ຈັດສເນີທ່ານໂດຍ: ວຽງໄຊ
ຍ້ອນຄວາມມັກໃຫຍ່ໃຝ່ສູງເກີນຂອບເຂຕ ຍ້ອນຄວມໂລພທີ່ບໍ່ມີເມືອງພໍ ແຜ່ນດິນລ້ານຊ້າງອັນກວ້າງໃຫຍ່ ທີ່ມີ ນ້ຳຂອງໄຫລຜ່າທາງກາງ ທາງທິສເໜືອ ຕິດຜາໄດຜາດ່າງ ສິບສອງພັນນາລື້ ທາງໃຕ້ ຕິດສົມໂບກສົມບູຣນ໌ ປະ ເທສຂເມຣ ທາງທິສຕາເວັນຕົກ ມິກຣຸງສຣີອະຍຸທຍາເປັນເຂຕ ທິສບູຣະພາ ໄມ້ລົ້ມແບ່ງແດນແກວ ກໍຕ້ອງໄດ້ແຕກ ຫັກອອກເປັນ 3ປະເທສ ໃນປີຄຣິສຕະສັກຣາຊ 1698.
ອານາຈັກຣ໌ທີ່ຖຶກແຍກອອກຈາກກັນນັ້ນ ອານາຈັກຣ໌ທາງເໜືອ ໄດ້ແກ່ “ອານາຈັກຣ໌ຫລວງພຣະບາງ”, ອານາຈັກຣ໌ໃນ ພາກກາງ ໄດ້ແກ່ “ອານາຈັກຣ໌ລ້ານຊ້າງ ວຽງຈັນທນ໌” ແລະອານາຈັກຣ໌ທາງໃຕ້ ເອີ້ນວ່າ “ອານາຈັກຣ໌ນະຄອນຈຳປາ ສັກດິ໌”. ສາມອານາຈັກຣ໌ນີ້ ທ່ານຈະໄດ້ຮູ້ເປັນຣາຍລະອຽດ ເມື່ອທ່ານຕິດຕາມເຫຕຸກາຣທີ່ເກີດຂຶ້ນໃນອັນດັບຕໍ່ໄປ.
ໃນເວລາທີ່ບ້ານເມືອງກຳລັງມີກາຣປ່ຽນແປງນີ້, ທ່ານພຣະຄຣູຍອດແກ້ວ ວັດໂພນສະເມັກເປັນທີ່ເຄົາຣົພນັບຖືທີ່ສຸດ ຂອງປະຊາຣາສດອນໃນທົ່ວຣາຊອານາຈັກຣ໌. ເມື່ອພຣະຍາເມືອງຈັນທນ໌ ເຫັນວ່າ ທ່ານພຣະຄຣູ ເປັນຜູ້ມີອິທທິພົລ ເໜືອຈິຕໃຈປະຊາຊົນ ເຊັ່ນນັ້ນ ກໍມີຄວາມຢ້ານກົວວ່າ ທ່ານພຣະຄຣູ ຈະແຍ່ງຊິງຣາຊສົມບັຕ ຈຶ່ງໄດ້ຄິດຈະກຳຈັດ ທ່ານພຣະຄຣູ ທີ່ຕົນຖືວ່າ ຈະເປັນສ້ຽນໜາມແຜ່ນດິນໃນຂັ້ນຕໍ່ໄປ.
ທ່ານພຣະຄຣູຍອດແກ້ວ ວັດໂພນສະເມັກ ຮູ້ວ່າຈະມີມາຣບັງບຽດ ຈຶ່ງເຫັນວ່າ ຈຳເປັນຕ້ອງໄດ້ພ່າຍໜີຈາກມາຣເສັຍ ກ່ອນ. ບັດນັ້ນ, ທ່ານພຣະຄຣູຍອດແກ້ວ ວັດໂພນສະເມັກ ຈຶ່ງໄດ້ໃຫ້ສິສຍ໌ ຜູ້ທີ່ເຊື່ອໃຈໄດ້ ໄປຮັບເອົາເຈົ້າໜໍ່ກະສັຕ ແລະ ພຣະມາຣດາ ໄປໄວ້ທີ່ພູຊະງໍ້ ຫໍຄຳ ໂດຍໃຫ້ປະປົນໄປກັບປະຊາຊົນ ຍາຕໂຍມ 3,000 ຄົນ ຄ່ອຍທະຍອຍ ກັນໜີອອກຈາກແຂວງວຽງຈັນທນ໌ ໃນປີຈຸລສັກຣາຊ 1052 ຊຶ່ງກົງກັບຄຣິສຕະສັກຣາຊ 1690.
ທ່ານພຣະຄຣູຍອດແກ້ວ ວັດໂພນສະເມັກ ໜີຈາກວຽງຈັນທນ໌ລ່ອງລົງຕາມແມ່ນ້ຳຂອງໄປເຖີງບ້ານງິ້ວພັນລຳສົມສນຸກ ກໍໄດ້ພາຍາຕໂຍມພັກຍູ່ໃນທີ່ນັ້ນ. ສ່ວນເຈົ້າຍິງສຸມັງຄະລາ ທີ່ໄດ້ຫລົບໜີໄປຢູ່ພູຊະງໍ້ ຫໍຄຳນັ້ນ ກໍໄດ້ປະສູຕໂອຣົສ ອົງຄ໌ນຶ່ງ ຢູ່ນະທີ່ນັ້ນ ແລະຂນານນາມວ່າ “ເຈົ້າໜໍ່ກະສັຕ”.
ທ່ານພຣະຄຣູຍອດແກ້ວ ວັດໂພນສະເມັກ
ທ່ານພຣະຄູຍອດແກ້ວ ວັດໂພນສະເມັກ ຄືໃຜ ມາຈາກໃສນັ້ນ ເຮົາຈະເລົ່າໃຫ້ທ່ານຟັງໃນຂັ້ນຕໍ່ໄປ ຫລັງຈາກທີ່ໄດ້ ເລ່າເຫຕກາຣບ້ານເມືອງທີ່ກຳລັງວຸ່ຍວາຍກັນຢູ່ນີ້ ໃຫ້ຈົບລົງເສັຍກ່ອນ.
ຫລັງຈາກທີ່ສົມເດັຈພຣະເຈົ້າສຸຣິຍະວົງສາທັມມິກະຣາຊ ສວັຣນະຄົຕແລ້ວ ບ້ານເມືອງກໍມີຄວາມວຸ່ຍວາຍກັນຢູ່ເຖິງ 8 ປີເຕັມ ຈົນມີກາຣແຍກປະເທສອອກເປັນ 3 ປະເທສ ຫຣື 3 ອານາຈັກຣ໌ ບ້ານເມືອງຈຶ່ງຄ່ອຍຍຸຕິກາຣຣົບຣາຂ້າຟັນ ກັນ ແຕ່ກໍເປັນພຽງຊົ່ວຣະຍະນຶ່ງເທົ່ານັ້ນ.
ພຣະຍາເມືອງຈັນທນ໌ ຍາດແຍ່ງຣາຊສົມບັຕໄດ້ແລ້ວ ກໍອະພິເສກຕົນເອງຂຶ້ນເປັນພຣະເຈົ້າແຜ່ນດິນແຫ່ງອານາຈັກຣ໌ ລ້ານຊ້າງ ວຽງຈັນທນ໌. ແຕ່ກໍຄອງເມືອງໄດ້ພຽງ 6 ເດືອນ ກໍຖືກພັຄພວກຂອງເຈົ້າອົງຄ໌ຫລໍ່ ທີ່ຫລົບໜີໄປຢູ່ ເມືອງພານພູຊົນ ແລະເມື່ອຊາບວ່າພຣະຍາເມືອງຈັນທນ໌ແຍ່ງຊິງຣາຊສົມບັຕ ກໍຍົກກຳລັງມາຕີ. ກຳລັງຂອງເຈົ້າ ອົງຄ໌ຫລໍ່ ຈັບພຣະຍາເມືອງຈັນທນ໌ໄດ້ແລ້ວ ກໍເລີຍປະຫາຣຊີວິຕ.
ເມື່ອກອງທະຫາຣຂອງເຈົ້າອົງຄ໌ຫລໍ່ ຜາບພຣະຍາເມືອງຈັນທນ໌ໄດ້ແລ້ວ ພວກເສນາອາມາຕຍ໌ກໍໄດ້ຍົກເອົາ”ເຈົ້າ ອົງຄ໌ຫລໍ່” ຂຶ້ນເປັນພຣະເຈົ້າແຜ່ນດິນ. ພຣະອົງຄ໌ສເວີຍຣາຊຢູ່ໄດ້ 4 ປີ ກໍຖຶກເຈົ້ານັນທະຣາຊ ໂອຣົສຂອງເຈົ້າປຸ ທີ່ ຫລົບໜີໄປຢູ່ເມືອງນະຄອນແຕ່ກ່ອນ ຜູ້ຊຶ່ງເມື່ອຊາບວ່າ ເຈົ້າອົງຄ໌ຫລໍ່ ຂຶ້ນຄອງຣາຊສົມບັຕເປັນພຣະເຈົ້າແຜ່ນດິນວຽງ ຈັນທນ໌ແລ້ວ ກໍໄດ້ຍົກທັພຂຶ້ນມາຕີວຽງຈັນທນ໌ ຈັບເອົາເຈົ້າອົງຄ໌ຫລໍ່ໄດ້ແລ້ວ ກໍປະຫາຣຊີວິຕເສັຍ ແລະຂຶ້ນຄອງ ຣາຊສົມບັຕເປັນພຣະເຈົ້າແຜ່ນດິນແຫ່ງຣາຊອານາຈັກຣ໌ລ້ານຊ້າງ ວຽງຈັນທນ໌ ໃນປີຄຣິສຕະສັກຣາຊ 1695.
ເປັນອັນວ່າ ຣັຊກາລຂອງເຈົ້າອົງຄ໌ຫລໍ່ ແຫ່ງຣາຊອານາຈັກຣ໌ວຽງຈັນທນ໌ ໄດ້ສິ້ນສຸດລົງ ໃນປີ ຄຣິສຕະສັກຣາຊ 1695.
ເຈົ້ານັນທະຣາຊ ຄອງເມືອງໄດ້ 3 ປີ ຄືໃນປີຄຣິສຕະສັກຣາຊ 1698 ກໍຖຶກເຈົ້າໄຊຍ໌ອົງຄ໌ເວ້ ນຳເອົາກອງທະຫາຣມາ ຜາບ ແລະກໍໄດ້ຈັບເອົາເຈົ້ານັນທະຣາຊ ໄປປະຫາຣຊີວິຕເສັຍ. ເປັນອັນວ່າ ຣັຊກາລຂອງເຈົ້ານັນທະຣາຊ ແຫ່ງອານາຈັກຣ໌ວຽງຈັນທນ໌ ໄດ້ຍຸຕິລົງແຕ່ພຽງເທົ່ານັ້ນ.
ເຈົ້າໄຊຍ໌ອົງຄ໌ເວ້
ເຈົ້າໄຊຍ໌ອົງຄ໌ເວ້ ໂອຣົສຂອງເຈົ້າຊົມພູ ທີ່ຫລົບໄພຍ໌ໄປຢູ່ເມືອງເວ້ ປະເທສແກວນັ້ນ ເມື່ອໄດ້ຍິນຂ່າວວ່າ ບ້ານເມືອງ ມີຄວາມວຸ່ນວາຍ ຍາດແຍ່ງຣາຊສົມບັຕກັນເຊັ່ນນັ້ນ ກໍນຳເອົາສມັຄພັຄພວກຂຶ້ນມາຈາກປະເທສແກວ ເພື່ອມາຕີເອົາ ວຽງຈັນທນ໌. ເມື່ອຜາບເຈົ້ານັນທະຣາຊໄດ້ແລ້ວ ກໍຂຶ້ນຄອງຣາຊສົມບັຕ ເປັນພຣະເຈົ້າແຜ່ນດິນວຽງຈັນທນ໌ ໃນ ປີຄຣິສຕະສັກຣາຊ 1698 ນັ້ນເອງ. ເສນາອາມາຕຍ໌ຖວາຍພຣະນາມວ່າ “ເຈົ້າໄຊຍະເຊຕຖາທິຣາຊ ທີ່ 2”. ຄັນວ່າ ພຣະອົງຄ໌ຂຶ້ນສເວີຍຣາຊແລ້ວ ພຣະອົງຄ໌ກໍຊົງແຕ່ງຕັ້ງ “ທ້າວອົງຄ໌ລອງ” ພຣະອະນຸຊາ ຫຣື ນ້ອງຊາຍ ໃຫ້ເປັນ “ເຈົ້າອຸປະຣາຊ” ຂຶ້ນໄປຄອງນະຄອນຫລວງພຣະບາງ.
|
|
ສຽງບັນທຶກໄວ້ |
|
|
ດາວໂລ້ດ |
|
|
ອີເມວລ໌ ເຣື້ອງ |
|
|
ລົງທະບຽນເປັນສະມາຊິກ |
|
|
ພິມເຣື້ອງນີ້ |