ຈັດສເນີທ່ານໂດຍ: ວຽງໄຊ
ພຣະຍາປລັດ ເມືອງນະຄອນຣາຊສີມາ ເມື່ອໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ຈາກສົມເດັຈພຣະເຈົ້າອະນຸ ໃຫ້ເປັນຜູ້ດູ ແລຄອບຄົວຊາວອົພຍົບ ທີ່ຖຶກກວາດຕ້ອນຂຶ້ນມາວຽງຈັນທນ໌ນັ້ນແລ້ວ ກໍເປັນໃຈກັບພຣະຍາພົມຍົກກະບັຕ ແລະນາງ ໂມ້ ຜູ້ເປັນເມັຍ ເມື່ອຂຶ້ນມາເຖິງ ທົ່ງສຳຣິທແລ້ວທັງ 3 ກໍໄດ້ວາງແຜນລ້ຽງເກືອ ເຫລົ້າ ຢາປາແປ້ງ ກອງທະຫາຣ ແລະຕຳຣວຈລາວ ຜູ້ຄວບຄຸມຊາວອົພຍົບນັ້ນໃຫ້ມຶນເມົາ.
ເມື່ອພວກທະຫາຣ ແລະຕຳຣວຈລາວ ມຶນເມົາ ນອນຫລັບ ຢ່າງບໍ່ຮູ້ສຶກຕົວ ກໍພາກັນຂ້າຕຳຣວຈ ແລະ ທະຫາຣ ເຫລົ່ານັ້ນຕາຍ ເກືອບທັງໝົດ ທີ່ເຫລືອກໍແຕກໜີ ພວກເຂົາເກັບຮິບໂຮມເອົາ ອາວຸທຂອງລາວໄດ້ແລ້ວ ກໍຕັ້ງຄ້າຍຢູ່ທີ່ ທົ່ງສຳຣິທນັ້ນ. ພວກຕຳຣວຈ ທີ່ເຫລືອຕາຍ ກໍໄດ້ຂຶ້ນມ້າ ລົງໄປຣາຍງານທູລພຣະເຈົ້າອະນຸໃຫ້ຊົງຊາບ. ພຣະເຈົ້າ ອະນຸ ໄດ້ສົ່ງຕຳຣວຈ 50 ຄົນ ຂຶ້ນມາສືບເບີ່ງ. ພວກຄົວເມືອງນະຄອນຣາຊສີມາ ກໍພາກັນຫຸ້ມຂ້າຕຳຣວຈ 50 ຄົນ ນັ້ນຕາຍອີກ.
ເມື່ອສົມເດັຈພຣະເຈົ້າອະນຸ ຊົງຊາບເຫຕກາຣນັ້ນແລ້ວ ຈຶ່ງໄດ້ສັ່ງໃຫ້ເຈົ້າສຸທທິສາຣ, ເຈົ້າປານ ແລະ ເຈົ້າກ່ຳພ້າ ຄຸມ ທະຫາຣ 3,000 ຄົນ ຂຶ້ນມາຕີຄົວເມືອງນະຄອນຣາຊສີມາ ພວກຄົວຊາວເມືອງຣາຊສີມາ ໄດ້ທຳກາຣຕໍ້ສູ້ຢ່າງແຂງ ແຮງ. ເຈົ້າສຸທທິສາຣ ເຂົ້າໃຈວ່າກອງທັພຂອງພຣະຍາຣາຊສີມາ ຂຶ້ນມາຊ່ວຍພວກຄົວ ກໍເລີຍຖອຍທັພກັບຄືນ ໄປທູລພຣະຣາຊບິດາ.
ສົມເດັຈພຣະເຈົ້າອະນຸຖອຍທັພ
ໃນເວລານັ້ນ, ເຈົ້າຣາຊວົງສ໌ ໄດ້ກວາດຄົວເມືອງສະຣະບຸຣີ ຂຶ້ນມາເຖິງເມືອງໂຄຣາຊ ຈຶ່ງເຂົ້າໄປເຝົ້າ ພຣະຣາຊບິດາ ພໍດີ ເວລານັ້ນ ກໍໄດ້ຊາບຂ່າວວ່າ ທາງກຸງເທພໄດ້ຍົກກອງໃຫຍ່ຂຶ້ນມາປາບ. ບັດນັ້ນ, ຈຶ່ງໄດ້ປຶກສາຫາລືກັນວ່າ ຖ້າ ຈະຕັ້ງທັພ ຮັບມືກັບທັພຫລວງຂອງຝ່າຍກຣຸງເທພ ຢູ່ເມືອງນະຄອນຣາຊສີມາ ກໍຢ້ານຖຶກຕີຂນາບ ຖ້າຖອຍທັພຂຶ້ນໄປ ຕັ້ງທີ່ໝັ້ນ ຢູ່ໜອງບົວລຸ່ມພູ ເຫັນວ່າ ຈະມີທາງທີ່ຕ້ານທານໄດ້ ແລະໃຫ້ປ່ອຍຄອບຄົວຊາວເມືອງນະຄອນຣາຊສີມາຄືນ ໄປຢູ່ເມືອງນະຄອນຣາຊສີມາຕາມເດີມ. ສ່ວນເຈົ້າຣາຊວົງສ໌ນັ້ນ ໃຫ້ຍົກທັພຂຶ້ນໄປທາງເມືອງຫລົ່ມ.
ສົມເດັຈພຣະເຈົ້າອະນຸ ໄດ້ຖອຍທັພກັບຄືນມາຕັ້ງຢູ່ ໜອງບົວລຸ່ມພູ ໃນເດືອນ 4 ແຮມ 11 ຄ່ຳ ກົງກັບວັນທີ່ 13 ເດືອນມີນາ 1827.
ເມື່ອມາເຖິງ ໜັງບົວລຸ່ມພູແລ້ວ ພຣະອົງຄ໌ກໍຊົງຮັບສັ່ງໃຫ້ຕັ້ງຄ້າຍຢູ່ ພູເຂົ້າສານ ບ່ອນທາງແຍກ 1 ຄ້າຍ. ພ້ອມດ້ວຍ ທະຫາຣ 20,000 ຄົນ ໂດຍໃຫ້ພຣະຍາສຸໂພ ແລະຊານົນ ເປັນນາຍທັພຮັກສາຄ້າຍ. ໃຫ້ພຣະຍານະຣິນ ຕັ້ງຄ້າຍຢູ່ ໜອງບົວ 1 ຄ້າຍ ແລະມີ ທະຫາຣຢູ່ 3,000 ຄົນ, ໃຫ້ພຣະຍາຊຽງສາ ຕັ້ງຄ້າຍຢູ່ສນົມ. ໃຫ້ກອງຄຳ ຕັ້ງຄ້າຍຢູ່ ຊ່ອງງົວແຕກ. ສ່ວນເຈົ້າອຸປະຣາຊຕິສສະ ໃຫ້ຕັ້ງຢູ່ເມືອງສຸວັນນະພູມ.
ໄທຍົກກອງທັພຂຶ້ນມາຕໍ່ສູ້
ຝ່າຍພຣະເຈົ້າແຜ່ນດິນປະເທສໄທ, ເມື່ອໄດ້ຊາບຂ່າວຈາກພຣະຍາສຸຣິຍະພັກດີ ວ່າ ເຈົ້າຣາຊວົງສ໌ ລົງໄປກວາດຕ້ອນ ເອົາຄອບຄົວຄົນລາວ ຈາກເມືອງສະຣະບຸຣີ ຂຶ້ນມາວຽງຈັນທນ໌ ແລ້ວ ແລະພ້ອມກັນນັ້ນ, ກອງທັພລາວ ກໍຈະເຄື່ອນ ທັພເຂົ້າໄປຕີກຣຸງເທພ ຈຶ່ງໄດ້ຮັບສັ່ງໃຫ້ຈັດກາຣປ້ອງກັນພຣະນະຄອນໄວ້ ຄືໃຫ້ຕັ້ງຄ້າຍລ້ອມພຣະນະຄອນ ຕັ້ງແຕ່ ທົ່ງງົວລຳພອງ ຄື ທີ່ເຂຕຫົວລຳໂພງໃນປັຈຈຸບັນ ໄປຈົນເຖິງທົ່ງບາງກະປິ ໃຫ້ເກນເອົາຫົວເມືອງຝ່າຍໃຕ້ ຝ່າຍເໜືອ ເຂົ້າໄປໂຮມກັນ.
ຄັນເຖິງ ເດືອນ 4 ອອກໃໝ່ 6 ຄ່ຳ ກົງກັບວັນທີ່ 3 ເດືອນມີນາ 1827 ຈຶ່ງໄດ້ສັ່ງໃຫ້ກຣົມ ພຣະຣາຊວັງບໍວອນ ສະຖານມົງຄົລ ເປັນແມ່ທັພ ຍົກກຳລັງທະຫາຣ ຂຶ້ນມາທາງເມືອງສະຣະບຸຣີ ແລະຕັ້ງຄ້າຍຢູ່ທ່າເຣືອ ເຂົາພຣະພຸທທະ ບາທ ເພື່ອຄອຍຖ້າທັພຈາກຫົວເມືອງຕ່າງໆ ມາທ້ອນໂຮມກັນຢູ່ໃນທີ່ນັ້ນ. ເມື່ອທັພຈາກຝ່າຍຕ່າງໆ ມາເຖິງພ້ອມພຽງ ກັນແລ້ວ ກຣົມພຣະຣາຊວັງບໍວອນ ແມ່ທັພໃຫຍ່ ຈຶ່ງໄດ້ແຕ່ງໃຫ້ ພຣະຍາຈ່າແສນຍາກອນ ພຣະຍາກະລາໂຫມຣາຊ ເສນາ, ພຣະຍາວິໄຊຍະຣີນທະຣາ, ພຣະຍານະຣົງວິໄຊ ເປັນແມ່ທັພໜ້າ ທີ່ 1,ແຕ່ງໃຫ້ກຣົມໝື່ນນະເຣດໂຍທີ, ກຣົມໝື່ນນະຣານຸຊິດ ພ້ອມກັບກຣົມໝື່ນສວັສວິໄຊ ເປັນປີກຊ້າຍ ປີກຂວາ ແຕ່ງໃຫ້ກຣົມໝື່ນ ຣາມ ອິສະເຣທ, ກຣົມໝື່ນທິເບດ ບໍວອນ ເປັນຍົກກະບັດຈະເຣທັພ, ກຣົມໝື່ນເທພ ພົລພິພັກດີ ໃຫ້ເປັນກອງກຽກກາຍ. ສ່ວນພຣະນະ ເຣນທອນ ຣາຊານັ້ນ ໃຫ້ເປັນແມ່ທັພຫລັງ ຍົກກຳລັງຂຶ້ນມາທາງດົງພະຍາໄຟ ເພື່ອຈະຍົກກຳລັງເຂົ້າຕີທັພ ຂອງພຣະ ເຈົ້າອະນຸ.
|
|
ສຽງບັນທຶກໄວ້ |
|
|
ດາວໂລ້ດ |
|
|
ອີເມວລ໌ ເຣື້ອງ |
|
|
ລົງທະບຽນເປັນສະມາຊິກ |
|
|
ພິມເຣື້ອງນີ້ |