ຣັຊກາລ ເຈົ້າອະນຸວົງສ໌

2007-04-30

ຈັດສເນີທ່ານໂດຍ: ວຽງໄຊ

ໃນສັປດາທີ່ຜ່ານມາ ເຮົາໄດ້ກ່າວເຖິງ ເຈົ້າອະນຸວົງສ໌ຂຶ້ນສເວີຍຣາຊ ແທນພຣະເຈົ້າອິນທະວົງສ໌ ຜູ້ເປັນພຣະເຊຕຖາ ທີ່ໄດ້ສເດັຈທິວົງຄົຕໄປແລ້ວໃນປີ ຄຣິສຕະສັກຣາຊ 1804 ສົມເດັຈພຣະເຈົ້າອະນຸວົງສ໌ ໄຊຍະເຊຕຖາທິຣາຊ ທີ່ 3 ນີ້ ຊົງເປັນຜູ້ມີພຣະປຣີຊາສາມາຖ ແກ້ວກ້າ ເປັນພິເສສພຣະອົງຄ໌ນຶ່ງ ໃນບັນດາພຣະເຈົ້າແຜ່ນດິນລາວລ້ານຊ້າງ ທັງຫລາຍ.

ພຣະອົງຄ໌ໄດ້ຊົງສແດງພຣະປຣີຊາສາມາຖ ຄວາມກ້າເກ່ງຂອງພຣະອົງຄ໌ ໃຫ້ເຫັນເປັນທີ່ປະຈັກຕາແກ່ປະຊາຣາສ ດອນ ຫລາຍຄັ້ງຫລາຍຫົນ ໂດຍຍົກທັພເຂົ້າປະຫັຕປະຫາຣ ໃນສົງຄາມ ເມື່ອຍັງດຳຣົງຕຳແໜ່ງມະຫາອຸປະຣາຊຢູ່ ເຊັ່ນໃນປີ ຄຣິສຕະສັກຣາຊ 1798 ແລະ 1799 ພຣະອົງຄ໌ໄດ້ຍົກທະຫາຣ 20 ພັນຄົນ ໄປຣົບກັບພມ່າ ໃນນະຄອນ ຊຽງໃໝ່. ແລະໃນ ປີຄຣິສຕະສັກຣາຊ 1803 ພຣະອົງຄ໌ກໍໄດ້ຍົກທັພໄປຕີນະຄອນຊຽງໃໝ່ອີກ ເປັນວາຣະທີ່ 2.

ໃນປີຄຣິສຕະສັກຣາຊ 1804 ເມື່ອກັບຈາກຣາຊກາຣສົງຄາມ ໃນເມືອງຊຽງແສນແລ້ວ ຈຶ່ງໄດ້ຂຶ້ນຄອງຣາຊສົມບັຕ ເປັນພຣະເຈົ້າແຜ່ນດິນ ນະຄອນວຽງຈັນທນ໌.

ເມື່ອພຣະອົງຄ໌ຂຶ້ນຄອງຣາຊສົມບັຕແລ້ວ ພຣະອົງຄ໌ກໍຊົງທຳນຸບຳຣຸງ ບຸຣະນະສ້າງສາປະເທສ ທີ່ໄດ້ຮັບຄວາມບອບຊ້ຳ ຊຸດໂຊມ ເນື່ອງຈາກສົງຄາມ ມາຫລາຍຄັ້ງຫລາຍຫົນນັ້ນ ໃຫ້ຈເຣີນຮຸ່ງເຮືອງຂຶ້ນ.

ຣາຍກາຣບຸຣະນະສ້າງສາ ປະເທສຊາຕ ຂອງພຣະອົງຄ໌ ມີຣາຍລະອຽດດັ່ງນີ້:

ໃນປີຄຣິສຕະສັກຣາຊ 1807 ໄດ້ຊົງສ້າງພຣະຣາຊວັງ ທີ່ຖຶກທຳລາຍ ໃນສມັຍສົງຄາມ ກັບໄທສຍາມ ໃນນະຄອນ ວຽງຈັນທນ໌ນັ້ນ ຂຶ້ນຄືນໃໝ່.

ໃນປີຄຣິສຕະສັກຣາຊ 1808 ໄດ້ສ້າງວັດສີບຸນເຮືອງຂຶ້ນ ໃນເມືອງໜອງຄາຍ. ໃນປິຄຣິສຕະສັກຣາຊ 1812 ເມື່ອ ສເດັຈໄປທຳບຸນສລອງ ພຣະທາຕພນົມແລ້ວ ກໍໄດ້ສ້າງຂົວຂ້າມແມ່ນ້ຳຂອງ ຢູ່ ທີ່ທ່າວັດຊ້າງເຜືອກ ບ້ານສີຊຽງໃໝ່ ໃນທຸກວັນນີ້.

ໃນປີຄຣິສຕະສັກຣາຊ 1816 ໄດ້ທຳບຸນສລອງ ຫໍພຣະແກ້ວແລະຫໍໄຕຣ. ໃນປີຄຣິສຕະສັກຣາຊ 1816 ໄດ້ຍົກກຳລັງທັພໄປປາບກະບົຖ ອ້າຍຊຽງສາ ຂຽດໂງ້ງ ເມືອງຈຳປາສັກດິ໌ ທີ່ໄດ້ຕັ້ງຕົວ ເປັນຜູ້ວິເສສຂຶ້ນໃນພວກຂ້າ ເມືອງສາຣະວັນ ຄຳທອງໃຫຍ່ແລະເມືອງອັຕະປື. ພວກຂ້າ ທີ່ເຂົ້າເປັນພັຄພວກນັ້ນ ມີຢູ່ ປະມານ 8 ພັນຄົນ ໄດ້ຍົກພັຄພວກ ເຂົ້າໄປຕັ້ງທີ່ໝັ້ນ ຢູ່ຫ່າງຈາກນະຄອນຈຳປາສັກດິ໌ໄປ ປະມານ 3 ຄືນທາງ.

ເຈົ້າໝານ້ອຍ ເຈົ້ານະຄອນຈຳປາສັກດິ໌ ຕຽມຕົວສູ້ບໍ່ທັນ ອ້າຍຊຽງສາ ຂຽດໂງ້ງ ຈຶ່ງໄດ້ຍົກພັຄພວກ ຂ້າມແມ່ນ້ຳຂອງ ໄປຕີນະຄອນຈຳປາສັກດິ໌ໄດ້. ເຈົ້າໝານ້ອຍ ໄດ້ພາຄອບຄົວ ອົພຍົບໄປຢູ່ດອນມົດແດງ ໃນແມ່ນ້ຳມູລ.ເມື່ອເປັນເຊັ່ນ ນັ້ນ, ພຣະເຈົ້າ ອະນຸວົງສ໌ ຈຶ່ງໄດ້ແຕ່ງໃຫ້ ເຈົ້າຣາຊບຸຕຣ໌ ໂຍ້ ຜູ້ເປັນຣາຊໂອຣົສ ຂອງພຣະອົງຄ໌ ເປັນແມ່ທັພ ຍົກ ກຳລັງລົງໄປຜາບ ແລະໄດ້ຮັບໄຊຊນະ ແລະຈັບອ້າຍຊຽງສາ ຂຽດໂງ້ງໄດ້. ພຣະອົງຄ໌ ຈຶ່ງຮັບສັ່ງ ຈຳຄຸກຊຽງສາ ຕລອດຊີວິຕ.

ສ່ວນພວກຂ້າ ບໍຣິວາຣນັ້ນ ຮັບສັ່ງໃຫ້ເປັນຂ້າໃຊ້ ລ້ຽງຊ້າງ. ພຣະເຈົ້າອະນຸວົງສ໌ ຫາຕົວຜູ້ມີຄວາມສາມາຖ ທີ່ຈະ ປົກຄອງນະຄອນຈຳປາສັກດິ໌ ບໍ່ໄດ້ ຈຶ່ງມີພຣະຣາຊອາຍາ ໃຫ້ເຈົ້າຣາຊບຸຕຣ໌ ໂຍ້ ເປັນເຈົ້າຄອງນະຄອນຈຳປາສັກດິ໌ ໃນປີຄຣິສຕະສັກຣາຊ 1821.

ສ່ວນເຈົ້າໝານ້ອຍ ທີ່ໄດ້ຫລົບໜີໄປຢູ່ດອນມົດແດງ ແມ່ນ້ຳມູລນັ້ນ ເມື່ອບໍ່ໄດ້ເປັນເຈົ້າຄອງນະຄອນຄືເກົ່າແລ້ວ ຈຶ່ງໄດ້ ລົງໄປກຣຸງເທພ ແລະສິ້ນພຣະຊົນຢູ່ໃນກຣຸງເທພ. ແລະໄດ້ມີກາຣຕັ້ງ ເຈົ້າຄຳປ້ອມ ຜູ້ເປັນຫລານຂອງເຈົ້າໝານ້ອຍ ນັ້ນ ໃຫ້ເປັນອຸປະຣາຊ.

ເຈົ້າຣາຊບຸຕຣ໌ ໂຍ້ ເມື່ອໄດ້ຂຶ້ນດຳຣົງຕຳແໜ່ງ ເປັນເຈົ້າຄອງນະຄອນແລ້ວ ກໍໄດ້ລົງມືສ້າງແປງບ້ານເມືອງຂຶ້ນໃໝ່ ຄື ໄດ້ສ້າງກຳແພງເມືອງຈຳປາສັກດິ໌, ຂຸດຄູອ້ອມເມືອງ, ສ້າງກຳແພງວັງຂຶ້ນໃໝ່. ນອກຈາກນັ້ນແລ້ວ ກໍຍັງໄດ້ສ້າງ ຫໍພຣະແກ້ວຂຶ້ນ ຫໍພຣະແກ້ວນີ້ ຍັງໄດ້ໃຊ້ເປັນບ່ອນຖືນ້ຳພິພັທສັຈຈາ ປະຈຳປີອີກດ້ວຍ. ເຈົ້າຣາຊບຸຕຣ໌ ໂຍ້ ຍັງໄດ້ ທຳກາຣປະຕິຮູບ ວິທີກາຣເກັບສ່ວຍສາອາກອນ ຈາກຣາສດອນໃໝ່ ທັງໄດ້ສ້າງ ເມືອງຄັນເກີງ ທີ່ຕັ້ງຢູ່ຝັ່ງກົງກັນ ຂ້າມ ກັບເມືອງເກົ່າ ທາງຕາເວັນອອກຂອງແມ່ນ້ຳຂອງ ເພື່ອໃຫ້ເປັນປ້ອມປ້ອງກັນ ນະຄອນຈຳປາສັກດິ໌.

ສ່ວນພຣະເຈົ້າອະນຸວົງສ໌ ທີ່ເຄີຍເປັນຜູ້ເກ່ງກ້າສາມາຖ ໃນກາຣທຳສົງຄາມມາແລ້ວນັ້ນ ພຣະເຈົ້າແຜ່ນດິນໄທ ອົງຄ໌ ທີ່ 2 ນາມວ່າ ພຣະພຸທທະເລີສຫລ້າ ນະພາລັຍ ຈຶ່ງຮູ້ສຶກບຸນຄຸນ ທີ່ ພຣະເຈົ້າອະນຸວົງສ໌ ໄດ້ຊ່ວຍໃນກາຣສົງຄາມ ຕໍ່ສູ້ກັບພມ່າ ມາຫລາຍຄັ້ງ ແລະພຣະອົງຄ໌ມີຄວາມຮັກແພງ ສນິດສນົມ ຍິ່ງກວ່າກະສັຕລາວອົງຄ໌ອື່ນໆ ຕົວຢ່າງ ໃນ ປີຄຣິສຕະສັກຣາຊ 1840 ພຣະເຈ້າແຜ່ນດິນໄທ ໄດ້ສ້າງສະຂຶ້ນ ໃນພຣະຣາຊວັງກຣຸງເທພ ໃຫ້ສວຍງາມ ແລະ ເປັນບ່ອນພັກຜ່ອນຢ່ອນພຣະທັຍໃຫ້ສຳຣານ ແລ້ວກໍຊົງຄິດຮອດ ຢາກໃຫ້ພຣະເຈົ້າອະນຸວົງສ໌ ຊົງພຣະສຳຣານ ເຊັ່ນ ດຽວກັນ ຈຶ່ງຊົງສັ່ງໃຫ້ພຣະຍາຈັກກຣີ ແຕ້ມແຜນທີ່ສະນັ້ນ ສົ່ງຂຶ້ນມາຖວາຍ ສົມເດັຈພຣະເຈົ້າອະນຸວົງສ໌. ໜັງສືສບັບ ນັ້ນ ໄດ້ສົ່ງມາໃນວັນສຸກ ເດືອນຍີ່ ຂຶ້ນ 1 ຄ່ຳ ຈຸລສັກຣາຊ 1171.

ປະຫວັດສາດ ການຕໍ່ສູ້ ແລະພົງສາວະດານຂອງລາ