ເຈົ້າຮຸຍ ເມືອງຈຳປາສັກ ເຂົ້າສວາມິພັກຕໍ່ໄທ

2007-06-26

ຈັດສເນີທ່ານໂດຍ: ວຽງໄຊ

ໃນສັປດາທີ່ຜ່ານມານີ້ ເຮົາໄດ້ກ່າວເຖິງ ພຣະຍາຊຽງສາ ທີ່ຕັ້ງທັພຢູ່ທີ່ບ້ານໂພນ ຊຽງຫວາງ ຖືກກອງທັພໄທຕີແຕກ ແລ້ວຫລົບໜີໄປ. ເຈົ້າຣາຊບຸຕຣ໌ ໂຢ້ ເຈົ້າຄອງນະຄອນຈຳປາສັກທີ່ຕັ້ງຄ້າຍຢູ່ເມືອງສີສະເກສ ພໍໄດ້ຂ່າວວ່າ ທັພຂອງ ພຣະຍາຊຽງສາ ສູ້ກັບກອງທັພຂອງໄທບໍ່ໄດ້ ແລະໄດ້ແຕກໜີ ແລະກອງທັພຂອງ ພຣະຍາຣາຊສຸພາວະດີ ໄດ້ເຄື່ອນ ທັພລົງມາເຖິງເມືອງຍະໂສທອນ ແລ້ວ ກໍໄດ້ຖອຍທັພຄືນມາຕັ້ງຮັບຕໍ່ສູ້ຢູ່ເມືອງອຸບົລ ແລ້ວແຕ່ງໃຫ້ເຈົ້າປານກັບ ເຈົ້າສຸວັນ ຄຸມທະຫາຣກອງນຶ່ງ ຂຶ້ນມາຕັ້ງຄ້າຍຮັບຢູ່ ທາງຕາເວັນອອກ ຂອງເມືອງຍະໂສທອນ.

ເຈົ້າປານ ຕັ້ງຄ້າຍບໍ່ທັນແລ້ວ ກໍຖືກກອງທັພໄທ ເຂົ້າຕີແຕກ. ກອງທັພໄດ້ໄລ່ຕິດຕາມໄປເຖິງ ເມືອງອຸບົລ. ພວກຊາວ ເມືອງອຸບົລ ກໍ່ຄວາມວຸ່ນວາຍຂຶ້ນ. ເຈົ້າຣາຊບຸຕຣ໌ ໂຢ້ ເຫັນທ່າວ່າ ຈະປ້ອງກັນເມືອງໄວ້ບໍ່ໄດ້ ຈຶ່ງໄດ້ປະຄ້າຍເມືອງ ອຸບົລ ໜີໄປເມືອງຈຳປາສັກ.

ຝ່າຍເຈົ້າຮຸຍ ບຸຕເຈົ້າໂອ ຫລານເຈົ້າທັມມະເທໂວ ທີ່ຢູ່ຮັກສາເມືອງ ຈຳປາສັກນັ້ນ ຄັນໄດ້ຊາບວ່າ ທັພເມືອງອຸບົລ ແຕກແລ້ວ ກໍຍົວະເຍົ້າໃຫ້ຊາວເມືອງຈຳປາສັກ ເຜົາເມືອງ ແລະຈັດພັກພວກ ໃຫ້ອັດປະຕູເມືອງ. ເຈົ້າຣາຊບຸຕຣ໌ ໂຢ້, ເຈົ້າປານ ແລະເຈົ້າສຸວັນ ທີ່ຕີໜີຈາກເມືອງອຸບົລ ເຂົ້າເມືອງບໍ່ໄດ້ ຈຶ່ງໄດ້ພາທະຫາຣ ຄົນສນິດ ປະມານ 40 ຄົນ ຂຶ້ນ ເຮືອຂ້າມໄປຍັງຝັ່ງຕາເວັນອອກຂອງແມ່ນ້ຳຂອງ.

ເມື່ອກອງທັພໄທຕິດຕາມໄປເຖິງ ເມືອງຈຳປາສັກ ເຈົ້າຮຸຍ ກໍໄຂປະຕູເມືອງຕ້ອນຮັບ ກອງທະຫາຣໄທໃຫ້ເຂົ້າໄປ. ບັດນັນ, ເຈົ້າຮຸຍ ກໍແຕ່ງທະຫາຣ ນຳຈັບເຈົ້າຣາຊບຸຕຣ໌ ໂຢ້, ເຈົ້າປານ ແລະເຈົ້າສຸວັນ ມາໃຫ້ແກ່ ພຣະຍາຣາຊສຸ ພາວະດີ ແມ່ທັພໄທ. ຫລັງຈາກນັ້ນ ແມ່ທັພໄທ ຈຶ່ງຍົກກຳລັງຂຶ້ນມາເມືອງ ນະຄອນພນົມ.

ແມ່ທັພແກວ ມີໜັງສືມາເຖິງ ພຣະຍາຣາຊສຸພາວະດີ

ເວລານັ້ນ ແມ່ທັພໜ້າຂອງແກວ ຊື່ ຊັດຄຸນ ຕຽນຍິນ ໄດ້ມີໜັງສືສບັບນຶ່ງມາເຖິງພຣະຍາຣາຊສຸພາວະດີ ແມ່ທັພໄທ ທີ່ຕັ້ງຢູ່ເມືອງນະຄອນພນົມ. ໃຈຄວາມໃນໜັງສືສບັບນັ້ນ ກ່າວວ່າ ເມືອງວຽງຈັນທນ໌ ກັບເມືອງກຣຸງເທພ ມຫາ ນະຄອນ ເປັນເມືອງໄມຕຣີຕໍ່ກັນ ປຽບເໝືອນດັ່ງ ຮິມສົບ ກັບແຂ້ວ ເພາະເຫຕໃດ ຈຶ່ງຍົກທັພຂຶ້ນມາທຳລາຍ ເມືອງ ວຽງຈັນທນ໌ເສັຍ. ເຮັດໃຫ້ບ້ານເມືອງ ໄພ່ພົລແຕກຕື່ນໄປ ແລະເມືອງວຽງຈັນທນ໌ ກໍເປັນແດນ ກຣຸງວຽດນາມ.

ບັດນີ້, ແມ່ທັພໃຫຍ່ ຊື່ ອົງກິນເຫລືອກ ໃຊ້ໃຫ້ຂ້າພະເຈົ້າ ຄຸມກອງທັພບົກ 20 ພັນກວ່າຄົນ ມາຕັ້ງຢູ່ເມືອງ ຕາມດອງ ຈຶ່ງໄດ້ມີໜັງສື ມາແຈ້ງໃຫ້ທ່ານ ຍົກກອງທັພໄປຢູ່ແດນຂອງທ່ານແລະ ທ່ານກວາດເອົາຄອບຄົວ ແດນ ແກວໄປເທົ່າໃດ ຂໍໃຫ້ສົ່ງຄືນມາແດນແກວ. ທາງໄມຕຣີຈະໄດ້ຍືນຍາວ ຕໍ່ໄປ. ຖ້າທ່ານ ບໍ່ຟັງຂ້າພະເຈົ້າໆ ກໍຈະບໍ່ລະ ຖ້າອົງກິນເຫລືອກແມ່ທັພໃຫຍ່ ຍົກມາເຖິງແລ້ວ ກໍຈະບໍ່ຟັງກັນ. ແມ່ນແຕ່ຫຍ້າກົກນຶ່ງ ກໍຈະບໍ່ໃຫ້ເຫລືອໄວ້. ບອກມາດັ່ງນີ້ ເປັນຄວາມສັຕຈິງ ໃຫ້ທຳຕາມຄຳສັ່ງ ຂອງຂ້າພະເຈົ້າ.

ພຣະຍາຣາຊສຸພາວະດີ ແມ່ທັພໄທ ໄດ້ຮັບໜັງສື ຈາກແມ່ທັພແກວແລ້ວ ກໍບໍ່ຕອບຄືນໄປໃຫ້ຊາບ ແລ້ວຟ້າວຍົກ ທັພຂຶ້ນມາ ເມືອງພັນພ້າວ. ພໍມາເຖິງກາງທາງ ກໍມາພົບກັບພຣະຍາຊຽງສາ. ຊຶ່ງເຄີຍຮູ້ຈັກກັນມາແຕ່ກ່ອນ. ພຣະຍາ ຊຽງສາ ຮູ້ວ່າ ກອງທັພຂອງຝ່າຍຕົນ ແຕກໝົດທຸກດ້ານແລ້ວ ຈຶ່ງໄດ້ພາທະຫາຣ ເຂົ້າໄປອ່ອນຍອມ ຕໍ່ ພຣະຍາຣາຊ ສຸພາວະດີ. ພຣະຍາຣາຊສຸພາວະດີ ຈຶ່ງພາຂຶ້ນມາຫາແມ່ທັພໃຫຍ່ ຢູ່ເມືອງພັນພ້າວ ແມ່ທັພໃຫຍ່ຂອງໄທ ໄດ້ໃຫ້ ພຣະຍາຊຽງສາ ທຳກາຣຢູ່ໃນກອງທັພ ຂອງ ພຣະຍາຣາຊສຸພາວະດີຕໍ່ໄປ.

ສ່ວນເຈົ້າຣາຊບຸຕຣ໌ ໂຢ້, ເຈົ້າປານ ແລະເຈົ້າສຸວັນນັ້ນ ແມ່ທັພໄທ ໃຫ້ຄຸມຕົວລົງໄປກຣຸງເທພກ່ອນ ແຕ່ພຣະຍາຣາຊ ສຸພາວະດີ ແລະພຣະຍາຊຽງສານັ້ນ ໃຫ້ກວາດຕ້ອນເອົາຄອບຄົວລາວ ແລ້ວກຣົມພຣະຣາຊວັງ ບໍວອນ ແມ່ທັພໃຫຍ່ ຂອງໄທ ກໍໄດ້ເລີກທັພ ກັບຄືນໄປກຣຸງເທພ ໃນເດືອນກໍຣະກະດາ 1827.

ພຣະຍາຣາຊສຸພາວະດີ ກວາດເອົາຄອບຄົວລາວ ໄດ້ຫລາຍແລ້ວ ກໍແບ່ງເອົາໄວ້ໃຫ້ຢູ່ເມືອງຈັນທນ໌ ເລັກນ້ອຍ. ຄອບຄົວເຫລົ່ານັ້ນ ລ້ວນແລ້ວແຕ່ເປັນຄອບຄົວທີ່ທຸກຍາກ ແລະ ໃຫ້ເພັຍເມືອງຈັນທນ໌ ຮັກສາເມືອງ. ນອກນັ້ນ ໃຫ້ ກວາດລົງໄປກຣຸງເທພ ພ້ອມທັງພຣະບາງ ທີ່ພວກຂ້າພຣະ ເອົາໜີໄປຊຸກເຊື່ອງໄວ້ ໃນຄາວທີ່ ທະຫາຣໄທເຂົ້າໄປ ກວາດເກັບເອົາຊັພສົມບັຕ ແລະຂອງມິ່ງເມືອງວຽງຈັນທນ໌ນັ້ນ ກໍໄດ້ສືບເຫັນ ຊຶ່ງພວກຂ້າພຣະ ຜູ້ອຸປະຖາກຮັກສາ ພຣະໄດ້ເອົາໄປເຊື່ອງໄວ້ໃນຖ້ຳເຂົາແກ້ວນັ້ນ ໃຫ້ເອົາມາພັກໄວ້ທີ່ ຄ້າຍໃຫຍ່ ເມືອງພັນພ້າວ ແລ້ວຈຶ່ງນຳຂຶ້ນຊ້າງ ລົງ ໄປກຣຸງເທພ.

ປະຫວັດສາດ ການຕໍ່ສູ້ ແລະພົງສາວະດານຂອງລາວ