ຈັດສເນີທ່ານໂດຍ: ວຽງໄຊ
ພຣະເຈົ້າສຸຣິຍະວົງສາທັມມິກະຣາຊ ມີນາມເດີມວ່າ ເຈົ້າສຸຣິຍກຸມາຣ ເປັນຣາຊໂອຣົສ ອົງຄ໌ຫລ້າສຸດ ຂອງສົມເດັຈ ພຣະເຈົ້າວໍຣະວົງສາທັມມິກະຣາຊ.
ສະພາພກາຣບ້ານເມືອງ ໃນຣະຫວ່າງ ທີ່ສົມເດັຈພຣະເຈົ້າສຸຣິຍະທັມມິກະຣາຊ ຂຶ້ນສເວີຍຣາຊນີ້ ເຕັມໄປດ້ວຍຄວາມ ຣະແວງສົງສັຍກັນ ໃນບັນດາເຊື້ອພຣະວົງສ໌ ແລະເສນາມົນຕຣີຊັ້ນຜູ້ໃຫຍ່. ບັດນັ້ນ, ສົມເດັຈພຣະເຈົ້າສຸຣິຍະວົງສາ ເມື່ອຂຶ້ນສເວີຍຣາຊເປັນພຣະເຈົ້າແຜ່ນດິນແລ້ວ ຈຶ່ງຊົງຂັບໄລ່ກວາດລ້າງພວກທີ່ສົງສັຍ ວ່າຈະເປັນສ້ຽນໜາມແຜ່ນດິນ.
ດັ່ງນັ້ນ, ພຣະອົງຄ໌ຈຶ່ງໄດ້ຂັບໄລ່ພຣະເຊຕຖາ ຫຣື ອ້າຍທັງສອງ ແລະພຣະຍາຕິວົງສ໌ ຜູ້ທີ່ຈະເປັນສັຕຣູ ອອກຈາກ ເມືອງ ເຊັ່ນ: ເຈົ້າຊົມພູ ພ້ອມພຣະຊາຍາ ແລະແສນທິພນາບົວ ທີ່ເປັນຄົນສນິດຂອງເຈົ້າຊາຍນັ້ນ ໄດ້ພາກັນໄປຫລົບ ໄພຍ໌ຢູ່ເມືອງເວ້ ປະເທສແກວ.
ເຈົ້າຊົມພູ ມີໂອຣົສອົງຄ໌ນຶ່ງ ນາມວ່າ ພຣະໄຊຍ໌ອົງຄ໌ເວ້. ເມື່ອເຈົ້າຊົມພູສ້ຽງພຣະຊົນມ໌ແລ້ວ ພຣະຊາຍາໝ້າຍຂອງ ພຣະອົງຄ໌ ກໍແຕ່ງດອງກັບແສນທິພນາບົວ ແລະໄດ້ບຸຕຊາຍຜູ້ນຶ່ງຊື່ວ່າ “ທ້າວລອງ” ຫຣື “ອົງຄ໌ລອງ”.
ພຣະເຊຕຖາອົງຄ໌ທີ່ 2 ຄື ເຈົ້າບຸນຊູ ໄດ້ໜີໄປບວຊຢູ່ ພູຫໍພູໂຮງ, ສ່ວນເຈົ້າ ບຸ ໂອຣົສຂອງເຈົ້າວິໄຊຍ໌ ທີ່ເປັນຣາຊ ໂອຣົສຂອງເຈົ້າໝ່ອມແກ້ວນັ້ນ ໄດ້ພາຄອບຄົວໜີໄປຢູ່ເມືອງນະຄອນພນົມ. ເຈົ້າສ້ອຍ ພຣະອະນຸຊາ ຫຣື ນ້ອງຊາຍ ຂອງເຈົ້າບຸ ກໍໄດ້ໜີໄປຢູ່ສະພືຫລວງ ຄືເມືອງ ຕະກາຣພືຊຜົລ ໃນແຂວງອຸບົລຣາຊທານີ ທີ່ຕົກໄປຢູ່ໃນຄວາມຄວບ ຄອງຂອງໄທທຸກວັນນີ້.
ເມື່ອສົມເດັຈພຣະເຈົ້າສຸຣິຍະວົງສາທັມມິກຣະຣາຊ ຂຶ້ນສເວີຍຣາຊ ເປັນພຣະເຈົ້າແຜ່ນດິນ ນະຄອນວຽງຈັນທນ໌ແລ້ວ ພຣະອົງຄ໌ ກໍຊົງຈັດແຈງກິຈະກາຣບ້ານເມືອງ ແລະຜາບສັຕຣູພາຍໃນໃຫ້ເປັນທີ່ຮຽບຮ້ອຍແລ້ວ ພຣະອົງຄ໌ກໍຊົງ ບໍຣິຫາຣປະເທສໃຫ້ເຂົ້າສູ່ສະພາພປົກະຕິ.
ເມື່ອບ້ານເມືອງມີຄວາມສງົບປາສຈາກສັຕຣູພາຍໃນແລະພາຍນອກປະເທສ ກໍເປັນໂອກາດອຳນວຍ ໃຫ້ພຣະອົງຄ໌ ພັທນາປະເທສຊາຕໃຫ້ຈເຣີນຮຸ່ງເຮືອງຂຶ້ນໄດ້ ຕາມພຣະປະສົງຄ໌.ພຣະອົງຄ໌ໄດ້ສົ່ງເສີມກາຣສຶກສາ ໂດຍສະເພາະໃຫ້ ດ້ານພຣະພຸທທະສາສນາ ແລະວັນນະຄະດີ. ໃນສມັຍນີ້ໄດ້ມີນັກປຣາຊຍ໌ຣາຊບັນດິຕເກີດຂຶ້ນເປັນຈຳນວນຫລວງ ຫລາຍ ຄັມພີຣ໌ ດີກາ ແລະໜັງສືທີ່ຈັດເຂົ້າວັນນະຄະດີຊັ້ນເອກຂອງລາວ ກໍມີຫລາຍ. ຕົວຢ່າງເຊັ່ນ ໜັງສືສິລໄຊຍ໌, ກາພຍ໌ປູ່ສອນຫລານ-ຫລານສອນປູ່ ເປັນຕົ້ນ. ນອກຈາກນັ້ນແລ້ວກໍມີໜັງສືຕຳຫຣັບຕຳຣາອື່ນໆ ອີກ.
ໃນປີຈຸລສັກຣາຊ 1002 ພຣະອົງຄ໌ ກໍມີພຣະຣາຊອາຍາໃຫ້ເສນາຜູ້ໃຫຍ່ ພ້ອມດ້ວຍນັກປຣາຊຍ໌ຣາຊບັນດິຕ ຜູ້ມີ ຄວາມຮູ້ໃນທາງພຣະທັມມ໌ວິນັຍ ໃຫ້ແກ້ໄຂປ່ຽນແປງກົດໝາຍອັນເປັນຫລັກປົກຄອງບ້ານເມືອງຂຶ້ນ. ກົດໝາຍທີ່ຊົງໃຫ້ ແກ້ໄຂປ່ຽນແປງນີ້ ເອີ້ນວ່າ “ຄັມພີຣ໌ທັມມະສາຕຣ໌ບູຮານ”.
ໃນຕອນຕົ້ນໆ ນັ້ນບອກໄວ້ວ່າ “ພຣະເຈົ້າຟ້າອົງຄ໌ຫລວງ ມີພຣະຣາຊອາຍາໃຫ້ເສນາສ້າງຖວາຍ ໃນປີ ຈຸລສັກຣາຊ 1002. ໃນຄັມພີຣ໌ທັມມະສາຕຣ໌ນີ້ ນັກປຣາຊຍ໌ໄດ້ຈັດໝວດໝູ່ຕາມຫລັກຂອງສີລ 5 ຄື ກາຣຂ້າຕີກັນ ຈັດເຂົ້າໃນ ໝວດປານາຕິບາຕ, ກາຣລັກ ກາຣຂະໂມຍ ກາຣສໍ້ໂກງ ປຸ້ນສະດົມ ຊື້ຂາຍ ຈັດເຂົ້າໃນໝວດອະທິນນາທານ, ການ ເອົາຜົວເມັຍ ແລະຂ້າທາສ ຈັດເຂົ້າໃນໝວດກາເມສຸມິຈສາຈາຣ, ກາຣດ່າວ່າໂຈທຍ໌ຟ້ອງ ຕູ່ຫາກັນຈັດເຂົ້າໃນໝວດ ມຸສາວາທ, ກາຣດື່ມເຫລົ້າ ສູບຝິ່ນ ກິນກັນຊາ ຈັດເຂົ້າໃນໝວດ ສຸຣາ, ກົດໝາຍນີ້ ທ່ານແບ່ງອອກເປັນມາຕຣາ ແລະມີຢູ່ 100 ກວ່າມາຕຣາ.
ໃນດ້ານກາຣປົກຄອງປະຊາຣາສດອນນັ້ນ ພຣະອົງຄ໌ຊົງຕັ້ງຢູ່ໃນຄວາມເປັນທັມມ໌ທີ່ສຸດ ດັ່ງຈະເຫັນໄດ້ຈາກກາຣທີ່ ພຣະອົງຄ໌ຕັດສິນພຣະທັຍ ຮັບສັ່ງໃຫ້ປະຫາຣຊີວິຕຣາຊໂອຣົສຂອງພຣະອົງຄ໌ ທີ່ໃຊ້ອຳນາຈໄປໃນທາງທີ່ຜິດ ກົດຂີ່ຂົ່ມ ເຫງປະຊາຣາສດອນ ຢ່າງຜິດສີລທັມມ໌.
ໃນດ້ານກາຣຕ່າງປະເທສ, ໄດ້ມີກາຣຕິດຕໍ່ກັບຊາວຕ່າງປະເທສ ຄື ໃນປີ ຄຣິສຕະສັກຣາຊ 1641 ໄດ້ມີຊາວຍຸໂຣບ ເດີນທາງມາເຖິງນະຄອນວຽງຈັນທນ໌ 2 ຄນະ. ຄນະທີ່ມາເຖິງກ່ອນແມ່ນຄນະຂອງທ່ານວັນ ວຸສຕອບ ເປັນຄົນຊາວຮໍ ລັນດາ. ຄນະທີ່ 2 ໄດ້ແກ່ຄນະຂອງຄຸນພໍ່ ເລີຣີອາ (Leria) ແລະຄຸນພໍ່ ມາຣິນີ (Marini).
ເຮົາຮູ້ຈັກສະພາພກາຣບ້ານເມືອງ ແລະຄວາມຈເຣີນຮູ່ງເຮືອງ ໃນຣັຊກາລຂອງພຣະເຈົ້າສຸຣິຍະວົງສາ ຈາກບັນທຶກ ຂອງຄນະທູຕຊາວຍຸໂຣບ 2 ຄນະນີ້ ຢ່າງກວ້າງຂວາງ ດັ່ງຈະນຳເອົາມາສເນີທ່ານຜູ້ຟັງໂດຍຫຍໍ້ ດັ່ງຕໍ່ໄປນີ້.
ບັນທຶກຂອງທ່ານ ວັນ ວຸສຕອບ ທີ່ບັນທຶກກ່ອນຄຣິສຕະສັກຣາຊ 1641 ກ່າວວ່າ ໄດ້ມີພໍ່ຄ້າລາວສອງຄົນ ໄປຂາຍ ຄັ່ງ, ຂາຍກຳຍານ ເຖິງເມືອງປັຕຕາເວັຍ ປະເທສອິນໂດເນເຊັຍ. ພໍ່ຄ້າສອງຄົນນັ້ນ ໄດ້ໄປກັບເຮືອສຳເພົາຂອງທ່ານ ອາເບລ ຕາສມານ (Abel Tasman) ພໍ່ຄ້າລາວເຫລົ່ານີ້ ໄດ້ຂໍຮ້ອງຕໍ່ຜູ້ສຳເຣັຈຣາຊກາຣຮໍລັນດາ ໃນເມືອງປັຕຕາ ເວັຍ ວ່າ ໃຫ້ສົ່ງທູຕກາຣຄ້າ ມາຕິດຕໍ່ກັບປະເທສລາວ. ຜູ້ສຳເຣັຈຣາຊກາຣຮໍລັນດາ ເວລານັ້ນ ໄດ້ແກ່ນາຍພົລ ອັງ ຕວນ ວັນ ດິມານ (Antoine Van Dieman).
ທ່ານຜູ້ສຳເຣັຈຣາຊກາຣ ໄດ້ແຕ່ງໃຫ້ທ່ານ ວັນ ວຸສຕອບ ຖືສານມາຖວາຍ ພຣະເຈົ້າສຸຣິຍະວົງສາທັມມິກະຣາຊ. ຄນະຂອງທ່ານ ວັນ ວຸສຕອບ ມີຜູ້ຊ່ວຍສອງຄົນ, ເປັນຊ່າງແຖໜວດຜູ້ນຶ່ງ, ເປັນຄົນຄົວກິນ ຜູ້ນຶ່ງ. ທັງສອງຄົນນີ້ເປັນ ຊາວຮໍລັນດາ ແລະມີພໍ່ຄ້າລາວອີກຄົນນຶ່ງ ຊື່ວ່າ ກວ້ານເມືອງທິພຍ໌ ກັບມີນາຍພາສາອີກຜູ້ນຶ່ງ ຊື່ວ່າ ທ້າວອິນສີ ລານ ນັງ (Insi Lannang).
|
|
ສຽງບັນທຶກໄວ້ |
|
|
ດາວໂລ້ດ |
|
|
ອີເມວລ໌ ເຣື້ອງ |
|
|
ລົງທະບຽນເປັນສະມາຊິກ |
|
|
ພິມເຣື້ອງນີ້ |