ເຈົ້ານັນທະເສນ ພຣະເຈົ້າແຜ່ນດິນ ແຫ່ງຣາຊອານາຈັກຣ໌ ລ້ານຊ້າງວຽງຈັນທນ໌ ຈັບເຈົ້າອນຸຣຸທທະ ສົ່ງໃຫ້ໄທ.

2007-04-24

ຈັດສເນີທ່ານໂດຍ: ວຽງໄຊ

ໃນປີຄຣິສຕະສັກຣາຊ 1789 ເຈົ້ານັນທະເສນ ໄດ້ຍົກທັພຂຶ້ນໄປຕີຫລວງພຣະບາງ ແລະຈັບເອົາເຈົ້າອນຸຣຸທທະ ເຈົ້າ ຄອງນະຄອນຫລວງພຣະບາງ ໃຫ້ໄທ ໃນຂໍ້ຫາວ່າ ເປັນໃຈພມ່າ. ເຈົ້ານາຍທີ່ຖືກຈັບສົ່ງລົງໄປກຣຸງເທພໃນຄາວນີ້ ກໍມີ ເຈົ້າອຸປະຣາຊນາຄ, ເຈົ້າມັນທາຕຸຣາຊ ແລະຄອບຄົວທັງໝົດ ເຈົ້າອນຸຣຸທທະ ຖືກຂັງຢູ່ກຸງເທພ ເປັນເວລາ 4 ປີ.

ເພື່ອເປັນກາຣແກ້ແຄ້ນເຈົ້ານັນທະເສນ ຕົກມາໃນປີ ຄຣິສຕະສັກຣາຊ 1793 ເຈົ້າອນຸຣຸທທະກໍໄດ້ຟ້ອງຕໍ່ເຈົ້າແຜ່ນ ດິນໄທ ວ່າເຈົ້ານັນທະເສນພ້ອມດ້ວຍພຣະບໍຣົມຣາຊາ ເຈົ້າຄອງນະຄອນພນົມ ເປັນໃຈແກວ ແລະຄິດກາຣກະບົຖ ຕໍ່ຕ້ານກຣຸງເທພຯ ດ້ວຍເຫຕນັ້ນ, ເຈົ້າແຜ່ນດິນໄທ ຈຶ່ງໄດ້ສັ່ງໃຫ້ເຈົ້ານັນທະເສນ ແລະພຣະບໍຣົມຣາຊາ ລົງໄປສູ້ຄະດີ ຢູ່ກຣຸງເທພ.

ໄດ້ມີກາຣສູ້ຄະດີກັນຢູ່ 2 ປີ ເຈົ້ານັນທະເສນ ຈຶ່ງໄດ້ສິ້ນພຣະຊົນ ຢູ່ໃນກຣຸງເທພ. ພວກເຈົ້າລາວມີຄວາມອາຄາດບາດ ໝາງກັນ ໂດຍບໍ່ຄິດເຖິງຜົລຮ້າຍທີ່ຈະເກີດຂຶ້ນ ແກ່ປະເທສຊາຕບ້ານເມືອງ ແລະລູກຫລານ ໃນພາຍຊ້ອຍ ຄິດເຫັນ ແຕ່ຜົລປະໂຍຊນ໌ ແລະຈິຕພຍາບາທ ອາຄາດຈອງເວຣແກ້ແຄ້ນກັນມົວແຕ່ຢື້ແຢ່ງແຂ່ງດີກັນເອງໂດຍຫວັງ ເອົາຊາຕ ອື່ນ ເປັນທີ່ເພີ່ງ ມີຊັພສິນເງິນທອງ ເທົ່າໃດ ກໍນຳເອົາໄປໃຊ້ ເປັນສິນບົນໃຫ້ເຈົ້ານາຍໄທ ເພື່ອຈະໃຫ້ຕົນໄດ້ໄຊຊນະ ເໜືອຄົນໃນຊາຕ ແລະເຊື້ອຊາຕຕົນເອງ.

ໃນທີ່ສຸດເງິນທອງໃນທ້ອງພຣະຄັງຫລວງ ກໍໝົດສິ້ນໄປ ຜູ້ທີ່ຣ່ຳຣວຍຢູ່ດີມີສຸຂ ກໍແມ່ນເຈົ້ານາຍເສນາບໍດີຂອງຝ່າຍໄທ ທີ່ເປັນຜູ້ໄດ້ຮັບສິນບົນ ຈາກເຈົ້ານັນທະເສນ ແລະເຈົ້າອນຸຣຸທທະ ແຫ່ງຫລວງພຣະບາງທີ່ໄດ້ຮີດໄຖໄປຈາກ ປະຊາ ຣາສດອນ.

ສ່ວນເຈົ້າອນຸຣຸທທະ ເຈົ້າຄອງນະຄອນຫລວງພຣະບາງ ໃນຖານະທີ່ເປັນຜູ້ຈົງຮັກພັກດີ ຕໍ່ເຈົ້າແຜ່ນດິນໄທ ກໍໄດ້ ຮັບຣາງວັນຕອບແທນ ດ້ວຍກາຣຖຶກສົ່ງກັບ ຄືນມາເປັນເຈົ້າ ຄອງນະຄອນຫລວງພຣະບາງຕາມເດີມ.

ໃນປີດຽວກັນ ກັບທີ່ເຈົ້າອນຸຣຸທທະ ຖຶກເຈົ້ານັນທະເສນ ຈັບສົ່ງໃຫ້ໄທນັ້ນ ປະຊາຣາສດອນລາວ ເປັນຈຳນວນ ຫລາຍ ໝື່ນຄົນ ຖຶກບັງຄັບກວາດຕ້ອນລົງໄປກຣຸງເທພ ແລະຖືກບີບບີ້ຂົ່ມເຫງ ຢ່າງແສນສາຫັສ ແບບທາຣຸນະກັມ ເຫລືອ ທີ່ສຸດ ຄືໃຫ້ຂຸດຄອງໃນກຸງເທພ ຄອງທີ່ເຂົາເຈົ້າຂຸດນັ້ນ ເອີ້ນວ່າ ຄອງແສນແສບ, ພວກຂ້າທາສລາວເຫລົ່ານັ້ນ ໄດ້ເສັຍ ຊີວິຕລົ້ມຕາຍໄປດ້ວຍກາຣທໍຣະມານ ໃຫ້ທຳງານໜັກ ເປັນໂຣຄຂາດອາຫາຣ ແລະໂຣຄອະຫິວາ ເຂົາເຈົ້າ ຕາຍ ໄປເກືອບໝົດ.

ຣັຊກາລ ເຈົ້າອິນທະວົງສ໌

ໃນປີຄຣິສຕະສັກຣາຊ 1795 ເຈົ້າອິນທະວົງສ໌ ພຣະອະນຸຊາຂອງເຈົ້ານັນທະເສນໄດ້ຂຶ້ນສເວີຍຣາຊເປັນ ພຣະເຈົ້າ ແຜ່ນ ດິນ ວຽງຈັນທນ໌ ແລ້ວກໍໄດ້ຊົງແຕ່ງຕັ້ງ ໃຫ້ເຈົ້າອະນຸວົງສ໌ ຜູ້ເປັນພຣະອະນຸຊາ ຂຶ້ນເປັນ ເຈົ້າອຸປະຣາຊ ໃນປີທີ່ ເຈົ້າອິນທະວົງສ໌ ຂຶ້ນຄອງຣາຊສົມບັຕນັ້ນພຣະອົງຄ໌ ໄດ້ຍົກທັພໄປຕີເມືອງແຖງ ໃນປີຄຣິສຕະສັກຣາຊ 1798 ແລະ 1799 ນັ້ນພຣະອົງຄ໌ກໍໄດ້ແຕ່ງໃຫ້ເຈົ້າອຸປະຣາຊ ອະນຸວົງສ໌ ເປັນແມ່ທັພ ໄປສູ້ຣົບກັບພມ່າ ເພື່ອຊ່ວຍເຫລືອໄທ ທີ່ຖຶກພມ່າຣຸກຣານ. ໃນປີຕໍ່ມານັ້ນອີກ ພຣະເຈົ້າອົນທະວົງສ໌ ກໍແຕ່ງໃຫ້ເຈົ້າອຸປະຣາຊ ອະນຸວົງສ໌ ເປັນແມ່ທັພຂຶ້ນ ໄປສູ້ຣົບກັບພມ່າ ທີ່ເຂົ້າມາຣຸກຣານເມືອງຊຽງແສນ ນັ້ນອີກ.

ພຣະເຈົ້າອິນທະວົງສ໌ ສເວີຍຣາຊ ເປັນພຣະເຈົ້າແຜ່ນດິນ ວຽງຈັນທນ໌ ມີພຣະນາມວ່າ ພຣະໄຊຍະເຊຕຖາທິຣາຊທີ່ 2 ພຣະອົງຄ໌ສເວີຍຣາຊ ມາເຖິງປີ ຄຣິສຕະສັກຣາຊ 1803 ກໍສິ້ນພຣະຊົນ ເມື່ອເດືອນ 3 ຂຶ້ນ 7 ຄ່ຳ ວັນສຸກ ຈຸລສັກ ຣາຊ 1165 ພຣະອົງຄ໌ ມີຣາຊໂອຣົສ ເທົ່າໃດອົງຄ໌ນັ້ນ ບໍ່ໄດ້ກ່າວໄວ້ໃຫ້ຊາບ ແຕ່ວ່າ ມີຣາຊທິດາອົງຄ໌ນຶ່ງໄດ້ມອບ ໃຫ້ເປັນ ນາງສນົມ ຂອງພຣະເຈົ້າແຜ່ນດິນໄທ ຣັຊກາລທີ່ນຶ່ງ ແລະໄດ້ເລື່ອນຍົສເປັນ ເຈົ້າຈອມມາຣດາ ຕໍ່ມາກໍໄດ້ ພຣະທິດາອົງຄ໌ນຶ່ງ ມີນາມວ່າ ເຈົ້າຟ້າຍິງ ກຸນທົນທິພຍະວະດີ.

ຣັຊກາລເຈົ້າອະນຸວົງສ໌

ເມື່ອເຈົ້າອິນທະວົງສ໌ ສິ້ນພຣະຊົນໄປແລ້ວ ເຈົ້າອະນຸວົງສ໌ ກໍໄດ້ຂຶ້ນຄອງຣາຊສົມບັຕແທນໃນປີຄຣິສຕະສັກຣາຊ 1804 ເມື່ອຂຶ້ນຄອງຣາຊສົມບັຕແລ້ວ ເສນາອາມາຕ ນັກປຣາຊອາຈາຣຍ໌ ຈຶ່ງໄດ້ຖວາຍພຣະນາມ ຕາມທີ່ປາກົດ ຢູ່ໃນສິລາເລກ ວັດສີສະເກສນັ້ນວ່າ ສົມເດັຈພຣະໄຊຍະເຊຕຖາທິຣາຊ ທີ່ 3.

ປະຫວັດສາດ ການຕໍ່ສູ້ ແລະພົງສາວະດານຂອງລາວ