ກອງທັພໄທ ຕິດຕາມບຸກໂຈມຕີ ກອງທັພຂອງ ພຣະເຈົ້າອະນຸວົງສ໌ ຕໍ່ໄປ

2007-06-05

ຈັດສເນີທ່ານໂດຍ: ວຽງໄຊ

ເມື່ອພຣະຍານະຣິນທ໌ ແມ່ທັພຫລວງ ຂອງພຣະເຈົ້າອະນຸວົງສ໌ ຖຶກທັພໄທຈັບ ແລະປະຫາຣຊີວິຕແລ້ວ ກອງທັພທີ່ຢູ່ ພາຍໃຕ້ກາຣບັງຄັບບັນຊາ ຂອງພຣະຍານະຣິນທ໌ ກໍແຕກກະຈັດຈາຍໄປ ແລະກອງທັພໃຫຍ່ຂອງໄທ ພາຍໃຕ້ ກາຣບັນຊາກາຣ ຂອງກຣົມພຣະຍາຣາຊວັງບໍວອນກໍໄດ້ຍົກຂຶ້ນມາຕັ້ງຢູ່ທົ່ງສົ້ມປ່ອຍ ຫ່າງຈາກຮ່ວມພູເຂົ້າສານ ປະມານ 10 ຫລັກກິໂລແມຕຣ໌.

ສ່ວນກອງທັພໄທອີກ 3 ກອງ ຄື : ກອງຂອງພຣະຍາອະໄພຍ໌ພູທອນ, ກອງຂອງພຣະຍາເພັຊພິໄຊຍ໌ ແລະກອງ ຂອງພຣະຍາໄກຣໂກສາ ໄດ້ຍົກຂຶ້ນມາຕີກອງທັພຂອງເຈົ້າຣາຊວົງສ໌ທີ່ເມືອງຫລົ່ມ. ເຈົ້າອະນຸວົງສ໌ ຕໍ່ສູ້ຕ້ານທານ ໄວ້ຢ່າງສຸດຄວາມສາມາຖ ເປັນເວລາຫລາຍມື້ ພວກທະຫາຣໄທ 3 ກອງທັພກໍຍັງບໍ່ສາມາຖຕີບຸກເຂົ້າເຖິງຄ້າຍໄດ້. ແຕ່ເຈົ້າຣາຊວົງສ໌ ກໍເຫັນວ່າ ຖ້າຈະສູ້ຣົບຕໍ່ໄປ ພວກໄທກໍອາຈຈະແຍກຕົວອອກໄປປິດລ້ອມທາງອື່ນໄວ້ ເພາະ ວ່າ ກອງທັພໃຫຍ່ ຂອງພຣະຍານະຣິນທ໌ ແຕກແລ້ວ ຈຶ່ງໄດ້ຖອຍທັພລົງມາ ສົມທົບກັບກອງທັພ ຂອງພຣະຣາຊ ບິດາ ທີ່ຕັ້ງຢູ່ຮ່ອມພູເຂົ້າສານ ແຂວງໜອງບົວລຸ່ມພູ.

ເມື່ອສົມເດັຈ ພຣະເຈົ້າອະນຸວົງສ໌ ຊົງຊາບວ່າ ກອງທັພໃຫຍ່ ຂອງພຣະຍານະຣິນທ໌ ເສັຍໃຫ້ແກ່ໄທແລ້ວ ຈຶ່ງໄດ້ແຕ່ງ ໃຫ້ ພຣະຍາຊານົນທ໌ ຢູ່ຮັກສາຄ້າຍ. ສ່ວນພຣະອົງຄ໌ ກັບເຈົ້າຣາຊວົງສ໌ ແລະເຈົ້າສຸທທິສາຣ ຟ້າວກັບຄືນສູ່ນະຄອນ ວຽງຈັນທນ໌ ເພື່ອກຽມກາຣປ້ອງກັນພຣະນະຄອນໄວ້.

ຝ່າຍພຣະຍາສຸໂພ ແລະພຣະຍາຊານົນທ໌ ເມື່ອໄດ້ຊາບວ່າ ກອງທັພໃຫຍ່ ຂອງພຣະຍານະຣິນທ໌ ປຣາໄຊຍ໌ໃຫ້ແກ່ ກອງທັພໄທແລ້ວ ແລະໄທ ກໍໄດ້ຍົກທັພຂຶ້ນມາຕັ້ງຢູ່ ທົ່ງສົ້ມປ່ອຍຈຶ່ງໄດ້ມີໜັງສືໄປຫາພຣະຍາຊຽງສາ ແລະພຣະຍາ ກອງຄຳ ໃຫ້ຍົກທັພມາຕີຄ້າຍທົ່ງສົ້ມປ່ອຍ.

ກອງທັພໄທຖືກຝ່າຍລາວບຸກໂຈມຕີໜັກ

ກອງທັພຂອງຝ່າຍລາວທັງ 3 ເມື່ອນັດກັນຮຽບຮ້ອຍແລ້ວ ກໍໄດ້ຍົກທັພຕີວົງລ້ອມ ບຸກກອງທັພຂອງໄທ ທີ່ທົ່ງ ສົ້ມປ່ອຍ ທັງສາມດ້ານ. ພວກທະຫາຣໄທ ຍົກກຳລັງອອກມາຕໍ່ສູ້ ກໍຖືກທະຫາຣລາວຕີແຕກ ແລະລົ້ມຕາຍ ເປັນຈຳ ນວນຫລາຍ ສ່ວນທີ່ເຫລືອກໍຫລົບໜີເຂົ້າໄປໃນຄ້າຍ ນັບແຕ່ນັ້ນມາ ໄທກໍບໍ່ສາມາຖທີ່ຈະຍື່ນຄໍອອກມາຕໍ່ສູ້ຢູ່ໃນບໍຣິເວນ ນອກຄ້າຍໄດ້.

ກອງທັພລາວໄດ້ປິດລ້ອມຄ້າຍໄທໄວ້ 7 ວັນ. ພວກທະຫາຣໄທ ຂາດແຄນອາຫາຣ ລົ້ມຕາຍເປັນຈຳນວນຫລາຍ ເມື່ອຄ້າຍທົ່ງສົ້ມປ່ອຍ ເກືອບຈະແຕກຢູ່ແລ້ວນັ້ນ ກໍພໍດີ ກອງທັພໄທອີກກອງນຶ່ງ ຊຶ່ງມີ ກຣົມໝື່ນນະເຣສໂຍທີ ເປັນ ແມ່ທັພ ຍົກກຳລັງຂຶ້ນມາຊ່ວຍ ແຕ່ກໍຖຶກຝ່າຍລາວຕີວົງລ້ອມໄວ້ອີກ. ແຕ່ຍັງມີກອງທັພຂອງໄທອີກກອງນຶ່ງ ຊຶ່ງມີ ກຣົມໝື່ນເສນີບໍຣິຣັກສ໌ ເປັນແມ່ທັພ ໄດ້ເຂົ້າຕີທາງດ້ານຫລັງຂອງກອງທັພລາວ. ໃນຂນະທີ່ທະຫາຣລາວ ຫັນມາຕໍ່ສູ້ ກັບກອງທະຫາຣໄທທາງດ້ານຫລັງຢູ່ນັ້ນ ພວກໄທທີ່ເຫລືອຕາຍ ໃນຄ້າຍທົ່ງສົ້ມປ່ອຍ ກໍພາກັນຫລັບໜີໄປໄດ້.

ພໍເຖິງວັນອາທິຕ ເດືອນ 6 ແຮມ 3 ຄ່ຳ ກົງກັບວັນທີ່ 13 ເດືອນ ພຣຶສພາ ກອງທັພລາວທີ່ປິດລ້ອມກອງທັພໄທ ທີ່ ທົ່ງສົ້ມປ່ອຍນັ້ນ ເຫັນວ່າ ຕົນຕົກເປັນປາກາງຫີບ ຈຶ່ງໄດ້ຕີຜ່າວົງລ້ອມອອກ ແລ້ວແຍກຍ້າຍກັນໄປຄົນລະທາງ ກອງທັພຂອງພຣະຍາຊຽງສາ ໄດ້ຖອຍມາຕັ້ງຢູ່ບ້ານໂພນຊຽງຫວາງ ແຄມຫ້ວຍຫລວງ ແຂວງເມືອງໂພນພິໄສ.

ຕອນທີ່ທາງກອງທັພ 3 ກອງທັພ ຖຶກບຸກໂຈມຕີຕັດຫລັງນີ້ ຍັງມີຂໍ້ສົງສັຍຢູ່ວ່າ ອາຈມີກອງທັພ ຫຣື ແມ່ທັພ ຂອງ ຕ່າງຊາຕເຂົ້າມາຊ່ວຍໄທ. ດັ່ງນັ້ນ, ແມ່ທັພຂອງຝ່າຍລາວ ຈຶ່ງເຫັນວ່າ ຖ້າຈະສູ້ຕໍ່ໄປ ກໍຄົງຈະເສັຍທ່າໃຫ້ໄທ ເພາະ ຝ່າຍຕົນ ມີກຳລັງຢູ່ຢ່າງຈຳກັດ ແລະຕໍ່ສູ້ກັນມາຫລາຍເດືອນແລ້ວ ສະບຽງອາຫາຣເຫລືອໜ້ອຍ ແລະພົລທະຫາຣ ກໍ ໄດ້ຮັບບາດເຈັບລົ້ມຕາຍໄປເປັນຈຳນວນບໍ່ນ້ອຍ ແລະອີກປະກາຣນຶ່ງ ຣະດູຝົນກໍເຣິ່ມເຂົ້າມາແລ້ວ. ສ່ວນກອງທັພ ຫລວງ ຂອງສົມເດັຈພຣະເຈົ້າອະນຸວົງສ໌ ກໍໄດ້ຖອຍຄືນໄປຈັດກາຣປ້ອງກັນ ພຣະນະຄອນວຽງຈັນທນ໌ແລ້ວ.

ເມື່ອຝ່າຍໄທຮູ້ວ່າ ກອງທັພໃຫຍ່ຂອງລາວ ທີ່ຕັ້ງຢູ່ຮ່ອມພູເຂົ້າສານ ເລີກທັພກັບຄືນໄປນະຄອນວຽງຈັນທນ໌ແລ້ວ ຈຶ່ງ ໄດ້ຍົກທັພຂ້າມພູລົງມາ.

ສົມເດັຈພຣະເຈົ້າອະນຸວົງສ໌ ຫລົບໜີຈາກວຽງຈັນທນ໌

ເມື່ອສົມເດັຈພຣະເຈົ້າອະນຸວົງສ໌ ຊົງຊາບຂ່າວວ່າ ຄ້າຍໃຫຍ່ ທີ່ຮ່ອມພູເຂົ້າສານ ໄດ້ເສັຍໃຫ້ແກ່ຝ່າຍໄທໄປແລ້ວ ພຣະອົງຄ໌ ກໍໄດ້ນຳເອົາ ພຣະຣາຊໂອຣົສ, ພຣະຣາຊທິດາ ພ້ອມດ້ວຍ ພຣະມະເຫສີ ຂຶ້ນເຮືອລ່ອງລົງໄປຕາມແມ່ ນ້ຳຂອງ ໄປເຖິງຍ່ານໃດບໍ່ຊາບ ແລ້ວພຣະຣາຊດຳເນີນຂ້າມຊາຍແດນ ເຂົ້າໄປຍັງເມືອງເງ່ອານ ປະເທສແກວ.

ປະຫວັດສາດ ການຕໍ່ສູ້ ແລະພົງສາວະດານຂອງລາວ