ສົງຄາມຣະຫວ່າງ ລາວ ກັບ ໄທ (ຕໍ່ຕອນ 2)

2007-04-04

ຈັດສເນີທ່ານໂດຍ: ວຽງໄຊ

ກາຣສົງຄາມຣະຫວ່າງ ລາວ ກັບ ໄທ ໃນສັປດາທີ່ຜ່ານມາ ເຮົາໄດ້ກ່າວເຖີງ ຕອນທີ່ເຈົ້ານັນທະເສນ ປ້ອງກັນ ນະຄອນວຽງຈັນທນ໌ໄວ້ ເຖິງ 4 ເດືອນກວ່າ ກອງທັພໄທກໍຕີເຂົ້ານະຄອນວຽງຈັນທນ໌ບໍ່ໄດ້. ແຕ່ເມື່ອເຈົ້າສຸຣິຍະວົງສ໌ ແຫ່ງຣາຊອານາຈັກຣ໌ຫລວງພຣະບາງຫັກຫລັງ ຫວັງຈະໄດ້ຄວາມດີຈາກໄທ ຍົກກຳລັງ 3 ພັນຄົນ ລົງມາຕີຂນາບ ທາງດ້ານເໜືອ ຂອງນະຄອນວຽງຈັນທນ໌ ພຣະເຈົ້າສິຣິບຸນຍະສາຣ ເຫັນທ່າວ່າ ຈະຕ້ານທານໄວ້ບໍ່ໄດ້ ຈຶ່ງໄດ້ພາ ຄອບຄົວລົງເຮືອຫລົບໜີໄປເມືອງຄຳເກີດ.

ເຈົ້ານັນທະເສນເສັຍພຣະທັຍ ຈຶ່ງໄດ້ໄຂປະຕູເມືອງໃຫ້ທະຫາຣໄທເຂົ້າເມືອງ. ກອງທັພໄທໄດ້ກວາດເອົາຊັພຍ໌ ສົມບັຕ ອັນ ລ້ຳຄ່າຂອງລາວ ອັນມີ ພຣະແກ້ວ ພຣະບາງ ຂ້າມໜີໄປໄວ້ເມືອງພັນພ້າວ ແລ້ວແມ່ທັພໄທ ກໍບັງຄັບໃຫ້ພຣະ ເຈົ້າສຸຣິຍະວົງສ໌ ຜູ້ຫັກຫລັງພຣະເຈົ້າສິຣິບຸນຍະສາຣ ທີ່ຫວັງໃຫ້ໄທ ຍົກຕົນຂຶ້ນເປັນພຣະເຈົ້າແຜ່ນດິນຂອງສອງ ນະຄອນນັ້ນ ຍອມເປັນເມືອງຂຶ້ນຂອງໄທ ດັ່ງດຽວກັນ.

ເຖິງເດືອນຍີ່ ແມ່ທັພໄທ ຈຶ່ງແຕ່ງໃຫ້ພຣະຍາສຸໂພ ແມ່ທັພຄົນເກົ່າ ຂອງພຣະເຈົ້າສິຣິບຸນຍະສາຣ ເປັນຜູ້ຮັກສາ ພຣະນະຄອນວຽງຈັນທນ໌ ແລ້ວແມ່ທັພໄທ ກໍກວາດຕ້ອນເອົາຄອບຄົວຊາວນະຄອນວຽງຈັນທນ໌ ກັບທັງພຣະຣາຊບຸຕ ພຣະຣາຊທິດາ ຂອງພຣະເຈົ້າສິຣິບຸນຍະສາຣ, ພຣະບໍຣົມວົງສານຸວົງສ໌, ຂຸນນາງຜູ້ໃຫຍ່, ທ້າວພຣະຍາ, ພໍ່ຄ້າ ແລະ ຄຫະບໍດີ ເສຕຖີ ຕລອດຊັພສົມບັຕ ຊ້າງ ມ້າ ພຣະແກ້ວ ພຣະບາງ ລົງໄປບາງກອກ.

ກາຣກວາດຕ້ອນຄອບຄົວລາວ ລົງໄປບາງກອກໃນຄັ້ງນັ້ນ ໄດ້ໄປເຖິງສະຣະບຸຣີ ໃນເດືອນຍີ່ແຮມ. ກອງທັພໄທ ໄດ້ ໃຫ້ຄອບຄົວລາວຫລາຍໝື່ນຄອບຄົວ ຕັ້ງບ້ານເຮືອນຢູ່ໃນທີ່ນັ້ນ ສ່ວນທີ່ເອົາລົງໄປບາງກອກ ກໍມີແຕ່ພວກທີ່ເປັນເຊື້ອ ກະສັຕ ແລະຂ້າຣາຊກາຣຊັ້ນຜູ້ໃຫຍ່.

ພຣະຣາຊອານາຈັກຣ໌ລາວ ທັງສາມອານາຈັກຣ໌ ຄື ອານາຈັກຣ໌ນະຄອນຈຳປາສັກດິ໌ ຂອງເຈົ້າໄຊຍະກຸມາຣ, ອານາ ຈັກຣ໌ວຽງຈັນທນ໌ ຂອງເຈົ້າສິຣິບຸນຍະສາຣ, ອານາຈັກຣ໌ຫລວງພຣະບາງ ຂອງເຈົ້າສຸຣິຍະວົງສ໌ ໄດ້ເສັຍຄວາມເປັນປະ ເທສເອກຣາຊ ໃຫ້ແກ່ປະເທສໄທລົງພ້ອມກັນ ໃນປີຄຣິສຕະສັກຣາຊ 1779 ດ້ວຍເຫຕແຫ່ງຄວາມບໍ່ຖຶກຕ້ອງ ປອງດອງກັນ ດ້ວຍຄວາມບັງບຽດຄຽດແຄ້ນໃຫ້ແກ່ກັນ ໃນຣະຫວ່າງພຣະຍາຕິວົງສ໌ອັນດຽວກັນ.

ອັນນີ້ ໂຮມຄວາມວ່າ ປະຊາຊົນລາວ ພາຍໃຕ້ກາຣນຳພາຂອງຂຸນລໍ ຕົ້ນຕະກູລລາວ ອົພຍົບລົງມາຈາກ ອານາຈັກຣ໌ ໜອງແສ ຫຣື ຍຸນນ່ານ ເພື່ອມາສແວງຫາສັນຕິພາພ ອິສຣະພາພ, ປົກຄອງຕົນເອງ ແລະຄວາມຢູ່ດີກິນດີ ຕາມ ລຳແມ່ນ້ຳຂອງ ຕັ້ງແຕ່ປີຄຣິສຕະສັກຣາຊ 747 ຈົນເຖິງຣັຊກາລຂອງພຣະເຈົ້າສິຣິບຸນຍະສາຣ ກໍໄດ້ເສັຍຄວາມເປັນ ຊາຕ ທີ່ມີອິສຣະ ໃຫ້ແກ່ປະເທສໄທ ໃນປີຄຣິສຕະສັກຣາຊ 1779 ໂຮມຣະຍະເວລາຂອງຄວາມເປັນລາວອິສຣະໄດ້ ພັນປີກວ່າ.

ຈັກກ່າວເຖິງ ພຣະຍາສຸໂພ ຜູ້ເປັນແມ່ທັພໃຫຍ່ ຄົນເກົ່າ ຂອງພຣະເຈົ້າສິຣິບຸນຍະສາຣ ທີ່ຖຶກຝ່າຍໄທ ແຕ່ງຕັ້ງ ໃຫ້ ເປັນຜູ້ຮັກສາກາຣຊົ່ວຄາວ ໃນນະຄອນວຽງຈັນທນ໌ ແລະຫົວເມືອງຕ່າງໆ ທີ່ຂຶ້ນກັບວຽງຈັນທນ໌ນັ້ນ ໃຫ້ເປັນຫົວເມືອງ ຂຶ້ນຝ່າຍນອກ ຂອງໄທສຍາມໄປກ່ອນ.

ຝ່າຍພຣະເຈົ້າສິຣິບຸນຍະສາຣ ທີ່ໜີເສິກໄປອາສັຍຢູ່ເມືອງຄຳເກີດ ແລ້ວຫລົບໄພເຂົ້າໄປຢູ່ໃນແດນແກວນັ້ນ ເມື່ອກອງ ທັພໄທກັບໄປແລ້ວ ກໍໄດ້ຊາບວ່າ ເຈົ້າແຜ່ນດິນໄທສຍາມ ບໍ່ໄດ້ທຳຮ້າຍໃຫ້ແກ່ຣາຊບຸຕຣ໌ ຣາຊທິດາ ທີ່ໄດ້ຈັບກວາດ ຕ້ອນລົງໄປບາງກອກ ແລະໃຫ້ກາຣຊຸບລ້ຽງ ເປັນຢ່າງດີ. ຄັ້ນເຖິງເດືອນອ້າຍ ຈຸລສັກຣາຊ 1142 ກໍສເດັຈກັບຄືນ ນະຄອນວຽງຈັນທນ໌ຂໍເປັນປະເທສຣາຊ ຂຶ້ນກັບໄທສຍາມຕໍ່ໄປ. ເຈົ້າແຜ່ນດິນກຣຸງທົນບຸຣີ ຄືພຣະເຈົ້າຕາກສິນ ກໍ ປະທານອະນຸຍາຕ ບໍ່ຊົງຖຶໂທສ. ພຣະເຈົ້າສິຣິບຸນຍະສາຣ ໄດ້ຄອງນະຄອນວຽງຈັນທນ໌ມາອີກ ໄດ້ປີກວ່າ ກໍສີ້ນພຣະຊົນລົງ ໃນປີຈຸລສັກຣາຊ 1143.

ເມື່ອພຣະເຈົ້າສິຣິບຸນຍະສາຣ ສີ້ນພຣະຊົນແລ້ວ ພຣະເຈົ້າຕາກສິນ ແຫ່ງກຣຸງທົນບຸຣີ ກໍໄດ້ຕັ້ງເຈົ້ານັນທະເສນ ໃຫ້ກັບ ຄືນມາຄອງນະຄອນວຽງຈັນທນ໌ ເມື່ອປີຂາຣ ຈຸລສັກຣາຊ 1144 ກົງກັບຄຣິສຕະສັກຣາຊ 1782.

ພຣະເຈົ້າສິຣິບຸນຍະສາຣ ມີຣາຊໂອຣົສ 4 ອົງຄ໌ ຄື ເຈົ້ານັນທະເສນ, ເຈົ້າອິນທະວົງສ໌, ເຈົ້າອະນຸວົງສ໌ (ຜູ້ກອບກູ້ ເອກຣາຊຈາກໄທສຍາມ ໃນເວລາຕໍ່ມາ) ແລະເຈົ້າພຣົມະວົງສ໌. ມີພຣະຣາຊທິດາອົງຄ໌ນຶ່ງ ນາມວ່າ ພຣະນາງແກ້ວ ຍອດຟ້າ.

ເຊື້ອພຣະວົງສ໌ ແຫ່ງຣາຊອານາຈັກຣ໌ ວຽງຈັນທນ໌ ທີ່ຖືກກວາດຕ້ອນໄປຍັງບາງກອກ ນອກຈາກພຣະຣາຊບຸຕຣ໌ ພຣະຣາຊທິດາ ຂອງພຣະເຈົ້າສິຣິບຸນຍະສາຣແລ້ວ ກໍຍັງມີຄົນສຳຄັນໆ ອີກຫລາຍ ຊຶ່ງທ່ານເຫລົ່ານີ້ ໃນເວລາຕໍ່ມາ ໄດ້ເປັນຕົ້ນຕະກູລມາລາກຸລ ນະກຣຸງເທພຯ ຕະກູລ ຈັນທະນາກອນ, ຕະກູລ ສິທທິສາຣີບຸຕຣ໌, ຕະກູລພຣົມໂມບົລ, ຕະກູລທຸມມານົນທ໌ ແລະອື່ນໆ ອີກມາກມາຍ.

ໃນປີຈຸລສັກຣາຊ 1144 ຊຶ່ງພຣະຍາມຫາກະສັຕສຶກ ແມ່ທັພໄທ ໄດ້ຕັ້ງຣາຊວົງສ໌ຈັກຣີຂຶ້ນໃໝ່ ແລະຍ້າຍຣາຊທານີ ຈາກກຣຸງທົນບຸຣີ ມາຢູ່ບາງກອກແລ້ວນັ້ນ ພຣະເຈົ້ານັນທະເສນ ກໍໄດ້ລົງໄປບາງກອກ ແລະໄດ້ຂໍເອົາພຣະບາງທີ່ໄທ ນຳເອົາໄປຈາກວຽງຈັນທນ໌ນັ້ນ ກັບຄືນວຽງຈັນທນ໌.

ປະຫວັດສາດ ການຕໍ່ສູ້ ແລະພົງສາວະດານຂອງລາວ