ພຣະເຈົ້າອະນຸວົງສ໌ ແລະເຈົ້າຣາຊວົງສ໌ ຫລົບໜີຈາກວຽງຈັນທນ໌

2007-07-31

ຈັດສເນີທ່ານໂດຍ: ວຽງໄຊ

ສັປດາທີ່ຜ່ານມາ ເຮົາໄດ້ກ່າວເຖິງພຣະເຈົ້າອະນຸວົງສ໌ ແລະ ເຈົ້າຣາຊວົງສ໌ ເຫັນວ່າກຳລັງພົລຂອງຕົນ ຍັງເຫລືອ ໜ້ອຍທີ່ສຸດແລ້ວ ເຫັນທ່າຈະສູ້ກັບກອງທັພໄທບໍ່ໄຫວ ຈຶ່ງໄດ້ໜີປະ ນະຄອນວຽງຈັນທນ໌ ເປັນຄັ້ງທີສອງ.

ຝ່າຍເຈົ້າພຣະຍາຣາຊສຸພາວະດີ ແມ່ທັພໄທ ທີ່ຖືກເຈົ້າຣາຊວົງສ໌ແທງດ້ວຍຫອກ ໃນຄາວທີ່ສູ້ຣົບກັນໃນບ້ານບົກຫວານ ແຂວງເມືອງໜອງຄາຍນັ້ນ ເມື່ອຟື້ນຕົວຄືນມາ ເຫັນວ່າ ບາດແຜທີ່ທ້ອງນ້ອຍ ບໍ່ສາຫັສເຖິງຂັ້ນອັນຕຣາຍຕໍ່ຊີວິຕ ໃສ່ ຢາປົວບາດແຜແລ້ວຈຶ່ງໄດ້ໃຫ້ພວກທະຫາຣ ຕິດຕາມເຈົ້າຣາຊວົງສ໌ໄປເຖິງເມືອງພັນພ້າວ ແລ້ວຂ້າມມາວຽງຈັນທນ໌. ພໍມາເຖິງວຽງຈັນທນ໌ ກໍເຫັນວ່າ ພຣະເຈົ້າອະນຸວົງສ໌ ແລະເຈົ້າຣາຊວົງສ໌ ໄດ້ຫລົບໜີອອກຈາກວຽງຈັນທນ໌ໄປແລ້ວ. ເມື່ອເປັນເຊັ່ນນັ້ນ ຈຶ່ງໃຫ້ທະຫາຣໄທ ປະມານ 600 ຄົນ ອອກຕິດຕາມຈັບ.

ພວກທະຫາຣໄທໄດ້ນຳໄປທັນເຈົ້າສຸທທິສາຣ, ເຈົ້າຟ້າເຕ້, ເຈົ້າບັນ, ເຈົ້າດວງຈັນ, ເຈົ້ານາງຄຳວັນ ຣາຊໂອຣົສ ແລະ ຣາຊທິດາຂອງພຣະເຈົ້າອະນຸ ພ້ອມດ້ວຍ ເຈົ້າຫລອດ ຜູ້ເປັນຣາຊນັດດາ ຫຣື ຫລານ ແລະເຈົ້ານາງມາໄລ, ເຈົ້ານາງ ວອນ ພຣະຊາຍາຂອງພຣະເຈົ້າອະນຸ ກັບທ້າວພົມ ທ້າວເປມ ຫລານພຣະຍາຊຽງສີ ຢູ່ທີ່ບ້ານໄຜ່ ໃນວັນອອກໃໝ່ 15 ຄ່ຳ ເດືອນ 11 ກົງກັບ ວັນທີ່ 23 ເດືອນຕຸລາ ທະຫາຣໄທຈຶ່ງໄດ້ນຳເອົາພວກທີ່ຖືກຈັບໄດ້ນັ້ນ ໄປໄວ້ເມືອງ ພັນພ້າວ ແລ້ງຈຶ່ງສົ່ງລົງໄປຍັງກຣຸງເທພ.

ເມື່ອສົ່ງພວກຊະເລີຍລົງໄປກຣຸງເທພແລ້ວ ເຈົ້າພຣະຍາຣາຊສຸພາວະດີ ຈຶ່ງໄດ້ຂ້າມມາວຽງຈັນທນ໌, ບັດນັ້ນ, ແມ່ທັພໄທ ຈຶ່ງສັ່ງໃຫ້ພວກທະຫາຣໄທ ເກນເອົາຊາວບ້ານທີ່ຍັງເຫລືອຢູ່ນັ້ນໃຫ້ມ້າງເພ ບ້ານເຮືອນ, ຫໍ ໂຮງ ແລະວັດວາຕ່າງໆ ລົງ ແລ້ວເອົາໄຟຈູດເຜົາໃຫ້ໝົດ ໂດຍບໍ່ ໃຫ້ເມືອງວຽງຈັນທນ໌ເປັບບ້ານເປັນເມືອງຕໍ່ໄປ ໃຫ້ຄືກັນກັບການຈູດໄຮ່ ໃຫ້ເຫລືອແຕ່ຂີ້ເຖົ້າໄຟ.

ຕໍ່ຈາກນັ້ນ ກໍໄດ້ອອກ ໄປກວາດຕ້ອນເອົາຄອບຄົວຄົນລາວທັງໝົດ ຕາມບ້ານນອກຂອກຄາເມສົ່ງລົງໄປ ຍັງກຣຸງເທພທັງໝົດ ໃນເດືອນ 12 ນັ້ນເອງ.

ກາຣອອກຕິດຕາມຈັບເຈົ້າອະນຸວົງສ໌

ພວກຜູ້ນຳລາວ ເມື່ອເຫັນພຣະເຈົ້າອະນຸວົງສ໌ປຣາໄຊຍ໌ ໃນກາຣສົງຄາມ ຄັ້ງສຸດທ້າຍແບບບໍ່ມີທາງຈະຟື້ນ ຄືນມາ ຕໍ່ສູ້ໄດ້ອີກແລ້ວ ຕ່າງກໍຫາທາງເອົາຕົວລອດເປັນຍອດດີ.ຄັນເຖິງ ເດືອນ 12 ອອກໃໝ່ 15 ຄ່ຳ ກົງກັບວັນທີ່ 12 ພຣຶສຈິກາ 1828 ເຈົ້ານ້ອຍ ເມືອງພວນ ຊຶ່ງເປັນລູກເຂີຍຂອງພຣະເຈົ້າອະນຸວົງສ໌ເອງນັ້ນ ກໍໄດ້ສົ່ງເພັຍກາງເມືອງ, ເພັຍມະຫາໄຊ ລົງມາຣາຍງານຕໍ່ ເຈົ້າພຣະຍາຣາຊສຸພາວະດີ ທີ່ວຽງຈັນທນ໌ ວ່າ ຈະອາສາສມັຄແຕ່ງ ກອງທັພ ອອກລັດຕາມດ່ານຕ່າງໆ ເພື່ອບໍ່ໃຫ້ເຈົ້າອະນຸວົງສ໌ຫລົບໜີໄປເມືອງແກວໄດ້.

ໃນກາຣກະທຳເຊັ່ນນີ້ ຂໍໃຫ້ເຈົ້າພຣະຍາ ຈົ່ງຢ່າໄດ້ຍົກທັພຂຶ້ນໄປເມືອງພວນ ເພາະຕົນຈະຈັດກາຣ ຕາມຈັບພຣະເຈົ້າ ອະນຸວົງສ໌ ມອບໃຫ້ກອງທັພໄທໃຫ້ໄດ້ ຢ່າງແນ່ນອນ.

ເຈົ້ານ້ອຍ ເມືອງພວນ ໄດ້ແຕ່ງກອງທະຫາຣ ອອກລັດຕາມທາງສາຍຕ່າງໆ ທີ່ຜ່ານໄປຍັງເມືອງແກວ, ພວກທະຫາຣ ໄດ້ນຳໄປພໍ້ເຈົ້າອະນຸວົງສ໌ຢູ່ຕີນພູເຂົາໄກ່ ແລ້ວຈຶ່ງໃຫ້ທະຫາຣ 50 ຄົນລ້ອມໄວ້ ບັດນັ້ນ, ເຈົ້ານ້ອຍຈຶ່ງໄດ້ສົ່ງເພັຍ ນາມະໂຄຕ, ເພັຍອຸທຸມ ໃຫ້ລົງມາຣາຍງານຕໍ່ແມ່ທັພໄທ. ເມື່ອແມ່ທັພໄທໄດ້ຮັບຣາຍງານນັ້ນແລ້ວ ຈຶ່ງໃຫ້ພຣະຍາສຸນ ທຣະສົງຄຣາມ, ພຣະອິນທະຣະເດຊ, ແລະຫລວງຊາຕສຸເຣນທ໌ ຄຸມພົລ 500 ຄົນ ໄປນຳຈັບເຈົ້າອະນຸວົງສ໌ ໂດຍໃຫ້ ພຣະຍາຊຽງສາ ເປັນຜູ້ນຳທາງ ຄັນໄປເຖິງບ້ານຫາດເດືອຍ ກໍໄປພໍ້ກັບພຣະລັບແລ ແລະ ໜານຂັຕິຍະ ເມືອງນ່ານ ແລະທ້າວມະຫາພຣົມ ເມືອງຫລວງພຣະບາງ ທີ່ເຈົ້າມັນທາຕຸຣາຊ ສົ່ງໃຫ້ໄປຫາຈັບເຈົ້າອະນຸວົງສ໌.

ພວກເຈ້າໜ້າທີ່ເຫລົ່ານີ້ ໄດ້ໄປພໍ້ກັບພວກນາຍດ່ານ ເມືອງພວນ ແລະພວກນາຍດ່ານ ເມືອງພວນ ຈຶ່ງໄດ້ພາ ໄປຈັບເອົາ ເຈົ້າອະນຸວົງສ໌ ທີ່ຕີນພູເຂົາໄກ່.

ພວກທີ່ຈັບໄດ້ ພ້ອມກັບເຈົ້າອະນຸວົງສ໌ ທີ່ຕີນພູເຂົາໄກ່ ໃນຄັ້ງນີ້ ກໍມີ ບຸຕຣ໌ ທິດາຂອງເຈົ້າອະນຸວົງສ໌ 3 ຄົນ ຄື ເຈົ້າຍິງຄຳແພງ, ເຈົ້າຍິງໜູ ເຈົ້າຍິງແດງ ແລະຫລານສາວເຈົ້າອະນຸວົງສ໌ອີກຜູ້ນຶ່ງ ພ້ອມກັບພຣະນາງຄຳປ້ອງ ພຣະມະເຫສີຂອງເຈົ້າອະນຸວົງສ໌ແລະນາງສນົມອີກ 5 ຄົນ ໂຮມທັງໄພ່ພົລທັງໝົດ ເປັນ 40 ຄົນກວ່າ ລົງມາສົ່ງໃຫ້ ກອງທະຫາຣຂອງພຣະຍາສຸພັນບຸຣີ ແລະພຣະອິນທຣະເດຊ ທີ່ບ້ານຫາດເດືອຍ.

ພຣະອິນທຣະເດຊ ກໍໄດ້ຄຸມຕົວເຈົ້າອະນຸວົງສ໌ ລົງມາສົ່ງໃຫ້ເຈົ້າພຣະຍາຣາຊສຸພາວະດີ ທີ່ວຽງຈັນທນ໌ ໃນມື້ອອກໃໝ່ 15 ຄ່ຳ ເດືອນຈຽງ ກົງກັບວັນທີ່ 21 ທັນວາ ສ່ວນເຈົ້າຣາຊວົງສ໌ນັ້ນ ຍັງຊອກຈັບບໍ່ທັນໄດ້ເທື່ອ.

ປະຫວັດສາດ ການຕໍ່ສູ້ ແລະພົງສາວະດານຂອງລາວ