ຣັຊກາລພຣະເຈົ້າໄຊຍະເຊຕຖາທິຣາຊທີ່ 2 (ຕໍ່)

2007-02-20

ຈັດສເນີທ່ານໂດຍ: ວຽງໄຊ

ເມື່ອເຈົ້າໄຊຍ໌ອົງຄ໌ເວ້ ໂອຣົສເຈົ້າຊົມພູ ທີ່ຫລົບໜີໄປຢູ່ເມືອງເວ້ ປະເທສແກວ ຂຶ້ນສເວີຍຣາຊເປັນພຣະຈົ້າ ແຜ່ນດິນວຽງຈັນທນ໌ ໃນປີຄຣິສຕະສັກຣາຊ 1698 ແລ້ວ ເສນາອາມາຕຍ໌ ຈຶ່ງໄດ້ຖວາຍພຣະນາມວ່າ “ເຈົ້າໄຊຍະເຊຕຖາທິຣາຊ ທີ່ 2”. ພຣະອົງຄ໌ ໄດ້ຕັ້ງເຈົ້າອົງຄ໌ລອງ ຜູ້ເປັນພຣະອະນຸຂາ ຫຣື ນ້ອງຊາຍ ຂອງພຣະອົງຄ໌ ເປັນເຈົ້າມະຫາອຸປຣາຊ ແລະໃຫ້ຂຶ້ນໄປຄອງນະຄອນຫລວງພຣະບາງ.

ຄັນເຖິງ ປີຈຸລສັກຣາຊ 1067 ກົງກັບຄຣິສຕະສັກຣາຊ 1705 ພຣະອົງຄ໌ກໍໄດ້ມີພຣະຣາຊອາຊຍາ ເຊີນເອົາ ພຣະບາງ ລົງມາໄວ້ນະຄອນວຽງຈັນທນ໌. ຕຳນານກ່າວໄວ້ວ່າ ໄດ້ເຊີນເອົາພຣະບາງ ອອກຈາກວັດວິຊຸນ ຣາຊວິຫາຣ ໃນວັນພະຫັສ ໃກ້ທ່ຽງ ເດືອນ 3 ເພັງ ໃສ່ເຮືອລ່ອງລົງມາເຖິງວຽງຈັນທນ໌ ເມື່ອເດືອນ 4 ແຮມ 4 ຄ່ຳ ວັນອັງຄາຣ ແລ້ວອາຣາທນາພຣະບາງເຈົ້າ ໄປປະດິສຖານໄວ້ ທີ່ວັດປ່າສັກຫລວງ.

ໃນເວລາທີ່ພຣະເຈົ້າໄຊຍະເຊຕຖາທິຣາຊທີ່ 2 ຂຶ້ນສເວີຍຣາຊນັ້ນ ເຈົ້າກິງກິສຣາຊ ກັບເຈົ້າອິນທະໂສມ ແລະ ເຈົ້າອົງຄ໌ຄຳ ຫລານພຣະເຈົ້າສຸຣິຍະວົງສາທັມມິກຣາຊ ຢ້ານພຣະໄຊຍເຊຕຖາທິຣາຊຈະທຳຮ້າຍແກ່ຕົນ ຈຶ່ງໄດ້ ພາເອົາໄພ່ພົລ ເສນາອາມາຕຍ໌ທີ່ຈົ່ງຮັກພັກດີຕໍ່ຕົນນັ້ນ ໜີໄປຢູ່ເມືອງພົງ, ເຈົ້າອິນທະໂສມ ໜີໄປຢູ່ເມືອງແພ່.

ບັດນີ້ ປະເທສສຍາມ ເຣີ່ມເຂົ້າມາມີບົທບາທໃນກິຈກາຣພາຍໃນຂອງລາວ.ເຫຕກາຣດັ່ງກ່າວບໍ່ແມ່ນ ປະເທສ ສຍາມ ເປັນຜູ້ກໍ່ຂຶ້ນ ແຕ່ຍ້ອນລາວ ບໍ່ມີຄວາມຖຶກຕ້ອງປອງດອງກັນເອງ ຍາດແຍ່ງກັນເປັນໃຫຍ່ ເມື່ອມີກໍຣະນີພິພາທ ພາຍ ໃນລາວ ຊຶ່ງລາວເອງແກ້ບໍ່ໄດ້ ຍ້ອນວ່າມີ ທິຕຖິ ມານະ ຈຶ່ງໄດ້ຊັກເອົາຊາຕອື່ນເຂົ້າມາຊ່ວຍແກ້ໄຂ ດັ່ງເຫຕ ກາຣທີ່ຈະນຳມາເລົ່າຕໍ່ໄປນີ້.

ໃນປີຄຣິສຕະສັກຣາຊ 1706 ຈຸລສັກຣາຊ 1068 ເຈົ້າກິງກິສຣາຊ ແລະເຈົ້າອົງຄ໌ຄຳ ທີ່ຢູ່ເມືອງພົງນັ້ນ ໄດ້ຍົກກອງ ທະຫາຣ ລົງມາຕີເອົານະຄອນຫລວງພຣະບາງ ທ້າວລອງ ມະຫາອຸປຣາຊ ທີ່ຄອງນະຄອນຫລວງພຣະບາງ ປ້ອງກັນ ເມືອງໄວ້ບໍ່ໄດ້ ຈຶ່ງໄດ້ແຕກໜີລົງມາວຽງຈັນທ໌. ເມື່ອເຈົ້າອົງຄ໌ຫລໍ່ ແລະເຈົ້າອົງຄ໌ຄຳ ໄດ້ຫລວງພຣະບາງແລ້ວ ກໍຍົກ ກຳລັງ ຕິດຕາມລົງມາຕີນະຄອນວຽງຈັນທນ໌. ສົມເດັຈພຣະເຈົ້າໄຊຍເຊຕຖາທິຣາຊທີ່ 2 ຊົງເຫັນວ່າຈະຕ້ານທານ ກຳລັງ ຂອງສັຕຣູບໍ່ໄດ້ ຈຶ່ງໄດ້ແຕ່ງຣາຊສາຣໃຫ້ຣາຊທູຕ ຖືລົງໄປຖວາຍເພທະຣາຊາ ພຣະເຈົ້າແຜ່ນດິນກຣຸງ ສຣີອຍຸທຍາ ຂໍໃຫ້ຍົກທະຫາຣມາຊ່ວຍປາບກຳລັງຂອງເຈົ້າອົງຄ໌ຫລໍ່ ແລະເຈົ້າອົງຄ໌ຄຳ.

ຄົນເຖິງ ປີຄຣິສຕະສັກຣາຊ 1707 ຈຸລສັກຣາຊ 1069 ພຣະເພທະຣາຊາ ເຈົ້າແຜ່ນດິນກຣຸງສຣີອຍຸທຍາ ໄດ້ຍົກທັພ ຂຶ້ນມາເລົ່າໂລມໃຫ້ກະສັຕທັງສອງນະຄອນ ຖຶກຕ້ອງປອງດອງກັນ. ເມື່ອຕົກລົງຖືກຕ້ອງຄ່ອງກັນແລ້ວ ກະສັຕທັງສອງ ນະຄອນ ຈຶ່ງໄດ້ແບ່ງເຂຕນ້ຳແດນດິນກັນ ຄືຕັ້ງແຕ່ຟາກນ້ຳເຫືອງຂຶ້ນໄປ ໃຫ້ເປັນເຂຕແດນນະຄອນຫລວງພຣະບາງ ຕັ້ງແຕ່ຟາກນ້ຳເຫືອງລົງມາທາງໃຕ້ ໃຫ້ເປັນເຂຕແດນຂອງນະຄອນວຽງຈັນທນ໌.

ຕັ້ງແຕ່ນັ້ນມາ ປະເທສລາວກໍໄດ້ແບ່ງອອກເປັນ 2 ອານາຈັກຣ໌ ຄື ອາຈັກຣ໌ຫລວງພຣະບາງແລະອານາຈັກຣ໌ວຽງ ຈັນທນ໌. ຄັນຕໍ່ມາ ເຖິງຄຣິສຕະສັກຣາຊ 1713 ຈຸລສັກຣາຊ 1075 ທາງນະຄອນຈຳປາສັກດິ ເຫັນຕົວຢ່າງ 2 ອານາຈັກຣ໌ທາງເໜືອ ກໍຢາກຕັ້ງຕົວເປັນເອກຣາຊເປັນພຣະເຈົ້າແຜ່ນດິນຂຶ້ນອີກ ຈຶ່ງໄດ້ແຍກຕົວອອກເປັນອານາຈັກຣ໌ ນຶ່ງຕ່າງຫາກ ບໍ່ຍອມຂຶ້ນກັບນະຄອນວຽງຈັນທນ໌.

ຕໍ່ໄປນີ້ ເຮົາຈະໄດ້ກ່າວເຖິງກາຣປ່ຽນແປງ ໃນ 3 ອານາຈັກຣ໌ເປັນລຳດັບໄປ.

ບັດນີ້ ຈັກກ່າວເຖິງພຣະເຈົ້າໄຊຍະເຊຕຖາທິຣາຊ ທີ່ 2 ຕໍ່ໄປ. ພຣະອົງຄ໌ໄດ້ຄອງເມືອງມາເຖິງ ຄຣິສຕະສັກຣາຊ 1709 ຈຸລສັກຣາຊ 1071 ພຣະບໍຣົມຣາຊາ ເຈົ້າເມືອງນະຄອນພນົມກໍໄດ້ທຳກາຣຂັດແຂງ ບໍ່ຍອມອ່ອນນ້ອມ ຕໍ່ນະຄອນວຽງຈັນທນ໌. ພຣະບໍຣົມຣາຊາໄດ້ຍົກທັພຂຶ້ນມາຕີເຂຕວຽງຈັນທນ໌ ກອງທັພຂອງພຣະບໍຣົມຣາຊາ ໄດ້ຕິຫົວ ເມືອງຕ່າງໆ ຂຶ້ນມາເປັນລຳດັບ ຈົນເຖິງ ເມືອງວຽງຄຸກ ແລະເມືອງຊາຍຟອງ, ບັດນັ້ນກອງທັພ ຂອງຝ່າຍວຽງຈັນທນ໌ ໄດ້ຍົກທັພອອກສູ້ຣົບ ເຮັດໃຫ້ກອງທັພຂອງພຣະບໍຣົມຣາຊາແຕກຖອຍຄືນໄປ. ຕໍ່ມາ ໃນປີ ຄຣິສ ຕະສັກຣາຊ 1715 ພຣະບໍຣົມຣາຊາ ກໍໄດ້ເຖິງແກ່ອະສັນຍະກັມ. ບັດນັ້ນ ພຣະເຈົ້າໄຊຍະ ເຊຕຖາທິຣາຊ ທີ່ 2 ແຫ່ງນະຄອນຫລວງ ວຽງຈັນທນ໌ ຈຶ່ງໄດ້ຍຶດເອົານະຄອນພນົມ ມາຢູ່ໃຕ້ກາຣປົກຄອງອີກ.

ພຣະອົງຄ໌ໄດ້ຊົງແຕ່ງຕັ້ງທ້າວຄຳສິງ ລູກເຂີຍພຣະບໍຣົມຣາຊາ ຂຶ້ນເປັນເຈົ້າເມືອງນະຄອນພນົມ. ສ່ວນທ້າວກູ່ແກ້ວ ລູກຊາຍຂອງພຣະບໍຣົມຣາຊາ ທີ່ໜີລົງໄປຢູ່ຈຳປາສັກດິນັ້ນ ເມື່ອຊາບຂ່າວວ່າ ອ້າຍເຂີຍ ໄດ້ຂຶ້ນເປັນເຈົ້າເມືອງ ນະຄອນພນົມ ກໍມີຄວາມເສັຍໃຈ ແລະຄິດວ່າ ວັນນຶ່ງຂ້າງໜ້າ ຕົນຈະຕ້ອງທຳສົງຄາມ ຕໍ່ສູ້ກັບອ້າຍເຂີຍ ເພື່ອຈະໄດ້ ເປັນເຈົ້າເມືອງແທນບິດາຂອງຕົນ.

ສົມເດັຈພຣະເຈົ້າໄຊຍະເຊຕຖາທິຣາຊທີ່ 2 ໄດ້ຄອງຣາຊສົມບັຕ ເປັນພຣະເຈົ້າແຜ່ນດິນ ອານາຈັກຣ໌ວຽງຈັນທນ໌ ມາເຖິງປີ ຄຣິສຕະສັກຣາຊ 1730 ກົງກັບຈຸລສັກຣາຊ 1092 ກໍສເດັຈສວັຣຄົຕ.

ຣາຍກາຣ”ປວັຕສາຕຣ໌ລາວ” ປະຈຳສັປດານີ້ ກໍເຫັນວ່າ ສົມຄວນແຕ່ພຽງເທົ່ານີ້ ສັປດາໜ້າເຮົາຈະນຳເອົາປວັຕທ້າວ ກູ່ແກ້ວ ເປັນກະບົຖຕໍ່ຕ້ານອ້າຍເຂີຍ ມາເລົາສູ່ທ່ານຟັງ ສະບາຍດີ.

ປະຫວັດສາດ ການຕໍ່ສູ້ ແລະພົງສາວະດານຂອງລາວ