ຈັດສເນີທ່ານໂດຍ: ວຽງໄຊ
ຄັນໄດ້ຣືກສ໌ງາມຍາມດີແລ້ວ ສົມເດັຈພຣະເຈົ້າອະນຸວົງສ໌ ພ້ອມດ້ວຍເຈົ້າສຸທທິສາຣ ກໍໄດ້ເຄື່ອນທັພອອກຕິດຕາມ ທັພຂອງເຈົ້າຣາຊວົງສ໌ ໄປເຖິງເມືອງນະຄອນຣາຊສີມາ ໃນເດືອນ3 ແຮມ 6 ຄ່ຳ ກົງກັບວັນທີ່ 17 ກຸມພາ 1827. ເມື່ອໄປຮອດແລ້ວ ກໍໄດ້ຕັ້ງຄ້າຍທີ່ໝັ້ນຢູ່ບຶງທະເລ ທາງດ້ານຕາເວັນອອກ ຂອງເມືອງນະຄອນຣາຊສີມາ. ພຣະອົງຄ໌ ໄດ້ຮັບສັ່ງໃຫ້ແຍກຍ້າຍກຳລັງພົລອອກເປັນ 7 ຈຸ ໃຫ້ຕັ້ງຄ້າຍຢູ່ 7 ຄ້າຍ ແຕ່ລະຄ້າຍມີກຳລັງພົລຢູ່ປະມານ 8,000 ຄົນ.
ໃນເວລານັ້ນ, ເຈົ້າພຣະຍາ ນະຄອນຣາຊສີມາ ບໍ່ຢູ່ ອອກໄປປາບກະບົຖຂເມຣ ຢູ່ເມືອງຄູຂັນ. ດ້ວຍເຫຕນີ້, ສົມເດັຈ ພຣະເຈົ້າອະນຸ ຈຶ່ງໄດ້ເຂົ້າຍຶດເອົາເມືອງນະຄອນຣາຊສີມາ ໄດ້ຢ່າງງ່າຍດາຍ. ບັດນັ້ນ, ພຣະອົງຄ໌ຈຶ່ງໄດ້ຮັບສັ່ງ ໃຫ້ ພຣະຍາພົມ ຍົກກະບັຕ ເມືອງນະຄອນຣາຊສີມາ ກວາດເອົາຄອບຄົວຊາວເມືອງນະຄອນຣາຊສີມາຂຶ້ນໄປຍັງນະຄອນ ວຽງຈັນ ທນ໌ໃຫ້ໝົດພາຍໃນເວລາ 2 ວັນ, ພຣະຍາພົມຍົກກະບັຕ ກໍໄດ້ປະຕິບັຕຕາມ.
ເຈົ້າອຸປະຣາຊຕິສສະກະບົຖຕໍ່ພຣະເຈົ້າອະນຸວົງສ໌
ມື່ອເຈົ້າອຸປະຣາຊຕິສສະ ໄດ້ຍົກທັພລົງໄປເຖິງເມືອງສຸວັນນະພູມແລ້ວ ກໍໄດ້ເຂົ້າໄປຫາພຣະສຸຣີຍະພັກດີ ປ້ອມ ຊຶ່ງເປັນຂ້າຫລວງໄທ ທີ່ຂຶ້ນມາສັກເລຂ ຈົດທະບຽນປະຊາຊົນ ຢູ່ເມືອງ ຍະໂສທອນ ເພື່ອປຶກສາຫາຣືກັນ. ເຈົ້າ ອຸປະຣາຊຕິສສະ ຊຶ່ງບໍ່ເຫັນດີນຳແຜນກາຣ ກູ້ຊາຕອອກຈາກກາຣເປັນຫົວເມືອງຂຶ້ນຂອງສົມເດັຈພຣະເຈົ້າ ອະນຸວົງສ໌ ຢູ່ແລ້ວ ຈຶ່ງໄດ້ໄຂແຜນກາຣລັບທັງໝົດ ໃຫ້ພຣະສຸຣິຍະພັກດີ ປ້ອມ ຟັງ. ໂດຍຫວັງວ່າ ຖ້າຝ່າຍໄທ ປາບສົມເດັຈ ພຣະເຈົ້າອະນຸວົງສ໌ໄດ້ ໄທກໍຈະຍົກຕົນຂຶ້ນເປັນເຈົ້າຄອງນະຄອນວຽງຈັນທນ໌.
ເມື່ອເຈົ້າອຸປະຣາຊຕິສສະ ເຜີຍແຜນກາຣລັບໃຫ້ພຣະສຸຣິຍະພັກດີ ປ້ອມ ຊາບດັ່ງນີ້ແລ້ວ ຈຶ່ງໄດ້ອອກໜັງສືເດີນທາງ ໃຫ້ພຣະສຸຣິຍະພັກດີ ປ້ອມ ອອກເດີນທາງໄປຍັງກຣຸງເທພ. ໜັງສືເດີນທາງສບັບນັ້ນ ມີເນື້ອຄວາມວ່າ ພຣະສຸຣິຍະ ພັກດີ ປ້ອມ ເປັນຄົນບໍຣິສຸດ ຍອມສວາມິພັກແລ້ວ ແລະຈະລົງໄປຮັບເອົາຄອບຄົວຄົນລາວຂຶ້ນມາວຽງຈັນທນ໌.
ເມື່ອສຸຣິຍະພັກດີ ເດີນທາງໄປເຖິງເມືອງນະຄອນຣາຊສີມາ ກໍໄດ້ເຂົ້າເຝົ້າສົມເດັຈພຣະເຈົ້າອະນຸ ໃຫ້ຊົງທອດ ພຣະເນຕຣ໌, ພຣະເຈົ້າອະນຸກໍຫລົງເຊື່ອ ຈຶ່ງໄດ້ປ່ອຍໃຫ້ ພຣະສຸຣິຍະພັກດີໄປ ພ້ອມກັບຮັບສັ່ງວ່າ ເມື່ອລົງໄປເຖິງ ກຣຸງເທພແລ້ວ ໃຫ້ຂາບທູລພຣະເຈົ້າແຜ່ນດິນດ້ວຍວ່າ ເຮົາບໍ່ໄດ້ເປັນກະບົຖຕໍ່ກຣຸງເທພ ແຕ່ຢ່າງໃດ. ແຕ່ວ່າພວກ ຄອບ ຄົວ ຊາວເມືອງນະຄອນຣາຊສີມາ ແລະ ເມືອງສະຣະບຸຣີ ຮ້ອງທຸກ ວ່າເຈົ້າເມືອງ ກົດຂີ່ຂົ່ມເຫງ ບຽດບຽນ ແລະເຂົາເຈົ້າຢາກກັບບ້ານເກີດ ເມືອງນອນ. ເຮົາຈຶ່ງໄດ້ຍົກທັພລົງມາຮັບເອົາ. ສ່ວນພຣະອະນຸຊິຕພິພັກ, ນ້ອງຂອງ ພຣະຍາອະໄພຍ໌ພູທອນນັ້ນ ກໍເປັນຄົນຮັກແພງກັບເຮົາ, ເຮົາຈະຂໍເອົາໄວ້ໃນກອງທັພ. ແລ້ວພຣະຍາສຸຣິຍະພັກດີ ກໍຟ້າວອອກເດີນທາງ, ພໍໄປເຖິງດົງພະຍາໄຟກໍໄປພົບກັບກອງທັພຂອງເຈົ້າຣາຊວົງສ໌ ກຳລັງກວາດຄອບຄົວຄົນລາວ ຈາກເມືອງສະຣະບຸຣີ ຂຶ້ນມາ, ໃນນັ້ນ ມີຄົນໄທ 10 ຄົວ, ຄົນເຈັກ 20 ຄົວ ແລະຄົນລາວ 10,000 ຄົນ.
ພຣະຍາສຸຣິຍະພັກດີ ກໍໄດ້ເຂົ້າເຝົ້າເຈົ້າຣາຊວົງສ໌ ຖວາຍໜັງສືໃຫ້ທອດພຣະເນຕຣ໌. ເຈົ້າຣາຊວົງສ໌ ຊົງເຫັນວ່າ ໃນ ຣະຫວ່າງ ທີ່ມີກາຣເຄື່ອນໄຫວກອງທັພ ແລະກາຣໂຍກຍ້າຍຄອບຄົວຄົນລາວຢູ່ນີ້ ຈະບໍ່ມີຄວາມປອດພັຍ ຄວນທີ່ ຈະກັກຕົວພຣະຍາສຸຣິຍະພັກດີນີ້ໄວ້ກ່ອນ. ແຕ່ພຣະຍາຊຽງໃຕ້ ແລະທ້າວພຣະຍາຜູ້ໃຫຍ່ ທັງຫລາຍ ຄັດຄ້ານ ວ່າ ພຣະຣາຊບິດາປ່ອຍໃຫ້ມາແລ້ວເຮົາຈະຈັບໄວ້ນັ້ນ ເຫັນວ່າ ຈະເປັນການລ່ວງເກີນ ພຣະຣາຊອຳນາຈ. ພຣະອົງຄ໌ ອາຈຄິດວ່າ ຢ່າງໃດ ກໍບໍ່ຮູ້, ເຮົາຄວນປ່ອຍພຣະຍາສຸຣິຍະພັກດີໄປ ຈະດີກວ່າ.
ຝ່າຍພຣະຍາປລັດ ເມືອງນະຄອນຣາຊສີມາ ຊຶ່ງເປັນຜົວຂອງນາງໂມ ທີ່ອອກໄປປາບກະບົຖຂເມຣ ໃນເມືອງຄູຂັນ ນຳພຣະຍານະຄອນຣາຊສີມານັ້ນ. ຄັນໄດ້ຊາບຂ່າວວ່າ ສົມເດັຈພຣະເຈົ້າອະນຸວົງສ໌ ກວາດເອົາຄອບຄົວ ຊາວເມືອງ ນະຄອນ ຣາຊສີມາໄປໝົດ ກໍຟ້າວກັບຄືນນະຄອນຣາຊສີມາເປັນກາຣດ່ວນ. ພໍມາເຖິງກໍໄດ້ເຂົ້າເຝົ້າ ຂາບທູລສົມເດັຈ ພຣະເຈົ້າອະນຸວ່າຈະຂໍຕາມສເດັຈ ໄປຢູ່ວຽງຈັນທນ໌ດ້ວຍ. ສົມເດັຈພຣະເຈົ້າອະນຸກໍຊົງປົງພຣະທັຍເຊື່ອ. ບັດນັ້ນ ພຣະອົງຄ໌ ກໍຊົງຮັບສັ່ງ ໃຫ້ພຣະຍາປລັດ ແລະພຣະຍາພົມ ຍົກກະບັຕ ຊາວເມືອງນະຄອນຣາຊສີມາ ເປັນຜູ້ຄວບຄຸມ ຄອບຄົວອົພະຍົບ ທີ່ພວມພາກັນຂຶ້ນມານະຄອນວຽງຈັນທນ໌ນັ້ນ.
ພໍເດີນທາງໄປຮອດທົ່ງສຳຣິທ ກໍພາຄອບຄົວຊາວອົພຍົບ ຫຍຸດພັກຢູ່ທີ່ນັ້ນກ່ອນ. ບັດນັ້ນ, ພຣະຍາປລັດ ກັບນາງໂມ ຜູ້ເປັນເມັຍ ແລະ ພຣະຍາຍົກກະບັຕ ຈຶ່ງໄດ້ວາງແຜນຄິດກາຣຫັກຫລັງ ສົມເດັຈພຣະເຈົ້າອະນຸ.
|
|
ສຽງບັນທຶກໄວ້ |
|
|
ດາວໂລ້ດ |
|
|
ອີເມວລ໌ ເຣື້ອງ |
|
|
ລົງທະບຽນເປັນສະມາຊິກ |
|
|
ພິມເຣື້ອງນີ້ |