ສົງຄາມຣະຫວ່າງ ລາວ ກັບ ໄທ (ຕໍ່)

2007-03-29

ຈັດສເນີທ່ານໂດຍ: ວຽງໄຊ

ເມື່ອເຈົ້າໄຊຍະກຸມາຣ ເຈົ້າຄອງນະຄອນຈຳປາສັກດິ໌ ບໍ່ສາມາຖທີ່ຈະຕໍ່ສູ້ ກັບກອງທັພໄທໄດ້ ແລະຂໍເປັນເມືອງຂຶ້ນ ຂອງປະເທສໄທໄປແລ້ວ ພຣະຍາສຸໂພ ແມ່ທັພຂອງພຣະເຈົ້າສິຣິບຸນຍະສາຣ ທີ່ຕັ້ງໝັ້ນຢູ່ດອນກອງ ແຂວງຈຳປາ ສັກດິ໌ນັ້ນ ຄັນໄດ້ຊາບວ່າ ກອງທັພໄທໄດ້ຍົກກຳລັງມາຢ່າງຫລວງຫລາຍ ເຫັນທ່າວ່າຈະສູ້ບໍ່ໄດ້ ຈຶ່ງໄດ້ຖອນທັພກັບ ຄືນວຽງຈັນທນ໌ ເພື່ອຂາບທູລເຫຕກາຣໃຫ້ພຣະເຈົ້າສິຣິບຸນຍະສາຣຊົງຊາບ.

ເມື່ອຊາບດັ່ງນັ້ນ ພຣະເຈົ້າສິຣິບຸນຍະສາຣ ຈຶ່ງໄດ້ຈັດແຈງປ້ອງກັນພຣະນະຄອນ ໂດຍແຕ່ງກອງທັພ ອອກໄປຕັ້ງຮັບມື ກັບສັຕຣູຜູ້ຣຸກຣານ ຢູ່ທີ່ເມືອງພັນພ້າວ, ເມືອງພະໂຄ, ເມືອງວຽງຄຸກ ແລະ ເມືອງໜອງຄາຍ ຢາຍກຳລັງລົງໄປຈົນ ເຖິງນະຄອນພນົມ.

ຝ່າຍກອງທັພໄທ ເມື່ອໄດ້ນະຄອນຈຳປາສັກດິ໌ເປັນຫົວເມືອງຂຶ້ນແລ້ວ ກໍໄດ້ກຳລັງເພີ່ມຂຶ້ນຕື່ມອີກ ຈຶ່ງໄດ້ເຄື່ອນທັພຂຶ້ນ ມາເລື້ອຍໆ ແລະໄດ້ບຸກເຂົ້າໂຈມຕີເມືອງນະຄອນພນົມ ທີ່ພຣະບໍຣົມຣາຊາກູ່ແກ້ວ ເປັນເຈົ້າຄອງນະຄອນນັ້ນແຕກອີກ. ພຣະບໍຣົມຣາຊາໄດ້ພາຄອບຄົວແລະພັຄພວກພ່າຍໜີໄປຕັ້ງຄ່າຍທີ່ໝັ້ນຢູ່ດອນໝູ ໄດ້ 5 ເດືອນ ກໍເລີຍເຖິງແກ່ກັມຢູ່ ໃນທີ່ນັ້ນ.

ເມື່ອເຂົ້າຍຶດເມືອງນະຄອນພນົມໄດ້ແລ້ວ ກອງທັພໄທ ກໍຍົກຂຶ້ນມາຕີເອົາເມືອງໜອງຄາຍ ຫລັງຈາກນັ້ນ ກໍຍົກກຳລັງ ຂຶ້ນມາຕີວົງລ້ອມເມືອງພະໂຄ ແລະເມືອງວຽງຄຸກໄວ້. ພວກຊາວເມືອງພະໂຄ ແລະເມືອງວຽງຄຸກ ໄດ້ຕໍ່ສູ້ ຕ້ານກັບ ກຳລັງຂອງສັຕຣູຜູ້ຣຸກຣານໄວ້ ຢ່າງແຂງຂັນ. ກອງທັພໄທຕີເຂົ້າເອົາເມືອງບໍ່ໄດ້ ເຫັນທ່າວ່າຈະເຮັດໃຫ້ພົລທະຫາຣ ເສັຍກຳລັງ ອີກປະກາຣນຶ່ງ ອາຫາຣກາຣກິນກໍຂາດເຂີນ ດັ່ງນັ້ນ ແມ່ທັພໄທ ຈຶ່ງໄດ້ວາງກົລອຸບາຍຈັບເອົາຊາວເມືອງ ໜອງຄາຍ ທັງຍິງແລະຊາຍ ເປັນຈຳນວນຫລາຍ ຕັດຄໍ ເອົາແຕ່ຫົວ ໃສ່ເຮືອໃຫ້ເຕັມ ແລ້ວບັງຄັບໃຫ້ແມ່ຍິງຊາວ ເມືອງໜອງຄາຍ ພາຍເຮືອຂຶ້ນມາຮ້ອງຂາຍຢູ່ແຖວທ່າເມືອງພະໂຄ ແລະເມືອງວຽງຄຸກ.

ພວກຊາວເມືອງໄດ້ເຫັນເຫຕກາຣທີ່ໜ້າຢ້ານກົວເຊັ່ນນັ້ນ ກໍມີໃຈສະທ້ານຢ້ານກົວ ກອງທັພໄທ ຈຶ່ງໄດ້ເຂົ້າຕີເອົາເມືອງ ພະໂຄ ແລະເມືອງວຽງຄຸກໄດ້. ເມື່ອໄດ້ 2 ເມືອງນີ້ແລ້ວ ຝ່າຍກອງທັພໄທ ຈຶ່ງໄດ້ຍົກກຳລັງຂຶ້ນມາລ້ອມເມືອງພັນ ພ້າວ. ກອງທະຫາຣເມືອງພັນພ້າວ ໄດ້ທຳກາຣຕໍ່ສູ້ ປ້ອງກັນເມືອງໄວ້ຢ່າງແຂງແຮງ. ກອງທັພໄທ ບໍ່ສາມາຖທີ່ຈະຢຶດ ເອົາເມືອງໄດ້ ເປັນແຕ່ຕັ້ງກຳລັງລ້ອມເມືອງໄວ້ ຈົນເຖິງປີຄຣິສຕະສັກຣາຊ 1779.

ໃນເວລານັ້ນ, ພຣະເຈົ້າສຸຣິຍະວົງສ໌ ພຣະເຈົ້າແຜ່ນດິນ ຣາຊອານາຈັກຣ໌ຫລວງພຣະບາງໄດ້ຊາບຂ່າວວ່າກອງທັພ ຂອງຣາຊ ອານາຈັກຣ໌ໄທ ໄດ້ຍົກກຳລັງຂຶ້ນມາຕີຣາຊອານາຈັກຣ໌ ວຽງຈັນທນ໌ ແລະຕັ້ງກຳລັງລ້ອມເມືອງພັນພ້າວໄວ້ ແລ້ວ ພຣະອົງຄ໌ ກໍມີຄວາມໂສມະນັສຍິນດີເປັນຢ່າງຍິ່ງ ເພາະວ່າ ພຣະເຈົ້າສຸຣິຍະວົງສ໌ນັ້ນ ມີຄວາມຄຽດແຄ້ນ ໃຫ້ພຣະເຈົ້າສິຣິບຸນຍະສາຣ ວ່ານຳເອົາກອງທັພພມ່າ ມາຕີນະຄອນຫລວງພຣະບາງ ພຣະເຈົ້າສຸຣິຍະວົງສ໌ ຈຶ່ງໄດ້ ມີຣາຊສາຣ ລົງໄປບອກພຣະເຈົ້າແຜ່ນດິນໄທ ວ່າຕົນຂໍອາສາ ສມັກເຂົ້າຕີນະຄອນວຽງຈັນທນ໌ ທາງດ້ານເໜືອ.

ບັດນັ້ນ, ພຣະເຈົ້າສຸຣິຍະວົງສ໌ ກໍເອົາທະຫາຣ 3,000 ຄົນ ລົງມາຕັ້ງລ້ອມວຽງຈັນທນ໌ໄວ້ທາງດ້ານເໜືອ. ພຣະເຈົ້າ ສິນິບຸນຍະສາຣ ເຫັນເສິກຂນາບທາງດ້ານໜ້າ ແລະ ດ້ານຫລັງ ເຫັນວ່າເປັນກາຣເຫລືອກຳລັງ ທີ່ຈະສູ້ໄດ້ ຈຶ່ງໄດ້ຮັບ ສັ່ງໃຫ້ກອງທະຫາຣ ຖອຍຈາກເມືອງພັນພ້າວ ຂ້າມນ້ຳຂອງມາໂຮມກັນ ປ້ອງກັນນະຄອນວຽງຈັນທນ໌ໄວ້.

ບັດນັ້ນ, ກອງທັພໄທກໍເຂົ້າຕີເອົາເມືອງພັນພ້າວໄດ້ ແລ້ວຍົກກຳລັງຂ້າມນ້ຳຂອງ ມາຕັ້ງທີ່ໝັ້ນຢູ່ທາງດ້ານຕາເວັນ ອອກຂອງນະຄອນວຽງຈັນທນ໌. ບັດນັ້ນ, ພຣະເຈົ້າສິຣິບຸນຍະສາຣ ຈຶ່ງໄດ້ແຕ່ງໃຫ້ເຈົ້ານັນທະເສນ ຣາຊໂອຣົສ ເປັນ ແມ່ທັພ ຄຸມທະຫາຣອອກຈາກເມືອງ ໄປຕີຄ້າຍທະຫາຣໄທ.

ເຈົ້ານັນທະເສນ ຂີ່ຊ້າງພາຍຄຳ ສູງ 6 ສອກ 3 ນິ້ວ ໄດ້ສູ້ຣົບຕ້ານກອງທະຫາຣໄທ ຜູ້ຣຸກຣານ ມາເປັນເວລາ 4 ເດືອນກວ່າ ກອງທັພໄທກໍຍັງບໍ່ສາມາຖທີ່ຈະຕີເຂົ້າຕົວເມືອງໄດ້. ແຕ່ພຣະເຈົ້າສິຣິບຸນຍະສາຣ ຊົງເຫັນວ່າ ຄົງຈະສູ້ ຮົບຕໍ່ໄປບໍ່ໄຫວ ຈຶ່ງໄດ້ພາເອົາເຈົ້າອິນທ໌, ເຈົ້າພົມ ຣາຊໂອຣົສແລະຄົນສນິດ ລົງເຮືອລ່ອງຕາມນ້ຳຂອງໄປຍັງເມືອງ ຄຳເກີດ ໃນເວລາກາງຄືນ.

ຝ່າຍເຈົ້ານັນທະເສນ ຜູ້ເປັນແມ່ທັພ ທີ່ຕໍ່ສູ້ຕ້ານກອງທັພໄທຢູ່ນັ້ນ ເມື່ອໄດ້ຊາບພຣະຣາຊບິດາ ຫລົບໜີໄປແລ້ວ ກໍ ເສັຍພຣະທັຍເປັນຢ່າງຍິ່ງ ຈຶ່ງໄດ້ຕົກລົງໄຂປະຕູເມືອງ ຍອມໃຫ້ກອງທັພໄທເຂົ້າເມືອງໄດ້ ໃນວັນຈັນ ເດືອນ 10 ແຮມ 3 ຄ່ຳ ປີກຸນ ຈຸລສັກຣາຊ 1141 ກົງກັບ ຄຣິສຕະສັກຣາຊ 1779.

ເມື່ອກອງທັພໄທເຂົ້າເມືອງໄດ້ແລ້ວ ກໍໄດ້ຈັບເອົາເຈົ້ານັນທະເສນຣາຊໂອຣົສ. ເຈົ້າອຸປຣາຊວັງໜ້າ ແລະພຣະນາງ ແກ້ວຍອດຟ້າກັລຍານີສຣີກະສັຕຣີ ພຣະຣາຊທິດາຂອງພຣະເຈົ້າສິຣິບຸນຍະສາຣ ຕລອດຈົນພຣະບໍຣົມວົງສານຸວົງສ໌ ເສນາຂ້າຣາຊກາຣຜູ້ໃຫຍ່ ສາວສນົມນອກໃນ ທັງໝົດ ແລ້ວກໍກວາດເກັບເອົາຊັພສິນເງິນຄຳໃນພຣະຄັງຫລວງ, ແລະ ຕາມຫໍໂຮງເຈົ້ານາຍ ສາສຕຣາອາວຸທ ພຣະແກ້ວ ພຣະບາງ ເອົາຂ້າມໄປຍັງເມືອງພັນພ້າວ ແລະສ້າງຫໍພຣະແກ້ວ ຊົ່ວຄາວຂຶ້ນໃນເມືອງພັນພ້າວນັ້ນເອງ.

ໂສກນາຕກັມອັນແສນເສົ້າ ແລະຄວາມໂຫດຮ້າຍຂອງສົງຄາມ ຣະຫວ່າງ ລາວ ໄທ ໃນຄັ້ງນີ້ ຂ້າພະເຈົ້າຈະໄດ້ນຳ ເອົາຣາຍລະອຽດ ມາສເນີທ່ານໃນສັປດາໜ້າ.

ປະຫວັດສາດ ການຕໍ່ສູ້ ແລະພົງສາວະດານຂອງລາວ