ຣັຊກາລ ພຣະເຈົ້າສຸຣິຍະວົງສ໌ ແຫ່ງ ຣາຊອານາຈັກຣ໌ ຫລວງພຣະບາງ

2007-04-16

ຈັດສເນີທ່ານໂດຍ: ວຽງໄຊ

ໃນສັປດາທີ່ຜ່ານມາ ເຮົາໄດ້ເລົ່າເຣື່ອງ ພຣະເຈົ້າໂຊຕິກະ ມອບຣາຊບັລລັງ ໃຫ້ ພຣະເຈົ້າສຸຣິຍະວົງສ໌ ຜູ້ຊຶ່ງເປັນ ພຣະອະນຸຊາ ອົງຄ໌ທີ່ 6 ຂອງພຣະອົງຄ໌ ຫລັງຈາກທີ່ພຣະເຈົ້າສຸຣິຍະວົງສ໌ ໄດ້ນຳເອົາກອງທະຫາຣພມ່າ ຈາກ ນະຄອນຊຽງໃໝ່ ລົງມາຕີນະຄອນຫລວງພຣະບາງ. ໃນສມັຍນັ້ນ ນະຄອນຊຽງໃໝ່ ແຫ່ງອານາຈັກຣ໌ລານນາ ເປັນ ຫົວເມືອງຂຶ້ນຂອງພມ່າ.

ພຣະເຈົ້າສຸຣິຍະວົງສ໌ ຂຶ້ນຄອງຣາຊສົມບັຕ ໄດ້ພຽງ 1 ປີ ຄືໃນປີ ຄຣິສຕະສັກຣາຊ 1771 ເທົ່ານັ້ນ ພໍຕົກມາເຖີງ ປີ ຄຣິສຕະສັກຣາຊ 1772 ກໍໄດ້ຍົກທັພມາຕີຣາຊອານາຈັກຣ໌ ສຣີສັຕະນາຄະຫະຫຸຕ ລ້ານຊ້າງ ວຽງຈັນທນ໌ ເພື່ອ ຊ່ວຍກອງທັພໄທສຍາມ ທີ່ໄດ້ຍົກທັພລ້ອມວຽງຈັນທນ໌ ເປັນເວລາ 4 ເດືອນກວ່າ ແຕ່ກໍຍັງບໍ່ສາມາຖເຂົ້າຍຶດວຽງ ຈັນທນ໌ໄດ້. ເມື່ອພຣະເຈ້າສິຣິບຸນຍະສາຣ ເຫັນວ່າ ຫລວງພຣະບາງ ອັນເປັນລາວດ້ວຍກັນ ຫັກຫລັງ ແບບຜີບ້ານ ພ້ອມຜີປ່າ ເຊັ່ນນັ້ນ ຈຶ່ງໄດ້ຫລົບໜີອອກຈາກເມືອງ. ສ່ວນເຈົ້ານັນທະເສນ ຣາຊໂອຣົສຜູ້ເປັນແມ່ທັພໃຫຍ່ ຕ້ານທານ ກັບກອງທັພໄທສຍາມຢູ່ນັ້ນ ຈຶ່ງໄດ້ໄຂປະຕູເມືອງໃຫ້ກອງທັພໄທສຍາມ ເຂົ້າຢຶດເອົາພຣະນະຄອນ ໃນວັນຈັນ ເດືອນ 10 ແຮມ 3 ຄ່ຳ ປີກຸລ ຈຸລສັກຣາຊ 1141 ກົງກັບ ຄຣິສຕະສັກຣາຊ 1779.

ບັດນັ້ນ ທັງອານາຈັກຣ໌ ຫລວງພຣະບາງ ແລະອານາຈັກຣ໌ ວຽງຈັນທນ໌ ກໍໄດ້ກາຍເປັນເມືອງຂຶ້ນຂອງໄທສຍາມ ຢ່າງ ພ້ອມພຽງກັນ ຍ້ອນລາວແກ້ແຄ້ນກັນເອງ.

ບັດນີ້ ຈັກກ່າວເຖິງ ຣາຊອານາຈັກຣ໌ ຈຳປາສັກດິ໌ ທີ່ໄດ້ເສັຍເອກຣາຊໃຫ້ແກ່ໄທສຍາມ ໃນລັກສນະດຽວກັນກັບການ ເສັຍເອກຣາຊຂອງຫລວງພຣະບາງ ໃນຣັຊກາລຂອງ ເຈົ້າໄຊຍະກຸມາຣ.

ນະຄອນຈຳປາສັກດິ໌ ມີປວັຕເປັນຣັຖເອກຣາຊ ມາກ່ອນ ຈົນເຖິງສມັຍທ່ານພຣະຄຣູຍອດແກ້ວ ໂພນສະເມັກ ຫຣື ທ່ານພຣະຄຣູຂີ້ຫອມ. ທ່ານພຣະຄຣູຂີ້ຫອມ ຈຶ່ງໄດ້ມອບນະຄອນຈຳປາສັກດິ໌ ໃຫ້ເຈົ້າສ້ອຍສີສມຸດ ພຸທທາງກູຣ ຜູ້ ເປັນຫລານຂອງພຣະເຈົ້າສຸຣິຍະວົງສາທັມມິກຣາຊ ຂຶ້ນເປັນເຈົ້າຄອງນະຄອນ.

ດິນແດນນະຄອນຈຳປາສັກດິ໌ ນີ້ ແຕ່ເດີມມາ ເປັນເມືອງຂອງພວກຈາມ ຊຶ່ງເອີ້ນວ່າ ເມືອງຈາມປານະຄອນ. ຕາມ ປວັຕກ່າວວ່າ ກະສັຕຜູ້ຄອງເມືອງທຳອິດ ມີນາມວ່າ ທ້າວຄັຊະນາມ ຕໍ່ມາແມ່ນ ພຣະຍາກາມະທາ ຜູ້ສ້າງວັດພູ ຈຳປາສັກດິ໌ ນັ້ນ ເມື່ອພຣະຍາກາມະທາສິ້ນພຣະຊົນແລ້ວ ບໍ່ມີຣາຊໂອຣົສ ຂຶ້ນຄອງຣາຊສົມບັຕສືບເມືອງແທນ.

ບັດນັ້ນ, ໄດ້ມີເຈົ້າຂເມຣອົງຄ໌ນຶ່ງ ໄດ້ຍົກຣິພົລຂຶ້ນມາຕັ້ງຢູ່ເມືອງຈາມປານະຄອນ ແລ້ວປ່ຽນຊື່ເມືອງວ່າ ນະຄອນກາລະ ຈາມບາກນາຄະບຸຣີ. ເຈົ້ານະຄອນຈາມບາກນາຄະບຸຣີ ມີໂອຣົສອົງຄ໌ນຶ່ງ ນາມວ່າ ເຈົ້າສຸທັສສະນະຣາຊາ. ເມື່ອບິດາ ສີ້ນພຣະຊົນແລ້ວ ກໍໄດ້ຂຶ້ນຄອງເມືອງຕໍ່ມາ ເຖີງປີ ຄຣິສຕະສັກຣາຊ 1628 ຈຶ່ງໄດ້ສິ້ນພຣະຊົນ.

ເມື່ອພຣະເຈົ້າສຸທັສສະນະຣາຊາ ສິ້ນພຣະຊົນ ກໍບໍ່ມີຣາຊໂອຣົສຂຶ້ນຄອງເມືອງແທນ ນະຄອນຈຳປາສັກດິ໌ ວ່າງ ກະສັຕຄອງເມືອງມາຈົນເຖິງປີ ຄຣິສຕະສັກຣາຊ 1639 ຊາວເມືອງຈຶ່ງໄດ້ເຊີນເອົາຊາຍຜູ້ນຶ່ງ ຂຶ້ນເປັນເຈົ້າເມືອງ. ຊາຍຜູ້ນັ້ນ ມີລູກສາວຜູ້ນຶ່ງ ຊື່ວ່າ ນາງເພົາ. ເມື່ອບິດາຕາຍແລ້ວ ນາງເພົາ ກໍໄດ້ປົກຄອງເມືອງນະຄອນຈຳປາສັກດິ໌ ມາຈົນເຖິງປີ ຄຣິສຕະສັກຣາຊ 1641.

ເວລານັ້ນ, ທ້າວປາງຄຳ ຜູ້ແຕ່ງໜັງສື ສິລປ໌ໄຊຍ໌ ອອກຈາກເມືອງ ໜອງບົວລຸ່ມພູ ໃນແຜ່ນດິນຂອງພຣະເຈົ້າສຸຣິຍະ ວົງສາທັມມິກຣາຊ ໄດ້ລົງໄປຄ້ອງຊ້າງ ທາງເມືອງຈຳປາສັກດິ໌ ໄປລອບຮັກສມັກສັງວາສ ກັບນາງເພົາ ຈົນໄດ້ລູກ ສາວຜູ້ນຶ່ງ ຊື່ວ່າ ນາງແພງ ແລ້ວ ທ້າວປາງຄຳ ກໍໄດ້ຕ່າວຄືນມາຢູ່ ໜອງບົວລຸ່ມພູ ຕາມເດີມ.

ເມື່ອນາງເພົາຜູ້ເປັນແມ່ ຕາຍໄປ ນາງແພງ ກໍໄດ້ປົກຄອງ ເມືອງນະຄອນຈຳປາສັກດິ໌ສືບຕໍ່ມາ.

ຢູ່ມາເຖິງປີ ຄຣິສຕະສັກຣາຊ 1690 ເມື່ອພຣະເຈົ້າສຸຣິຍະວົງສາທັມມິກຣາຊ ພຣະເຈົ້າແຜ່ນດິນວຽງຈັນທນ໌ ສເດັຈ ສຸຣະຄົຕແລ້ວ, ພຣະຍາເມືອງຈາ ແຍ່ງຊິງຣາຊສົມບັຕ ແລະຈະຈັບເອົາເຈົ້ານາງສຸມັງຄະລາ ພຣະຣາຊທິດາ ຂອງພຣະເຈົ້າສຸຣິຍະວົງສາ ເປັນອັຄຄະມະເຫສີ ແຕ່ເຈົ້ານາງບໍ່ຍອມ ຈຶ່ງໄດ້ເຂົ້າໄປຂໍເພີ່ງໂພທິສົມພາຣ ຂອງທ່ານ ພຣະຄຣູຂີ້ຫອມ. ທ່ານພຣະຄຣູຂີ້ຫອມ ໄດ້ສັ່ງໃຫ້ລູກສິສຍ໌ ຜູ້ໃກ້ຊິດຜູ້ນຶ່ງ ພາເອົາເຈົ້ານາງສຸມັງຄະລາ ໄປໄວ້ ພູຊະງໍ້ ຫໍຄຳ ນາງຈຶ່ງໄດ້ປະສູຕຣາຊໂອຣົສອົງຄ໌ນຶ່ງ ຢູ່ທີ່ ພູຊະງໍ້ຫໍຄຳ ນັ້ນ ແລະເຈົ້ານາງໄດ້ຂນາມນາມວ່າ ເຈົ້າໜໍ່ກະສັຕ. ເຈົ້າໜໍ່ກະສັຕ ອົງຄ໌ນີ້ແຫລະ ຈະເປັນເຈົ້າຄອງນະຄອນຈຳປາສັກດິ໌ ອົງຄ໌ຕໍ່ໄປ ດັ່ງເຮົາຈະນຳເອົາມາເລົ່າສູ່ທ່ານຟັງ ໃນສັປດາໜ້າ. ສະບາຍດີ.

ປະຫວັດສາດ ການຕໍ່ສູ້ ແລະພົງສາວະດານຂອງລາວ