ແມ່ທັພໄທ ຍົກທັພກັບຄືນກຣຸງເທພ (1)

2007-07-09

ຈັດສເນີທ່ານໂດຍ: ວຽງໄຊ

ໃນກາຣຍົກທັພກັບຄືນປະເທສໃນຄາວນັ້ນ ກໍໄດ້ນຳເອົາຂອງມິ່ງເມືອງລາວທີ່ພໍຈະນຳເອົາໄປໄດ້ ໄປນຳ ເຊັ່ນ ພຣະບາງ ເປັນຕົ້ນ. ຊຶ່ງນຳໄປປະດິສຖານໄວ້ ທີ່ວັດຈັກຣວັດ ໃນກຣຸງເທພ ແຕ່ຕໍ່ມາ ພາຍຫລັງ ພຣະເຈົ້າ ມັນທາຕຸຣາຊ ເຈົ້າຄອງນະຄອນຫລວງພຣະບາງ ໄດ້ຂໍເອົາກັບຄືນມາໄວ້ເປັນພຣະມິ່ງເມືອງຫລວງພຣະບາງດັ່ງເດີມ. ສ່ວນພຣະແກ້ວມໍຣະກົຕ ໄທບໍ່ຍອມສົ່ງຄືນໃຫ້ລາວເປັນອັນຂາດ.

ບັດນີ້ ຈັກກ່າວເຖິງ ພຣະຍາຣາຊສຸພາວະດີ ທີ່ໄດ້ຮັບມອບໝາຍຈາກແມ່ທັພໃຫຍ່ໄທ ໃຫ້ຈັດແຈງວຽກກາຣ ໃນ ນະຄອນວຽງຈັນທນ໌ ໃຫ້ເປັນທີ່ຮຽບຮ້ອຍນັ້ນ ເມື່ອໄດ້ຈັດກາຣຮຽບຮ້ອຍແລ້ວກໍໄດ້ກັບຄືນສູ່ກຣຸງເທພ ໂດຍນ ເອົາ ເຈົ້າອຸປຣາຊຕິສສະໄປນຳ ໃຫ້ອຸປະຣາຊຕິສສະ ຜູ້ທີ່ເຂົ້າສວາມິພັກ ແລະໄຂຄວາມລັບເຣື່ອງທີ່ພຣະເຈົ້າອະນຸ ຄິດ ກາຣກູ້ເອກຣາຊໃຫ້ໄທຮູ້ນັ້ນ.

ເມື່ອລົງໄປເຖິງເມືອງຍະໂສທອນ ທ້າວບຸຕະ ຣາຊວົງສ໌ ເມືອງຍະໂສທອນ ໄດ້ໄປຟ້ອງຕໍ່ ພຣະຍາຣາຊສຸພາວະດີ ວ່າທ້າວຄຳນ້ອງຊາຍອຸປະຮາດ ເມືອງຍະໂສທອນ ໄດ້ອຳ ຫຣືຊຸກເຊື່ອງ ຄອບຄົວຊາວເມືອງວຽງຈັນທນ໌ໄວ້ ບໍ່ໃຫ້ໄທຮູ້ ພຣະຍາຣາຊສຸພາະດີ ຈຶ່ງສັ່ງໃຫ້ເອົາທ້າວຄຳ ໄປປະຫາຣຊີວິຕ ທ່ານອຸປະຮາດ ເມືອງຍະໂສທອນ ຈຶ່ງໄດ້ຮ້ອງຂໍຊີວິຕທ້າວຄຳໄວ້ ໂດຍກ່າວວ່າ ທ້າວຄຳ ເປັນນ້ອງຊາຍຂອງຕົນ ແລະເຄີຍທຳຄວາມດີຄວາມຊອບຢູ່.

ຖ້າວ່າຈະປະຫາຣຊີວິຕ ທ້າວຄຳ ກໍຂໍໃຫ້ປະຫາຣຊີວິຕຂອງຕົນນຳ ເມື່ອພຣະຍາຣາຊສຸພາວະດີ ໄດ້ຍິນດັ່ງນັ້ນ ຈຶ່ງໄດ້ສັ່ງໃຫ້ຈັບ ຄອບຄົວ ລູກເມັຍ ເຊື້ອໂຄຕຂອງທ້າວຄຳ ພ້ອມທັງລູກເມັຍເຊື້ອໂຄຕຂອງອຸປະຮາດເອງທັງໝົດ ຊຶ່ງມີຢູ່ປະມານ 100 ຄົນກວ່າ ຖານມີຄວາມຜິດ ປົກປິດຄວາມລັບນັ້ນ ໃສ່ຄອກຂັງໄວ້ແຄມແມ່ນ້ຳຊີ ໃຫ້ເອົາເຟືອງ ຖົມແລ້ວເອົາໄຟຈູດເຜົາຕາຍທັງເປັນ.

ເມື່ອພຣະຍາຣາຊສຸພາວະດີ ຍົກທັພກັບເຖິງກຣຸງເທພ ໃນເດືອນກຸມພາ 1827 ກໍ່ໄດ້ຣາຍງານໃຫ້ພຣະເຈົ້າ ແຜ່ນ ດິນໄທ (ຣັຊກາຣທີ່ 3) ຊົງຊາບ ວ່າຍັງຈັບຕົວສົມເດັຈພຣະເຈົ້າອະນຸວົງສ໌ ບໍ່ໄດ້ເທື່ອ ບັດນັ້ນ ພຣະເຈົ້າມະຫາ ຊີວິຕໄທ ຈຶ່ງຕຣັສວ່າ ກາຣທີ່ຈັບຕົວເຈົ້າອະນຸວົງສ໌ຍັງບໍ່ທັນໄດ້ນັ້ນ ເຂົາຈະກັບຄືນ ມາຕັ້ງບ້ານຕັ້ງ ເມືອງຂຶ້ນໃໝ່ອີກ ປະກາຣໃດນັ້ນ ກໍຍັງບໍ່ແຈ້ງ ເມືອງວຽງຈັນທນ໌ນີ້ ບໍ່ຄວນເອົາໄວ້ເປັນບ້ານເມືອງຕໍ່ໄປໃຫ້ກັບຄືນໄປມ້າງເພທຳລາຍ ໃຫ້ກ້ຽງຢ່າໃຫ້ຕັ້ງເປັນເມືອງໄດ້ ເມື່ອໄດ້ຕຣັສສັ່ງພຣະຍາຣາຊສຸພາວະດີ ດັ່ງນີ້ແລ້ວ ຈຶ່ງສັ່ງໃຫ້ນຳເອົາອຸປະຮາດ ຕິສສະ ທີ່ຈົ່ງຮັກພັກດີຕໍ່ໄທ ໄປຢູ່ໂຮງເກົ່າ ທີ່ເຈົ້າອະນຸເຄີຍຢູ່ມາກ່ອນແລ້ວ ທີ່ບາງຍີ່ຂັນ. ພຣະຍາຣາຊສຸພາວະດີ ເອົາພຣະບາງໄປໄວ້ ວັດຈັກຣວັດ, ເອົາຄອບຄົວລາວວຽງຈັນທນ໌ ທັງໝົດ ທີ່ກວາດຕ້ອນໄປນັ້ນ ສົ່ງໄປໄວ້ເມືອງ ລົພບຸຣີ, ເມືອງ ສຸພັນບຸຣີ ແລະເມືອງນະຄອຣໄຊສີ. ສ່ວນຄອບຄົວລາວທີ່ກວາດຕ້ອນໄປຈາກເມືອງນະຄອຣພນົມ ໃຫ້ເອົາໄປໄວ້ເມືອງພນັດນິຄົມ.

ພຣະເຈົ້າອະນຸວົງສ໌ ຍົກກຳລັງເຂົ້າຍຶດວຽງຈັນທນ໌ອີກ

ຝ່າຍພຣະຍາຣາຊສຸພາວະດີ ເມື່ອໄດ້ຮັບສັ່ງ ຈາກພຣະເຈົ້າຊີວິຕໄທວ່າ ໃຫ້ຂຶ້ນມາມ້າງເພທຳລາຍເມືອງວຽງຈັນທນ໌ ໃຫ້ກ້ຽງດັ່ງນັ້ນແລ້ວ ພໍຕົກມາເຖິງເດືອນ ກໍຣະກະດາ ຄຣິສຕະສັກຣາຊ1828 ກໍໄດ້ຍົກທັພຂຶ້ນມາທາງເມືອງ ໜອງບົວ ລຸ່ມພູ ແລ້ວພັກທັພຢູ່ທີ່ນັ້ນ. ແລ້ວຈຶ່ງໄດ້ແຕ່ງໃຫ້ພຣະຍາອິນທະຣາທິບໍດີ ສີຫະຣາຊຣອງເມືອງ, ພຣະຍາໄຊຍ໌ສົງຄາມ ພຣະຍາທຸກຂະຣາສ ຫລວງສຸເຣນທະຣະວີໄຊຍ໌ ຄຸມທະຫາຣ 500 ຄົນ ຂຶ້ນມາຍັງເມືອງພັນພ້າວກ່ອນ.

ເມື່ອມາເຖິງເມືອງພັນພ້າວແລ້ວ ພຣະຍາອິນທະຣາທິບໍດີ ສີຫະຣາຊ ຣອງເມືອງ ຈຶ່ງໃຫ້ພຣະຍາພິໄຊສົງຄາມ, ພຣະຍາທຸກຂະຣາສ ແລະ ຫລວງສຸເຣນທະຣະວິໄຊຍ໌ ຄຸມທະຫາຣ 300 ຄົນ ຂ້າມມາວຽງຈັນທນ໌ ແລະຕັ້ງຄ້າຍ ຢູ່ວັດກາງ ຄືທີ່ຕັ້ງໂຮງແຮມລ້ານຊ້າງໃນເວລານີ້.

ເດືອນ 8 ແຮມ 1 ຄ່ຳ ກົງກັບວັນທີ່ 22 ເດືອນກໍຣະກະດາ ຄຣິສຕະສັກຣາຊ 1828 ເຈົ້າຣາຊວົງສ໌ ຜູ້ເປັນໂອຣົສ ຂອງສົມເດັຈ ພຣະເຈົ້າອະນຸວົງສ໌ ທີ່ຕິດຕາມພຣະອົງຄ໌ໄປຍັງ ປະເທສແກວນັ້ນໃຫ້ຄົນຖືໜັງສືມາສົ່ງໃຫ້ເພັຍ ເມືອງຈັນທ໌, ເພັຍເມືອງຊ້າຍ ແລະເພັຍທ້າວນາ ທີ່ໄທແຕ່ງໃຫ້ເປັນຜູ້ຮັກສາເມືອງວຽງຈັນທນ໌ ເປັນໃຈຄວາມວ່າ ພຣະເຈົ້າແຜ່ນດິນແກວ ໃຫ້ພວກແກວ ພາສົມເດັຈພຣະເຈົ້າອະນຸວົງສ໌ ກັບຄືນມາວຽງຈັນທນ໌. ບັດນີ້ ໄດ້ມາເຖິງ ທ່າຂ້າມຊ້າງແລ້ວ, ຍັງອີກ 5 ວັນ ຈະມາເຖິງວຽງຈັນທນ໌.

ປະຫວັດສາດ ການຕໍ່ສູ້ ແລະພົງສາວະດານຂອງລາວ