ຈັດສເນີທ່ານໂດຍ: ວຽງໄຊ
ກຣົມພຣະຣາຊວັງ ບໍວອນສຖານມົງຄົລ ແມ່ທັພໃຫຍ່ຂອງໄທ, ເມື່ອເຂົ້າຢຶດເອົານະຄອນວຽງຈັນທນ໌ໄດ້ເປັນທີ່ ຮຽບຮ້ອຍແລ້ວ ຈຶ່ງຂຽນຣາຍງານ ທູລພຣະເຈົ້າແຜ່ນດິນໄທວ່າ: “ຣາຊກາຣຊຶ່ງຂຶ້ນມາຕີວຽງຈັນທນ໌ ຄັ້ນມາຖຶງ ໄດ້ ເມືອງວຽງຈັນທນ໌ແລ້ວ ພິເຄຣາະດູ ກາຣທີ່ເປັນທີ່ເປັນທາງ ຊຶ່ງມັນຈະຮັບຮອງກຳລັງໄພ່ພົລ ແລະຈັດແຈງບ້ານເມືອງ ມັນເສັຍປຣຽບມັນມາກ. ເຮົາໄດ້ປຣຽບມັນຢູ່ 2 ຢ່າງ, ແຕ່ຄົນຊຶ່ງຈະທຳໃຫ້ໄດ້ໃຈນັ້ນ ມັນນ້ອຍ, ຕົວຢ່າງນຶ່ງ. ມັນບໍ່ ເຜົາສະບຽງອາຫາຣ ຢ່າງນຶ່ງ. ເມື່ອນາຍທັພ ນາຍກອງ ທະແກ້ວທະຫາຣ ຂອງເຮົານັ້ນ ກໍໄດ້ທຳກາຣສລອງພຣະ ເດຊ ພຣະຄຸນຢູ່ແລ້ວ…
ຝ່າຍທັພທຸງດຳ ຫຣື ພຸງດຳ ຊຶ່ງໝາຍເຖິງທະຫາຣຊາວລ້ານນາ 5 ຫົວເມືອງ ແລະ ເມືອງຫລວງພຣະບາງນັ້ນ, ຖ້າ ທັພຫລວງບໍ່ໄດ້ວຽງຈັນທນ໌ ກໍບໍ່ມີຜູ້ໃດໄປເຖິງວຽງຈັນທນ໌, ເຮົາຕ້ອງຂູ່ແດ່ ຕ້ອງປລອບໃຈແດ່ ອັນນີ້ສແດງວ່າ ຫົວ ເມືອງຝ່າຍເໜືອ ບໍ່ເຕັມໃຈສູ້ຣົບກັບເຈົ້າອະນຸປານໃດ…
ເມື່ອເຈົ້າອະນຸ ໜີຈາກວຽງຈັນທນ໌ ໃນວັນດຽວກັນກອງໜ້າກໍ່ຕີຄ້າຍບ້ານສົ້ມປ່ອຍແຕກ. ກວ່າກອງທັພຈະຂຶ້ນໄປເຖິງ ເມືອງວຽງຈັນທນ໌ ຣະຍະທາງເຖິງ 5 ວັນ ຫ່າງໄກຢູ່ຫລາຍ. ດັ່ງນັ້ນ, ຈຶ່ງໄດ້ເມືອງວຽງຈັນທນ໌ ແຕ່ເປືອກເມືອງ ຄອບຄົວ ກໍອົພຍົບໜີໄປຈົນສິ້ນ.
ສົມບັຕລ້ຳຄ່າ ທີ່ທະຫາຣໄປກວາດເກັບເອົາ ຕາມຣາຍງານຂອງແມ່ທັພໃຫຍ່ຂອງໄທ ມີດັ່ງຕໍ່ໄປນີ້: ອັນນຶ່ງ ພຣະພຸທທະຮູບ ມິ່ງເມືອງວຽງຈັນທນ໌ ຄື ພຣະບາງນັ້ນ ໄດ້ຫາຍໄປ ພວກຂ້າພຣະຄືຄົນຮັກສາພຣະ ໄດ້ລັກ ເອົາໄປຝັງເຊື່ອງໄວ້ ຍັງສືບຫາບໍ່ໄດ້. ໄດ້ແຕ່ພຣະເສີມ, ພຣະໄສ, ພຣະສຸກ, ພຣະແຊກຄຳ, ພຣະແກ່ນຈັນ, ພຣະສັງ ນ້ຳ, ພຣະເງິນຫລໍ່ ພຣະເງິນບຸ. ແຕ່ຈະເອົາມາກຣຸງເທພໄດ້ ກໍມີພຣະແຊກຄຳ ອົງຄ໌ 1 ມີພຣະບໍຣົມສາຣີຣິກະທາຕ ທີ່ບັນຈຸຢູ່ໃນພຣະແຊກຄຳ 100 ພຣະອົງຄ໌ ກັບໄດ້ພຣະເຈົ້າສັນໝາກສົ້ມມໍ ໜ້າຕັກ 20 ນິ້ວ ພຣະອົງຄ໌ ນຶ່ງ.
ພຣະນາຄສວາທ ໜ້າຕັກ 10 ນິ້ວ ອົງຄ໌ນຶ່ງ ໜັກ 17 ຊັ່ງ. ພຣະນາຄສວາທ ອີກອົງຄ໌ນຶ່ງ ໜ້າຕັກ 8ນິ້ວນ້ຳໜັກ 3 ຊັ່ງ 10 ຕຳລຶງ. ພຣະນາຄປົກສີລາກະບື ໜ້າຕັກ 5 ນີ້ວ, ພຣະອົງຄ໌ນຶ່ງ. ແຕ່ພຣະນາຄສວາທ 2 ອົງຄ໌ນັ້ນ ຣາຍງານ ສບັບນີ້ ກ່າວວ່າ ຈະເກັບເອົາໄວ້ກ່ອນ, ສ່ວນພຣະພຸທທະຣູບ ທີ່ຈະຈັດສົ່ງລົງກຣຸງເທພບໍ່ໄດ້ນັ້ນ ໄດ້ໃຫ້ກໍ່ ພຣະເຈດີຍ໌ ຢູ່ຄ້າຍຫລວງ ເມືອງພັນພ້າວເໜືອ ຊຶ່ງພຣະເຈດີຍ໌ນີ້ ສົມເດັຈພຣະພຸທທະເຈົ້າຫລວງ ໃນພຣະບໍຣົມມະ ໂກດ ຊົງສ້າງໄວ້ເມື່ອຄັ້ງສເດັຈຂຶ້ນມາຕີວຽງຈັນທນ໌ ຄັ້ງກ່ອນ. ຊຶ່ງມີຖານກວ້າງ 5 ວາ ສູງ 8 ວາ 4 ສອກ ເພື່ອນຳ ເອົາພຣະພຸທທະຣູບບັນຈຸໄວ້ ເປັນທີ່ສັກກາຣະບູຊາ. ອິດ ຄື ດິນຈີ່ ທີ່ຈະກໍ່ພຣະເຈດີຍ໌ນັ້ນ ເກນໄພ່ພົລໃນກອງທັພ ສເມີກັນ ຄົນລະ 5 ກ້ອນ ຊຶ່ງຈະໃຊ້ກໍ່ພຣະເຈດີຍ໌ ເມື່ອກໍ່ແລ້ວ ຈະຂນານພຣະນາມວ່າ “ເຈດີຍ໌ປາບວຽງ” ແລະຄວາມ ຊົ່ວຮ້າຍຂອງອ້າຍອະນຸນັ້ນ ກໍ່ຈະໄດ້ຈາຣຶກໄວ້ ໃນແຜ່ນສິລາ ໃຫ້ປາກົດຢູ່ຊົ່ວຟ້າ ດິນສລາຍ. ຢ່າໃຫ້ຫົວເມືອງທັງປວງ ດູຢ້ຽງຢ່າງຕໍ່ໄປ”.
ຄັນຣາຍງານລົງໄປກຣຸງເທພແລ້ວ ກໍໃຫ້ກໍ່ພຣະເຈດີຍ໌ ແລ້ວອັງເຊີນ ພຣະເສີມ ຊຶ່ງຢູ່ວັດຍອດເຂົາແກ້ວ ມາບັນຈຸໄວ້ ໃນພຣະເຈດີຍ໌ ປາບວຽງນັ້ນ.
ເຖີງແມ້ນວ່າ ກອງທັພຂອງຝ່າຍວຽງຈັນທນ໌ ຈະຖືກປາບເກືອບບໍ່ມີເຫລືອຢູ່ເລີຍ ກໍຕາມແຕ່ວ່າ ກອງທັພທີ່ຢູ່ພາຍ ໃຕ້ ກາຣບັງຄັບບັນຊາ ຂອງພຣະຍາຊຽງສານັ້ນຍັງຢູ່.
ໃນຄັ້ງນັ້ນ, ຝ່າຍພຣະຍາຊຽງສາ ທີ່ຕັ້ງກອງທັພ ຢູ່ບ້ານໂພນຊຽງຫວາງ ຍັງບໍ່ທັນເຂົ້າອ່ອນນ້ອມຫາໄທ ເຈົ້າແມ່ທັພ ໃຫຍ່ ຂອງໄທ ຈຶ່ງໄດ້ແຕ່ງໃຫ້ພຣະຍາໄກຣໂກສາ ຍົກກຳລັງລົງໄປຕີກອງທັພຂອງ ພຣະຍາຊຽງສາ. ພຣະຍາຊຽງສາ ໄດ້ຕໍ່ສູ້ ແລະ ຕີກອງທະຫາຣໄທ ແຕກສລາຍໄປ. ທະຫາຣໄທ ໄດ້ລົ້ມຕາຍລົງເປັນຈຳນວນຫລວງຫລາຍ ສ່ວນຕົວ ພຣະຍາໄກຣໂກສາ ຫລົບໜີໄດ້.
ພຣະຍາໄກຣໂກສາ ໄດ້ກັບໄປຣາຍງານຕໍ່ແມ່ທັພໃຫຍ່ຂອງໄທ ແມ່ທັພໃຫຍ່ໄທ ໄດ້ຖອດພຣະຍາໄກຣໂກສາ ອອກ ຈາກຕຳແໜ່ງ ແລະຂ້ຽນລົງໂທສ ແລ້ວເອົາເຂົ້າຄຸກໄວ້ ເຈົ້າແມ່ທັພໃຫຍ່ຂອງໄທ ຈຶ່ງໄດ້ແຕ່ງໃຫ້ພຣະຍາເພັຊພິໄຊ, ພຣະຍາກະເສຕ ແລະພຣະຍາອັສດາເຣືອງເດຊ ເປັນແມ່ທັພຄຸມທະຫາຣ ໄປຕີຄ້າຍພຣະຍາຊຽງສາ. ຝ່າຍພຣະຍາກ ອງຄຳ ແມ່ທັພລາວ ທີ່ຕັ້ງຄ້າຍຢູ່ເມືອງເພັງ ອຳເພີເພັງ ແຂວງອຸດອນ ໄດ້ຊາບຂ່າວ ຈຶ່ງຍົກທັພມາຊ່ວຍຕີຂນາບ ກອງທະຫາຣໄທທາງດ້ານຫລັງ. ພວກທະຫາຣໄທ ລົ້ມຕາຍເປັນຈຳນວນຫລາຍ ແລະໄທເກືອບຈະແຕກຢູ່ ແລ້ວນັ້ນ ພຣະຍາກອງຄຳ ກໍຖືກປືນຂອງສັຕຣູຕາຍ. ພວກທະຫາຣຈຶ່ງໄດ້ຖອຍໜີ. ກອງທັພຂອງພຣະຍາຊຽງສາ ຫລົບໜີໄປ ຕັ້ງຢູ່ ຫ້ວຍຫລວງ ແລະໄດ້ຕໍ່ສູ້ກັນຈົນນາຍທະຫາຣ ຊື່ອິນທະເດຊຖືກປືນຕາຍ. ພຣະຍາຊຽງສາ ຈຶ່ງຖອຍທັພໄປຕາມ ແຄມຂອງແລະຫລົບໜີໄປ.
|
|
ສຽງບັນທຶກໄວ້ |
|
|
ດາວໂລ້ດ |
|
|
ອີເມວລ໌ ເຣື້ອງ |
|
|
ລົງທະບຽນເປັນສະມາຊິກ |
|
|
ພິມເຣື້ອງນີ້ |