ກະບົຖ ພຣະວໍຣະບິດາ

2007-03-01

ຈັດສເນີທ່ານໂດຍ: ວຽງໄຊ

ພຣະເຈົ້າສິຣິບຸນຍະສາຣ ໄດ້ພຍາຍາມເກັ້ຍກ່ອມ ພຣະວໍຣະບິດາ ໃຫ້ປ່ຽນໃຈ ກັບມາສ້າງຄວາມຖຶກຕ້ອງປອງດອງຊາຕ ແລະໃຫ້ເຫຕຜົລທີ່ບໍ່ສາມາຖຈະສະຖາປະນາທ່ານໃຫ້ຂຶ້ນເປັນເຈົ້າອຸປະຣາຊ ເພາະຂັດຕໍ່ຣາຊປະເພນີ ທີ່ຈະຍົກເອົາໄພ່ ຂຶ້ນມາເປັນເຈົ້າອຸປະຣາຊ ພຣະເຈົ້າສິຣິບຸນຍະສາຣໄດ້ຊົງພຍາຍາມຢູ່ເຖິງ 2 ປີ ແຕ່ກໍບໍ່ສຳເຣັຈ. ດັ່ງນັ້ນ, ພຣະອົງຄ໌ ຈຶ່ງ ໄດ້ແຕ່ງໃຫ້ຄົນລົງໄປເຊີນເອົາພຣະຍານະຄອນຣາຊສິມາ ເຈົ້າເມືອງນະຄອນຣາຊສີມາ ຂຶ້ນມາຊ່ວຍປາບພຣະວໍຣະ ບິດາ.

ເມືອງໜອງບົວລຳພູ ຖຶກກອງທະຫາຣວຽງຈັນທນ໌ ແລະກອງທະຫາຣຂອງນະຄອນຣາຊສີມາຕີຂນາບ. ເມື່ອເປັນເຊັ່ນ ນັ້ນ, ພຣະວໍຣະບິດາ ເຫັນວ່າ ຈະສູ້ບໍ່ໄດ້ ຈຶ່ງໄດ້ພາຄອບຄົວໜີລົງໄປນະຄອນຈຳປາສັກ. ພຣະເຈົ້າສິຣິບຸນຍະສາຣ ໄດ້ ຈັດການປາບພຣະວໍຣະບິດາລົງໄດ້ ໃນປີ ຈຸລສັກຣາຊ 1130 ກົງກັບ ຄຣິສຕະສັກຣາຊ 1768.

ບັດນີ້ຈັກກ່າວເຖິງກຣຸງສຣີອະຍຸທຍາ ຊຶ່ງກ່ອນຈະຖຶກພມ່າເຜົາ ແລະຍຶດເອົາໄປ ມີຊາຍຜູ້ນຶ່ງນາມເດີມຊື່ວ່າ ນາຍສິນ ໄດ້ ຖຶກແຕ່ງຕັ້ງໃຫ້ໄປເປັນເຈົ້າເມືອງ ເມືອງຕາກ. ຄົນທົ່ວໄປເອີ້ນວ່າ ພຣະຍາຕາກສິນ ເພາະວ່າ ນາຍສິນເປັນເຈົ້າເມືອງ. ທ່ານໄດ້ນຳເອົາປະຊາຣາສດອນ ປະມານ 500 ຄົນ ເຂົ້າໄປປ້ອງກັນພຣະນະຄອນສຣີອະຍຸທຍາໄດ້ ແຕ່ເຫັນວ່າ ຈະສູ້ ກຳລັງຂອງພມ່າບໍ່ໄດ້ ຈຶ່ງໄດ້ພາໄພ່ພົລໄປທາງປັກໃຕ້ ໄປຕັ້ງຕົວຢູ່ເມືອງຣະຍອງ ແລ້ວອອກຕີເອົາຫົວເມືອງຕ່າງໆ ຢູ່ໃນ ແຖບນັ້ນໄດ້ຫລາຍໆ ແຫ່ງ. ໃນທີ່ສຸດ ກໍເລີຍຕັ້ງຕົວເອງຂຶ້ນເປັນພຣະເຈົ້າແຜ່ນດິນ ໃນປີຄຣິສຕະສັກຣາຊ 1768 ແລ້ວມາ ຕັ້ງເມືອງຫລວງຂຶ້ນທີ່ເມືອງທົນບຸຣີ ໃຫ້ເປັນນະຄອນຫລວງ. ທົນບຸຣີ ຕັ້ງຢູ່ຝັ່ງຕະເວັນຕົກ ຂອງແມ່ນ້ຳເຈົ້າພະຍາ ກົງກັນ ຂ້າມກັບກຸງເທພ ໃນປັຈຈຸບັນ.

ໃນປີຈຸລສັກຣາຊ 1132 ກົງກັບຄຣິສຕະສັກຣາຊ 1770 ພຣະເຈົ້າສິຣິບຸນຍະສາຣ ຊົງເຫັນວ່າພຣະເຈົ້າຕາກສິນ ພຣະເຈົ້າ ແຜ່ນດິນສຍາມ ມີອານຸພາພແຂງແຮງຂຶ້ນ ຈຶ່ງສາມາຖຂັບໄລ່ກາຣຮຸກຮານຂອງພມ່າ ເຂົ້າມາໃນດິນແດນຂອງສຍາມ ໃຫ້ ພ່າຍແພ້ໄປຫລາຍຄັ້ງ ພຣະອົງຄ໌ ຈຶ່ງຄິດຢາກຈະສ້າງສາຍສັມພັນອັນດີກັບພຣະເຈົ້າກຣຸງທົນບຸຣີໄວ້.

ດັ່ງນັ້ນ, ພຣະອົງຄ໌ຈຶ່ງໄດ້ແຕ່ງໃຫ້ຣາຊທູຕ 2 ຄົນ ລົງໄປກຣຸງທົນບຸຣີ ຄືພຣະຍາໄຊຍ໌ຊົງຍົສ ທົສບຸຣີ ກັບພຣະຍາສີສັຕນາ ທິເດຊ ເຊີນພຣະຣາຊສາຣໄປຖວາຍພຣະເຈົ້າຕາກສິນ ໃນວັນຈັນ ເດືອນຍີ່ອອກໃໝ່ 15 ຄ່ຳ ພຸທສັກຣາຊ 2313 ກົງກັບ ຄຣິສຕະສັກຣາຊ 1770 ມີເນື້ອຄວາມວ່າ:

“ລາວແລະສຍາມ ຊຶ່ງຕັ້ງແຕ່ບູຣານະກາລມາ ເອີ້ນວ່າ ກຣຸງສຣີສັຕນາຄະນະຫຸຕ ກັບກຣຸງສຣີອະຍຸທຍານັ້ນ ໄດ້ເປັນ ບ້ານພີ່ເມືອງນ້ອງ ຜູກສັມພັນທະໄມຕຣີຕໍ່ກັນ ບໍ່ໄດ້ຂາດ. ຄັນຕົກມາເຖິງສມັຍນີ້ ຄືໃນແຜ່ນດິນຂອງພຣະເຈົ້າສິຣິບຸນຍະ ສາຣ ດ້ວຍຄວາມສັມພັນຂອງສອງປະເທສນີ້ ກໍໄດ້ເຫີນຫ່າງກັນໄປ ຍ້ອມປະເທສສຍາມ ໄດ້ເກີດເຫຕກາຣວຸ່ນວາຍ ຖຶກພມ່າເຂົ້າທຳລາຍບ້ານເມືອງ ເຜົາກຣຸງສຣີອະຍຸທຍາ ແລະຍຶດເອົາຫົວເມືອງຕ່າງໆ ໄວ້ເປັນເມືອງສ່ວຍ. ພຣະເຈົ້າ ເອກະທັສ ແລະພຣະບໍຣົມວົງສານຸວົງສ໌ ກໍສິ້ນພຣະຊົນໄປໝົດ.

ໃນຣະຫວ່າງທີ່ປະເທສສຍາມຂາດພຣະເຈົ້າແຜ່ນດິນ ຍ້ອນປະເທສຖຶກໄພຍ໌ສົງຄາມຍ່ຳຍີນີ້. ສັມພັນທະໄມຕຣີຣະຫວ່າງ ກຣຸງສຣີສັຕນາຄະນະຫຸຕລ້ານຊ້າງ ຈຶ່ງໄດ້ເຫີນຫ່າງກັນໄປ.

ແຕ່ຕົກມາເຖິງຄາວນີ້ ໄດ້ຊາບວ່າ ກຣຸງສຣີອະຍຸທຍາໄດ້ປົດປ່ອຍປະເທສ ເປັນອິສຣະໄດ້ແລ້ວ ແລະທາງກຣຸງສຣີສັຕນະ ຄະນະຫຸຕ ກໍ່ໄດ້ຜາບກະບົຖພາຍໃນປະເທສໃຫ້ຜ່າຍໜີໄປແລ້ວ. ດັ່ງນັ້ນ, ຈຶ່ງໄດ້ສົ່ງພຣະຣາຊສາຣ ມາຜູກສັມພັນທະ ໄມຕຣີ ຕາມປະເພນີທີ່ເຄີຍມີມາ.”

ພຣະເຈົ້າແຜ່ນດິນຕາກສິນ ເມື່ອໄດ້ຮັບຣາຊສາຣນັ້ນແລ້ວ ກໍມີຄວາມປີຕິຍິນດີເປັນຢ່າງຍິ່ງ ຈຶ່ງໄດ້ຕອບພຣະຣາຊສາຣ ຄືນມາ ແລະໄດ້ແຈ້ງມາດ້ວຍວ່າ ພຣະເຈົ້າແຜ່ນດິນຈີນ ຈະຍົກພົລມາຂຶ້ນບົກ ທີ່ປະເທສສຍາມ ເພື່ອເຂົ້າໄປຕີປະເທສ ພມ່າ ເພາະພມ່າເຂົ້າໄປກໍ່ກວນທາງເມືອງເສສວນ. ດັ່ງນັ້ນ, ຈຶ່ງຂໍໃຫ້ທາງກຣຸງສຣີສັຕນາຄະນະຫຸຕ ວຽງຈັນທນ໌ ຈັດສົ່ງ ມ້າຂນາດໃຫຍ່ໃຫ້ 300 ຕົວ ຣາຄາຈະເປັນເທົ່າໃດ ຂໍໃຫ້ທາງວຽງຈັນທນ໌ອອກໃຫ້ໄປກ່ອນແລ້ວ ກຣຸງທົນບຸຣີຈະຈ່າຍໃຫ້ ຕາມທີຫລັງ.

ພ້ອມກັບຣາຊສາຣນີ້ ກໍມີສາຣຂອງເສນາບໍດີ ກຣຸງທົນບຸຣີ ມາດ້ວຍ. ໃນສາຣນັ້ນ ເສນາບໍດີ ກຣຸງທົນບຸຣີ ໄດ້ທູລຂໍ ພຣະ ຣາຊບຸຕຣີ ຂອງພຣະເຈົ້າສິຣິບຸນຍະສາຣ ໄປເປັນອັຄະມະເຫສີ ຂອງພຣະເຈົ້າຕາກສິນດ້ວຍ. ພຣະຣາຊສາຣຂອງພຣະ ເຈົ້າຕາກສິນ ສົ່ງມາຍັງກຣຸງສຣີສັຕນາຫະນະຫຸຕ ໃນປີຄຣິສຕະສັກຣາຊ 1771.

ພຣະເຈົ້າສິຣິບຸນຍະສາຣ ໄດ້ຮັບພຣະຣາຊສາຣຂອງພຣະເຈົ້າຕາກສິນແລ້ວ ກໍບໍ່ໄດ້ຈັດກາຣຕາມ ແຕ່ປະກາຣໃດ. ຈົນ ເຖິງປີຄຣິສຕະສັກຣາຊ 1773 ພຣະເຈົ້າສຸຣິຍະວົງສ໌ແຫ່ງນະຄອນຫລວງພຣະບາງ ໄດ້ຍົກພົລລົງມາຕີວຽງຈັນທນ໌. ພຣະ ເຈົ້າສິຣິບຸນຍະສາຣ ບໍ່ສາມາຖທີ່ຈະຕີໂຕ້ຕອບກອງທັພຂອງຫລວງພຣະບາງໄດ້ ຈຶ່ງໄດ້ແຕ່ງທູຕໄປຂໍໃຫ້ພມ່າຢູ່ເມືອງ ຊຽງໃໝ່ ໃຫ້ມາຕີເອົານະຄອນຫລວງພຣະບາງ. ໂປສຸພະລາ ແມ່ທັພພມ່າ ຈຶ່ງຍົກພົລລົງມາຕີ ນະຄອນຫລວງພຣະບາງ.

ພຣະເຈົ້າສຸຣິຍະວົງສາ ໄດ້ຊາບດັ່ງນັ້ນ ຈຶ່ງຖອຍທັພກັບຄືນຫລວງພຣະບາງ ແລະໄດ້ເຂົ້າອ່ອນນ້ອມຕໍ່ພມ່າ. ເວລານັ້ນ, ພມ່າຫາທາງທີ່ຈະປາບສຍາມຢູ່ແລ້ວ. ຈຶ່ງບໍ່ທຳອັນຕຣາຍແກ່ກອງທັພຫລວງພຣະບາງ ແຕ່ກັບເກັ້ຍກ່ອມເອົາເປັນພວກ ຂອງຕົນ. ເມື່ອໄດ້ຫລວງພຣະບາງເປັນພັຄພວກຂອງຕົນແລ້ວ ກໍຍົກກຳລັງລົງມາຕີວຽງຈັນທນ໌. ທາງວຽງຈັນທນ໌ ເຫັນ ວ່າ ພມ່າມີກຳລັງ ແລະສຍາມຄົງສູ້ພມ່າບໍ່ໄດ້ຕາມເດີມ ຈຶ່ງໄດ້ຍອມຮັບເປັນມິຕກັບພມ່າ.

ປະຫວັດສາດ ການຕໍ່ສູ້ ແລະພົງສາວະດານຂອງລາວ