ສເດັຈພຣະເຈົ້າອະນຸວົງສ໌ ທຳສົງຄາມກູ້ເອກຣາຊຈາກໄທ

2007-05-07

ຈັດສເນີທ່ານໂດຍ: ວຽງໄຊ

ໃນສັປະດາທີ່ຜ່ານມາ ເຮົາໄດ້ກ່າວເຖິງ ສົມເດັຈພຣະເຈົ້າອະນຸວົງສ໌ ປະຊຸມເສນາອາມາຕຍ໌ ຣາຊມຸນຕຣີ ເພື່ອປຶກສາ ແຜນການທຳສົງຄາມ ກູ້ເອກຣາຊ ແຜນກາຣດັ່ງກ່າວ ມີຜູ້ຄັດຄ້ານໂດຍສະເພາະ ກໍແມ່ນ ເຈົ້າອຸປະຣາຊຕິສສະແຕ່ ພຣະເຈົ້າອະນຸ ບໍ່ຍອມຟັງ ແລະສ່ວນໃຫຍ່ໃນກອງປະຊຸມນັ້ນ ກໍບໍ່ມີຜູ້ໃດ ສາມາຖຄັດຄ້ານໄດ້ ຈຶ່ງໄດ້ຕົກລົງ ໄປຕາມແຜນກາຣ.

ບັດນັ້ນ, ສົມເດັຈພຣະເຈົ້າອະນຸວົງສ໌ ກໍໄດ້ແຕ່ງຕັ້ງໃຫ້ ເຈົ້າມະຫາອຸປະຣາຊ ຕິສສະ ເປັນແມ່ທັພ ກກຳລັງພົລ ລົງ ໄປທາງເມືອງກາລະສິນ, ຮ້ອຍເອັດ, ເມືອງສຸວັນນະພູມ, ເມືອງຂອນແກ່ນ, ເມືອງຊົນະບົທ, ໃຫ້ເຈົ້າຣາຊບຸຕຣ໌ ໂຢ້ ຍົກກຳລັງພົລຈາກເມືອງຈຳປາສັກດິ໌ ລົງໄປທາງເມືອງເຂັມະຣາຊ, ເມືອງອຸບົລ, ເມືອງຍະໂສທອນ, ເມືອງສີສະເກສ, ເມືອງເດດອຸດົມ ໃຫ້ກວາດເອົາຄອບຄົວຫົວເມືອງເຫລົ່ານີ້ ຂຶ້ນມາໄວ້ວຽງຈັນທນ໌ ແລ້ວຈຶ່ງໃຫ້ຍົກທັພ ລົງໄປ ທັນກັນຢູ່ເມືອງຣາຊສີມາ.

ພ້ອມກັນນີ້ ສົມເດັຈ ພຣະເຈົ້າອະນຸ ກໍໄດ້ແຕ່ງພຣະຣາຊສານ ແລະເຄື່ອງມຸງຄຸລບັນນາກາຣ ໃຫ້ນັກພູມິນ ກັບຂ້າ ຣາຊກາຣ 50 ຄົນ ຂຶ້ນໄປຖວາຍ ພຣະເຈົ້າມັນທາຕຸຣາຊ ເຈົ້ານະຄອນຫລວງພຣະບາງທັງຊັກຊວນເກັ້ຍກ່ອມ ໃຫ້ຮ່ວມມືກັນ ທຳກາຣກູ້ຊາຕ ແລະໃຫ້ລືມຄວາມເກົ່າ ຄວາມຫລັງເສັຍ.

ຝ່າຍພຣະເຈົ້າມັນທາຕຸຣາຊ ກໍສແດງທ່າທີຄືກັບວ່າ ເຕັມພຣະທັຍ ທີ່ຈະຮ່ວມມືດ້ວຍ, ແຕ່ເມື່ອນັກພູມ ມິນ ກັບ ບ່າວໄພ່ ກັບຄືນສູ່ວຽງຈັນທນ໌ແລ້ວ ພຣະເຈົ້າມັນທາຕຸຣາຊ ກໍແຕ່ງໃຫ້ເຈົ້າສຸກະເສີມ ຣາຊບຸຕຣ໌ຜູ້ກົກ ລົງໄປ ກຣຸງເທພ ເພື່ອທູລເຫຕກາຣທີ່ພຣະເຈົ້າອະນຸວົງສ໌ ຈະຍົກທັພລົງໄປຕີກຣຸງເທພ ໂດຍຫວັງ ຈະເອົາດີ ກັບ ຄົນ ຊາຕອື່ນ ເພື່ອຈະໃຫ້ໄທຍົກຍ້ອງວ່າ ຕົນເປັນຜູ້ຈົງຮັກພັກດີຕໍ່ໄທ ແລ້ວຍົກຕົນຂຶ້ນເປັນໃຫຍ່ໃນແຜ່ນດິນລ້ານຊ້າງ.

ເມື່ອໄທ ຮູ້ຕົວແລ້ວ ກໍຈັດກາຣປ້ອງກັນປະເທສໄວ້ລ່ວງໜ້າທັນ. ຍັງບໍ່ທໍ່ນັ້ນ, ພຣະເຈົ້າມັນທາຕຸຣາຊ ຍັງໄດ້ ຈັດ ແຈງກອງທັພ ທີ່ມີກຳລັງພົລ 5,000 ຄົນໄວ້ຖ້າ ເພື່ອຊ່ວຍກອງທັພໄທ ເຂົ້າຕີວຽງຈັນທນ໌ ເພື່ອໃຫ້ເປັນກາຣຊ້ຳເຕີມ ເຈົ້າອະນຸວົງສ໌ ເຂົ້າອີກ.

ໃນເວລາທີ່ພຣະເຈົ້າອະນຸ ກຳລັງຈັດແຈງແຕ່ງກອງທັພຢູ່ນັ້ນ ກໍເກີດມີອາເພທ ວິປະຣິຕຕ່າງໆ ອັນເປັນລາງຮ້າຍ ຊຶ່ງເປັນກາຣເຕືອນວ່າ ພັຍພິບັຕຈັກເກີດຂຶ້ນແກ່ປະເທສຊາຕ ບ້ານເມືອງຄື ໃນເດືອນ 6 ຄຣິສຕະສັກຣາຊ 1826 ໄດ້ເກີດລົມພາຍຸໃຫຍ່ ພັດຍອດຊໍ່ຟ້າ ຜາສາທແລະ ຫໍພຣະແກ້ວ ພັງທະລາຍລົງ ຫໍໂຮງພຣະມະເຫສັກ 5 ຫລັງ ບ້ານເຮືອນຣາສດອນມຸ່ນທະລາຍໄປ 50 ຫລັງ. ພໍຕົກມາເຖິງເດືອນ 11 ອອກໃໝ່ 15 ຄ່ຳ ກໍ່ໄດ້ເກີດແຜ່ນດິນ ໄຫວ ເປັນເຫຕໃຫ້ ກຳແພງເມືອງດ້ານຕາເວັນອອກ ພັງທະລາຍລົງ ແຜ່ນດິນຍະອອກ ຍາວ 20 ວາ ກວ້າງສອກ ປາຍ ເລິກ 2 ວາ.

ເຖິງແມ່ນວ່າ ຈະມີນິມິຕຮ້າຍ ເກີດຂຶ້ນໃຫ້ເຫັນ ເຊັ່ນນັ້ນ ກໍຕາມ ພຣະເຈົ້າອະນຸ ກໍບໍ່ໄດ້ສົນພະທັຍນຳ ແຕ່ປະກາຣໃດ.

ພຣະເຈົ້າອະນຸວົງສ໌ ຍົກທັພຫລວງ ອອກຈາກວຽງຈັນທນ໌

ເມື່ອມີກາຣຈັດແຈງແຕ່ງທັພພ້ອມແລ້ວ ສົມເດັຈພຣະເຈົ້າອະນຸວົງສ໌ ກໍຍົກທັພຫລວງອອກຈາກວຽງຈັນທນ໌ ຂ້າມແມ່ນ້ຳຂອງ ໄປຕັ້ງຢູ່ບ້ານພັນພ້າວ ພຣະອົງຄ໌ ໄດ້ເຝິກແອບຣິພົລຊ້າງມ້າຣົບ ຢູ່ນະທີ່ນັ້ນ.

ຄັນເຖິງເດືອນຍີ່ ຄຣິສຕະສັກຣາຊ 1827 ຈຶ່ງແຕ່ງໃຫ້ ເຈົ້າຣາຊວົງສ໌ ໃຫ້ເປັນແມ່ທັພໜ້າຄຸມ ທະຫາຣ 3,000 ຄົນ ຍົກພົລລົງໄປກ່ອນ. ໃນເດືອນ 3 ແຮມ 3 ຄ່ຳ ເຈົ້າຣາຊວົງສ໌ ຍົກທັພລົງໄປເຖິງເມືອງນະຄອນຣາຊສີມາ ແລ້ວໄປ ຂໍເບີກເຂົ້າຫລວງ ນຳພຣະຍາຍົກກະບັຕເຈົ້າກຣົມສາງເຂົ້າ ເມືອງນະຄອນຣາຊສີມາ ໂດຍຕົວະພຣະຍາຍົກກະບັຕວ່າ ພຣະເຈົ້າແຜ່ນດິນກຣຸງເທພ ໃຫ້ເກນກອງທັພລົງໄປຣົບກັບອັງກິດ, ພຣະຍາຍົກກະບັຕກໍເຊື່ອ ແລ້ວກໍເບີກ ເຂົ້າໃຫ້ເຈົ້າຣາຊວົງສ໌ຕາມປະສົງຄ໌.

ເມື່ອໄດ້ເຂົ້າແລ້ວ ເຈົ້າຣາຊວົງສ໌ ກໍໃຫ້ພຣະຍາເມືອງໃຕ້ ຍົກກຳລັງລົງໄປເມືອງສະຣະບຸຣີ ສ່ວນເຈົ້າຣາຊວົງສ໌ ນັ້ນ ກໍຍົກກຳລັງລົງໄປຕາມຫລັງ ແລ້ວໄປຕັ້ງທັພຢູ່ ຂອນຂວ້າງ ພໍເຖິງເດືອນ 3 ແຮມ 9 ຄ່ຳ ກົງກັບ ວັນທີ 20 ເດືອນ ກຸມພາ 1827 ພຣະຍາເມືອງຂວາ ກໍ່ໄດ້ພາເອົາພຣະຍາສຸຣະຣາຊວົງສ໌ ເຈົ້າເມືອງ ເມືອງສະຣະບຸຣີ ພ້ອມກັບ ຫລວງ ພົມກອງຄຳ, ກອງຊຽງ ແລະ ກອງສິງ ຂຶ້ນມາເຝົ້າ ເຈົ້າຣາຊວົງສ໌ ຢູ່ບ້ານຂອນຂວ້າງ ເຈົ້າຣາຊວົງສ໌ ສັ່ງວ່າດຽວນີ້ ພວກອັງກິດຈະຍົກກຳລັງ ເຂົ້າມາຕີກຣຸງເທພ ໃຫ້ກວາດຕ້ອນເອົາຄົວລາວ ໃນເມືອງສະຣະບຸຣີ ຂຶ້ນໄປຢູ່ວຽງຈັນທນ໌ ຈຶ່ງຈະພົ້ນພັຍ. ພວກນາຍກອງ, ນາໝວດ ເມືອງສະຣະບຸຣີ ກໍໄດ້ຈັດກາຣຕາມຄຳສັ່ງໂດຍໄດ້ສັ່ງໃຫ້ຄອບຄົວຄົນລາວ ທີ່ຖຶກໄທກວາດຕ້ອນ ໄປຈາກວຽງຈັນທນ໌ທັງໝົດ ທີ່ຕັ້ງບ້ານເຮືອນ ຢູ່ໃນເມືອງສະຣະບຸຣີນັ້ນ ຂຶ້ນມາວຽງຈັນທນ໌.

ປະຫວັດສາດ ການຕໍ່ສູ້ ແລະພົງສາວະດານຂອງລາວ