ຈັດສເນີທ່ານໂດຍ: ວຽງໄຊ
ໃນສັປດາທີ່ຜ່ານມາ ເຮົາໄດ້ເລົ່າເຖິງ ກາຣທີ່ພຣະເຈົ້າອະນຸວົງສ໌ ທຳກາຣບຸຣະນະ ສ້າງສາບ້ານເມືອງ ໃຫ້ຈເຣີນຮຸ່ງ ເຮືອງ ພ້ອມທັງທຳນຸບຳຣຸງພຸທທະສາສນາ ພຣະສັງຄະເຈົ້າ ໃຫ້ມີກາຣສຶກສາພຣະທັມມ໌ວິນັຍ ເໝືອນດັ່ງທີ່ເຄຍມີມາ ແລ້ວແຕ່ບູຣານະກາລ.
ໃນປີຄຣິສຕະສັກຣາຊ 1825 ກົງກັບ ຈຸລສັກຣາຊ 1187 ເດືອນ 5 ຂຶ້ນ 3 ຄ່ຳ ເກີດອາເພດ ລົມພັດຫໍພຣະບາງ ຫັກ. ເມື່ອເດືອນ 6 ຂຶ້ນ 1 ຄ່ຳ ລົມພັດໂຣງຫລວງພັງທະລາຍລົງ ແລະເດືອນ 8 ຂຶ້ນ 14 ຄ່ຳ ເກິດແຜ່ນດິນໄຫວ. ໃນປີນີ້ເອງ ພຣະເຈົ້າແຜ່ນດິນໄທ ອົງຄ໌ທີ່ 2 ທີ່ຮັກແພງ ກັບພຣະເຈົ້າອະນຸນັ້ນ ສເດັຈສຸຣະຄົຕ ກະສັຕອົງຄ໌ທີ່ 3 ນາມວ່າ ພຣະນັ່ງເກົ້າ ຂຶ້ນສເວີຍຣາຊແທນ.
ເນື່ອງໃນງານປົງສົພ ພຣະເຈົ້າແຜ່ນດິນຣັຊກາລທີ່ 2 ນັ້ນ ສົມເດັຈພຣະເຈົ້າອະນຸວົງສ໌ກໍໄດ້ສເດັຈລົງໄປກຣຸງເທພ ແລະໄດ້ພາບ່າວໄພ່ ເສນາຂ້າຣາຊກາຣໄປນຳ ເປັນຈຳນວນຫລາຍ. ເມື່ອແລ້ວງານປົງສົພແລ້ວ ພຣະເຈົ້າແຜ່ນດິນໄທ ໄດ້ບັງຄັບໃຫ້ຄົນລາວ ທີ່ໄປນຳພຣະເຈົ້າອະນຸນັ້ນ ໃຫ້ໄປຕັດຕົ້ນຕາລ ເມືອງສຸພັນບຸຣີ ແກ່ລົງໄປໄວ້ ທີ່ເມືອງ ສມຸທປຣາກາຣ ເປັນຈຳນວນຫລວງຫລາຍ. ພໍໃກ້ຣະດູຝົນເຂົ້າມາແລ້ວ ພຣະເຈົ້າອະນຸ ກໍຈະກັບຄືນສູ່ຣາຊອານາ ຈັກຣ໌ວຽງຈັນທນ໌ ແລະໃນໂອກາສທີ່ຈະກັບຄືນສູ່ບ້ານເມືອງ ໃນຄັ້ງນີ້ ພຣະອົງຄ໌ ກໍໄດ້ຂໍເອົາຄນະນາຕະສິລລະຄອນ ລາວ ກັບຄືນວຽງຈັນທນ໌ ເຊັ່ນ:
ຄນະລະຄອນ ຜູ້ຍິງລາວ ທີ່ຢູ່ໃນວັງ 1 ເຈົ້າຍິງດວງຄຳ ຊຶ່ງເປັນເຈົ້າຍິງລາວ 1 ຄອບຄົວລາວ ທີ່ຖຶກກວດຕ້ອນລົງໄປຢູ່ເມືອງສະຣະບຸຣີ 1
ພຣະປະສົງຄ໌ ຂອງພຣະອົງຄ໌ນັ້ນ ກໍເພື່ອຈະນຳເອົາເຂົາເຈົ້າ ກັບຄືນມາຢູ່ນະຄອນວຽງຈັນທນ໌ ດັ່ງເດີມ. ແຕ່ພຣະເຈົ້າ ແຜ່ນດິນໄທ ບໍ່ປະທານໃຫ້ຈັກຢ່າງ. ພຣະອົງຄ໌ ຈຶ່ງໄດ້ມີຄວາມຕ່ຳຕ້ອຍ ນ້ອຍພຣະທັຍ ຕັ້ງແຕ່ບັດນັ້ນເປັນຕົ້ນມາ.
ສົມເດັຈພຣະເຈົ້າອະນຸວົງສ໌ ມີຣາຊບຸຕ ຣາຊທິດາ ທີ່ຜາກົດນາມ ຢູ່ຫລາຍອົງຄ໌ ຄື: 1. ເຈົ້າສຸທທິສາຣ (ໂປ້) 2. ເຈົ້າຣາຊວົງສ໌ (ເຫງົ້າ) 3. ເຈົ້າຣາຊບຸຕຣ໌ (ໂຢ້) 4. ເຈົ້າເຕ້ 5. ເຈົ້າບັນ 6. ເຈົ້າດວງຈັນທ໌ 7. ເຈົ້າຄຳແພງ 8. ເຈົ້າໜູຈີນ 9. ເຈົ້າປານ 10. ເຈົ້າສຸວັນນະຈັກຣ໌ 11. ເຈົ້ານາງ ຄຳວັນ 12. ເຈົ້ານາງ ຊຽງຄຳ 13. ເຈົ້າໄຊຍະສາຣ 14. ເຈົ້າເສືອ 15. ເຈົ້າເໝັ້ນ 16. ເຈົ້າຊ້າງ 17. ເຈົ້າອຶ່ງຄຳ 18. ເຈົ້າຂັຕຕິຍະ 19. ເຈົ້າພຸທທະຊາຕ 20. ເຈົ້າດິສະພົງສ໌
ສົມເດັຈພຣະເຈົ້າອະນຸວົງສ໌ທຳກາຣກູ້ອິສຣະພາພ
ຄັນເຖິງ ປີຄຣິສຕະສັກຣາຊ 1826 ໃນເວລາທີ່ພຣະເຈົ້າອະສຸວົງສ໌ ສເດັຈກັບຈາກປະເທສໄທ ແລ້ວນັ້ນ ພຣະອົງຄ໌ ໄດ້ເຊີນເຈົ້ານາຍ ພຣະບໍຣົມະວົງສານຸວົງສ໌ ແລະຂ້າຣາຊກາຣ ຊັ້ນຜູ້ໃຫຍ່ ມາປຶກສາຫາຣື ເຣື່ອງທີ່ຈະທຳກາຣກູ້ ອິສຣະພາພ ໃຫ້ພົ້ນຈາກຄວາມເປັນທາສຂອງໄທສຍາມ. ພຣະບໍຣົມະວົງສານຸວົງສ໌ ແລະຂ້າຣາຊກາຣຊັ້ນຜູ້ໃຫຍ່ ທີ່ ເຂົ້າຮ່ວມປະຊຸມໃນຄັ້ງນີ້ ກໍມີ:
1. ເຈົ້າມະຫາອຸປະຣາຊ (ຕິສສະ) ຜູ້ເປັນພຣະອນຸຊາ ຂອງພຣະເຈົ້າອະນຸວົງສ໌ ແຕ່ຕ່າງພຣະມາຣດາ. 2. ເຈົ້າ ສຸທທິສາຣ (ໂປ້) 3. ເຈົ້າຣາຊວົງສ໌ (ເຫງົ້າ) 4. ເຈົ້າຣາຊບຸຕຣ໌ (ໂຢ້) 5. ພຣະຍາເມືອງຈັນ 6. ພຣະຍາເມືອງແສນ 7. ພຣະຍາເມືອງກາງ 8. ພຣະຍາເມືອງຊ້າຍ 9. ປລັດເມືອງແສນ 10. ປລັດເມືອງຈັນ 11. ເພັຍຊານົນ ກຣົມພຣະສັສດີ (ກົມການບັນຊີທະຫາຣ)
ພຣະຣາຊອານາຈັກຣ໌ ວຽງຈັນທນ໌ ໃນຄັ້ງນັ້ນ ມີຫົວເມືອງຂຶ້ນຢູ່ 79 ຫົວເມືອງ ສົມເດັຈພຣະເຈົ້າອະນຸວົງສ໌ ຊົງທຳ ກາຣປຶກສາຫາຣືໃນຄັ້ງນີ້ ກໍເພື່ອຟັງຄວາມຄິດຄວາມເຫັນ ຈາກທຸກຝ່າຍ ເຣື່ອງທີ່ພຣະອົງຄ໌ ຊົງຄິດເຫັນ ນັ້ນຄື ໃນກຣຸງເທພເວລານັ້ນ ມີແຕ່ເຈົ້ານາຍໜຸ່ມນ້ອຍ ຂຸນນາງຜູ້ໃຫຍ່ ກໍມີໜ້ອຍ, ສີມືອອກທັພຈັບເສິກ ກໍ່ອ່ອອແອ ບໍ່ແຂງ ແຮງເໝືອນແຕ່ກ່ອນ ແລະເຈົ້າເມືອງນະຄອນຣາຊສີມາ ກໍບໍ່ຢູ່, ຫົວເມືອງຕາມທາງ ບໍ່ມີກາຣຂັດຂ້ອງ.
ອີກປະກາຣນຶ່ງ ພວກອັງກິດ ກໍພວມເຂົ້າມາກໍ່ກວນຢູ່ທາງພາຄໃຕ້ຂອງໄທ. ຖ້າວ່າ ເຮົາຍົກທັພລົງໄປຕີເອົາ ກຣຸງເທພ ໃນເວລານີ້ ກໍເຫັນວ່າຈະໄດ້. ເຈົ້າອຸປະຣາຊຕິສສະ ທູລຄັດຄ້ານວ່າ ກຣຸງເທພ ເປັນເມືອງໃຫຍ່ ເຖິງແມ່ນວ່າ ເຮົາຕີ ໄດ້ແລ້ວ ກໍເຫັນວ່າຈະຕັ້ງຢູ່ບໍ່ໄດ້ ເພາະຣາສດອນຈະໂຮມກັນເຂົ້າ ເປັນກະບົຖ. ພວກເຮົາຈະໄດ້ຮັບຄວາມລຳບາກ ຄື ກັບນອນຢູ່ເທີງຂວາກໜາມ.
ພຣະເຈົ້າອະນຸ ຊົງຕຣັສຕອບວ່າ ຖ້າເຮົາຮັກສາເມືອງໄວ້ບໍ່ໄດ້ ເຮົາກໍຈະກວາດເອົາແຕ່ຄອບ ຄົວຄົນລາວ ຂຶ້ນມາໄວ້ວຽງຈັນທນ໌ ແລ້ວຈັດກາຣປ້ອງກັນຮັກສາ ດ່ານຊ່ອງແຄບ ທາງພູເຂົາໄວ້. ພວກໄທ ຄົງບໍ່ ສາມາຖຂຶ້ນມາຕີພວກເຮົາໄດ້ ເພາະທາງກໍໄກ ແລະກັນດານຫລາຍ. ກາຣຈະສົ່ງສະບຽງອາຫາຣ ກໍລຳບາກ, ພຣະ ອົງຄ໌ເຫັນວ່າ ຈະໄດ້ຮັບໄຊຊນະ ຢ່າງແນ່ນອນ.
|
|
ສຽງບັນທຶກໄວ້ |
|
|
ດາວໂລ້ດ |
|
|
ອີເມວລ໌ ເຣື້ອງ |
|
|
ລົງທະບຽນເປັນສະມາຊິກ |
|
|
ພິມເຣື້ອງນີ້ |