ຈັດສເນີທ່ານໂດຍ: ວຽງໄຊ
ເມື່ອພຣະເຈົ້າໄຊຍະເຊຕຖາທິຣາຊ ທີ່ 2 ປາບເຈົ້ານັນທະຣາຊໄດ້ແລ້ວກໍຂຶ້ນຄອງຣາຊສົມບັຕ ເປັນພຣະເຈົ້າແຜ່ນດິນ ແຫ່ງຣາຊອານາຈັກຣ໌ລ້ານຊ້າງ ໃນປີຄຣິສຕສັກຣາຊ 1698 ເຈົ້າກິງກິສຣາຊ ກັບເຈົ້າອິນທະໂສມ ແລະ ເຈົ້າອົງຄ໌ຄຳ ຜູ້ເປັນຫລານຂອງພຣະເຈົ້າສຸຣິຍະວົງສາ ຢ້ານວ່າ ພຣະໄຊຍະເຊຕຖາທິຣາຊ ຫຣື ພຣະເຈົ້າໄຊຍ໌ອົງຄ໌ເວ້ ຈະທຳຮ້າຍ ໃຫ້ແກ່ຕົນ ຈຶ່ງໄດ້ພາກັນຫລົບໜີ ໂດຍນຳເອົາໄພ່ພົລທີ່ຈົງຮັກພັກດີຕໍ່ຕົນນັ້ນ ໄປຢູ່ເມືອງພົງ ສ່ວນວ່າ ເຈົ້າອິນທະ ໂສມນັ້ນ ໄດ້ໄປຢູ່ເມືອງແພ່.
ໃນຣະຫວ່າງທີ່ບ້ານເມືອງເກີດວຸ່ນວາຍ ຍາດແຍ່ງຄວາມເປັນໃຫຍ່ກັນ ນັບຕັ້ງແຕ່ ພຣະເຈົ້າສຸຣິຍະວົງສາທັມມິກະຣາຊ ສເດັຈສຸຣະຄົຕ ໃນປີຄຣິສຕສັກຣາຊ 1695 ນັ້ນ ພວກທີ່ເຫັນວ່າຈະບໍ່ມີຄວາມປອດພັຍ ກໍໄດ້ພາກັນຫລົບໜີເປັນ ຈຳນວນຫລວງຫລາຍ ໃນບັນດາບຸຄຄົລສຳຄັນທີ່ພາກັນຫລົບໜີໃນຣະຫວ່າງນີ້ ນອກຈາກພວກຂຸນນາງ ຂ້າຣາຊກາຣ ແລ້ວ ກໍມີພຣະສົງຄ໌ອີກ ເຊັ່ນ ສົມເດັຈພຣະຍອດແກ້ວ ວັດໂພນສະເມັກ ຊຶ່ງສ່ວນຫລາຍເປັນທີ່ຮູ້ກັນວ່າ ຍາຄຣູຂີ້ ຫອມ.
ໃນຕອນນີ້ ຂ້າພະເຈົ້າຈະເລົ່າຊີວະປວັຕ ຂອງ”ຍາຄຣູຂີ້ຫອມ” ໃຫ້ທ່ານຟັງໂດຍຫຍໍ້ ໃນຖານະທີ່ທ່ານເປັນບຸຄຄົລ ສຳ ຄັນ ໃນປວັຕສາຕຣ໌ຂອງລາວລ້ານຊ້າງ ຜູ້ນຶ່ງ ທີ່ເຮົາຄວນຮູ້ ຕາມປວັຕຂອງທ່ານ ທີ່ປາກົດມີຢູ່ໃນປວັຕສາຕຣ໌ລາວນັ້ນ ກ່າວໄວ້ວ່າ:
ໃນປີຈຸລສັກຣາຊ 1005 ຍັງມີທ່ານພຣະຄຣູຍອດແກ້ວ ສົມເດັຈພຣະສົງຄະຣາຊອົງຄ໌ນຶ່ງ ໃນນະຄອນວຽງຈັນທນ໌. ໃນ ຂນະທີ່ທ່ານຈຳວັດຢູ່ນັ້ນ ທ່ານໄດ້ຝັນເຫັນຊ້າງພາຍໃຫຍ່ຕົວນຶ່ງ ເຂົ້າໄປໃນພຣະອາຮາມແລ້ວທຳລາຍມ້າງເພກຸຕິ ຂຶ້ນ ໄປໃນຫໍໄຕຣແລ້ວກໍມ້າງຫໍໄຕຣ ຈົນພັງທະລາຍລົງມາ ຈັບໄດ້ຫີບໜັງສື ແລ້ວກໍກືນກິນຈົນໝົດທັງຫີບ. ທ່ານ ພຣະຄຣູຍອດແກ້ວ ຕົກໃຈຕື່ນຂຶ້ນມາ ກໍເປັນເວລາຂ້ອນແຈ້ງພໍດີ. ທ່ານຟ້າວຄອງຜ້າຈີວອນ ແລ້ວກໍຕີຄ້ອງໃຫ້ດັງກ້ອງ ສນັ່ນຂຶ້ນ ພຣະສົງຄ໌ສາມະເນຣໃນພຣະອາຮາມນັ້ນ ໄດ້ຍິນສຽງຄ້ອງດັງຂຶ້ນໃນເວລາຜິດປົກະຕິທັມມະດາເຊັ່ນນັ້ນ ກໍ ພາກັນຕື່ນຕົກໃຈ ວ່າຄົງມີເຫຕພັຍອັນໃດອັນນຶ່ງເກີດຂຶ້ນເປັນແນ່ ຈຶ່ງໄດ້ຟ້າວພາກັນໄປຍັງ ກຸຕິຂອງທ່ານພຣະຄຣູ ຍອດແກ້ວ. ທ່ານພຣະຄຣູຍອດແກ້ວ ກໍໄດ້ເລົ່ານິມິຕຄຳຝັນນັ້ນໃຫ້ຟັງ.
ໃນວັນຮຸ່ງເຊົ້າ ພຣະສົງຄ໌ກັບຈາກບິນທະບາຕຣ໌ ກໍໄດ້ເຫັນສາມະເນຣນ້ອຍ ອາຍຸປະມານ 15-16 ປີ ນັ່ງຢູ່ໃນຫໍແຈກ ທ່ານພຣະຄຣູຍອດແກ້ວ ຈຶ່ງໄດ້ເຂົ້າໄປຖາມວ່າ ເນຣອົງຄ໌ນັ້ນມາຈາກບ້ານໃດ ແລະຈະໄປໃສ?
ສາມະເນຣນ້ອຍຕົນນັ້ນ ຕອບວ່າ ຂ້ານ້ອຍມາແຕ່ບ້ານກະລຶມ ເມືອງພານ ເປັນລູກສິສຍ໌ທ່ານພຣະຄຣູລຶມບອງ ແລະ ເປັນຄົນໂງ່ງ່າວເບົາປັນຍາ ຈະຮ່ຳຮຽນສິ່ງໃດກໍປຶກໜາ ໄປຂໍເພີ່ງສົມພານທ່ານອົງຄ໌ໃດ ທ່ານກໍບໍ່ໃຫ້ຢູ່ ຂ້ານ້ອຍຈຶ່ງໄດ້ ເດີນທາງມາຂໍເພີ່ງ ເພື່ອສຶກສາຮ່ຳຮຽນນຳທ່ານ.
ທ່ານພຣະຄຣູຍອດແກ້ວ ໄດ້ຊາບດັ່ງນັ້ນ ກໍຮູ້ໃນອັທຍາສັຍຂອງສາມະເນຣນ້ອຍຕົນນັ້ນ ວ່າ ຖຶກຕ້ອງກັບນິມິຕຄຳ ຝັນຂອງຕົນ ຈຶ່ງໄດ້ຮັບເອົາໄວ້ເປັນລູກສິສຍ໌ຕໍ່ໄປ ທ່ານພຣະຄຣູຍອດແກ້ວ ໄດ້ໃຫ້ສາມະເນຣນ້ອຍ ຮຽນສູດ ຕັ້ງແຕ່ ນະໂມ ຂຶ້ນໄປຈົນເຖີງປາຕິໂມກຂ໌ ສາມະເນຣກໍສູດໄດ້ໝົດ. ທ່ານພຣະຄຣູຍອດແກ້ວ ໄດ້ໃຫ້ສາມະເນຣຮຽນ ຄັມພີຣ໌ພຣະໄຕຣປິດົກ ແລະຄັມພີຣ໌ອື່ນໆອີກ ເມື່ອຮຽນແລ້ວ ສາມະເນຣກໍຈົດຈຳໄດ້ໝົດ ຫາຜູ້ສເມີເໝືອນໄດ້ຍາກ.
ກິຕຕິສັພຊື່ສຽງກໍເລີຍຊ່າລືໄປເຖິງ ພຣະເຈົ້າແຜ່ນດິນ ພຣະອົງຄ໌ກໍມີຄວາມໂສມະນັສຍິນດີ ເຫລື້ອມໃສສັທທາ ຈຶ່ງໄດ້ ຊົງຈັດຜ້າໄຕຣມາຖວາຍ ແລະຊົງສະຖາປະນາຂຶ້ນເປັນ ຊາຈົວ ຕັ້ງແຕ່ນັ້ນມາ.
ຂ່າວຊາຈົວ ກໍໄດ້ຊ່າລືໄປທົ່ວເຂຕແຄວ້ນວຽງຈັນທນ໌. ພໍອາຍຸໄດ້ 21 ປີ ທ່ານພຣະຄຣູຍອດແກ້ວ ແລະພຣະຣາຊາຄ ນະສົງຄ໌ທັງຫລາຍ ກໍຈະຈັດອຸປະສົມບົທໃຫ້ເປັນພິກຂຸ. ແຕ່ຊາຈົວໄດ້ຂໍຮ້ອງໃຫ້ສ້າງສິມນ້ຳຂຶ້ນ ເພື່ອໃຫ້ເປັນທີ່ອຸປະ ສົມບົທ ແລະໃຫ້ມີພຣະສົງຄ໌ນັ່ງຫັຕຖະບາທ ເຂົ້າຮ່ວມໃນການອຸປະສົມບົທນັ້ນ 500 ຮູບ ຈຶ່ງຈະອຸປະສົມບົທ ທ່ານ ພຣະຄຣູຍອດແກ້ວ ຜູ້ເປັນຄຣູບາໃຫຍ່ ຈຶ່ງໄດ້ເຂົ້າໄປຖວາຍພຣະພອນ ຄວາມປະສົງຄ໌ຂອງຊາຈົວ ໃຫ້ພຣະເຈົ້າ ສຸຣິຍະວົງສາທັມມິກະຣາຊ ຊົງຊາບ.
ພຣະອົງຄ໌ ກໍຊົງຮັບສັ່ງໃຫ້ເສນາອາມາຕຍ໌ ຈັດຫາເຮືອມາຄາດເປັນສິມນ້ຳຂຶ້ນ ພໍບັນຈຸພຣະພິກຂຸໄດ້ 500 ຮູບທີ່ທ່າ ວັດຈັນ ເມື່ອອຸປະສົມບົທເສັດແລ້ວ ແລະກຳລັງຂໍນິສັຍ ພຣະກັມມະວາຈາຈະໃຫ້ອະນຸສາສນ໌ ຄືໃຫ້ໂອວາທ ສິມນ້ຳ ກໍຫລົ້ມຈົມລົງ ພຣະຣາຊາຄນະສົງຄ໌ພ້ອມດ້ວຍພຣະພິກຂຸສົງຄ໌ ທີ່ນັ່ງຫັຕຖະບາທທັງຫລາຍ ພາກັນລອຍນ້ຳເຂົ້າຝັ່ງ ຜ້າສະບົງຈີວອນກໍປຽກໄປໝົດ. ແຕ່ວ່າ ຜ້າຈີວອນຂອງພຣະບວຊໃໝ່ບໍ່ປຽກ. ເຣື່ອງນີ້ ເຮັດໃຫ້ປະຊາຊົນເກີດ ຄວາມອັສຈັຣ ພຣະເຈົ້າແຜ່ນດິນກໍມີຄວາມເຫລື້ອມໃສຍິ່ງ, ຄັ້ນພຣະພິກຂຸ ອົງຄ໌ບວຊໃໝ່ ຢູ່ໄດ້ 1 ພັຣສາ ພຣະເຈົ້າ ສຸຣິຍະວົງສາທັມມິກະຣາຊ ກໍໄດ້ຈັດຜ້າໄຕຣແລະເຄື່ອງອັຕຖະຄົບຖ້ວນ ສຖາປະນາຂຶ້ນເປັນພຣະຄຣູ. ປາກົດຫລັກ ຖານວ່າ ແຕ່ເມື່ອຍັງໜຸ່ມ ທ່ານໄດ້ເຝິກອົບຮົມກັມມະຖານ ຈເຣີນກະສິນຢູ່ເປັນເວລາ 8 ປີ ທີ່ວັດປ່າໂພນສະເມັກ ຊຶ່ງ ເປັນອະຣັນຍະວາສີ ນອກນະຄອນວຽງຈັນທນ໌. ຕັ້ງແຕ່ນັ້ນມາ ປະຊາຊົນກໍເອີ້ນທ່ານວ່າ ”ເຈົ້າຣາຊຄຣູຫລວງ ໂພນສະ ເມັກ” ແຕ່ບໍ່ຮູ້ນາມເດີມຂອງທ່ານ.
ເຈົ້າຣາຊຄຣູຫລວງ ໂພນສະເມັກ ໄດ້ຕັ້ງໃຈອົບຮົມ ສັ່ງສອນ ເຜີຍແຜ່ພຸທທະສາສນາ ແກ່ພິກຂຸ ສາມະເນຣ ແລະ ປະຊາຊົນ ທັງຄັນຖາທຸຣະ ແລະ ວິປັສສະນາທຸຣະ, ມີຄົນເຄົາຣົພນັບຖືເປັນຢ່າງຍິ່ງ. ຍາຕໂຍມ ປະຊາຣາສດອນ ຕລອດຈົນເຈົ້ານາຍ ໃນຣາຊຕະກູລ ເຊັ່ນ ເຈົ້າແກ້ວ ບູຮົມ ກໍໄດ້ຝາກຕົວເປັນລູກສິສຍ໌ ເປັນຈຳນວນຫລວງຫລາຍ. ທ່ານເປັນຜູ້ມີຊື່ສຽງໂດ່ງດັງ. ເພື່ອໃຫ້ສົມກັບຄວາມເຄົາຣົພນັບຖື ແລະຄຸນະທັມມ໌ຄວາມດີຂອງທ່ານ ປະຊາຊົນຈຶ່ງໄດ້ ຮຽກຊື່ທ່ານວ່າ “ຍາຄຣູຂີ້ຫອມ”.
|
|
ສຽງບັນທຶກໄວ້ |
|
|
ດາວໂລ້ດ |
|
|
ອີເມວລ໌ ເຣື້ອງ |
|
|
ລົງທະບຽນເປັນສະມາຊິກ |
|
|
ພິມເຣື້ອງນີ້ |