ສັປະດາທີ່ຜ່ານມາ ເຮົາໄດ້ນຳເອົາບັນທຶກກ່ຽວກັບນະຄອນວຽງຈັນ ຂອງທ່ານວັນ ວຸສຕອບ ພໍ່ຄ້າຊາວຣໍແລນດ໌ ທີ່ໄດ້ ມາຢ້ຽມຢາມປະເທສລາວລ້ານຊ້າງ ມາສເນີທ່ານ. ບັນທຶກສບັບນັ້ນໄດ້ຊ່ວຍໃຫ້ຮູ້ເຖິງສະພາພຄວາມເປັນຢູ່ຂອງ ປະຊາຊົນລາວ ແລະຄວາມເຂັ້ມແຂງຂອງປະເທສໃນສມັຍນັ້ນໄດ້ຢ່າງແຈ່ມແຈ້ງທີ່ສຸດ.
ພຣະເຈົ້າສຸຣິຍະວົງສາທັມມິກະຣາຊ ເປັນກະສັຕຍ໌ທີ່ຕັ້ງຢູ່ໃນທົສະຣາຊທັມມ໌ 10 ປະກາຣ ຢ່າງເຄັ່ງຄັດ ຊົງເຄົາຣົພ ກົດໝາຍຂອງບ້ານເມືອງ ເຖິງແມ່ນວ່າສມັຍນັ້ນ ພຣະເຈົ້າແຜ່ນດິນ ຈະມີອຳນາຈຢ່າງເດັດຂາດກໍຕາມ ແຕ່ພຣະອົງຄ໌ ກໍຍັງເຄົາຣົພນັບຖືຄວາມຍຸຕິທັມມ໌ ຂອງກົດໝາຍໃຜຜິດ ກໍວ່າໄປຕາມຜິດ ໃຜຖຶກ ກໍວ່າກັນໄປຕາມຖຶກ ບໍ່ໄວ້ໜ້າອິນທ໌ ໜ້າພຣົມທັງໝົດ. ດ້ວຍເຫຕນີ້ ປະຊາຣາສດອນໃນທົ່ວຣາຊອານາຈັກຣ໌ ຈຶ່ງມີຄວາມເຄົາຣົພຮັກພຣະອົງຄ໌ ເປັນຢ່າງ ຍິ່ງ.
ປະຊາຊົນມັກຮ້ອງພຣະອົງຄ໌ວ່າ “ພຣະເຈົ້າອົງຄ໌ຫລວງ” ຄື “ພຣະເຈົ້າແຜ່ນດິນຜູ້ຍິ່ງໃຫຍ່” ພຣະອົງຄ໌ຊົງປົກຄອງ ປະເທສລ້ານຊ້າງ ໃຫ້ຢູ່ເຢັນເປັນສຸຂ ປາສຈາກພັຍອັນຕຣາຍ ທັງພາຍໃນແລະຈາກພາຍນອກປະເທສ. ປະເທສ ເພື່ອນບ້ານກໍມີຄວາມຢຳເກງ.
ພຣະອົງຄ໌ມີພຣະຣາຊໂອຣົສອົງຄ໌ນຶ່ງ ນາມວ່າ “ພຣະອຸປຍຸວະຣາຊ” ມີຖານັນດອນສັກດິ໌ເປັນເຈົ້າຣາຊບຸຕຣ໌ວຽງ ຈັນທນ໌. ມີພຣະຣາຊທິດາອີກ 2 ອົງຄ໌ ນາມວ່າ “ເຈົ້ານາງກຸມມະຣີໂຮງທັມ” ຊຶ່ງຄົນສ່ວນຫລາຍຈະເອີ້ນວ່າ “ເຈົ້າ ນາງກຸມາຣີ” ແລະອີກອົງຄ໌ນຶ່ງນາມວ່າ “ເຈົ້ານາງສຸມັງຄະລາ”.
ໃນຂນະນັ້ນພວກຮໍ້ຫົວຂາວ ຫຣື ນິຍົມກັນເອີ້ນວ່າ “ຈີນຮໍ້” ໄດ້ລົງມາຕີເອົາເມືອງຊຽງຮຸ່ງ ຢູ່ໃນແຂວງສິບສອງພັນນາ ຫຣື 12 ພັນນາລື້ ເພາະວ່າ ຄົນລາວທີ່ຢູ່ໃນແຂວງນີ້ເປັນລາວເຜົ່າລື້. ເຈົ້າອິນທະກຸມາຣ ເຈົ້ານະຄອນຊຽງຮຸ່ງ ບໍ່ ສາມາຖທີ່ຈະຕ້ານທານກຳລັງພົລ ຂອງພວກຮໍ້ຫົວຂາວໄດ້ ຈຶ່ງໄດ້ນຳເອົານ້ອງສາວ ນາມວ່າ ເຈົ້ານາງຈັນທະກຸມາຣີ ພ້ອມດ້ວຍບ່າວໄພ່ໜີເສິກຮໍ້ ລົງມາຂໍເພີ່ງໂພທິສົມພາຣ ຂອງພຣະເຈົ້າແຜ່ນດິນວຽງຈັນທນ໌. ທີ່ນະຄອນວຽງຈັນທນ໌ ພຣະອຸປະຍຸວະຣາຊເຈົ້າ ຣາຊບຸຕຣ໌ແຫ່ງນະຄອນວຽງຈັນທນ໌ ຄື ໂອຣົສຂອງພຣະເຈົ້າສຸຣິຍະວົງສານັ້ນ ໄດ້ຊົງຂໍເອົາ ເຈົ້າຍິງຈັນທະກຸມາຣີ ນ້ອງສາວເຈົ້າອິນທະກຸມາຣ ເປັນພຣະຊາຍາ, ສ່ວນເຈົ້າອິນທະກຸມມາຣ ຜູ້ເປັນອ້າຍຂອງເຈົ້າຍິງ ຈັນທະກຸມາຣີນັ້ນ ກໍມາໄດ້ກັບເຈົ້າຍິງຊາວນະຄອນວຽງຈັນທນ໌ ແຕ່ບໍ່ປາກົຕນາມ ເປັນຊາຍາ ແລະເກິດບຸຕຣ໌ດ້ວຍກັນ ນາມວ່າ ເຈົ້າໝ່ອມນ້ອຍ.ແຕ່ວ່າຊາວເມືອງນິຍົມຮ້ອງກັນວ່າ ເຈົ້າໃຫຍ່ ພຣະອົງຄ໌ບໍ່ໄດ້ເຂ້າຂ້າງໃຜ.
ພຣະເຈົ້າສຸຣິຍະວົງສາທັມມິກະຣາຊ ຂຶ້ນສເວີຍຣາຊສົມບັຕ ໃນປີຄຣິສຕະສັກຣາຊ 1638 ຈົນເຖິງ 1695 ຈຶ່ງໄດ້ ສວັນນະຄົຕ ຮວມພຣະຊົນມາຍຸໄດ້ 82 ພັຣສາ ພຣະອົງຄ໌ເປັນກະສັຕຣາຊວົງສ໌ລ້ານຊ້າງ ທີ່ຄອງຣາຊສົມບັຕດົນນານ ທີ່ສຸດ. ພຣະອົງຄ໌ບໍ່ມີໂອຣົສສືບຣາຊສົມບັຕ ເນື່ອງຈາກວ່າເຈົ້າຣາຊບຸຕຣ໌ ໂອຣົສອົງຄ໌ດຽວ ກໍໄດ້ນຳເອົາໄປປະຫາຣ ຊີວິຕເສັຍແລ້ວ ເຊື້ອພຣະວົງສ໌ ທີ່ຢູ່ໃນຖານະຈະຂຶ້ນຄອງຣາຊສົມບັຕ ກໍມີພຣະຣາຊນັດດາ ຫຣື ຫລານຢູ່ 2 ອົງຄ໌ ຄື ເຈົ້າກິ່ງກິສກຸມາຣ ແລະ ເຈົ້າອິນທະໂສມ ແຕ່ວ່າຍັງເຍົາວ໌ຢູ່.
ຂນະນັ້ນ ພຣະຍາເມືອງຈັນທນ໌ ຊຶ່ງເປັນເສນາບໍດີຜູ້ໃຫຍ່ ກໍໄດ້ຍາດແຍ່ງຣາຊສົມບັຕ ເປັນພຣະເຈົ້າແຜ່ນດິນ ແລະ ປາຖນາຢາກໄດ້ເຈົ້າຍິງສຸມັງຄະລາ ທີ່ເປັນໝ້າຍ ຊຶ່ງເປັນຣາຊທິດາຂອງພຣະເຈົ້າສຸຣິຍະວົງສານັ້ນ ເປັນພະຣິຍາ ແຕ່ ພຣະນາງເຈົ້າບໍ່ຍອມ. ໃນເວລານັ້ນ ພຣະນາງເຈ້າມີຣາຊໂອຣົສອົງຄ໌ນຶ່ງ ນາມວ່າ “ເຈົ້າອົງຄ໌ຫລໍ່” ແລະເວລານັ້ນ ພຣະນາງເຈົ້າກໍກຳລັງຕັ້ງຄັຣພ໌ຢູ່.
ພຣະຍາເມືອງຈັນທນ໌ ຜູ້ຄິດໃຫຍ່ໃຝ່ສູງ ຢາກຈະຂຶ້ນຄອງຣາຊສົມບັຕ ເປັນພຣະເຈົ້າແຜ່ນດິນຈຶ່ງຄິດກຳຈັດເຈົ້າ ອົງຄ໌ຫລໍ່ ຜູ້ທີ່ຈະມີສິທໃນກາຣສືບຣາຊສັນຕະຕິວົງສ໌ ແລະ ພຣະນາງເຈົ້າສຸມັງຄະລາ. ແຕ່ວ່າ ພວກທີ່ຈົງຮັກພັກດີ ຕໍ່ຣາຊວົງສ໌ທັງຫລາຍ ຮູ້ແຜນກາຣຂອງພຣະຍາເມືອງຈັນທນ໌ກ່ອນ ຈຶ່ງໄດ້ນຳເອົາເຈົ້າອົງຄ໌ຫລໍ່ ໄປຢູ່ເມືອງພານພູຊົນ ຢູ່ໃນເຂຕອຳເພີບ້ານຜື ຈັງຫວັດອຸດອນທານີ ທີ່ຕົກຢູ່ພາຍໃຕ້ກາຣຍຶດຄອງຂອງໄທໃນເວລານີ້.
ສ່ວນພຣະນາງສຸມັງຄະລານັ້ນ ໄດ້ຫລົບໜີເຂົ້າໄປເພິ່ງພຣະບາຣະມີ ຂອງ ພຣະຄູຍອດແກ້ວ ວັດໂພນສະເມັກ. ພຣະຄູຍອດແກ້ວນັ້ນ ກໍຄືຕຳແໜ່ງພຣະສັງກະຣາຊ ໃນສມັຍນີ້. ວັດໂພນສະເມັກ ແມ່ນບໍຣິເວນທີ່ຕັ້ງ “ວັດທາຕຝຸ່ນ” ໃນນະຄອນວຽງຈັນທນ໌ສມັຍນີ້. ທ່ານພຣະຄູຍອດແກ້ວ ອົງຄ໌ນີ້ ມີຄົນນິຍົມເອີ້ນທ່ານຫລາຍຊື່ ຕາມຄວາມນັບຖືຂອງ ເຂົາເຈົ້າ ເຊັ່ນ: ເອີ້ນວ່າ “ເຈົ້າພຣະຄູຫລວງ”, ທ່ານ“ພຣະຄູວັດໂພນສະເມັກ” ແລະສ່ວນຫລາຍມັກຈະເອິ້ນທ່ານວ່າ “ທ່ານຍາຄູ ຂີ້ຫອມ” ຄືຫອມດ້ວຍສີລາຈາຣະວັດ ກາຣປະພຶຕປະຕິບັຕທີ່ເຄັ່ງຄັດ ສ່ວນອຸຈຈາຣະຂອງທ່ານພຣະຄູ ກໍ ຄົງຈະມີກິ່ນເໝືອນກັບອຸຈຈາຣະຂອງຄົນທົ່ວໄປ ນັ້ນແຫລະ.ແຕ່ວ່າອາຈຈະມີກິ່ນຜິດທັມມະດາຈາກຄົນທັມມະດາ ພຽງເລັກນ້ອຍ ເພາະກ່າວກັນວ່າ ທ່ານພຣະຄູຫລວງ ມັກສັນແຕ່ໝາກຕູມສຸກ ເປັນສ່ວນຫລາຍ. ທ່ານພຣະຄຣູຫລວງ ເປັນບຸຄຄົລທີ່ມີບົທບາທສຳຄັນ ໃນປວັຕສາຕຣ໌ປະເທສລ້ານຊ້າງ ແລະເປັນພຣະເຖຣະທີ່ສຳເຣັຈຊານຊັ້ນສູງ ເປັນຜູ້ມີ ອຳນາຈເໜືອຈິຕໃຈປະຊາຊົນໃນທົ່ວເຂຕແຄວ້ນສຸວັນນະພູມ ໂດຍທີ່ບໍ່ມີໃຜຈະປະຕິເສທໄດ້.
ດ້ວຍເຫຕນີ້ ເຮົາຈຶ່ງເຫັນສົມຄວຣ ນຳເອົາປວັຕຂອງທ່ານພຣະຄຣູຫລວງ ມາເລົ່າສູ່ໃຫ້ຟັງ ຊຶ່ງທ່ານພຣະຄຣູຫລວງ ກໍ ເກີດໃນແຜ່ນດິນສມັຍພຣະເຈົ້າສຸຣິຍະວົງສາທັມມິກະຣາຊອີກດ້ວຍ.
|
|
ສຽງບັນທຶກໄວ້ |
|
|
ດາວໂລ້ດ |
|
|
ອີເມວລ໌ ເຣື້ອງ |
|
|
ລົງທະບຽນເປັນສະມາຊິກ |
|
|
ພິມເຣື້ອງນີ້ |