອົງຄ໌ ທີ່ບ້ານຊຽງແດງນັ້ນແລ. ຣັຊກາລ ຂອງພຣະວໍຣະວົງສາ ກໍເປັນອັນວ່າຍຸຕິລົງແຕ່ພຽງເທົ່ານັ້ນ.

ເມື່ອພຣະວໍຣະວົງສາທັມມິກະຣາຊສ້ຽງພຣະຊົນມ໌ແລ້ວ ເສນາມົນຕຣີຈຶ່ງໄດ້ອະພິເສກພຣະອຸປະຍຸວະຣາຊຂຶ້ນເປັນພຣະ ເຈົ້າແຜ່ນດິນ ໃນປີຈຸລສັກຣາຊ 984 ຄຣິສຕະສັກຣາຊ 1622. ພຣະອຸປະຍຸວະຣາຊ ສເວີຍຣາຊໄດ້ພຽງ 9 ເດືອນ ກໍ ສເດັຈສຸຣະຄົຕ ຮວມພຣະຊົນມາຍຸໄດ້ 25 ພັຣສາ.

ເຫຕກາຣບ້ານເມືອງໃນຣະຫວ່າງນີ້ ສັບສົນທີ່ສຸດ ຍ້ອນຄວາມໂລພມາກໂລພາ ບໍ່ເຫັນກາລໄກຂອງຜູ້ນຳ. ແຕ່ກໍເປັນ ໂຊຄດີທີ່ປະເທສເພື່ອນບ້ານໃນຣະຫວ່າງນີ້ ຕ່າງກໍມີຄວາມອ່ອນແອ ຈຶ່ງບໍ່ມີການແຊກແຊງເຂົ້າໄປໃນກິຈະກາຣພາຍ ໃນຂອງກັນແລະກັນ.

ປະຫວັດສາດ ການຕໍ່ສູ້ ແລະພົງສາວະດານຂອງລາວ