ຈັດສເນີທ່ານໂດຍ: ວຽງໄຊ
ເມື່ອສັປດາທີ່ຜ່ານມາ ເຮົາໄດ້ກ່າວເຖິງຣາຊອານາຈັກຣ໌ວຽງຈັນທນ໌ ໄດ້ຮັບຄວາມປຣາໄຊຍ໌ໃນສົງຄາມກັບໄທສຍາມ ໃນປີຈຸລສັກຣາຊ 1442 ກົງກັບຄຣິສຕະສັກຣາຊ 1779 ເມື່ອພຣະເຈົ້າສຸຣິຍະວົງສ໌ແຫ່ງຣາຊອານາຈັກຣ໌ ຫລວງ ພຣະບາງ ທີ່ຫວັງຈະເອົາດີກັບໄທ ເມື່ອໄທຍົກທັພເຂົ້າຕີວຽງຈັນທນ໌ ເຈົ້າສຸຣິຍະວົງສ໌ ກໍຍົກທັພເຂົ້າຕີຂນາບ ວຽງຈັນທນ໌ທາງດ້ານເໜືອ ເພື່ອຊ່ວຍໄທ.
ເມື່ອໄທຢຶດວຽງຈັນທນ໌ໄດ້ ແທນທີ່ໄທຈະເຫັນດີເຫັນຊອບນຳເຈົ້າສຸຣິຍະວົງສ໌ ໄທຊ້ຳເຫັນວ່າ ກາຣກະທຳແບບຫັກຫລັງ ຊາຕ ເຊັ່ນນັ້ນ ບໍ່ສົມຄວນທີ່ຈະລ້ຽງໄວ້ ເພາະຈະເປັນສ້ຽນໜາມແຜ່ນດິນໄທຈຶ່ງໄດ້ບັງຄັບໃຫ້ ເຈົ້າສຸຣີຍະວົງສ໌ ເປັນ ເມືອງຂຶ້ນຂອງໄທ ເຊັ່ນດຽວກັນ.
ບັດນີ້ ເຮົາຈັກກັບຄືນໄປເລົ່າເຫຕກາຣໃນສມັຍທີ່ຣາຊອານາຈັກຣ໌ຫລວງພຣະບາງ ແຍກຕົວອອກເປັນຣັຖເອກຣາຊ ຈາກວຽງຈັນທນ໌ ໃນປີ ຄຣິສຕະສັກຣາຊ 1707 ໃນສມັຍຂອງພຣະເຈົ້າໄຊຍະເຂຕຖາທິຣາຊທີ່ 2 ຫຣື ພຣະເຈົ້າໄຊ ອົງເວ້ ຂຶ້ນຄອງວຽງຈັນທນ໌.
ໃນເວລາທີ່ພຣະເຈົ້າໄຊຍະເຊຕຖາທິຣາຊທີ່ 2 ຂຶ້ນຄອງຣາຊທີ່ວຽງຈັນທນ໌ນັ້ນ ພຣະອົງຄ໌ໄດ້ແຕ່ງໃຫ້ອົງຄ໌ລອງ ພຣະອນຸຊາ ຫຣືນ້ອງຊາຍ ເປັນເຈົ້າອຸປະຣາຊ ຂຶ້ນໄປຄອງນະຄອນຫລວງພຣະບາງ. ເວລານັ້ນ ເຈົ້າກິງກິສຣາຊ ແລະເຈົ້າອົງຄ໌ຄຳ ຢ້ານວ່າ ພຣະເຈົ້າໄຊຍະເຊຕຖາທິຣາຊ ຈະທຳອັນຕຣາຍໃຫ້ ຈຶ່ງໄດ້ພາກັນລັກໜີຂຶ້ນໄປຢູ່ເມືອງພົງ. ສ່ວນເຈົ້າອິນທະໂສມກໍໜີໄປຢູ່ຊຽງໃໝ່. ຕໍ່ມາ ເຈົ້າກິງກິສຣາຊ ກັບເຈົ້າອຸ່ນຄຳ ຍົກກອງທັພລົງມາຕີເມືອງພົງ ແລ້ວ ເລີຍລົງມາຕີຫລວງພຣະບາງ. ອົງຄ໌ລອງ ເຈົ້າຄອງນະຄອນຫລວງພຣະບາງ ສູ້ບໍ່ໄດ້ ຈຶ່ງໄດ້ອົພຍົບລົງມາວຽງຈັນທນ໌ ແລະໄດ້ເຊີນເອົາພຣະບາງລົງມາ ໃນຄາວນັ້ນດ້ວຍ.
ຝ່າຍເຈົ້າກິງກິສຣາຊ ແລະເຈົ້າອົງຄຳ ເມື່ອຕີນະຄອນຫລວງພຣະບາງໄດ້ແລ້ວ ກໍຍົກທັພເລີຍລົງມາຕີວຽງຈັນທນ໌. ແລະຕັ້ງຄ່າຍລ້ອມນະຄອນວຽງຈັນທນ໌ໄວ້. ເຈົ້າໄຊຍະເຊຕຖາທິຣາຊທີ່ 2 ເຫັນວ່າ ຈະສູ້ກອງທັພຂອງພຣະເຈົ້າກິງກິ ສຣາຊບໍ່ໄດ້ ຈຶ່ງແຕ່ງຣາຊສາຣ ຖືລົງໄປຖວາຍພຣະເພທະຣາຊາ ແຫ່ງກຣຸງສຣີອະຍຸທຍາ ຂໍໃຫ້ຍົກກຳລັງມາຊ່ວຍ. ພຣະເພທະຣາຊາ ຈຶ່ງໄດ້ຂຶ້ນມາໂອບຮົມ ເກັ້ຍກ່ອມ ກະສັຕທັງສອງ ບໍ່ໃຫ້ຣົບເຣວກັນ ແລະໃຫ້ເປັນເຂຕແດນກັນ ໃນ ປີ ຄຣິສຕະສັກຣາຊ 1707 ຄືແຕ່ປາກນ້ຳເຫືອງຂຶ້ນໄປ ໃຫ້ເປັນເຂຕອານາຈັກຣ໌ຫລວງພຣະບາງ ຊຶ່ງເອີ້ນວ່າ ອານາຈັກຣ໌ລ້ານຊ້າງຮົ່ມຂາວ ຫລວງພຣະບາງ. ນັບແຕ່ໃຕ້ນ້ຳເຫືອງລົງມາໃຫ້ເປັນເຂຕຂອງວຽງຈັນທນ໌ ຊຶ່ງເອີ້ນວ່າ ກຣຸງສີສັຕະນາຄະນະຫຸຕ ລ້ານຊ້າງວຽງຈັນທນ໌.
ພຣະເຈົ້າກິງກິສຣາຊ ສເວີຍຣາຊໃນນະຄອນຫລວງພຣະບາງ ຕໍ່ມາ ຈົນເຖິງປີຄຣິສຕະສັກຣາຊ 1713 ກໍສເດັຈ ສຸຣະຄົຕ. ພຣະອົງຄ໌ ມີຣາຊທິດາ 2 ອົງຄ໌ ຄືເຈົ້າແທ່ນສາວ ແລະເຈົ້າແທ່ນຄຳ, ມີພຣະຣາຊໂອຣົສຢູ່ 1 ອົງຄ໌ ຄື ເຈົ້າອັຄຣາຊ.
ຣັຊກາລ ສົມເດັຈພຣະບໍຣົມຂັຕິຍະວົງສາ (ເຈົ້າອົງຄ໌ຄຳ) ເມື່ອພຣະເຈົ້າກິງກິສຣາຊ ສຸຣະຄົຕແລ້ວ ເຈົ້າອົງຄ໌ຄຳ ກໍຂຶ້ນສເວີຍຣາຊແທນ ແລະຊົງພຣະນາມວ່າ ສົມເດັຈ ພຣະບໍຣົມຂັຕິຍະວົງສາ. ຕໍ່ມາ ເຈົ້າອິນທະໂສມ ຜູ້ທີ່ໜີໄປຢູ່ເມືອງແພ່ ໄດ້ໄປຂໍກຳລັງຈາກເມືອງຫລ້າ, ເມືອງພົງ ລົງ ມາຕີນະຄອນຫລວງພຣະບາງ ສົມເດັຈພຣະບໍຣົມຂັຕິຍະວົງສາ ເຫັນວ່າ ເຈົ້າອິນທະໂສມ ກໍເປັນພຣະຍາຕິວົງສ໌ອັນ ດຽວກັນ ບໍ່ຢາກໃຫ້ເກີດວິວາທຜິດຖຽງກັນ ຈົນເຖິງກັບ ຍົກກຳລັງເຂົ້າປະຫັຕປະຫາຣກັນ ຈຶ່ງແຕ່ງໃຫ້ອຳມາຕ ອອກ ໄປເຊີນເຂົ້າມາ ຄອງບ້ານເມືອງຮ່ວມກັນ ເຈົ້າອິນທະໂສມ ກໍຍິນດີມາຊ່ວຍຣາຊກາຣ ກາຣປົກຄອງ ຢູ່ໃນນະຄອນ ຫລວງພຣະບາງ.
ຣັຊກາລ ເຈົ້າອິນທະໂສມ ສົມເດັຈພຣະບໍຣົມຂັຕິຍະວົງສາ ສເວີຍຣາຊມາໄດ້ 10 ປີ ຄືໃນປີ ຄຣິສຕະສັກຣາຊ 1723 ເຈົ້າອິນທະໂສມ ກັບ ພຣະຍາເມືອງຊ້າຍ ຄິດຄົບກັນເປັນກະບົຖ, ອັດປະຕູເມືອງ ໃນເວລາທີ່ພຣະບໍຣົມຂັຕິຍະວົງສາ ອອກຈາກພຣະ ນະຄອນໄປຕໍ່ນົກ. ເມື່ອພຣະອົງຄ໌ກັບຄືນສູ່ພຣະນະຄອນ ກໍເຂົ້າເມືອງບໍ່ໄດ້ ແລະຮູ້ວ່າ ເຈົ້າອິນທະໂສມ ແຍ່ງຊິງ ເອົາຣາຊສົມບັຕແລ້ວ ຈຶ່ງໄດ້ຫລົບໜີ ໄປອາສັຍຢູ່ເມືອງຊຽງໃໝ່. ເຈົ້າອິນທະໂສມ ຈຶ່ງໄດ້ປະກາສຕົວຂຶ້ນເປັນພຣະ ເຈົ້າແຜ່ນດິນອານາຈັກຣ໌ຫລວງພຣະບາງ ເຈົ້າອິນທະໂສມ ຄອງຣາຊໄດ້ 26 ປີ ມີຣາຊໂອຣົສ ຣາຊທິດາ ຮວມທັງ ໝົດ 15 ອົງຄ໌ ເປັນຊາຍ 9 ເປັນຍິງ 6.
ຣາຊໂອຣົສ 9 ອົງຄ໌ນັ້ນ ໄດ້ແກ່ ເຈົ້າໂຊຕິກະ, ເຈົ້າອະນຸຣຸທະ, ເຈົ້ານາຄ, ເຈົ້ານາຣະທະ, ເຈົ້າເຊຕຖາວົງສ໌ ເຈົ້າອົງ ເອກ, ເຈົ້າສຸຣິຍະວົງສ໌, ເຈົ້າສຸຣິວົງສ໌, ເຈົ້າສຸຣະວົງສ໌ ແລະ ເຈົ້າອິນທະພົມ. ຣາຊທິດາ 6 ອົງຄ໌ນັ້ນ ໄດ້ແກ່ ເຈົ້ານາງ ແກ້ວ ຣັຕນະພິມພາ, ເຈົ້ານາງສິຄຳກອງ, ເຈົ້ານາງສຸຊາດາ, ເຈົ້ານາງສຸທັມມາ, ເຈົ້ານາງ ນາດ ແລະ ເຈົ້ານາງແວ່ນ ແກ້ວ. ເຈົ້າອິນທະໂສມ ຄອງຣາຊສົມບັຕມາເຖີງປີ ຄຣິສຕະສັກຣາຊ 1749 ກໍສເດັຈສຸຣະຄົຕ.
ຣັຊກາລ ເຈົ້າໂຊຕິກະ ເມື່ອເຈົ້າອິນທະໂສມ ສເດັຈສຸຣະຄົຕແລ້ວ ເສນາອາມາຕ ໄດ້ຍົກຣາຊສົມບັຕໃຫ້ເຈົ້າອິນທະພົມຣາຊ ໂອຣົສຜູ້ທີ່ 9 ຂຶ້ນຄອງຣາຊສົມບັຕ. ເຈົ້າອິນທະພົມ ຄອງເມືອງໄດ້ 8 ເດືອນ ກໍຍົກຣາຊສົມບັຕໃຫ້ ເຈົ້າໂຊຕິກະ ຜູ້ເປັນພຣະເຊຕ ຖາອົງຄ໌ໃຫຍ່ ແຕ່ຄອງເມືອງໄດ້ 22 ປີ ເຈົ້າສຸຣິຍະວົງ ນ້ອງຊາຍຄົນທີ 6 ກໍເອົາກຳລັງທະຫາຣພມ່າທີ່ຊຽງໃໝ່ ລົງມາຕີ ຫລວງພຣະບາງ. ເຈົ້າໂຊຕິກະສູ້ບໍ່ໄດ້ ຈຶ່ງຍົກຣາຊສົມບັຕໃຫ້ ເຈົ້າສຸຣິຍະວົງສ໌ ເປັນພຣະເຈົ້າແຜ່ນດິນ ສືບຕໍ່ມາ.
|
|
ສຽງບັນທຶກໄວ້ |
|
|
ດາວໂລ້ດ |
|
|
ອີເມວລ໌ ເຣື້ອງ |
|
|
ລົງທະບຽນເປັນສະມາຊິກ |
|
|
ພິມເຣື້ອງນີ້ |