ຈັດສເນີທ່ານໂດຍ: ວຽງໄຊ
ເມື່ອພຣະຍາຊຽງສາ ສເນີຄວາມເຫັນໃຫ້ຖອຍທັພຈາກເມືອງພັນພ້າວ ໄປຕັ້ງທີ່ໝັ້ນຢູ່ເມືອງຍະໂສທອນ ແລະໃຫ້ຄຳ ໝັ້ນສັນຍາວ່າ ຈະຣະດົມພົລແລະຈັດສະບຽງອາຫາຣຊ່ວຍໃຫ້ແກ່ກອງທັພຢ່າງພຽງພໍ ແລ້ວເຈົ້າພຣະຍາຣາຊສຸພາວະດີ ກໍສັ່ງໃຫ້ຖອຍທັພໄປຍັງເມືອງຍະໂສທອນ.
ພຣະຣາຊສາຣ ພຣະເຈົ້າແຜ່ນດິນແກວ ເຖິງພຣະເຈົ້າແຜ່ນດິນໄທ
ພ້ອມດຽວກັນກັບທີ່ພຣະເຈົ້າອະນຸ ກັບຄືນໄປວຽງຈັນທນ໌ນັ້ນເອງ. ພຣະເຈົ້າແຜ່ນດິນແກວກໍໄດ້ແຕ່ງຣາຊທູຕ ນຳເອົາພຣະຣາຊສາຣເຂົ້າໄປຖວາຍ ພຣະເຈົ້າແຜ່ນດິນໄທສບັບນຶ່ງ ເພື່ອຂໍໂທສ ໃຫ້ພຣະເຈົ້າອະນຸວົງສ໌. ຣາຊທູຕແກວ ໄດ້ນຳຣາຊສາຣ ໄປເຖິງກຣຸງເທພໃນເດືອນ 10 ອອກໃໝ່ 3 ຄ່ຳ ກົງກັບວັນທີ່ 11 ເດືອນກັນຍາ. ພຣະຣາຊສາຣນັ້ນມີໃຈຄວາມວ່າ:
ພຣະເຈົ້າອະນຸວົງສ໌ ໜີກອງທັພໄທເຂົ້າໄປຢູ່ໃນປຣະເທສແກວ ໂດຍແຈ້ງຄວາມໃຫ້ເຈົ້າເມືອງ ເງ່ອານ ວ່າກອງທັພໄທ ໄດ້ຂຶ້ນໄປຂັບໄລ່ຕົນອອກຈາກເມືອງ. ພຣະເຈົ້າອະນຸວົງສ໌ ບໍ່ຮູ້ວ່າຕົນໄດ້ທຳຄວາມຜິດອັນໃດກັບປະເທສໄທ. ພຣະເຈົ້າ ກຣຸງວຽດນາມ ເຫັນວ່າ ກອງທັພໄທ ຂຶ້ນໄປຂັບໄລ່ອອກຈາກເມືອງນັ້ນ ພຣະອົງຄ໌ມີຄວາມທຸກພັດພາກຈາກເມືອງໄປ ຈຶ່ງໄດ້ອາສັຍຢູ່ໃນເມືອງ ເງ່ອານ ໄດ້ 1 ປີ ແລ້ວຂໍກັບຄືນປະເທສ ຈຶ່ງໄດ້ໃຫ້ເສນາຂ້າຣາຊກາຣ ແລະທະຫາຣແກວ ພາຂຶ້ນໄປສົ່ງ ພ້ອມກັບສັ່ງວ່າ ຄັນກັບຄືນເຖິງເມືອງແລ້ວ ໃຫ້ແຕ່ງລູກຫລານເອົາເຄື່ອງຣາຊບັນນາກາຣ ລົງໄປຖວາຍ ພຣະເຈົ້າກຣຸງເທພ ຕາມທັມນຽມຈະໄດ້ພົ້ນຈາກຄວາມຜິດ.
ພ້ອມກັນນັ້ນ, ກໍໄດ້ຂໍໃຫ້ພຣະເຈົ້າກຣຸງເທພ ມີຄວາມເມຕຕາ ແກ່ເຈົ້າອະນຸວົງສ໌ ເພື່ອໃຫ້ໄດ້ຢູ່ບ້ານເມືອງ ຕາມເດີມ ຈະໄດ້ເປັນຂ້າຂອບຂັນທະສີມາ ທັງສອງພຣະນະຄອນ ເໝືອນແຕ່ກ່ອນມາ.
ທູຕແກວ ພວກນັ້ນ ໄດ້ເຂົ້າໄປເຖິງ ກຣຸງເທພ ໄດ້ 8 ວັນ, ອົງເລໂບ ກໍໄດ້ໃຫ້ຂ້າຣາຊກາຣແກວ 18 ຄົນ ຖືໜັງສື ເຂົ້າໄປຫາ ເຈົ້າພຣະຍາພຣະຄັງສບັບນຶ່ງ ຊື່ງມີຂໍ້ຄວາມວ່າ: ພຣະເຈົ້າກຣຸງ ວຽດນາມ ໄດ້ຈັດຂຸນນາງແກວ ໄປສົ່ງ ພຣະເຈົ້າອະນຸວົງສ໌ ພົ້ນເຂຕແດນແກວແລ້ວ ແລະໄດ້ມີ ພຣະຣາຊສາຣ ເຂົ້າມາຖວາຍ ພຣະເຈົ້າແຜ່ນດິນແລ້ວ ເໝືອນກັນ.
ອົງກິມເຫລືອກ ບຽນບູ້ ໄດ້ມີໜັງສືໄປບອກ ອົງເລໂບ ວ່າກອງທັພກຣຸງເທພ ທີ່ຮັກສາສາງເຂົ້າບໍ່ຈ່າຍເຂົ້າໃຫ້ພຣະເຈົ້າ ອະນຸກິນ ເຈົ້າຣາຊວົງສ໌ ບຸຕຣ໌ຂອງເຈົ້າອະນຸວົງສ໌ ໄປຂໍເຂົ້ານຳກອງທັພໄທ ແຕ່ຝ່າຍໄທກໍ່ເຫຕຂຶ້ນກ່ອນ ໂດຍຍິງປືນ ໃສ່ພວກທະຫາຣລາວ, ພວກທະຫາຣລາວຈຶ່ງໄດ້ຍິງປືນໂຕ້ຕອບ. ພວກໄທເລີຍປະອາວຸທພ່າຍໜີໄປ. ພຣະເຈົ້າ ອະນຸວົງສ໌ ກໍບໍ່ໄດ້ໄລ່ຕິດຕາມໄປແຕ່ປະການໃດ.
ພຣະເຈົ້າວຽດນາມ ຈຶ່ງໄດ້ແຕ່ງຂຸນນາງແກວ ມາບອກເຈົ້າອະນຸວົງສ໌ ໃຫ້ເກັບເອົາອາວຸທຂອງໄທທີ່ປະຖິ້ມແລ້ວຫລົບໜີ ໄປນັ້ນໄວ້, ແລ້ວໃຫ້ແຕ່ງເຄື່ອງຣາຊບັນນາກາຣ ລົງມາຖວາຍພຣະເຈົ້າກຣຸງເທພ. ກາຣກະທຳເຊັ່ນນີ້ ກໍເຫັນວ່າ ພຣະເຈົ້າກຣຸງເທພ ຈະຍົກໂທສໃຫ້ ພຣະເຈົ້າອະນຸວົງສ໌ ຈະໄດ້ຮູ້ຕົວວ່າ ຕົນໄດ້ກະທຳຜິດໄວ້ແຕ່ກ່ອນ. ຖ້າພຣະເຈົ້າ ກຣຸງເທພກະທຳດັ່ງນີ້ພຣະກຽຕິຍົສກໍຈະສູງຍີ່ງຂຶ້ນ ກວ່າແຕ່ກ່ອນອີກ.
ເຈົ້າຣາຊວົງສ໌ ນຳຕິດຕາມຕີກອງທັພໄທ
ຝ່າຍເຈົ້າອະນຸວົງສ໌ ເມື່ອຊາບວ່າ ເຈົ້າພຣະຍາຣາຊສຸພາວະດີ ແມ່ທັພໄທ ຍົກທັພໜີອອກຈາກເມືອງພັນພ້າວໄປແລ້ວ ພຣະອົງຄ໌ຈຶ່ງສັ່ງໃຫ້ ທະຫາຣຂ້າມໄປມ້າງທຳລາຍພຣະເຈດີຍ໌ປາບວຽງຈັນທນ໌ ທີ່ເມືອງພັນພ້າວນັ້ນຖິ້ມ ແລ້ວເຊີນເອົາ ພຣະເສີມທີ່ໄທນຳເອົາຂ້າມໄປບັນຈຸໄວ້ທີ່ພຣະເຈດີຍ໌ນັ້ນ ກັບຄືນໄປວຽງຈັນທນ໌ ດັ່ງເກົ່າ. ພຣະເສີມເປັນ ພຣະພຸທ ທະຮູບ ທີ່ສວຍງາມທີ່ສຸດ ອົງນຶ່ງ ເວລານີ້ ໄທ ໄດ້ນຳເອົາໄປປະດິສຖານໄວ້ ທີ່ວັດປະທຸມວະນາຣາມ ໃນກຣຸງເທພ. ສ່ວນເຈົ້າຣາຊວົງສ໌ ທີ່ໄລ່ຕິດຕາມໄປຕີທະຫາຣໄທທີ່ຫລົບໜີໄປນັ້ນ ກໍໄດ້ໄປທັນກັນຢູ່ບ້ານບົກຫວານ ແຂວງເມືອງ ໜອງຄາຍ ໃນເດືອນ 11 ອອກໃໝ່ 10 ຄ່ຳ ກົງກັບວັນທີ່18 ເດືອນຕຸລາ. ເຈົ້າຣາຊວົງສ໌ ໄດ້ເຂົ້າສູ້ຣົບກັບທະຫາຣ ໄທ ຈົນຄຸງຕົວ. ແຕ່ວ່າ ກອງທັພຂອງເຈົ້າຣາຊວົງສ໌ ມີພົລທະຫາຣໜ້ອຍ ເຈົ້າຣາຊວົງສ໌ເຫັນວ່າ ຈະໃຊ້ທະຫາຣ ເຂົ້າສູ້ຣົບຕໍ່ໄປ ກໍຄົງຈະເສັຍທ່າໃຫ້ແກ່ໄທ. ດັ່ງນັ້ນ ເຈົ້າຣາຊວົງສ໌ ຈຶ່ງໄດ້ຕັດສິນໃຈ ຈັບຫອກຂຶ້ນມ້າ ແລ່ນກົງເຂົ້າ ໄປຫາ ພຣະຍາຣາຊສຸພາວະດີ ເອົາຫອກແທງພຣະຍາຣາຊສຸພາວະດີທີ່ທ້ອງນ້ອຍ. ພຣະຍາຣາຊສຸພາວະດີ ລົ້ມລົງ. ຫລວງພິຊິຕ ນ້ອງຊາຍເຈົ້າພຣະຍາຣາຊສຸພາວະດີ ແລ່ນເຂົ້າມາຊ່ວຍ ເຈົ້າຣາຊວົງສ໌ຈຶ່ງຫັກມ້າ ຫັນມາສູ້ກັບຫລວງ ພິຊິຕ ເອົາດາບຟັນຄໍຫລວງພິຊິຕຕາຍກັບບ່ອນ. ພໍຈະໂດດເຂົ້າຟັນພຣະຍາຣາຊສຸພາວະດີຊ້ຳອີກ ນາຍທະຫາຣໄທ ຜູ້ນຶ່ງ ກໍຍິງປືນມາຖືກຫົວເຂົ່າເຈົ້າຣາຊວົງສ໌ລົ້ມລົງ ພວກທະຫາຣຈຶ່ງຣີບເຂົ້າຊົດເອົາ ຫາມເຈົ້າຣາຊວົງສ໌ ກັບຄືນວຽງຈັນທນ໌.
ເຈົ້າຣາຊວົງສ໌ທູລພຣະຣາຊບິດາ ວ່າເວລານີ້ ທະຫາຣຂອງເຮົາເຫລືອໜ້ອຍ ເຫັນຈະສູ້ບໍ່ໄຫວ ຄວນປະເມືອງ ໜີໄປປະເທສແກວອີກ ຄັນປຶກສາກັນແລ້ວ ພຣະເຈ້າອະນຸວົງສ໌ກໍພາຄອບຄົວໜີອອກຈາກນະຄອນວຽງຈັນທນ໌ໃນ ເວລາຂ້ອນແຈ້ງ ຂອງມື້ອອກໃໝ່ 11 ຄ່ຳ ເດືອນ 11 ກົງກັບວັນທີ່ 10 ເດືອນ ຕຸລາ ຄຣິສຕະສັກຣາຊ 1828. ສ່ວນເຈົ້າຣາຊວົງສ໌ນັ້ນ ຂຶ້ນເຮືອລ່ອງໄປຂຶ້ນທາງເມືອງມະຫາໄຊກອງແກ້ວ.
|
|
ສຽງບັນທຶກໄວ້ |
|
|
ດາວໂລ້ດ |
|
|
ອີເມວລ໌ ເຣື້ອງ |
|
|
ລົງທະບຽນເປັນສະມາຊິກ |
|
|
ພິມເຣື້ອງນີ້ |