ຈັດສເນີທ່ານໂດຍ: ວຽງໄຊ
ປະເທສລາວ ໄດ້ແຍກອອກເປັນ 3 ອານາຈັກຣ໌ ຕັ້ງແຕ່ປີຄຣິສຕະສັກຣາຊ 1707 ໄດ້ສູນເສັຍເອກຣາຊໃຫ້ແກ່ໄທ ສຍາມ ໃນປີ ຄຣິສຕະສັກຣາຊ 1779 ແຕ່ຍັງມີກະສັຕຄອງຣາຊສົມບັຕ ເປັນພຣະເຈົ້າແຜ່ນດິນສຶບຕໍ່ກັນມາທັງ 3 ອານາຈັກຣ໌.
ສຳຫຣັບຣາຊອານາຈັກຣ໌ລ້ານຊ້າງ ວຽງຈັນທນ໌ນັ້ນ ມີອານາເຂຕກວ້າງໃຫຍ່ໄພສາລ ຫລາຍກວ່າອີກ 2 ອານາຈັກຣ໌ລາວດ້ວຍກັນ.
ຣັຊກາລພຣະເຈົ້ານັນທະເສນ
ສົມເດັຈພຣະເຈົ້າສິຣິບຸນຍະສາຣ ກະສັຕຣາຊອານາຈັກຣ໌ລ້ານຊ້າງ ວຽງຈັນທນ໌ ອົງຄ໌ສຸດທ້າຍ ແຫ່ງນະຄອນ ວຽງຈັນທນ໌ ທີ່ໄດ້ປຣາຊັຍໃນກາຣທຳສົງຄາມກັບໄທສຍາມນັ້ນ ພຣະອົງຄ໌ມີຣາຊໂອຣົສ ແລະ ຣາຊທິດາ ທີ່ປາກົດ ນາມຢູ່ 4 ອົງຄ໌ຄື: ເຈົ້ານັນທະເສນ, ເຈົ້າອິນທະວົງສ໌, ເຈົ້າອະນຸວົງສ໌, ເຈົ້າພຣົມະວົງສ໌, ຣາຊທິດາອີກອົງຄ໌ນຶ່ງ ນາມ ວ່າ ພຣະນາງແກ້ວຍອດຟ້າກັລຍານີ.
ເມື່ອກອງທັພໄທສຍາມ ຍົກກຳລັງພົລທະຫາຣເຂົ້ານະຄອນວຽງຈັນທນ໌ ຍ້ອນເຈົ້ານັນທະເສນແມ່ທັພໃຫຍ່ຂອງລາວ ໄຂປະຕູເມືອງ ປ່ອຍໃຫ້ພົລທະຫາຣໄທສຍາມເຂົ້າ ເພາະ ພຣະອົງຄ໌ເສັຍພຣະທັຍ ທີ່ພຣະຣາຊບິດາ ໄດ້ຫລົບໜີອອກ ຈາກເມືອງ ພ້ອມດ້ວຍເຈົ້າອິນທະວົງສ໌ ແລະເຈົ້າພຣົມະວົງສ໌ ລົງໄປຢູ່ເມືອງຄຳເກີດ ແມ່ທັພໄທສຍາມ ຈຶ່ງໄດ້ຄຸມເອົາ ເຈົ້ານັນທະເສນ ແລະ ເຈົ້າອະນຸວົງສ໌ ກັບ ພຣະນາງແກ້ວຍອດຟ້າກັລຍານີ ລົງໄປກຸງເທພ.
ເມື່ອກອງທັພໄທສຍາມ ຖອຍອອກຈາກວຽງຈັນທນ໌ໄປແລ້ວ ພໍເຖິງເດືອນອ້າຍ ຄຣິສຕະສັກຣາຊ 1780 ພຣະເຈົ້າ ສິຣິບຸນຍະສາຣ ຈຶ່ງໄດ້ສເດັຈກັບຄືນມາຍັງນະຄອນວຽງຈັນທນ໌ ແລະຂຶ້ນຄອງເມືອງ ຕໍ່ມາໄດ້ພຽງປີດຽວ ກໍສີ້ນ ພຣະ ຊົນ. ໃນປີ ຄຣິສຕະສັກຣາຊ 1781 ພຣະເຈົ້າແຜ່ນດິນໄທ ຈຶ່ງໄດ້ສົ່ງເຈົ້ານັນທະເສນ ໃຫ້ກັບຄືນມາສເວີຍຣາຊ ເປັນ ພຣະເຈົ້າແຜ່ນດິນວຽງຈັນທນ໌ ມີພຣະນາມວ່າ ເຈົ້ານັນທະເສນພຣົມະລາວ ແລ້ວພຣະອົງຄ໌ຈຶ່ງຊົງຕັ້ງ ເຈົ້າອິນທະວົງສ໌ ເປັນເຈົ້າມະຫາອຸປະຣາຊ ສ່ວນເຈົ້າພຣົມະວົງສ໌ ແລະ ເຈົ້າອະນຸວົງສ໌ນັ້ນ ສົ່ງລົງໄປຢູ່ກຸງເທພ.
ໃນເວລາທີ່ພຣະເຈົ້ານັນທະເສນ ເປັນພຣະເຈົ້າແຜ່ນດິນນີ້ ພຣະອົງຄ໌ກໍໄດ້ຂໍເອົາພຣະບາງ ທີ່ກອງທັພໄທເອົາໄປກຣຸງ ເທພ ໃນເວລາທີ່ກອງທັພໄທເຂົ້າຍຶດວຽງຈັນທນ໌ນັ້ນ ກັບຄືນມາວຽງຈັນທນ໌. ສ່ວນພຣະແກ້ວມໍຣະກົຕ ທີ່ໄທນຳເອົາ ໄປພ້ອມກັບພຣະບາງນັ້ນ ໄທບໍ່ຍອມສົ່ງຄືນ. ໃນດ້ານນະຄອນຈຳປາສັກດິ໌ ພຣະເຈົ້າແຜ່ນດິນໄທ ກໍໄດ້ສົ່ງເຈົ້າໄຊຍະ ກຸມາຣ ຄືນມາເປັນເຈົ້າຄອງນະຄອນຈຳປາສັກດິ໌ ດັ່ງເດີມ. ພ້ອມກັນນັ້ນ ກໍໄດ້ສົ່ງເຈົ້າສຸຣິຍະວົງສ໌ ຂຶ້ນມາເປັນເຈົ້າ ຄອງນະຄອນຫລວງພຣະບາງ.
ຕົກມາໃນ ປີຄຣິສຕະສັກຣາຊ 1787 ພຣະເຈົ້ານັນທະເສນ ໄດ້ຍົກທັພຂຶ້ນໄປເມືອງຊຽງຂວາງ ໂດຍສາເຫຕທີ່ວ່າ ຄັ້ງ ນັ້ນ ເຈົ້າໄກເຊີນ ພຣະເຈົ້າແຜ່ນດິນປະເທສແກວ ຕົງແກ້ງ ປະທັບຢູ່ເມືອງເງ່ອ່ານ ໄດ້ແຕ່ງທະຫາຣຂຶ້ນມາໂຈມຕີ ເມືອງຊຽງຂວາງ ແລະບັງຄັບໃຫ້ເຈົ້າຊົມພູ ເຈົ້າຄອງນະຄອນ ຊຽງຂວາງ ຍິນຍອມເປັນເມືອງຂຶ້ນຂອງແກວ ເຈົ້າຊົມພູ ກໍຍິນຍອມສົ່ງບັນນາກາຣ ໃຫ້ແກ່ແກວ. ດ້ວຍເຫຕນີ້ ເຈົ້ານັນທະເສນຈຶ່ງໄດ້ຍົກທັພຂຶ້ນໄປຕີຍາດຊິງ ເອົາເມືອງ ຊຽງຂວາງ ແລະຄຸມເອົາເຈົ້າຊົມພູລົງມາຍັງວຽງຈັນທນ໌.
ເມື່ອເຫຕກາຣເປັນເຊັ່ນນັ້ນ ເຈົ້າໄກເຊີນ ຈຶ່ງໄດ້ແຕ່ງໃຫ້ ອົງຈຽງບາ ແລະ ອົງຈຽງວຽນ ເປັນແມ່ທັພ ຄຸມທະຫາຣ ແກວ 3 ພັນຄົນ ພ້ອມດ້ວຍຊາວເມືອງຊຽງຂວາງ ອີກ 3 ພັນຄົນ ລົງມາຕີນະຄອນວຽງຈັນທນ໌ ໃນປີ ຄຣິສຕະ ສັກຣາຊ 1788.
ພຣະເຈົ້ານັນທະເສນ ຊົງເຫັນວ່າ ເຫຕກາຣຈະລຸກລາມກາຍເປັນສົງຄາມໃຫຍ່ ຈຶ່ງໄດ້ຍອມສົ່ງເຈົ້າຊົມພູ ກັບຄືນໄປ ຄອງເມືອງຊຽງຂວາງ ຕາມຄຳຮຽກຮ້ອງຂອງແມ່ທັພແກວ. ເມື່ອສົ່ງເຈົ້າຊົມພູ ກັບຄືນໄປແລ້ວ ແມ່ທັພແກວ ກໍຍົກ ທັພກັບຄືນປະເທສແກວ.
ຕົກມາໃນປີ ຄຣິສຕະສັກຣາຊ 1789 ພຣະເຈົ້ານັນທະເສນ ໄດຍົກທັພຂຶ້ນໄປຕີນະຄອນຫລວງພຣະບາງ ຍ້ອນສາ ເຫຕ ວ່າ ພຣະເຈົ້າຄອງນະຄອນຫລວງພຣະບາງ ໄດ້ສົມຄົບເປັນໃຈພມ່າ ພ້ອມດ້ວຍເຈົ້າຊຽງຮຸ່ງ ເປັນກະບົຖຕໍ່ ປະເທສໄທ.
ພຣະເຈົ້າແຜ່ນດິນໄທ ໄດ້ອະນຸຍາຕໃຫ້ພຣະເຈົ້ານັນທະເສນ ຕັ້ງຄ້າຍອ້ອມນະຄອນຫລວງພຣະບາງໄວ້ ແລະໄດ້ ສູ້ຣົບກັນເຖິງ 15 ວັນ ກອງທັພຂອງເຈົ້ານັນທະເສນ ຈຶ່ງເຂົ້າເມືອງໄດ້ ແລ້ວຈັບເອົາ ເຈົ້າອະນຸຣຸທະ ເຈົ້ານະຄອນ ຫລວງພຣະບາງ ເຈົ້າອຸປະຣາຊນາຄ ແລະເຈົ້າມັນທາຕຸຣາຊ ພ້ອມຄອບຄົວ ລົງໄປກຸງເທພ.
|
|
ສຽງບັນທຶກໄວ້ |
|
|
ດາວໂລ້ດ |
|
|
ອີເມວລ໌ ເຣື້ອງ |
|
|
ລົງທະບຽນເປັນສະມາຊິກ |
|
|
ພິມເຣື້ອງນີ້ |