ຈັດສເນີທ່ານໂດຍ: ວຽງໄຊ
ເມື່ອສັປດາທີ່ຜ່ານມາ ເຮົາໄດ້ກ່າວເຖິງກາຣທະເລາະວິວາທກັນ ຣະຫວ່າງສອງອານາຈັກຣ໌ ຄື ຫລວງພຣະບາງ ແລະ ວຽງຈັນທນ໌ ແລ້ວກ່ຽວໂຍງໄປເຖິງພມ່ານຳອີກ. ໃນທີ່ສຸດ ກໍລາມໄປໃສ່ປະເທສສຍາມ ດັ່ງທີ່ເຮົາໄດ້ເລົ່າຄ້າງໄວ້.
ເມື່ອພມ່າປາບເຈົ້າສຸຣິຍະວົງສາ ພຣະເຈົ້າແຜ່ນດິນ ອານາຈັກຣ໌ຫລວງພຣະບາງ ໄດ້ແລ້ວ ແທນທີ່ຈະຢຸດຢູ່ແຕ່ພຽງ ຫລວງພຣະບາງ ຊ້ຳພັດຍັງວາງແຜນ ຈະຕີເອົາວຽງຈັນທນ໌ອີກ, ແຕ່ພຣະເຈົ້າສິຣິບຸນຍະສາຣ ເຫັນວ່າກາຣຊັກເສິກ ເຂົ້າບ້ານ ກໍຄືກາຣເອົາເສືອຫີວ ເຂົ້າມາປາບໝາຮ້າຍ ແທນທີ່ເສືອຈະກິນແຕ່ໝາ ຊ້ຳພັດຈະກິນເຈົ້າຂອງບ້ານນຳອີກ.
ເມື່ອເປັນເຊັ່ນນັ້ນ ຈຶ່ງເຫັນວ່າ ເຮັດດີກັບເສືອ ເພື່ອເອົາຕົວຣອດ ດີກວ່າ. ໃນຣະຍະນັ້ນ ພມ່າກໍເປັນປະເທສ ທີ່ມີແສນ ຍານຸພາພ ປາບປາມກໍ່ກວນປະເທສເພື່ອນບ້ານຢ່າງບັງອາດ ບໍ່ມີໃຜກ້າຈະຕໍ່ກອນ ທ້າທາຍໄດ້ ແມ່ນແຕ່ໄທສຍາມ ກໍ ຕ້ອງຍອມ ຈີນກໍຕ້ອງໄດ້ຮັບຄວາມລຳບາກໄປ ດ້ວຍເຫຕນີ້ ພຣະເຈົ້າສິຣິບຸນຍະສາຣ ກໍເລີຍເນີ້ງໄປຫາພມ່າ ຄືຍອມ ສ້າງໄມຕຣີກັບພມ່າ ເພາະເຫັນວ່າ ໃນເວລານັ້ນ ພມ່າກຳລັງຊອກຫາຊ່ອງທາງຈະປາບປາມໄທສຍາມຢູ່ແລ້ວ.
ແຕ່ຝ່າຍພມ່າກໍເຫັນວ່າ ກາຣທີ່ພຣະເຈົ້າສິຣິບຸນຍະສາຣ ຍອມເປັນມິຕດ້ວຍນັ້ນ ຄົງມີເລ່ກົລຢູ່ເບື້ອງຫລັງ ຈຶ່ງບໍ່ຍອມ ເຊື່ອໂດຍງ່າຍດາຍ. ສະນັ້ນ ແມ່ທັພຂອງພມ່າ ຄື ໂປ່ສຸພະລາ ຈຶ່ງໄດ້ເອົາພຣະຣາຊບຸຕຣ໌ ພຣະຣາຊທິດາຂອງພຣະ ເຈົ້າສິຣິບຸນຍະສາຣ ຫລາຍພຣະອົງຄ໌ ພ້ອມດ້ວຍຂ້າຣາຊກາຣຜູ້ໃຫຍ່ຫລາຍທ່ານ ໄປຍັງປະເທສພມ່າ ເພື່ອເປັນຕົວ ປະກັນ ແຕ່ຈົດໝາຍເຫຕຫຍໍ້ ຂອງວຽງຈັນທນ໌ກ່າວວ່າ ໃນປີຈຸລສັກຣາຊ 1132 ຊຶ່ງກົງກັບປີຄຣິສຕະສັກຣາຊ 1170 ນັ້ນ ພຣະເຈົ້າສິຣິບຸນຍະສາຣ ໄດ້ສົ່ງ ພຣະຣາຊບຸຕຣ໌ ພຣະຣາຊທິດາ ໄປຍັງປະເທສພມ່າ.
ຕໍ່ມາ ເຖິງປີຈຸລສັກຣາຊ 1136 ຄຣິສຕະສັກຣາຊ 1174 ໂປ່ສຸພະລາ ແມ່ທັພຂອງພມ່າ ທີ່ຕັ້ງຖານຢູ່ຊຽງໃໝ່ນັ້ນ ໄດ້ ມີຈົດໝາຍລັບໃຫ້ໂປ່ມະຍຸງງ້ວມ ກັບທະຫາຣ 300 ຄົນ ຖືລົງມາຫາພຣະເຈົ້າສິຣິບຸນຍະສາຣ. ໃນໜັງສືນັ້ນ ບອກວ່າ ຂໍໃຫ້ພຣະເຈົ້າສິຣິບຸນຍະສາຣຍົກທັພລົງໄປຕີເມືອງທົນບຸຣີ ປະເທສສຍາມ ໂດຍໃຫ້ໄປທາງຊາຍແດນລາວ ທີ່ຕິດ ກັບສຍາມ ຄື: ນະຄອນຣາຊສີມາ ສ່ວນພມ່າຈະຕີເຂົ້າທາງເມືອງຕາກ.
ພຣະເຈົ້າສິຣິບຸນຍະສາຣ ໄດ້ຮັບຈົດໝາຍນັ້ນແລ້ວ ກໍບໍ່ຊົງປະຕິບັຕຕາມ ເປັນແຕ່ຄິດວາງອຸບາຍ ຈະໃຫ້ພມ່າກັບຄືນ ໄປ. ແຕ່ຄວາມລັບຣະຫວ່າງພມ່າແລະພຣະເຈົ້າສິຣິບຸນຍະສາຣ ໄດ້ດັງໄປເຖິງ ພຣະເຈົ້າຕາກສິນ ແຫ່ງ ກຣຸງທົນບຸຣີ ໂດຍອາສັຍພຣະເຈົ້າສຸຣິຍະວົງສາ ຫລວງພຣະບາງ ທີ່ເປັນສັຕຣູງູພິສກັບພຣະເຈົ້າສິຣິບຸນຍະສາຣນັ້ນ ສົ່ງຄວາມລັບ ໃຫ້ພຣະເຈົ້າຕາກສິນຊາບ ແລະບັງເອີນ ໄທສຍາມກໍຈັບຄົນພມ່າ ຜູ້ທີ່ນຳຈົດໝາຍໄປຖວາຍ ພຣະເຈົ້າສິຣິບຸນຍະ ສາຣນັ້ນໄດ້ອີກ.
ເພາະສະນັ້ນ ພຣະເຈົ້າຕາກສິນຈຶ່ງໄດ້ຂຽນຈົດໝາຍມາຕໍ່ວ່າ ຕໍ່ຂານ ພຣະເຈົ້າສິຣິບຸນຍະສາຣ ຢ່າງເຈັບແສບ ໂດຍ ໃຫ້ພຣະຍາຫລວງເມືອງແສນ ເປັນຜູ້ຖຶມາ ໃນປີຈຸລສັກຣາຊ 1136 ກົງກັບຄຣິສຕະສັກຣາຊ 1774.
ສຳເນົາສຸພະອັກສອນ ເສນາບໍດີແຫ່ງກຣຸງທົນບຸຣີ ມາເຖິງເສນາບໍດີແຫ່ງນະຄອນວຽງຈັນທນ໌ ສບັບທີ່ 2 ນັ້ນ ມີເນື້ອ ຄວາມໂດຍຫຍໍ້ວ່າ:
“ອັນນີ້ ເປັນແຕ່ກາຣບອກແກ້ຕົວ ວ່າບໍ່ໄດ້ເປັນໃຈພມ່າ ເປັນແຕ່ຖຶກພມ່າບັງຄັບເອົາພຣະຣາຊໂອຣົສ ແລະ ພຣະຣາຊທິດາໄປ ແລ້ວຂໍໃຫ້ທາງກຣຸງທົນບຸຣີຊ່ວຍເຫລືອ. “
ພຣະເຈົ້າຕາກສິນ ໄດ້ຕອບສາຣຄືນມາອີກ ແລະຄັ້ງນີ້ ພຣະເຈົ້າຕາກສິນ ໄດ້ຂໍໃຫ້ທາງວຽງຈັນທນ໌ ຊ່ວຍອຸດໜຸນ ໃນດ້ານສະບຽງອາຫາຣ ຄືໃຫ້ທາງວຽງຈັນທນ໌ຊ່ວຍເຂົ້າ 1,000 ກວຽນ.
ຝ່າຍພຣະເຈົ້າສິຣິບຸນຍະສາຣ ກໍໄດ້ຕອບໄປອີກວ່າ ເຂົ້າຢູ່ໃນສາງ ມີແຕ່ 500 ກວຽນ. ໃຫ້ທາງກຣຸງທົນບຸຣີ ຂຶ້ນມາ ເອົາເອງ ແລະອີກປະການນຶ່ງ ທີ່ວ່າ ຂໍໃຫ້ຊ່ວຍໃນດ້ານອາວຸທນັ້ນ ທາງກຣຸງສຣີສັຕນາຄະນະຫຸຕ ວຽງຈັນທນ໌ ມີປືນ ເພີງຢູ່ 2 ພັນກະບອກ ທາງກຣຸງທົນບຸຣີບອກມາວ່າ ບໍ່ມີພາຫະນະຈະສົ່ງຂຶ້ນມາຂົນເອົາເຂົ້າ. ຖ້າທາງກຣຸງສຣີສັຕນາ ຄະນະຫຸຕ ມີຄວາມຈິງໃຈແທ້ ກໍຈົ່ງໃຫ້ຂົນໄປສົ່ງ.
ທາງກຣຸງສຣີສັຕນາຄະນະຫຸຕ ບອກໄປອີກວ່າ ເຣື່ອງປືນນັ້ນ ກໍຈະໃຫ້ ແຕ່ໃຫ້ຄົນຂອງກຣຸງທົນບຸຣີ ສົ່ງຄົນຂອງ ພວກຕົນຂຶ້ນມາຝຶກຫັດໃຫ້ ຈັກ 4,000 – 5,000 ຄົນ.
ປະກາຣນຶ່ງ ທາງກຣຸງທົນບຸຣີ ໄດ້ຕອບສາຣຂຶ້ນມາວ່າ ເຈົ້ານາຍບຸຕຣ໌ຫລານຄົນໃດທີ່ຈະໄດ້ສືບຣາຊສົມບັຕ ແຕ່ວ່າບໍ່ມີ ຄວາມຊຳນານ ໃນກາຣນະຣົງສົງຄາມ ທີ່ຈະສົ່ງລົງໄປຊ່ວຍນັ້ນ ທາງກຣຸງທົນບຸຣີ ຈະຊ່ວຍສອນໃຫ້, ອັນນີ້ ເປັນ ໃຈຄວາມໃນພຣະຣາຊສາຣ ແລະສານຂອງເສນາບໍດີ ທີ່ຕອບກັນໄປກັນມາ ຄັ້ງສຸດທ້າຍໃນປີ ຄຣິສຕະສັກຣາຊ 1775. ນັບແຕ່ນັ້ນມາ ກໍບໍ່ເຫັນມີກາຣຕິດຕໍ່ກັນອີກ.
ຕາມສັງເກຕເຫັນ ໃນສາຣຕອບກັນໄປກັນມາ ຣະຫວ່າງສອງນະຄອນນີ້ ເຮົາພໍເຂົ້າໃຈແລ້ວວ່າ ທັງສອງເກີດມີຄວາມ ບໍ່ໄວ້ວາງໃຈກັນຫລາຍຢ່າງ ຫລາຍປະກາຣ ເຊັ່ນ ພຣະເຈົ້າຕາກສິນ ຕ້ອງກາຣພຣະຣາຊທິດາ ຂອງພຣະເຈົ້າສິຣິບຸນ ຍະສາຣ ກໍບໍ່ສຳເຣັຈ ແລະທາງຫລວງພຣະບາງ ກໍທຳກາຣສັບສໍ່ ໃຫ້ສອງນະຄອນ ບໍ່ໄວ້ວາງໃຈກັນ ປະກອບກັບທີ່ ທາງກຣຸງທົນບຸຣີ ກໍໄດ້ຄວາມລັບເຣື່ອງພມ່າ ຂໍຮ່ວມມືກັບວຽງຈັນທນ໌ນັ້ນຕີໄທສຍາມ.
|
|
ສຽງບັນທຶກໄວ້ |
|
|
ດາວໂລ້ດ |
|
|
ອີເມວລ໌ ເຣື້ອງ |
|
|
ລົງທະບຽນເປັນສະມາຊິກ |
|
|
ພິມເຣື້ອງນີ້ |