ກອງທັພໄທ ແຍກອອກເປັນທັພຍ່ອຍ ເພື່ອບຸກໂຈມຕີທັພຫລວງ ຂອງພຣະເຈົ້າອະນຸ (ຕໍ່)

2007-05-23

ຈັດສເນີທ່ານໂດຍ: ວຽງໄຊ

ພຣະຍາມະຫາໂຍທາ ຄຸມທັພມອນ ຂຶ້ນມາທາງດົງພຣະຍາກາງ ທັພ 1, ພຣະຍາໄພພູທອນຄຸມທະຫາຣກຣຸງເທພ 5,000 ຄົນ ຂຶ້ນມາທາງເມືອງເພັຊບູນ ທັພ 1, ພຣະຍາເພັຊພິໄຊ ແລະພຣະຍາ ໄກໂກສາ ຄຸມທະຫາຣຫົວເມືອງ ຝ່າຍເໜືອ 3,000 ຄົນ ຂຶ້ນມາທາງເມືອງພຶສນຸໂລກ ທັພ 1, ເພື່ອເຂົ້າບຸກໂຈມຕີທັພຂອງເຈົ້າຣາຊວົງສ໌ ທີ່ເມືອງ ຫລົ່ມ.

ພຣະຍາຣາຊນິກູລ, ພຣະຍາຣາມກຳແຫງ, ພຣະຍາຣອງເມືອງ ແລະພຣະຍາຈັນທະບຸຣີ ຍົກທັພມາທາງເມືອງ ພຣະຕະບອງ ເມືອງສຸຣິນ ທັພ 1, ອີກ 4 ທັພ ຄື ທັພຂອງພຣະຍາຣາຊສຸພາວະດີທັພ 1, ທັພຂອງເຈົ້າພຣະຍາ ພຣະຄັງ ທັພ 1, ທັພຂອງ ກຣົມໝື່ນພິຊິຕພູເບນ ທັພ 1 ແລະ ທັພຂອງກຣົມໝື່ນ ສຸຣິນທະຣັກ ທັພ 1 ໃຫ້ຂຶ້ນມາຕີ ທັພຂອງ ເຈົ້າອຸປະຣາຊທີ່ຕັ້ງຢູ່ເມືອງສຸວັນນະພູມ.

ກອງທັພຫລວງຂອງໄທ ໄດ້ຍົກຂຶ້ນມາຮອດເມືອງໂຄຣາຊ ໃນເດືອນ 5 ແຮມ ຄຣິສຕະສັກຣາຊ 1827. ບັດນັ້ນ, ກຣົມພຣະຍາຣາຊວັງບໍວອນ ແມ່ທັພໃຫຍ່ຂອງໄທ ກໍໄດ້ແຕ່ງໃຫ້ພຣະຍາຣາຊສຸພາວະດີ ເອົາທະຫາຣ 6,000 ຄົນຂຶ້ນ ມາທາງເມືອງຈຳປາສັກດິ໌ ພໍມາຮອດເມືອງພິມາຍ ໃນເຂຕຈັງຫວັດນະຄອນຣາຊສີມາ ກໍໄດ້ປະທະກັບກອງທັພຂອງ ເຈົ້າໂຖງ. ກອງທັພຂອງເຈົ້າໂຖງ ໄດ້ຍົກກຳລັງອອກຕໍ່ສູ້ກັບກອງທັພພຣະຍາຣາຊສຸພາວະດີ ຢູ່ເປັນເວລາຫລາຍມື້ ແຕ່ເຫັນວ່າ ຝ່າຍໄທມີກຳລັງຫລາຍກວ່າ ຈຶ່ງໄດ້ຖອຍທັພກັບຄືນມາຫາກອງທັພຂອງເຈົ້າອຸປະຣາຊ ທີ່ເມືອງສຸວັນນະ ພູມ.

ເມື່ອທັພຂອງເຈົ້າໂຖງ ຖອຍມາຍັງເມືອງສຸວັນນະພູມແລ້ວ ພຣະຍາຣາຊສຸພາວະດີ ຈຶ່ງໄດ້ຍົກທັພຂຶ້ນມາຕັ້ງຢູ່ທີ່ເມືອງ ຂອນແກ່ນ ແລະສົ່ງສານເຖິງເຈົ້າອຸປະຣາຊວ່າ: “ເມື່ອເຈົ້າອຸປະຣາຊລົງໄປກຣຸງເທພ ເຄີຍເວົ້າວ່າ ເຈົ້າອະນຸຈະເປັນ ກະບົຖນັ້ນ ບັດນີ້ສົມຈິງແລ້ວ. ຂໍໃຫ້ເຈົ້າອຸປະຣາຊໄປຕີວຽງຈັນທນ໌ໃຫ້ໄດ້ ເພື່ອວ່າ ທັພຫລວງຈະໄດ້ຂຶ້ນໄປ ໂດຍສະດວກ. ແລະເຮົາກໍຈະຍົກທັພໜຸນຕາມເຈົ້າອຸປະຣາຊໄປ”.

ຄັນເຈົ້າອຸປະຣາຊ ໄດ້ຮັບໜັງສືກ້ານນັ້ນແລ້ວ ກໍໄດ້ສົ່ງມາຖວາຍພຣະເຈົ້າອະນຸທີ່ຕັ້ງຄ້າຍຢູ່ພູເຂົ້າສານ ໜອງບົວລຸ່ມ ໃຫ້ຊົງຊາບ, ເມື່ອພຣະເຈົ້າອະນຸໄດ້ຮັບໜັງສືແລ້ວກໍມີພຣະທັຍສົງສັຍເປັນຢ່າງຍິ່ງ. ກາຣທີ່ພຣະຍາຣາຊສຸພາວະດີ ມີ ໜັງສືມາເຖິງເຈົ້າອຸປະຣາຊນັ້ນ ຈະເປັນກົລອຸບາຍໃຫ້ເຈົ້າອະນຸວົງສ໌ ສົງສັຍ ເຈົ້າອຸປະຣາຊ ຫຣືວ່າ ເຈົ້າອຸປະຣາຊໄດ້ ໄຂຄວາມລັບໃຫ້ພຣະຍາຣາຊສຸພາວະດີ ຟັງແລ້ວ ກໍ່ບໍ່ຮູ້, ຕາມເຫຕຜົລທີ່ຮູ້ມາພາຍຫລັງນັ້ນ ເຫັນວ່າ ເຈົ້າອຸປະຣາຊ ໄດ້ໄຂຄວາມລັບແທ້ ແຕ່ເຈົ້າອຸປະຣາຊ ເຫັນວ່າ ຈະອຳໄວ້ກໍບໍ່ໄດ້ ຈຶ່ງໄດ້ສົ່ງຈົດໝາຍສບັບນັ້ນມາ ຖວາຍ ພຣະເຈົ້າອະນຸ ໃຫ້ຊົງຊາບ ເພື່ອສແດງໃຫ້ເຫັນວ່າ ໄທຍຸຍົງໃຫ້ແຕກກັນ.

ເມື່ອເຈົ້າອຸປະຣາຊ ສົ່ງໜັງສືສບັບນັ້ນ ໄປຖວາຍພຣະເຈົ້າອະນຸແລ້ວ ກໍຖອຍທັພມາຕັ້ງຢູ່ທີ່ເມືອງໜອງຫານ. ກອງທັພຂອງພຣະຍາຣາຊສຸພາວະດີ ກໍຍົກນຳຂຶ້ນມາຮອດເມືອງຍະໂສທອນ. ກອງທັພຂອງເຈົ້າເມືອງຍະໂສທອນ ໄດ້ອອກສູ້ຮົບຈົນສຸດຄວາມສາມາຖ ແຕ່ສູ້ກຳລັງທີ່ເໜືອກວ່າຂອງໄທບໍ່ໄດ້ ຈຶ່ງໄດ້ແຕກໜີໄປ.

ກອງທັພໄທຕີຄ້າຍເມືອງໜອງບົວລຸ່ມພູ

ກອງທັພຫລວງຂອງໄທ ໄດ້ແຕ່ງໃຫ້ພຣະຍາແສນຍາກອນ, ພຣະຍາກະລາໂຫມ ຣາຊເສນາ, ພຣະຍາວິໄຊຍະບຸຣິ ນທະຣາ, ພຣະຍານະຣົງຄະວິໄຊ, ພຣະຍາໝ່ອມເຈົ້າຂຸນເນນ ຄຸມຄົນໂທສ 8,400 ຄົນ ໃຫ້ເປັນກອງໂຈຣ ລ່ວງ ໜ້າຂຶ້ນມາຕີຄ້າຍເມືອງໜອງບົງລຸ່ມພູ. ສ່ວນອີກ 5 ກອງທັພ ໄດ້ໂຮມກຳລັງກັນເຂົ້າມາຕີຄ້າຍ ຂອງ ພຣະຍານະຣິນ ແມ່ທັພໃຫຍ່ຂອງ ລາວ ທີ່ໜອງບົວລຸ່ມພູ.

ກອງທັພຫລວງຂອງໄທ ໄດ້ຍົກກຳລັງເຂົ້າຕີຄ້າຍ ຂອງພຣະຍານະຣິນ ໃນວັນອັງຄາຣອອກໃໝ່ 6 ຄ່ຳ ເດືອນ 6 ກົງກັບວັນທີ່ 1 ເດືອນພຶສພາ 1927. ພຣະຍານະຣິນ ໄດ້ທຳກາຣຕໍ່ສູ້ຢ່າງອົງອາດກ້າຫາຣ, ໄດ້ຂ້າຟັນທະຫາຣ ໄທຜູ້ຣຸກຣານ ໃຫ້ລົ້ມຕາຍໄປເປັນຈຳນວນຫລວງຫລາຍ. ນາຍທັພຜູ້ໃຫຍ່ຂອງໄທ ຜູ້ນຶ່ງ ຊື່ ພຣະຍາກຽດ ໄດ້ຖຶກພຣະຍານະຣິນ ໃຊ້ດາບຟັນຕາຍໃນສນາມຣົບ.

ໄທສົ່ງກຳລັງໜຸນເຂົ້າມາບໍ່ຂາດ ແຕ່ເຖິງປານນັ້ນ ພຣະຍານະຣິນພ້ອມດ້ວຍທະຫາຣກໍຍັງຕໍ່ສູ້ ຢູ່ຈົນເຖິງວັນສຸກ ຂຶ້ນ 9 ຄ່ຳ ກົງກັບວັນທີ່ 4 ພຶສພາ ຄ້າຍຂອງພຣະຍານະຣິນຈຶ່ງແຕກ. ທະຫາຣໄທ ຈັບພຣະຍານະຣິນໄດ້ແລ້ວ ສົ່ງໃຫ້ກຣົມ ພຣະຍາຣາຊວັງບໍວອນ ແມ່ທັພໃຫຍ່ຂອງໄທ. ແມ່ທັພໃຫຍ່ເຫັນສີມືແລະຄວາມເກ່ງກ້າ ຂອງພຣະຍານະຣິນ ຈຶ່ງຖາມ ວ່າ ຈະຍອມອ່ອນນ້ອມຫຣືບໍ່? ຖ້າຍອມຈະລ້ຽງໄວ້. ພຣະຍານະຣິນບອກຢ່າງອົງອາດວ່າ ຂຶ້ນຊື່ວ່າ ເປັນຊາຍຊາຕ ທະຫາຣ ເມື່ອເສັຍທີແລ້ວຕ້ອງຕາຍ ເພື່ອກຽຕແລະສັກສີຂອງຊາຕ ບໍ່ຍອມເປັນທາສ ຂອງຊາຕອື່ນ. ແມ່ທັພໄທ ຈຶ່ງໄດ້ ໃຊ້ຊ້າງແທງພຣະຍານະຣິນຕາຍໃນທີ່ນັ້ນ.

ປະຫວັດສາດ ການຕໍ່ສູ້ ແລະພົງສາວະດານຂອງລາວ