ເມື່ອສັປດາທີ່ຜ່ານມາ ເຮົາໄດ້ເລົ່າເຖີງຣາຍງານຂອງທ່ານວັນ ວຸສຕອບ ພໍ່ຄ້າຊາວຮໍແລນດ໌ ທີ່ມາຢ້ຽມຢາມນະຄອນ ວຽງຈັນທນ໌ ໃນຣັຊກາລຂອງພຣະເຈົ້າສຸຣິຍະວົງສາ. ສັປະດານີ້ ເຮົາຈະນຳເອົາຣາຍງານຕອນສຸດທ້າຍ ກ່ຽວກັບກາຣ ປົກຄອງຣາຊອານາຈັກຣ໌ລ້ານຊ້າງ ມາສເນີທ່ານ.
ໃນສມັຍນັ້ນ, ປະເທດຕ່າງໆ ສ່ວນໃຫຍ່ໃນພາກພື້ນເອເຊັຍ ປົກຄອງໂດຍກະສັຕຍ໌ ແລະກະສັຕຍ໌ເປັນຜູ້ກຳອຳນາຈ ໂດຍເດັດຂາດແຕ່ຜູ້ດຽວ ຄືເປັນຜູ້ມີອຳນາຈເໜືອກົດໝາຍ ເພາະກະສັຕຍ໌ ເປັນຜູ້ອອກກົດໝາຍ ປົກຄອງບ້ານເມືອງ. ດ້ວຍເຫຕນີ້ ເພີ່ນຈຶ່ງເອີ້ນກະສັຕຍ໌ວ່າ “ພຣະເຈົ້າແຜ່ນດິນ” ຫຣື “ພຣະເຈົ້າມະຫາຊີວິຕ”. ພຣະອົງຄ໌ມີອຳນາຈເໜືອ ແຜ່ນດິນຖິ່ນຫຍ້າ ຕລອດເຖິງຊີວິຕຂອງປະຊາຣາສດອນໃນແຜ່ນດິນນັ້ນ, ນອກຈາກພຣະສົງຄ໌ອົງຄະເຈົ້າເທົ່ານັ້ນ ທີ່ ໄດ້ຮັບກັມມະສິທໃນທີ່ດິນ. ອັນນີ້ກໍເພາະພຣະເຈົ້າແຜ່ນດິນໄດ້ພຣະຣາຊທານທີ່ດິນ ໃຫ້ເປັນທໍຣະນີສົງຄ໌ ເພື່ອສ້າງວິ ສຸງຄາມະສີມາ ຕາມພຣະວິນັຍ. ດ້ວຍເຫຕນີ້ ສີມາຈຶ່ງຕົກເປັນກັມມະສິທຂອງພຣະສົງຄ໌ຢ່າງເດັດຂາດ ບໍ່ມີໃຜຈະອ້າງ ເປັນກັມມະສິທສ່ວນຕົວໄດ້.
ສ່ວນເຈົ້ານາຍ ຂ້າຣາຊກາຣນັ້ນ ກໍໄດ້ຮັບພຣະຣາຊທານທີ່ດິນໃຫ້ປົກຄອງດູແລ ແລະແບ່ງປັນໃຫ້ຣາສດອນ ປູກຝັງ ເຮັດໄຮ່ ນາ ຮົ້ວສວນ. ພວກຣາສດອນທີ່ອາສັຍຢູ່ໃນທີ່ດິນນັ້ນ ກໍຕ້ອງໄດ້ແບ່ງຜົລປະໂຍຊນ໌ທີ່ເກີດຈາກກາຣເກັບກ່ຽວ ເຂົ້າ ທີ່ເປັນຜົລຜລິຕນັ້ນ ໃຫ້ເຈົ້ານາຍ ຂ້າຣາຊກາຣ ໃນຣະຍະ 2 ຫາ 3 ປີທຳອິດ ດ້ວຍຄວາມພໍໃຈ ຫຣືດ້ວຍ ຄວາມອ່ອນນ້ອມທີ່ສຸດ.
ກາຣຜິດຖຽງກັນ ຄຽດຊັງກັນ ຣະຫວ່າງປະຊາຣາສດອນດ້ວຍກັນນັ້ນ ປາກົດວ່າ ບໍ່ມີເລີຍອັນນີ້ ແມ່ນອີງຕາມຄວາມ ເຫັນຂອງຄຸນພໍ່ສອນສາສນາຄຣິສຕຽນຫລາຍທ່ານ ທີ່ມາຢູ່ກັບປະຊາຊົນລາວຫລາຍສິບປີ. ໃນຕອນນີ້ ທ່ານວັນ ວຸສຕອບ ກ່າວຢ້ຳວ່າ ທ່ານຂໍເວົ້າດ້ວຍຄວາມເປັນຈິງວ່າ ພວກຄຸນພໍ່ເຫລົ່ານີ້ ກ່າວວ່າ ພວກຕົນບໍ່ໄດ້ຮູ້ໄດ້ເຫັນຄົນລາວ ຜິດຖຽງກັນ ຫຣືວ່າ ບໍ່ຖຶກຕ້ອງປອງດອງກັນ.
ນອກຈາກ ພວກຣາສດອນລາວ ມັກຢູ່ໃນຄວາມສງົບແລ້ວ ເຂົາເຈົ້າຍັງມີກົດໝາຍພື້ນເມືອງອີກ ຊຶ່ງເປັນກົດໝາຍເຄັ່ງ ຄັດທີ່ສຸດ. ຫາກໃຜຣະເມີດກົດໝາຍນັ້ນ ກໍເອົາກັນໄປປັບໄໝເອົາເງິນ. ບໍ່ແມ່ນວ່າ ສະເພາະແຕ່ຄົນທີ່ມີຄວາມຄຽດຊັງ ກັນ ດ່າວ່າກັນເທົ່ານັ້ນ ພວກທີ່ສແດງໃຫ້ປະຊາຊົນຄົນອື່ນຮູ້ວ່າ ສແດງຄວາມປະມາດຢາດຄຸນ ດູໝິ່ນດູແຄວນຜູ້ອື່ນ ຫຣືສແດງຄວາມອວດອ້າງວ່າຕົນດີກວ່າຄົນອື່ນເທົ່ານັ້ນ ກໍຍັງຖຶກປັບໄໝເໝືອນກັນ. ເມື່ອເກີດມີເຣື່ອງເຊັ່ນນີ້ ພວກ ກະທຳຄວາມຜິດກໍຍອມໄປໃຫ້ປັບໄໝ ໂດຍບໍ່ຕ້ອງຂຶ້ນສາລ. ວ່າດ້ວຍສັກດິນາ ອຳນາຈກາຣປົກຄອງແຜ່ນດິນທີ່ສຳຄັນທີ່ສຸດນັ້ນ ແບ່ງອອກເປັນ 8 ຊັ້ນ ຫຣືວ່າ 8 ຕຳແໜ່ງ. ຕຳແໜ່ງທີ່ 1 ອຸປະຣາຊ ຄືຮອງພຣະເຈົ້າແຜ່ນດິນ, ອຸປະຣາຊ ມີໜ້າທີ່ກຳກັບກາຣປົກຄອງແຜ່ນດິນ ຊ່ວຍພຣະເຈົ້າມະຫາຊີວິຕໃນ ທຸກເວລາ ແລະ ໃນທຸກດ້ານ ມະຫາອຸປະຣາຊ ມີສິທຮຽກເສນາມົນຕຣີມາປະຊຸມປຶກສາຫາຣື.
ເມື່ອພຣະເຈົ້າມະຫາຊີວິຕສວັຣນະຄົຕ ມະຫາອຸປຣາຊມີສິທວ່າໜ້າທີ່ແທນ ຈົນກວ່າຈະມີກາຣຣາຊາພິເສກພຣະ ເຈົ້າມະຫາຊີວິຕອົງຄ໌ໃໝ່ຂຶ້ນແທນ.
ນອກຈາກນີ້ແລ້ວ ກໍມີຮອງມະຫາອຸປະຣາຊລົງມາອີກ 7 ຕຳແໜ່ງ ເພື່ອໃຫ້ເປັນຜູ້ປົກຄອງທັງ 7 ເຂຕໃນທົ່ວປະເທສ. ຣາຊອານາຈັກຣ໌ລ້ານຊ້າງ ແບ່ງອອກເປັນ 7 ເຂຕ ຫຣື 7 ແຂວງ ໃນແຕ່ລະແຂວງ ມີອຸປະຣາຊ ຄົນນຶ່ງ ເປັນຜູ້ ປົກຄອງ. ແຕ່ວ່າອຸປະຣາຊທັງ 7 ນັ້ນ ບໍ່ໄດ້ໄປຢູ່ໃນເຂຕແຂວງທີ່ຕົນປົກຄອງ. ພວກທ່ານປະຈຳຢູ່ໃນນະຄອນຫລວງ ວຽງຈັນທນ໌. ເປັນທີ່ປຶກສາໃຫ້ພຣະເຈົ້າແຜ່ນດິນ, ຊຶ່ງເທົ່າກັບວ່າເປັນຄນະຣັຖບາລນັ້ນເອງ.
ສ່ວນໃນເຂຕ ຫຣືແຂວງທັງ 7 ນັ້ນ ອຸປະຣາຊຈະສົ່ງຜູ້ຮອງໄປປົກຄອງ ທັງຝ່າຍພົລະເຮືອນແລະຝ່າຍທະຫາຣ. ທະຫາຣທັງຫລາຍນັ້ນ ຢູ່ກິນກັບປະຊາຊົນໃນເຂຕແຂວງຂອງຕົນ ໂດຍບໍ່ມີງົປະມານທີ່ກ່ຽວຂ້ອງກັບພຣະຄັງຫລວງ ຂອງພຣະເຈົ້າແຜ່ນດິນແຕ່ຢ່າງໃດ. ພຣະເຈົ້າແຜ່ນດິນ ປາກົດວ່າ ອາຈຈະບໍ່ມີພຣະເຈົ້າແຜ່ນດິນພຣະອົງຄ໌ໃດໃນໂລກ ທີ່ຈະຍິ່ງໃຫຍ່ແລະແຂງແຮງກວ່າພຣະເຈົ້າແຜ່ນດິນ ລາວ. ຫາກຈະມີ ກໍມີແຕ່ພຣະເຈົ້າແຜ່ນດິນແຫ່ງປະເທສຈີນ ເທົ່ານັ້ນ. ແຕ່ເຖິງຈະເປັນເຊັ່ນນັ້ນກໍຕາມ, ພຣະອົງຄ໌ກໍບໍ່ ມີຄວາມຢ້ານກົວ. ຖ້າວ່າເມື່ອເກີດມີເຣື້ອງຂຶ້ນ ພຣະອົງຄ໌ກໍຄາດວ່າຈະຕ້ານທານໄວ້ໄດ້. ເມື່ອມີບັນຫາຕ່າງໆພຣະອົງຄ໌ ບໍ່ໄດ້ຊີ້ຂາດໂດຍລຳພັງຂອງພຣະອົງຄ໌ເອງ, ແຕ່ຕ້ອງມີເສນາຄົນນຶ່ງເປັນຜູ້ແທນຕິດຕໍ່ກັບຜູ້ທີ່ພາໃຫ້ເກີດບັນຫານັ້ນ. ທັ້ງນີ້ ກໍເພື່ອຢາກໃຫ້ໄດ້ຮັບກາຣເຄົາຣົພບູຊາຈາກປວງຊົນ. ອັນນີ້ ກໍເຫັນວ່າ ບໍ່ຕ່າງກັບໃນສມັຍທີ່ພຣະເຈົ້າແຜ່ນດິນຢູ່ ພາຍໃຕ້ກົດໝາຍໃນສມັຍນີ້.
ນັກປວັຕສາຕຣ໌ທັງຫລາຍ ໄດ້ຂຽນໄວ້ວ່າ ໃນປາງກ່ອນ ພຣະເຈົ້າແຜນດິນຂອງລາວ ໄດ້ຖວາຍເຄື່ອງບັນນາກາຣແກ່ ພຣະເຈົ້າແຜ່ນດິນຈີນ ຊຶ່ງເປັນກາຣຮັບຮູ້ເດຊານຸພາພຂອງພຣະເຈົ້າແຜ່ນດິນຈີນ. ແຕ່ວ່າໃນສມັຍນີ້ ຄືໃນຣັຊສມັຍຂອງ ພຣະເຈົ້າສຸຣິຍະວົງສາ ພຣະອົງຄ໌ຊົງເຫັນວ່າ ປ່າໄມ້ ພູຜາ ຫ້ວຍຮ່ອງ ເປັນກຳແພງປ້ອງກັນປະເທສໄດ້ເປັນຢ່າງດີ ພຣະຣາຊອານາຈັກຣ໌ລາວ ຈຶ່ງບໍ່ຍອມຂຶ້ນກັບໃຜທັ້ງສິ້ນ. ກຳລັງຄົນກ້າຫານຂອງລາວເອງ ພ້ອມກັບກາຣຊ່ວຍເຫລືອ ຂອງຊາວເຜົ່າຕ່າງໆ ຕາມພູຜາ ພວກລາວ ກໍສາມາຖຕ້ານທານສັຕຣູໄດ້, ຄົນລາວຈຶ່ງຢູ່ກັນໂດຍອິສຣະເສຣີ. ທີ່ກ່າວມານີ້ ເປັນບັນທືກຂອງທ່ານວັນ ວຸສຕອບ ແລະຄຸນພໍ່ເລີຣິອາ ທີ່ໄດ້ບັນທືກໄວ້.
|
|
ສຽງບັນທຶກໄວ້ |
|
|
ດາວໂລ້ດ |
|
|
ອີເມວລ໌ ເຣື້ອງ |
|
|
ລົງທະບຽນເປັນສະມາຊິກ |
|
|
ພິມເຣື້ອງນີ້ |